ການຕ່ຳແຜ່ນແພພື້ນເມືອງ - ໄມ້ວັດແທກ ຄວາມຄ່ອງແຄ້ວ, ດຸໝັ່ນຂະຫຍັນພຽນຂອງແມ່ຍິງເຜົ່າເອເດ

(VOVWORLD) -ນັບແຕ່ຄາວຍັງນ້ອຍ ພວກເດັກສາວຂອງເຜົ່າເອເດຢູ່ແຂວງດັກລັກໄດ້ຮັບການບອກສອນຖ່າຍທອດວິທີຕ່ຳແຜ່ນແພພື້ນເມືອງຈາກແມ່ຍ່າແລະແມ່ເພື່ອເຮັດຜ້າຫົ່ມ, ສິ້ນ, ເສື້ອ. ຜະລິດຕະພັນເຫຼົ່ານີ້ບໍ່ໍພຽງແຕ່ເພື່ອນຳໃຊ້ເທົ່ານັ້ນ ຫາກຍັງໃຊ້ເປັນຂອງຂັວນໃຫ້ຄອບຄົວຝ່າຍເຈົ້າບ່າວເມື່ອເຈົ້າສາວແຕ່ງງານ. ຍ້ອນເຫດນີ້ເອງ ແຜ່ນແພພື້ນເມືອງໄດ້ຮັບຖືວ່າແມ່ນໄມ້ວັດແທກຄວາມຄ່ອງແຄ້ວຄວາມດຸໝັ່ນຂະຫຍັນພຽນສຳລັບແມ່ຍິງເຜົ່າເອເດ. ອາຊີບຕ່ຳແຜ່ນແພພື້ນເມືອງໄດ້ຮັບການຮັກສາຈາກແມ່ຍິງເຜົ່າເອເດແລະໄດ້ຂະຫຍາຍກາຍເປັນຂະແໜງຜະລິດເປັນສິນຄ້າ, ສ້າງລາຍຮັບໃຫ້ແກ່ຄອບຄົວແລະວົງຄະນະຍາດ.
ການຕ່ຳແຜ່ນແພພື້ນເມືອງ - ໄມ້ວັດແທກ ຄວາມຄ່ອງແຄ້ວ, ດຸໝັ່ນຂະຫຍັນພຽນຂອງແມ່ຍິງເຜົ່າເອເດ - ảnh 1ການຕ່ຳແຜ່ນແພພື້ນເມືອງ-ໄມ້ວັດແທກຄວາມຄ່ອງແຄ້ວ,ຄວາມດຸໝັ່ນຂະຫຍັນພຽນ ຂອງແມ່ຍິງເຜົ່າເອເດ

      “ຂ້າພະເຈົ້າຮູ້ຈັກຕ່ຳແຜ່ນແພພື້ນເມືອງນັບແຕ່ຄາວອາຍຸ 15 ປີ, ມາຮອດປັດຈຸບັນເມື່ອໄດ້ມີລູກຫຼານກໍ່ສາມາດເຮັດໄດ້ຢ່າງຄ່ອງແຄ້ວ. ໃນບັນດາຊຸດຮຽນກໍ່ມີຫຼາຍຄົນຮູ້ຈັກຕ່ຳແຜ່ນແລະໄດ້ຮັບລາງວັນສູງເມື່ອໄປແຂ່ງຂັນກໍ່ຄືສືບຕໍ່ຟື້ນຟູອາຊີບຕ່ຳແຜ່ນແພພື້ນເມືອງນີ້”.

     ນັ້ນກໍ່ແມ່ນຄຳແບ່ງປັນຂອງນັກສິລະປະການ ເຮີບະລົງ ກະນູນ ຢູ່ບ້ານຢາ ຕາແສງອີອາຈູນ ເມືອງ ກຣົງບົງເມື່ອນາງມີຄວາມເມົາມົວບອກສອນໃຫ້ພວກລູກສາວຂອງຕົນກ່ຽວກັບວິທີຕ່ຳຫູກທໍໄໝ ແລະ ເອົາໃຈໃສ່ເຖິງແຕ່ລະລວດລາຍໃຫ້ແຜ່ນແພພື້ນເມືອງ. ນາງເຮີຢາງ ກະນູນ ລູກສາວຂອງນັກສິລະປະການ ເຮີບະລົງກະນູນໃຫ້ຮູ້ວ່າ ທັງສາມເອື້ອຍນ້ອງໃນຄອບຄົວກໍ່ລ້ວນແຕ່ສາມາດຕ່ຳແຜ່ນແພພື້ນເມືອງ, ຊຸດອາພອນຕ່າງໆຂອງເຜົ່າເອເດໄດ້ຢ່າງຄ່ອງແຄ້ວ. ນາງເຮີຢາງກະນູນ ເວົ້າວ່າ:

