(vovworld)-ໃນໂອກາດງານບຸນຂອງໝູ່ບ້ານຊາວເຜົ່າຈຳຮຣອຍ ຢູ່ເມືອງພູດອຍ ດົ່ງຊວນ ແຂວງຟູອຽນ ການຟ້ອນກອງຄູ່ທີ່ເປັນເອກະລັກສະເພາະແມ່ນຂາດບໍ່ໄດ້. ໃນບັນຍາກາດຟົດຟື້ນມ່ວນຊື່ນຂອງງານບຸນ, ການຟ້ອນກອງຄູ່ດ້ວຍຈັງຫວະທີ່ດູດດື່ມ ແລະ ສຽງກອງມີທຳນອງພິເສດສະເພາະໄດ້ເຮັດໃຫ້ທຸກໆຄົນລ້ວນແຕ່ມີຄວາມຟົດຟື້ນ ແລະ ຢາກຟ້ອນໄປນຳ….
ໃນສາລະບ້ານເຜົ່າຈຳຮຣອຍ ຕັ້ງຢູ່ໃຈກາງຕາແສງຊວນແລ້ງ ບາງເທື່ອຈະມີສຽງກອງ, ສຽງຄ້ອງດັງຂຶ້ນ. ຖ້າມີເວລາຫວ່າງຫຼັງການເຮັດໄຮ່ໄຖນາ, ຊາວໜຸ່ມຍິງຊາຍໃນໝູ່ບ້ານ ກໍ່ເຊີນບັນດານັກສິລະປະການມາເສບເຄື່ອງດົນຕີປະເພດຕ່າງໆ ແລະ ສອນໃຫ້ເຂົາເຈົ້າ ກໍ່ຄືພ້ອມກັນຮັບຊົມການຕີກອງ, ລັ່ນຄ້ອງ, ຟ້ອນກອງຄູ່. ໃນບັນດາປະເພດດົນຕີເຫຼົ່ານັ້ນ, ການຟ້ອນກອງຄູ່ຍາມໃດກໍ່ມີຄວາມຟົດຟື້ນມ່ວນຊື່ນກ່ວາ…
(ພາບ:vov)
ການຟ້ອນກອງຄູ່ຂອງຊາວເຜົ່າຈຳຮຣອຍ ແມ່ນການສະແດງໃຫ້ເຫັນຄວາມສັກສິດຂອງຊາວເຜົ່າຈຳຮຣອຍ ຝາກເຖິງເທວະດາຟ້າແຖນ. ທ່ານມາງນຶວ (Mang Nựu) ນາຍບ້ານ ຮ່າຣາຍ (Hà Rai) ໃຫ້ຮູ້ວ່າ:
“ການຟ້ອນກອງຄູ່ທີ່ເປັນເອກະລັກສະເພາະນີ້ ແມ່ນສະແດງໃນໂອກາດງານບຸນແທງຄວາຍ, ງານດອງ, ງານບຸນອວຍພອນສຸຂະພາບ ຊື່ງດຳເນີນໃນເດືອນ 3. ສຽງດັງກ້ອງກັງວານຂອງກອງແມ່ນການພາວະນາຂໍໃຫ້ຊາວບ້ານໝົດທຸກຄົນມີສຸຂະພາບແຂງແຮງ”.
ເມື່ອສະແດງຟ້ອນກອງຄູ່, ນັກສິລະປະການຊາຍສອງຄົນຈະມີກອງຄົນລະໜ່ວຍ ແລະ ຟ້ອນຕາມຈັງຫວະສຽງກອງ. ການຟ້ອນກອງຄູ່ຍັງມີຍັນຍານສະເພາະ, ຜ່ານສຽງກອງ, ວາດຟ້ອນ, ນັກສິລະປະການສອງຄົນສາມາດໂອ້ລົມກັນໄດ້. ສຽງກອງແທນໃຫ້ຄຳເວົ້າ, ວາດຟ້ອນສະແດງໃຫ້ເຫັນການປະພຶດ, ຖ້າຮັກແພງກັນ, ສຽງກອງຂອງສອງຄົນຈະມີຈັງຫວະປະສານເຂົ້າກັນ. ສະນັ້ນ, ສິລະປະການຟ້ອນກອງຄູ່ແມ່ນສອງຄົນຕ້ອງເຂົ້າໃຈກັນ. ນັກສິລະປະການອອຍທື (Oi Thứ) ໃຫ້ຮູ້ວ່າ:
“ການຟ້ອນກອງຄູ່ໄດ້ສະແດງໃນການຕັ້ງເສົາໃຫ້ງານບຸນແທງຄວາຍ, ຕີຕະຫຼອດຄືນ, ຖ້າຄູ່ນີ້ເມື່ອຍຈະມີຄູ່ອື່ນມາຕີແທນ. ໃນການຕັ້ງເສົາໃຫ້ງານບຸນແທງຄວາຍ, ຜູ້ຊາຍຈະຕີກອງໃຫ້ທຸກຄົນເຕັ້ນ, ສ້າງຄວາມມ່ວນຊື່ນໃຫ້ແກ່ທຸກໆຄົນ. ເມື່ອພວກຜູ້ຊາຍຕີກອງ, ພວກຜູ້ຍິງຈະເອົາເຫຼົ້າມາໃຫ້ບັນດາຜູ້ຊາຍຟ້ອນກອງຄູ່ ”
