(vovworld) - ຊາວເຜົ່ານຸ່ງມີປະຫວັດແຫ່ງການພັດທະນາຕິດພັນກັບຊີວິດທາງສັງຄົມ, ອີງຕາມສາຍພົວພັນລວມກ່ຽວກັບເຂດຢູ່ອາໄສ, ປະເພນີດຳເນີນຊີວິດທາງດ້ານເສດຖະກິດ, ວັດທະນະທຳ. ຊາວເຜົ່ານຸ່ງ, ດຳລົງຊີວິດຢູ່ຮ່ວມກັນ, ມີຄວາມສາມັກຄີ ແລະ ຍາມໃດກໍ່ມີສະຕິຮັກສາສີສັນວັດທະນະທຳຂອງຊົນເຜົ່າຕົນໄວ້. ບົດຂຽນ: “ການດຳເນີນຊີວິດຕິດພັນກັບສັງຄົມຂອງຊາວເຜົ່ານຸ່ງ“ ຂອງໂຕຕ໋ວນ, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ. ເຊີນທ່ານຮັບຟັງ.
(ພາບປະກອບ)
ໂດຍແມ່ນຊົນເຜົ່າທີ່ອົບພະຍົບມາ ຫວຽດນາມນັບແຕ່ຮ້ອຍປີມານີ້, ຊາວເຜົ່ານຸ່ງອາໄສຕົ້ນຕໍ່ຢູ່ບັນດາແຂວງໃນເຂດພູດອຍທາງພາກເໜືອ ຫວຽດນາມ. ແລະ ໃນວິວັດແຫ່ງການພົວພັນແລກປ່ຽນ, ພັດທະນາ, ຊາວເຜົ່ານຸ່ງກໍ່ແບ່ງເປັນຫຼາຍກຸ່ມທ້ອງຖີ່ນ, ເຊັ່ນ: ນຸ່ງອານ, ນຸ່ງລ່າຍ, ນຸ່ງຈ໋າວ, ນຸ່ງຢີ໋ນ… ເຖິງວ່າຈະດຳລົງຊີວິດຢູ່ກະແຈກກະຈາຍໃນຫຼາຍທ້ອງຖີ່ນທີ່ແຕກຕ່າງກັນກໍ່ຕາມ, ແຕ່ຊາວເຜົ່ານຸ່ງຍັງຄົງຮັກສາສາຍພົວພັນເປັນປະຈຳ, ພິເສດແມ່ນຍັງຄົງຮັກສາບັນດາຮີດຄອງປະເພນີ, ວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ. ທ່ານ ຮ່ວາງວັນປ໋າວ, ພະນັກງານວັດທະນະທຳແຂວງ ລ້າງເຊີນ, ເຊິ່ງແມ່ນແຂວງທີ່ມີຊົນເຜົ່ານຸ່ງດຳລົງຊີວິດເປັນຈຳນວນຫຼວງຫຼາຍ, ໃຫ້ຮູ້ວ່າ:
“ຊາວເຜົ່ານຸ່ງດຳລົງຊີວິດຢູ່ໃນເຮືອນຮ້ານ ແລະ ເຮືອນດິນ, ເຂົາເຈົ້າດຳລົງຊີວີວິດຢູ່ຮ່ວມກັນ, ເຊິ່ງປະກອບດ້ວຍຫຼາຍວົງຕະກຸນ, ບາງໝູ່ບ້ານມີນັບຮ້ອຍຄອບຄົວຢູ່ຮ່ວມກັນ, ແຕ່ຄິດສະເລ່ຍແມ່ນມີປະມານ 30-40 ຄອບຄົວຢູ່ຮ່ວມກັນໃນບ້ານໜຶ່ງ. ການດຳລົງຊີວິດຂອງຊາວເຜົ່ານຸ່ງແມ່ນອີງຕາມລະບອບບິດາສິດທິລາດ, ຮີດຄອງປະເພນີ ແລະການເຫຼືອມໄສເຊື່ອຖືທັງໝົດລ້ວນແຕ່ດຳເນີນໃນແຕ່ລະຄອບຄົວ, ສິ່ງດັ່ງກ່າວໄດ້ສ້າງເປັນຄວາມສະໜິດຕິດພັນ, ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ“.
