ການທ່ອງທ່ຽວເຊີນລາ ແລະ ທິດເດີນໃຫມ່


(vovworld) - ​ໄປ​ຢ້ຽມຢາມ ​ເຊີນ​ລາ ຊື່​ງ​ແມ່ນ​ແຂວງ​ຊາຍ​ແດນ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​​ເຫນືອ​ຂອງ​ຫວຽດນາມ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ພູຜາ​ປ່າ​ໄມ້​ທີ່​ກວ້າງ​ໃຫຍ່​​ໄພສານ ​ແລະ ​ໄດ້​ ​ຄົ້ນ​ຫາ​ຄຸນຄ່າ​ດ້ານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​​ບັນດາເຜົ່າ​ຢູ່​ເຂດ ​ໄຕ​ບັກ (ໝາຍ​ເຖິງ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ) ຫວຽດນາມ. ຂະ​ແຫນງ​ທ່ອງ​ທ່ຽວ​ແຂວງ ​ເຊີນ​ລາ ພວມ​ມານະ​ພະຍາຍາມ​ນຳ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ທີ່​ພົ້​​ນ​ເດັ່ນ ນັ້ນ​ແມ່ນ​ທ່ອງ​ທ່ຽວ​ພັກຜ່ອນ​ບຳລຸງ​ສຸຂະພາບ, ການ​ລະ​ຫລິ້ນ​ຢ່ອນ​ອາລົມ, ທ່ອງ​ທ່ຽວຢ້ຽມຢາມ​ບັນດາ​ທັດສະນີ​ຍະ​ພາບ, ທິວ​ທັດ​ທຳ​ມະ​ຊາດ, ທ່ອງ​ທ່ຽວ​ວັດທະນະທຳ, ງານ​ບຸນ​ຕ່າງໆ​ຂອງ​ບັນດາ​ເຜົ່າ ​ແລະ ທ່ອງ​ທ່ຽວ​ລຽບ​ຕາມ​ແມ່​ນ້ຳ... ​ໄດ້​ກາຍ​ເປັນ​ບັນດາ​ຄຸນ​ຄ່າ​ສະ​ເພາະ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ ​ເຊີນ​ລາ.

ການທ່ອງທ່ຽວເຊີນລາ ແລະ ທິດເດີນໃຫມ່ - ảnh 1

        ນາງ ຫງວຽນ​ຖາວຈາງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະຄອນ ຫາຍ​ຟ່ອງ ມີ​ຄວາມ​ຮູ້ສຶກ​ປະ​ທັບ​ໃຈ​ເມື່ອ​ໄດ້​ໄປ​ທ່ອງ​ທ່ຽວ​ຢູ່ ​ແຂວງ ​ເຊີນ​ລາ. ​ເຖິງ​ວ່າ ມາ​ຢ້ຽມຢາມ​ແຫ່ງ​ນີ້​ຫລາຍ​ເທື່ອ​ແລ້ວກໍ​ຕາມ, ​ແຕ່​​ໃນ​ແຕ່ລະ​ເທ​ື່ອ​ ເອື້ອຍ​ມີ​ຄວາມ​ຮູ້ສຶກ​ໃຫມ່ອ່ຽມ. ​ເມື່ອ​ໄປ​ຢ້ຽມຢາມ​ບັນດາ​ເຂດ​ປູ​ຊະນີ​ຍະສະ​ຖານ, ສະຖານ​ທີ່​ທ່ອງ​ທ່ຽວ​ຊື່ງ​ເອື້ອຍພຽງ​ຮູ້​ຈັກ​ເຖິງ​ຜ່ານປື້​ມ​, ​ໄດ້​​ເຂົ້າ​ຮ່ວມ​ງານ​ບຸນ​ວັດທະນະທຳ,  ສິລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຊົນ​ເຜົ່າ​ພ້ອມ​ກັບ​ນາງ​ສາວ, ບ່າວ​ຫນຸ່ມ​ຊົນ​ເຜົ່າ​ໄທ ຫລື​ໄດ້​ໄປ​ທ່ອງທ່ຽວ​ລຽບ​ຕາມ​ແມ່​ນ້ຳ​ ດາ ​ເອື້ອຍ​ຮູ້ສຶກວ່າ​ຄວາມ​ອິດ​ເມື່ອຍ​ໃນ​​ໄລຍະ​ທາງ​ເຖິງ​ເຊີນ​ລາ ​ແມ່ນ​ຫາຍ​ໄປ. ​ເອື້ອຍ​ຈາງ ​ເວົ້າ​ວ່າ:

