(vovworld) - ກອນເລື່ອງວັນນະກຳຂອງຊາວເຜົ່າເອເດ, ແມ່ນຜະລິດຕະພັນຂອງຊົນເຜົ່າໄຕງວຽນ, ນີ້ແມ່ນບັນດາເລື່ອງຍາວ, ມີສຳຜັດອັກສອນ, ມີທຳນອງ, ຊ້ຳບໍ່ໜຳຍັງໄດ້ຮັບການພັນລະນາຫຼືວາດພາບດ້ວຍການເຄື່ອນເໜັງ, ການກະທຳ. ຊົນເຜົ່າເອເດ ມີຊື່ສຽງດ້ວຍກອນເລື່ອງ Dam San ແລະ Xinh Nha.
ປື້ມກອນເລື່ອງວັນນະກຳຂອງຊົນເຜົ່າໄຕງວຽນ
(ພາບ: ອິນເຕີແນດ)
ກອນເລື່ອງ Dam San ຂອງຊາວເຜົ່າເອເດ ຢູ່ບັນດາແຂວງ ໄຕງວຽນ, ແມ່ນວັນນະກຳທີ່ມີຄວາມລຶ້ງເຄີຍຂອງເຂົາເຈົ້າ. ບົດກອນເລື່ອງ Dam San ເລົ່າເລື່ອງກ່ຽວກັບວິລະຊົນ Dam San ທີ່ໄດ້ຕໍ່ສູ້ຕ້ານຄືນປະເພນີຫຼ້າຫຼັງ ແລະ ກາຍເປັນເຈົ້າກົກເຈົ້າເຫຼົ່າ. ຕາມປະເພນີຂອງເຜົ່າເອເດ ແລ້ວ, Đam San ຕ້ອງປະແຟນຂອງຕົນແມ່ນນາງ H BiaĐiêt K lưt ເພື່ອເອົາເມຍ 2 ຄົນ ຕາມການຈັດວາງຂອງພໍ່ປູ່, ນັ້ນແມ່ນນາງ H Nhi ແລະ H Bhi. ແຕ່ບໍ່ຍອມປະຕິບັດຕາມປະເພນີຫຼ້າຫຼັງນັ້ນ, Dam San ໄດ້ຂຶ້ນໄປແດນສະຫວັນເພື່ອຮ້ອງຟ້ອງ, ແລະ ກຽມພ້ອມຜ່ານຜ່າການທົດສອບນາໆປະການ, ນັບທັງເລື່ອງຢາກເອົາເທພະອາທິເປັນເມຍເພື່ອຄັດຄ້ານການສົມລົດແບບພັນທະນີ້. ສ່ວນກອນເລື່ອງ Xinh Nha ແມ່ນເລື່ອງລາວກ່ຽວກັບວິລະຊົນໄຕງວຽນຜູ້ໜຶ່ງທີ່ໄດ້ຕໍ່ສູ້ຕ້ານພວກຄົນບໍ່ດີ ດ້ວຍກຳລັງແຮງຂອງຕົນ, ນຳມາເຊິ່ງຄວາມສະຫງົບສຸກໃຫ້ແກ່ປະຊາຊົນໃນໝູ່ບ້ານ. ພ້ອມກັບກອນເລື່ອງ Dam San, ກອນເລື່ອງ Xinh Nha ກໍ່ຖືກພິມເປັນປື້ມວັນນະຄະດີ ເພື່ອສິດສອນໃນມະຫາວິທະຍາໄລ. ນັກຄົ້ນຄ້ວາ Linh Nga Nie Kdam, ໃຫ້ຮູ້ວ່າ:
“ກອນເລື່ອງວັນນະກຳໂດຍຊາວເຜົ່າເອເດ ເປັນຜູ້ແຕ່ງເອງມາແຕ່ດົນນານແລ້ວ. ມີບາງເລື່ອງຍາວເຖິງພັນໜ້າ, ດ້ວຍຕົວລະຄອນນັບຮ້ອຍຄົນ, ທັງຢູ່ແດນສະຫວັນ, ຢູ່ເທິງໜ້າດິນ, ໃຕ້ດິນ ແລະ ຢູ່ໃຕ້ນ້ຳ ກອນເລື່ອງຖືກແຕ່ງດ້ວຍວິທີສຳຜັດອັກສອນ. ແລະ ຖືກສະແດງພ້ອມກັບດົນຕີ່, ດ້ວຍທຳນອງຂຶ້ນລົງທີ່ແຕກຕ່າງກັນ. ຜ່ານກອນເລື່ອງເລົ່ານັ້ນ, ສາມາດເຫັນໄດ້ຊີວິດຂອງຊາວເຜົ່າເອເດ ດ້ວຍບັນດາຮີດຄອງປະເພນີຂອງເຂົາເຈົ້າ”.