ໃນຄອບຄົວຂອງຊາວເຜົ່ານຸ່ງ ສິດທິຂອງເຈົ້າໂຄດແມ່ນສູງສຸດ, ເຊິ່ງສະແດງອອກຢ່າງຈະແຈ້ງໃນຊີວິດປະຈຳວັນ. ໃນຄອບຄົວ, ຜູ້ເປັນພໍ່, ເປັນຜົວ ມີສິດຕັດສິນໃນການແບ່ງຊັບສົມບັດ ແລະ ພຽງແຕ່ລູກຊາຍຈຶ່ງມີສິດສືບມູນ. ລູກຊາຍກົກໄດ້ຮັບຊັບສົມບັດຫຼາຍກວ່າ ແລະ ຢູ່ຮ່ວມກັບພໍ່ແມ່, ມີຄວາມຮັບຜິດຊອບລ້ຽງດູພໍ່ແມ່, ເມື່ອພໍ່ແມ່ເຖິງແກ່ມໍລະນະກຳ ລູກຊາຍກົກຈະຕ້ອງຈັດພິທີງານສົບ ແລະ ຮັບຜິດຊອບວຽກງານບູຊາ.
ໃນໝູ່ບ້ານຕ່າງໆ, ຊາວເຜົ່ານຸ່ງບໍ່ດຳລົງຊີວິດຮ່ວມກັບຊົນເຜົ່າອື່ນໆ, ແຕ່ຍັງຄົງຮັກສາສາຍພົວພັນຢ່າງກົມກ່ຽວກັບໃນປະຊາຄົມ. ປ້າ ຈ້ຽວຖູຍຕຽນ, ພະນັກງານວັດທະນະທຳແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
“ໃນການດຳລົງຊີວິດຂອງປະຊາຄົມ, ເຂົາເຈົ້າມີຄວາມຕ້ອງການຮ່ວມມືນຳກັນເພື່ອປ້ອງກັນ ແລະ ທຳມາຫາກິນ, ກໍ່ຄືເຂົ້າຮ່ວມບັນດາການເຄື່ອນໄຫວ, ດຳເນີນຊີວິດ, ສ້າງເປັນວັດທະນະທຳທີ່ເປັນມູນເຊື້ອ, ໃນນັ້ນມີມູນເຊື້ອສາມັກຄີ. ນັບແຕ່ກິແຕ່ກ່ອນ, ຊາວເຜົ່ານຸ່ງມີທັດສະນະວ່າ, ໃນການດຳລົງຊີວິດແມ່ນຕ້ອງມີອ້າຍ, ມີນ້ອງ, ມີຜູ້ໃຫຍ່, ຜູ້ນ້ອຍ, ສິ່ງດັ່ງກ່າວໄດ້ສ້າງເປັນຄວາມເຫັນດີເຫັນພ້ອມ, ຄວາມສະໜິດຕິດພັນໃນການອອກແຮງງານທຳການຜະລິດ ກໍ່ຄືໃນການດຳເນີນຊີວິດຂອງປະຊາຄົມ“.