        “ຍ້ອນ​ລັກສະນະພິ​ເສດ​ຂອງ​ວຽກ​ງານ ສະ​ນັ້ນ ຂ້າພະ​ເຈົ້າ​ເຄີ​ຍ​​ໄປ​​ຫລາຍ​ແຫ່ງ ​ແລະ ຮູ້​ຈັກ​​ເຖິງ​​ຫລາຍ​ບ່ອນ. ຂ້າພະ​ເຈົ້າ​ກໍ​​ເຄີຍ​ໄປ​ຫລາຍ​ແຂວງ​ແຕກ​ຕ່າງ​ກັນ​ໃນ​ເຂດ​ໄຕ​ບັກ ​ແຕ່​ສຳລັບ​ເຊີນ​ລາ ຂ້າພະ​ເຈົ້າ​ມີ​ຄວາມ​ປະທັບ​ໃຈ​ພິ​ເສດ. ທິວ​ທັດ​ທຳ​ມະ​ຊາດ​ຢູ່ ​ເຊີນ​ລາ​ແມ່ນ​ສວຍ​ງາມ, ປະຊາຊົນ​ຢູ່​ທີ່​ນີ້​ຮັກ​ແພງ​ແຂກ​ຄົນ​ຫລາຍ. ຂ້າພະ​ເຈົ້າ​ຄິດ​ວ່າ ຜູ້​ໃດ​ມີ​ໂອກາດ​ມາ​ຢ້ຽມຢາມ ​ເຊີນ​ລາ​ແລ້ວ ​ແນ່ນອນ​ວ່າ​ຈະ​ຢາກ​ກັບ​ຄືນ​ມາ​ຢາມ​ຫລາຍ​ຄັ້ງ​ອີກ.”

        ​ແຂວງ ​ເຊີນ​ລາ ຫ່າງ​ຈາກ​ນະຄອນຫລວງ ຮ່າ​ໂນ້ຍ ປະມານ 300 ກິ​ໂລ​ແມດ, ​ແມ່ນ​ແຫ່ງ​ຂຶ້ນ​ກັບ​ລຸ່ມ​ແມ່​ນ້ຳ​ດາ ​ແລະ ​ແມ່​ນ້ຳໝ໋າ. ​ເຊີນ​ລາ ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຫລາຍ​ແຫ່ງ ດ້ວຍ​ລະບົບ​ຖ້ຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ, ມີປ່າດົງ​ດິບ, ນ້ຳຕົກຕາດ, ບໍ່​ນ້ຳ​ອຸ່ນ ຫລື ຫນອງ​ນ້ຳ​ທີ່​ກວ້າງ​ໃຫຍ່​... ກໍ​ແມ່ນສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ແຫ່ງ​ນີ້​ນັບ​ມື້​ນັບ​ຫລາຍ. ພິ​ເສດ ​ເຂດ​ພູ​ພຽງ ​ໂມກ​ເຈົາ, ອາກາດ​ເຢັນ​ສະບາຍ​ຕະຫລອດ​ປີ, ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຊີວະ​ພາບ, ພັກຜ່ອນ​ຢ່ອນ​ອາລົມ​ຫລາຍ​ແຫ່ງ​ທີ່​ດູດດື່ມ. ​ເຊີນ​ລາ ກໍ​ແມ່ນ​ແຫ່ງ​ທີ່​ລື​ຊື່​ດ້ວຍ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ຫລາຍ​ແຫ່ງ, ​ໃນ​ນັ້ນ ມີ 10 ​ແຫ່ງ​ຖືກ​ຈັດ​​ເຂົ້າ​ບັນຊີ​ລາຍ​ຊື່​ເຂດ​ປູຊະນີ​ຍະສະ​ຖານ​ລະດັບ​ຊາດ, 29 ​ແຫ່ງ​​ແມ່ນ​ລະດັບ​ແຂວງ ພິ​ເສດ ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ຄຸກ ​ເຊີນ​ລາ, ຊື່​ງ​ແມ່ນ​ເຂດ​ປູຊະນີຍະສະຖານ​ແຜ່ນ​ສີ​ລາ​ຈາລຶກ​ເຈົ້າ​ຊີວິດ ​ເລ​ຖານ​ຕົງ ຢູ່ ນະຄອນ ​ເຊີນ​ລາ, ​​ແລະ​ສະຖານ​ທີ່​ຊື່​ງປະທານ​ໂຮ່ຈິ​ມິນ​​ລົງ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ປະຊາຊົນ​ບັນດາເຜົ່າ ຢູ່ ​ໄຕ​ບັກ ​ແລະ ອື່ນ​ໆ. ນອກ​ນັ້ນ ​ເຊີນ​ລາ ​ແມ່ນ​ທ້ອງ​ຖິ່ນ​ຫນຶ່ງ​ດຽວ​ໃນ​ທົ່ວ​ປະ​ເທດ​ມີ ກວ່າ 2000 ​ກອງ​ສິລະ​ປະກອນໝູ່​ບ້ານທີ່​ເຂົ້າ​ຮ່ວມ​ບັນດາ​ຮູ​ບການທ່ອງທ່ຽວ​ວົງ​ຄະນາ​ຍາດ. ທ່ານ ກວ່າ​ງວັນ​ເຮືອງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ​ເຊີ​ນລາ ​ໃຫ້​ຮູ້​ວ່າ:

