ຄົ້ນຫາກຳແພງສະໄຫມລາຊະວົງໂຮ່ ຢູ່ ແຂວງ ແທນຮວ໋າ

(vovworld) - ຖັດຈາກ​ກຸ​ງ​ເກົ່າ ​ເຫ້ວ ​ແລະພະ​ລາຊະ​ວັງ ທັງ​ລອງ, ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ ຢູ່ ​ແຂວງ ​ແທງ​ຮວ໋າ ​  ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງການ UNESCO ວ່າ​ ແມ່ນ​ມໍລະດົກ​ວັດທະນະທຳ​ທີ່ມີ​ຮູບ​ຮ່າງແຫ່ງ​ທີ 3 ແລະ​ ພິທີ​ຕ້ອນຮັບ​​ໃບ​ຢັ້ງຢືນ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 16/6 ຈະ​ມາ​ເຖິງ.​​

ຄົ້ນຫາກຳແພງສະໄຫມລາຊະວົງໂຮ່ ຢູ່ ແຂວງ ແທນຮວ໋າ - ảnh 1
ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່
ພາບ: internet

        ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ ຕັ້ງ​ຢູ່​ຕາ​ແສງ ຫວີງ​ຕຽນ ​ແລະ ຫວີງ​ລອງ ​ເມືອງ​ຫວີງ​ໂລກ ​ແຂວງ ​ແທນ​ຮ໋ວາ ຫ່າງ​ຈາກ​ນະຄອນຫລວງ ຮ່າ​ໂນ້ຍ ໄປທາງ​ທິດ​ໃຕ້ປະມານ 150 ກິ​ໂລ​ແມດ ​ແລະ ຫ່າງ​ຈາກ​ນະຄອນ ​ແທງ​ຮວ໋າໄປທາງ​ທິດ​ຕາ​ເວັນ​ຕົກ​ປະມານ 50 ກິ​ໂລ​ແມດ. ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ ​ແມ່ນ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​​ກ້ອນ​ຫີນ​ທີ່​ຫາ​ຍາກ​ຢູ່ ຫວຽດນາມ​. ໃນ​ຊຸມ​ປີ 1397 ​ເພື່ອ​ກະກຽມໃຫ້ແກ່​ການ​ຕໍ່ສູ້​ຕ້ານພວກ ສັດຕູໝີ​ງ ມາ​ຮຸກ​ຮານ, ​ເຈົ້າ​ຊີວິດ​ໂຮ່ກູ​ຍລີ​ ໄດ້​ໃຫ້​ກໍ່ສ້າງ​ກຳ​ແພງ​ຄືຮູບສີ່​ແຈ​ສາກດ້ວຍ​ຄວາມ​ຍາວ​ທັງໝົດ 900 ​ແມດ, ກວ້າງ 700 ​ແມດ, ສູງ​ 5 -6 ​ແມດ. ທັງກຳ​ແພງ​​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ຫີນກ້ອນ​ໃຫຍ່, ບາງກ້ອນຫີນ​ມີ​ນ້ຳຫນັກ​ເຖິງ 30 ​ໂຕນ ດ້ວຍ​ປະລິມານ​ເກືອບ 20.000 ​ແມດ​ກ້ອນ. ສິ່ງ​ພິ​ເສດ​ນັ້ນ​ແມ່ນ ບັນດາ​ແຜ່ນ​ຫີນ​ດັ່ງກ່າ​ວ​ໄດ້​ຮັບ​ກາ​ນຈັດລຽງກອງ​ກັນ​ຂຶ້ນ ​ແລະ ໂດ​ຍບໍ່​ຕ້ອງການທາດ​ຫນຽວເພື່ອຕິດກ້ອນຫີນໃສ່ກັນແຕ່​ຍັງ​ຮັບປະກັນ​ຄວາມ​ທົນ​ທານ​ຜ່ານ​​ໄລຍະ​ເວລາກວ່າ 600 ປີ. ​ເຖິງ​ວ່າ​ເວລາ​ກໍ່ສ້າງກຳ​ແພງ​​ແມ່ນ​ຮີບ​ດ່ວນພາຍ​ໃນ​ເວລາພຽງ 3 ​ເດືອນ​ເທົ່າ​ນັ້ນ ​ແລະ ​ເຖິງວ່າຖືກ​ຜົນ​ສະທ້ອນ​ຈາກ​ສົງຄາມ, ໄພ​ທຳ​ມະ​ຊາດ​ກໍ​ຕາມ ​ແຕ່​ລະບົບ​ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ຍັງ​ຄົງ​ຮັກສາ​ຮູບເດີມ​ກໍ​ຄື​ສິລະ​ປະ​ດ້ານ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະໄວ້​ໄດ້. ທ່ານ ຟ້າ​ມວັນ​​​ໃຈ ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ກໍ່ສ້າງກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່, ຄົນ​ລຸ້ນກ່ອນ​​​​ເຄີຍກໍ່ສ້າງຕາມ​ລວງ​ຕັ້ງ. ​ກ້ອນຫີນ​ແຖວທີ​ຫນຶ່ງ​ມີ​ຄວາມ​ສູງ 1,1 ​ແມັດ, ​ແຖວທີ​ສອງ ​ແມ່ນ 95 ​cm, ​ແຖວ​ທີ 3 ​ແມ່ນ 75 cm ​ແລະ ​ແຖວ​ທີ 4 ​ແມ່ນ 35 cm. ຂ້າພະ​ເຈົ້າ​ຄິດ​ວ່າ ​ເຂົາ​ເຈົ້າ ​ໄດ້​ກໍ່ສ້າງ​ 8 ຈຸດ​ເພ່ືອ​ແກ່​​ຫີນ​ມາກໍ່ສ້າງ​ກຳ​ແພງ. ​ແຕ່ລະ​ຈຸດ​ຫ່າງ​ຈາກ​ກຳ​ແພງ​ປະມານ 200 ​ແມັດ. ​ເສັ້ນທາງ​​ແກ່​ຫີນ​ຊັນເປັນຄ້ອຍ.”