ຊາວເຜົ່ານຸ່ງດຳລົງຊີວິດ (ພາບ: TTD)
ໃນແຕ່ລະໝູ່ບ້ານຊາວເຜົ່ານຸ່ງເຄີຍກໍ່ສ້າງສາລາບ້ານລວມ ເພື່ອບູຊາອໍລະຫັນຂອງໝູ່ບ້ານ. ນີ້ກໍ່ແມ່ນບ່ອນດຳເນີນຊີວິດລວມຂອງທັງປະຊາຄົມໃນໂອກາດດຳເນີນງານບຸນ ຫຼືປຶກສາຫາລືບັນດາວຽກງານລວມຂອງບ້ານ. ດ້ວຍການຈັດຕັ້ງການດຳລົງຊີວີວິດຄືແນວນັ້ນ, ຊາວເຜົ່ານຸ່ງຈຶ່ງພ້ອມແລ້ວທີ່ຈະແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແລະ ປະເພນີ້ຍັງຄົງໄດ້ຮັບການຮັກສາໄວ້ຈົນເຖິງປະຈຸບັນ. ທ່ານ ຮ່ວາງວັນເຊີນ, ຊາວເຜົ່ານຸ່ງຢູ່ເມືອງກາວໂລກ, ແຂວງ ລ້າງເຊີນ, ແບ່ງປັນວ່າ:
“ພວກຂ້າພະເຈົ້າມີຄວາມສາມັກຄີເປັນເອກະພາບນຳກັນ, ດັ່ງນັ້ນວຽກງານທັງໝົດໃນບ້ານຈຶ່ງປະຕິບັດສຳເລັດ. ຕົວຢ່າງຄືເມື່ອຂ້າພະເຈົ້າປຸກສ້າງເຮືອນ, ຖ້າບໍ່ມີການຊ່ວຍເລື້ອຂອງອ້າຍນ້ອງ, ບາງເທື່ອຕ້ອງເສຍເວລານັບເປັນເດືອນກໍ່ບໍ່ສາມາດກໍ່ສ້າງສຳເລັດໄດ້. ວຽກງານທັງໝົດ, ນັບແຕ່ການຂົນສົ່ງວັດສະດຸ, ອຸປະກອນ, ຕະຫຼອດຮອດການກໍ່ສ້າງ, ລ້ວນແຕ່ໄດ້ຮັບການຊ່ວຍເຫຼືອລ້າຈາກຊາວບ້ານ“.
ແຕ່ລະຄອບຄົວຂອງຊາວເຜົ່ານຸ່ງ, ແມ່ນຄອບຄົວເສດຖະກິດທີ່ເປັນເອກະລາດ, ມີຊັບສິນສະເພາະ. ໃນການຜະລິດ ກໍ່ຄືໃນການດຳເນີນຊີວິດປະຈຳວັນ, ຄອບຄົວປະຕິບັດຕາມການແບ່ງງານ ແລະ ອີງຕາມເພດ. ຜູ້ຊາຍເຮັດວຽກງານໜັກ, ສ່ວຍຜູຍິງແມ່ນເຮັດວຽກງານເບົາບາງກວ່າ. ຜູ້ຍິງຊາວເຜົ່ານຸ່ງມີຊື່ສຽງດ້ວຍອາຊີບປັກສານ, ຕຳ່ຜ້າ. ວຽກງານລ້ຽງສັດ, ຕັດຫຍ້າແມ່ນສະຫງວນໃຫ້ແມ່ຍິງ ແລະ ເດັກນ້ອຍ.
ໃນຊຸມປີມໍ່ໆມານີ້, ການປ່ຽນແປງໃນສັງຄົມ, ການພົວພັນແລກປ່ຽນວັດທະນະທຳ ໄດ້ເຮັດໃຫ້ການດຳລົງຊີວິດໃນໝູ່ບ້ານຂອງຊາວເຜົ່ານຸ່ງມີການປ່ຽນແປງພໍສົມຄວນ. ບັນດາເຮືອນຮ້ານ, ເຮືອນດິນ ເຖິງວ່າໄດ້ຮັບການກໍ່ສ້າງດ້ວຍດິນຈີ່, ມຸງດິນຂໍ ດ້ວຍເຕັດນິກ ແລະ ຮູບແບບທີ່ທັນສະໄໝແລ້ວກໍ່ຕາມ, ແຕ່ບັນດາປະເພນີ, ສີສັນວັດທະນະທຳອັນດີງາມແລະເປັນມູນເຊື້ອຂອງຊາວເຜົ່ານຸ່ງຍັງຄົງໄດ້ຮັບການຮັກສາໄວ້ໃນແຕ່ລະຄອບຄົວຂອງເຂົາເຈົ້າຢູ່.