        “ຕາມ​ລາຍການ​ຂອງ​ແຂວງ​ແລ້ວ, ນະຄອນ​ເຊີນ​ລາ​ພວມ​ປະສານ​ສົມ​ທົບ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ສິລະ​ປະ, ​ໂຄສະນາ​ການທ່ອງທ່ຽວ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ. ງານ​ບຸ​ນຕ່າງໆ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ, ​ຂະ​ແຫນງ​ການ​ຕ່າງໆ ລ້ວນ​ແຕ່​ມີ​ການສະ​ແດງ​ສິລະ​ປະ​ຂອງ​ກອງ​ສິລະ​ປະກອນ​ໝູ່​ບ້ານ, ຜ່ານ​ນັ້ນ​ເພື່ອ​ໂຄສະນາ​ຈຸດ​ທ່ອງ​ທ່ຽວ​ວັດທະນະທຳ​ຂອງ​ແຂວງ.”

ການທ່ອງທ່ຽວເຊີນລາ ແລະ ທິດເດີນໃຫມ່ - ảnh 2
ເສັ້ນທາງໄປເຖິງເຂດໄຕບັກ
ພາບ:internet

        ​ເຖິງ​ວ່າການ​ເຕີບ​ໂຕ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​​ເຊີນ​ລາ​ບັນລຸ​ໝາກຜົນ​ດີ​ພໍ​ສົມຄວນ, ​ແຕ່​ຂະ​ແຫນງ​ທ່ອງ​ທ່ຽວ ​ເຊີນ​ລາ ບໍ່​ທັນ​ພັດທະນາ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເທື່ອ. ພິ​ເສດ ຄວາມ​ຮັບ​ຮູ້ ​ແລະ ວິທີ​​ດຳ​ເນີນ​ທຸລະ​ກິດ​ການທ່ອງທ່ຽວ​ຢູ່ ​ເຊີນ​ລາ ບໍ່ທັນ​ກັບ​ທ່າ​ອ່ຽງ​ໃຫມ່, ພື້ນຖານ​ທາງ​ດ້ານ​ວັດຖຸ ​ແລະ ພາ​ຫະນະ​ການທ່ອງທ່ຽວ​ບໍໍ່ທັນ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ເປັນ​ລະບົບ, ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ​ຍັງບໍ່​ທັນ​ຕອບ​ສະຫນອງ​ຄວາມ​ຕ້ອງການ​​ພັດທະນາ​ໄດ້, ການ​ຮ່ວມ​ສຳພັນ​ລະຫວ່າງ​ການທ່ອງທ່ຽວ ​ເຊີນ​ລາ ​ກັບ​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ກໍ່​ບໍ່​ບັນລຸ​ປະສິດທິ​ຜົນ​. ​ເລື່ອງ​ລົງທຶນ​ບູລະນະ​ປະຕິສັງຂອນ​ບັນດາ​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ, ​ສະຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຖື​ກກັບ​ລະດັບ ​ແລະ ບໍ່​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ. ​ເພື່ອ​ປະຕິບັດ​ຈຸດ​ໝາຍ​ນຳ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແຫນງ​ເສດຖະກິດ​ປາຍ​ແຫລມ, ຂະ​ແຫນງ​ທ່ອງ​ທ່ຽວ ​ເຊີນ​ລາ​ໄດ້​ວາງ​ອອກການ​ກຳນົດ​ທິດ​ພັດທະນາ​ຮອດ​ປີ 2015 ຊື່​ງລວມມີ: ການ​ພັດທະນາ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ, ຕະຫລາດ​ນັກ​ທ່ອງ​ທ່ຽວ ​ແລະ ບໍລິ​ເວນ​ຈັດ​ຕັ້ງ​ການທ່ອງທ່ຽວ. ກ່ຽວ​ກັບ​ຜະລິດ​ຕະພັນ​ການທ່ອງທ່ຽວ, ​​ແຂວງ​ເຊີນ​ລາ ​ໄດ້​ສຸມ​ໃສ່​ຂຸດ​ຄົ້ນ​ບັນດາ​ທັດສະນີ​ຍະ​ພາບ​ຄື: ທິວ​ທັດ​ຢູ່​ນະຄອນ ​ເຊີນ​ລາ ​ແລະ ​ເຂ​ດອ້ອມ​ແອ້ມ, ​ເຂດ​ພູ​ພຽງ ​ມົກ​ເຈົາ, ບັນດາ​ເຂດ​ອະນຸລັກ​ຮັກສາ​ທຳ​ມະ​ຊາດ ​ຊວນ​ຍາ, ໝູ່​ບ້າ​ນຊົນ​ເຜົ່າ ຢູ່ ນະຄອນ ​ເຊີນ​ລາ,​ ມົກ​ເຈົາ, ​ເມືອງ​ລາ, ​ເຂດ​ປູຊະນີ​ຍະສະ​ຖານ​ຄຸກ​ເຊີນ​ລາ, ​ເຈົ້າ​ຊີວິດ ​ເລ​ຖາ​ຍຕົງ, ຂົວ​ຫີນ, ທາດ​ບູຮານ ​ເກົາ​ຫວ່າ....  ທ່ານ​ນາງ ມາຍ​ທູ​ເຮືອງ, ຜູ້ອຳນວຍການ​ພະ​ແນ​ກວັດທະນະທຳ​ກິລາ ​ແລະ ການທ່ອງທ່ຽວ ​ແຂວງ ​ເຊີນ​ລາ ​ໃຫ້​ຮູ້​ວ່າ:

        “​ເຊີນ​ລາ​ແມ່ນ​ແຂວງ​ຫນຶ່ງ​ນອນ​​ໃນ​ສາຍ​ທ່ອງ​ທ່ຽວ​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ ​ແລະ ​ເຂດ​ໄຕ​ບັກ. ພວກ​ຂ້າພະ​ເຈົ້າ​ຈະ​ເຊື່ອມ​ຕໍ່​ກັບ​ບັນດາ​ແຂວງ​ໃນ​ບໍ​ລິ​ເວນ​ເພື່ອ​ໂຄສະນາ​ບັນດາ​ຈຸດ​ນັດ​ພົບ​ຂອງ​ເຊີນ​ລາ, ຄວາມ​ສາມາດ​ບົ່ມ​ຊ້ອນ​ການທ່ອງທ່ຽວ​ຂອງ ​ເຊີນ​ລາ ​ໃນ​ໄລຍະ​ຈະ​ມາ​ເຖິງ. ພວກ​ຂ້າພະ​ເຈົ້າ​ຈະ​ເພີ່ມ​ທະວີ​ການ​ພິມ​ຈຳຫນ່າຍ​ບັນດາ​ເອກະສານ​ກ່ຽວ​ກັບ​ການທ່ອງທ່ຽວ​ເຊີນ​ລາ. ພວກ​ຂ້າພະ​ເຈົ້າ​ກໍ​ພະຍາຍາມ​ສ້າງ​ພາບ​ພົດ, ​ເຄື່ອງໝາຍ​ການທ່ອງທ່ຽວ ​ເຊີນ​ລາ.”


        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ເຊີ​ນລາ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ແຕ່​ໃນ​ປີຜ່ານມາ, ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ກວ່າ   400. 000 ເທື່ອ​ຄົນ, ນັກ​ທ່ອງ​ທ່ຽວ​ສາກົນ 37.000​ເທື່ອຄົນ, ສ້າງ​ລາຍ​ຮັບ​ໃຫ້​ແກ່​ທ້ອງ​ຖິ່ນ​ກວ່າ 200 ຕື້​ດົ່ງ. ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນກ່ຽວ​ກັບ​ທຳ​ມະ​ຊາດ, ປະຊາຊົນ​ຂອງ​ທ້ອງ​ຖິ່ນ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ບັນດາ​ເຜົ່າ ​ແລະ ການ​ກຳນົດ​ທິດ​ໃຫມ່​ສອດ​ຄອ່ງກັບ​ທ່າ​ອ່ຽງທັນ​ສະ​ໄຫມ, ການທ່ອງທ່ຽວ ​ເຊີນ​ລາ ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