ກອນເລື່ອງວັນນະກຳຂອງຊົນເຜົ່າເອເດ ໂດຍປະຊາຊົນແຕ່ງເອງ ແລະ ຍື່ນຍົງຄົງຕົວຜ່ານການເລົ່າຂານກັນມາ ຫຼື ຜ່ານເອກະສານ. ມີບາງເລື່ອງຕ້ອງເລົ່າໃນ 1-2 ຄືນ ແຕ່ກໍ່ມີບາງເລື່ອງຕ້ອງເລົ່າໃນ 4-5 ວັນ ແລະ ຄືນຈຶ່ງໝົດ, ໂດຍອີງຕາມຄວາມສຳນຶກ, ຄວາມສະດຸ້ງໃຈຂອງຜູ້ເລົ່າ. ດັ່ງນັ້ນພ້ອມກັບກອນເລື່ອງວັນນະກຳ, ຊາວເຜົ່າເອເດ ຍັງມີຂັບຂານ ຫຼືຂັບເລົ່າເລື່ອງ. ນັກຄົ້ນຄ້ວາ Linh Nga Nie Kdam, ໃຫ້ຮູ້ຕື່ມວ່າ:
“ກ່ອນນີ້, ດ້ວຍເງື່ອນໄຂດຳລົງຊີວິດກະແຈກກະຈາຍ, ດັ່ງນັ້ນການຂັບຂານ, ເລົ່າເລື່ອງແມ່ນຮູບການໜຶ່ງດຽວເພື່ອຮັບໃຊ້ຊີວິດທາງດ້ານຈິດໃຈໃຫ້ປະຊາຄົມບັນດາເຜົ່າສ່ວນໜ້ອຍຢູ່ໄຕງວຽນ, ໃນນັ້ນມີຊົນເຜົ່າເອເດ. ໃນຊຸມມື້ຝົນຕົກບໍ່ໄປເຮັດໄຮ່ໄດ້, ຫຼືໃນຊຸມວັນບຸນພາຍຫຼັງຍາມເກັບກ່ຽວ ແລະ ໃນງານບຸນຕ່າງໆ ເຂົາເຈົ້າເຄີຍຂັບຂານ, ເລົ່າເລື່ອງວັນນະກຳນີ້. ຊ້ຳບໍໜຳ, ໃນຍາມເກັບກ່ຽວເຂົ້ານາໄຮ່, ເຂົາເຈົ້າກໍ່ເຊີນນັກສິລະປະການມາຂັບຮ້ອງເພື່ອໃຫ້ທຸກຄົນທັງອອກແຮງງານ, ທັງຮັບຟັງອີກ“.
ຊາວເຜົ່າເອເດຂັບຂານ, ເລົ່າເລື່ອງວັນນະກຳ
(ພາບ: ອິນເຕີແນດ)
ນັກສິລະປະການຂັບຂານ, ເລົ່າເລື່ອງວັນນະກຳ ໄດ້ຮັບຄວາມນັບຖືຈາກຊາວເຜົ່າເອເດ ເພາະວ່າຕາມຄວາມເຊື່ອຖືຂອງປະຊາຊົນແລ້ວ, ເຂົາເຈົ້າແມ່ນຜູ້ທີ່ມີຄວາມສາມາດພິເສດໂດຍເທວະດາດົນບັນດານໃຫ້. ແມ່ນນັກສິລະປະການສັງລວມ, ທັງແຕ່ງກອນເລື່ອງ, ທັງເປັນຜູ້ກຳກັບການສະແດງ, ທັງເປັນຜູ້ສະແດງ ແລະ ສາມາດຂັບຂານເປັນສຽງຂອງຜູ້ຍິງ, ຜູ້ຊາຍ, ຍັກ, ເທວະດາໄດ້... ເຂົາເຈົ້າກໍ່ເປັນຜູ້ວິຈານຕົວລະຄອນຫຼືເນື້ອໃນກອນເລື່ອງອີກ.
ເພື່ອອະນຸລັກຮັກສາສິລປະຂັບຂານ, ເລົ່າເລື່ອງວັນນະກຳໄຕງວຽນ ເວົ້າລວມ, ແລະ ກອນເລື່ອງວັນນະກຳຂອງເອເດ ເວົ້າສະເພາະ. ໃນປີ 2007 , ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວຫວຽດນາມ ໄດ້ດຳເນີນການສະສົມບັນດາກອນເລື່ອງວັນນະກຳ, ທຳນອງຂັບຂານ, ເລົ່າເລື່ອງວັນນະກຳຂະໜາດໃຫຍ່ ແລະ ຈະຫັນແຫຼ່ງເອກະສານອັນລ້ຳຄ່ານີ້ເປັນດີຈີຕອນ. ຂະແໜງວັດທະນະທຳ, ແຫ່ງທີ່ມີຊາວເຜົ່າເອເດ ດຳລົງຊີວິດນັ້ນ ກໍ່ດຳເນີນການສະຖິຕິ, ແບ່ງປະເພດ, ພ້ອມທັງຕັ້ງໜ້າຟື້ນຟູງານບຸນຕ່າງໆ, ສ້າງສະພາບແວດລ້ອມເພື່ອໃຫ້ການຂັບຂານ, ເລົ່າເລື່ອງວັນນະກຳພັດທະນາ. ແຕ່ລະວັນ, ເມື່ອສຽງຂັບຂານ, ເລົ່າເລື່ອງວັນນະກຳດັງກ້ອງກັງວານໃນເຮືອນຍາວຂອງຊົນເຜົ່າເອເດ, ມັນຈະຊືມເລິກເຂົ້າຈິດໃຈຂອງປະຊາຄົມຊາວເຜົ່າເອເດ, ເພື່ອໃຫ້ລຸ່ນໜຸ່ມກໍ່ສາມາດຂັບຂານ, ເລົ່າເລື່ອງວັນນະກຳໄດ້, ເຮັດໃຫ້ປະເພດວັດທະນະທຳນີ້ຍື່ນຍົງຄົງຕົວຕະຫຼອດໄປໃນປະຊາຄົມຊາວເຜົ່າເອເດ.