     “ໃນເບື້ອງຕົ້ນ ຮຽນກໍ່ປະສົບກັບຄວາມຫຍຸ້ງຍາກ ແຕ່ພາຍຫຼັງມາກໍ່ຄ່ອຍໆເຮັດໄດ້ດີຄື ສາມາດຕ່ຳຫູກທໍໄໝ, ຫຍິບຂອບເສື້ອຕາມລວດລາຍຂອງເຜົ່າເອເດ”.

       ກໍ່ເຊັ່ນດຽວກັນກັບເຜົ່າອື່ນໆຢູ່ເຂດ ເຕິຍງວຽນ, ຊາວເຜົ່າເອເດເມື່ອກ່ອນນີ້ ກໍ່ໄດ້ໃຊ້ເສັ້ນຝ້າຍເປັນວັດຖຸດິບເພື່ອຕ່ຳແຜ່ນແພພື້ນເມືອງ. ແຕ່ສິ່ງທີ່ສ້າງຄວາມເປັນເອກະລັກສະເພາະ ສາມາດສັງເກດເຫັນລັກສະນະພິເສດຂອງຊຸດອາພອນແຜ່ນແພພື້ນເມືອງເຜົ່າເອເດນັ້ນ ແມ່ນບັນດາລວດລາຍດ້ວຍສີຕ່າງໆຄືສີດຳ, ແດງ, ເຫຼືອງ, ຟ້າແລະ ຂາວ. ນາງເຮີນູນ ບີອາ ຢູ່ບ້ານກືເອບົງ  ຕາແສງແອອາກາວ ນະຄອນບວນມາທ້ວດໃຫ້ຮູ້ວ່າ:

     “ລວດລາຍໃນແຜ່ນແພພື້ນເມືອງກໍ່ເຄີຍໃຊ້ສີຂາວ, ດຳ . ກໍ່ມີລວດລາຍຫຼາຍແບບຄືແບບ 15 ເສັ້ນ, 17 ເສັ້ນ, ບາງຜືນກໍ່ຂຶ້ນຮອດ 27 ເສັ້ນ, ເຮັດຍາກທີ່ສຸດແມ່ນລວດລາຍເກີງຳ”.

      ຕາມນັກສິລະປະການ ເຮີອຢາ ເກີບົວ ຢູ່ບ້ານກາລາ ຕາແສງເດີຣາຍຊັບ ເມືອງ ກຣົງອານາ, ຊາວເຜົ່າເອເດ ມີເຕັກນິກຕ່ຳແຜ່ນແພ ເກີເຕ ເຊິ່ງໄດ້ຮັບຖືວ່າແມ່ນຍອດສູງຂອງສິລະປະປະດັບປະດາແຜ່ນແພພື້ນເມືອງ. ນີ້ແມ່ນເຕັກນິກນຳໃຊ້ລວດລາຍດ້ວຍສອງສີແດງແລະຂາວ. ນັກສິລະປະການ ເຮີອາ ກະບົວເວົ້າວ່າ:

     “ສຳລັບເຕັກນິກ ກະເຕແລ້ວ, ຊາວເຜົ່າ ເອເດເມື່ອກ່ອນນີ້ ເຄີຍໃຊ້ສຳລັບຊຸດອາພອນປະຈຳເຜົ່າ ໝາຍເຖິງຊຸດອາພອນທີ່ນຸ່ງໃນໂອກາດງານບຸນ ພິທີໄຫວ້ບູຊາ ແລະ ຊຸດອາພອນຂອງຄົນຊັ້ນຂຸນນາງ. ເກີເຕແມ່ນເຕັກນິກເຮັດຍາກບໍ່ແມ່ນວ່າຜູ້ໃດກໍ່ສາມາດເຮັດໄດ້ ແລະໃນທຸກວັນນີ້ກໍ່ມີບໍ່ເທົ່າໃດຄົນສາມາດຮຽນໄດ້”.