(ພາບ:m.tuoitre.vn)
ການສະແດງຟ້ອນກອງຄູ່ກໍ່ມີຄວາມແຕກຕ່າງ. ສະນັ້ນເຂົາເຈົ້າບໍ່ເອີ້ນວ່າຕີກອງ ພັດເອີ້ນວ່າຟ້ອນກອງຄູ່. ການສະແດງຟ້ອນກອງຄູ່ຍາກຫຼາຍ ແລະ ຮຽກຮ້ອງໃຫ້ຜູ້ຟ້ອນຕ້ອງມີສຸຂະພາບແຂງແຮງ, ຍ້ອນວ່າ, ຜູ້ຟ້ອນຕ້ອງພາຍກອງມີນ້ຳໜັກປະມານ 4 ກີໂລກຼາມ, ມືທັງຟ້ອນທັງຕີກອງ. ຊາວໜຸ່ມຕາແສງຊວນແລ້ງ ເກືອບທັງໝົດລ້ວນແຕ່ສາມາດຟ້ອງກອງຄູ່ໄດ້ ແຕ່ຜູ້ມີລະດັບດີເລີດຄືນັກສິລະປະການອອຍທື (Oi Thứ) ກໍ່ບໍ່ມີຫຼາຍ. ທ້າວນາຊວນນິງ (Na Xuân Ninh) ຢູ່ບ້ານ ຮ່າຣາຍ (Hà Rai) ໃຫ້ຮູ້ວ່າ:
“ໃນຄາວມີອາຍຸ 15 ປີ, ຂ້າພະເຈົ້າຕ້ອງຮຽນ 3 ປີຈຶ່ງເຂົ້າໃຈໄດ້ໝົດເຄື່ອງດົນຕີຂອງຊາວເຜົ່າຕົນ, ຂ້າພະເຈົ້າສາມາດລັ່ນຄ້ອງ 5, ຄ້ອງ 3 ແລະ ຟ້ອນກອງຄູ່ໄດ້. ສະເພາະການຟ້ອນກອງຄູ່ຕ້ອງຮຽນຕື່ມອີກ ຍ້ອນວ່າການຟ້ອນກອງຄູ່ຍາກຫຼາຍ, ເຮັດໃຫ້ສອງຄົນຕີໃນຈັງຫວະດຽວກັນແມ່ນຍາກຫຼາຍ. ຂ້າພະເຈົ້າຄິດວ່າ, ຕ້ອງຮັກສາວັດທະນະທຳຂອງລຸ່ນພໍ່ລຸ່ນອ້າຍປະໄວ້ໃຫ້”
ຮຽນຟ້ອນກອງຄູ່ກໍ່ແມ່ນເລື່ອງຍາກ ແຕ່ການເຮັດກອງຄູ່ພັດຍາກເຊັ່ນດຽວກັນ. ປະຈຸບັນ, ຜູ້ເຮັດກອງຄູ່ຢູ່ຕາແສງຊວນແລ້ງ-ເມືອງດົງຊວນ-ແຂວງຟູອຽນ ຍັງເຫຼືອພຽງ 2 ຄົນເທົ່ານັ້ນ, ໃນນັ້ນມີນັກສິລະປະການອອຍທື (Oi Thứ). ກອງຄູ່ໄດ້ເອີ້ນວ່າ ຈີກືນ (Chi gưl) ມີເສັ້ນຜ່າກາງ 27 cm, ລວງສູງ 40 cm ແລະ ການຊອກໄມ້ເພື່ອເຮັດກອງກໍແມ່ນເລື່ອງຍາກທີ່ສຸດ:
“ຮ່າງຂອງກອງຕ້ອງເຮັດດ້ວຍທັງໄມ້ທ່ອນຕອນໜຶ່ງ ແລະ ເຮັດດ້ວຍໄມ້ປະເພດໃດກໍ່ໄດ້. ໜ້າກອງເຮັດດ້ວຍໜັງງົວ ຫລືໜັງມ້າ. ໜັງຕ້ອງແຊນ້ຳໃນເວລາຄືນໜຶ່ງ. ເມື່ອເຮັດກອງ, ສຽງກອງຂອງສອງໜ້າຕ້ອງຕ່າງກັນ, ໜ້າໜຶ່ງມີສຽງສູງ, ໜ້າໜຶ່ງແມ່ນສຽງຕ່ຳ“
ສຽງກອງໄດ້ດັງກ້ອງກັງວານປະສານເຂົ້າກັບສຽງຄ້ອງເພື່ອສ້າງເປັນຈັງຫວະປະສົມກັນ, ທັງມີຄວາມສະຫງ່າຜ່າເຜີຍ, ທັງມີລັກສະນະເພິ່ນຈິດ ອັນໄດ້ດຶງດູດໃຈຊາວໜຸ່ມຍິງຊາຍພ້ອມກັນຟ້ອນລຳທຳເພງຢ່າງຟົດຟື້ນມ່ວນຊື່ນ. ຜູ້ໃດມີໂອກາດເຂົ້າຮ່ວມງານບຸນຂອງຊາວເຜົ່າຈຳຮຣອຍ ຈະບໍ່ອາດລືມສຽງກອງອັນຟົດຟື້ນ ແລະ ຄວາມຄ່ອງແຄ້ວຂອງຜູ້ຟ້ອນກອງຄູ່ໄດ້./.