        ຕາມນາງ ເຮີຢາມ ເບີກຣົງຢູ່ບ້ານ ຕົງຢູ໊ ຕາແສງອີອາກາວ ນະຄອນບວນມາທ້ວດ, ແຜ່ນແພພື້ນເມືອງແຕ່ລະຜືນກໍ່ຊ້ອນແຝງແນວຄິດຈິດໃຈຂອງແມ່ຍິງ ເພາະວ່າ ເພື່ອເຮັດຜະລິດຕະພັນແຜ່ນແພພື້ນເມືອງຜືນໜຶ່ງໃຫ້ສຳເລັດ ກໍ່ຕ້ອງມີຄວາມລະອຽດອ່ອນ ແລະ ຄວາມຄ່ອງແຄ້ວພ້ອມທັງເສຍເວລາຫຼາຍ.  ດັ່ງນັ້ນແຜ່ນແພພື້ນເມືອງໄດ້ຮັບຖືວ່າແມ່ນໄມ້ວັດແທກຄວາມຄ່ອງແຄ້ວ ແລະຄວາມມານະອົດທົນຂອງແມ່ຍິງເຜົ່າເອເດ. ນາງ ເຮີຢາມ ເບີກຣົງໃຫ້ຮູ້ວ່າ:

      “ຖ້າຫາກຕ່ຳແຜ່ນແພພື້ນເມືອງຜືນໜຶ່ງໃຫ້ສຳເລັດກໍ່ຕ້ອງໃຊ້ເວລາເກື້ອບໜຶ່ງປີ, ມີຫຼາຍຂັ້ນຕອນຕ້ອງການມີຄວາມຄ່ອງແຄ້ວ ແລະ ມານະອົດທົນຈຶ່ງສາມາດເຮັດໄດ້”.

       ເນື່ອງຈາກວ່າ ຕ້ອງໃຊ້ເວລາ ແລະ ເຫືອ່ແຮງຫຼາຍ ແລະ ນັບທັງຫົວໃຈເພື່ອ ຜະລິດອອກຜະລິດຕະພັນໄດ້, ດັ່ງນັ້ນ ໃນເມື່ອກ່ອນ, ແຜ່ນແພພື້ນເມືອງເຜົ່າເອເດ ເຄີຍໃຊ້ພຽງ ໃນຄອບຄົວ, ຊຸມຊົນ ຫຼືໃຊ້ເປັນ ຂອງຂວັນເທົ່ານັ້ນ. ປະຈຸບັນ, ດ້ວຍການພັດທະນາຂອງສັງຄົມ, ວັດຖຸດິບເພື່ອຕຳ ແຜ່ນແພພື້ນເມືອງ ກໍແມ່ນເສັ້ນດ້າຍອຸດສາຫະກຳ.  . ການປະສົມ ປະສານລວດລາຍ ແລະສີສັນ ແຜ່ນແພພື້ນເມືອງເຜົ່າເອເດ ດ້ວຍວັດສະດຸໃໝ່ໄດ້ ສ້າງຄວາມດຶງດູດໃຈ ລູກຄ້າ. ນອກຈາກນີ້, ບັນດານັກສິລະປະກນພື້ນເມືອງ, ແມ່ຍິງຊາວເຜົ່າເອເດ, ດ້ວຍຄວາມຄ່ອງແຄ້ວຂອງຕົນ, ໄດ້ສ້າງຜະລິດຕະພັນແຜ່ນແພພື້ນເມືອງ ຫຼາຍຊະນິດທີ່ເໝາະສົມກັບຊີວິດໃໝ່. ການຕຳແຜ່ນແພພື້ນເມືອງ ພວມໄດ້ຮັບການຟື້ນຟູຢູ່ຫຼາຍໝູ່ບ້ານຂອງແຂວງດັກລັກ, ອັນໄດ້ຊ່ວຍຮັກສາຄຸນຄ່າວັດທະນະທຳພື້ນເມືອງຂອງຊາວເຜົ່າເອເດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