ຄົ້ນຫາກຳແພງສະໄຫມລາຊະວົງໂຮ່ ຢູ່ ແຂວງ ແທນຮວ໋າ - ảnh 2
ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຢູ່ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່

        ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ ມີ 4 ປະຕູ ຢູ່​ທິດຕາ​ເວັນ​ອອກ,​ ຕາ​ເວັນ​ຕົກ, ​ທິດ​ໃຕ້ ​ແລະ ທິດ​ເຫນືອ.​ ທັງ 4 ປະຕູ ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ຮູບກົ່ງ ຕິດ​ຕໍ່​ກັນ. ​ກຳ​ແພງ​ ບໍ່​ພຽງ​ແຕ່ມີກຳແພງຫີນ​ອ້ອມ​ຮອບເທົ່າ​ນັ້ນ, ​ຫາກເຈົ້າ​ຊີວິດ​ໂຮ່ກູ​ຍລີ ຍັງ​​ໃຫ້​ກໍ່ສ້າງຮົ້ວທາງ​ນອກ​ກຳ​ແພງ​ ​ດ້ວຍ​ໄມ້​​ໄຜ່ ສະ​ແດງ​ໃຫ້​ເຫັນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ຫວຽດນາມ​ອີກ​ດ້ວຍ.

        ​ໃນ​ຕົ້ນ​ສັດຕະວັດ​ທີ 20, ທ່ານ L. Bezacier ນັກ​ຄົ້ນ​ຄ້ວາ​ຊາວ​ຝລັ່ງ, ​ຄົ້ນ​ຄ້ວາສະ​ເພາະ​ກ່ຽວ​ກັບ​ວັດທະນະທຳ ອິນດູຈີນ ​ໄດ້​ໃຫ້​ຂໍ້​ສັ​ງ​ເກດ​ກ່ຽວ​ກັບກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ວ່າ: ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ ​ແມ່ນຕົວ​ແບບ​ແຫ່ງ​ຫນຶ່ງ​ດຽວ​ກ່ຽວ​ກັບ​ການ​ນຳ​ໃຊ້​ບັນດາ​​ໂງ່ນຫີນ​ໃຫຍ່, ​ຖືກ​ຖາກ ​ແລະ ຝົນ ຢ່າງ​ຄອ່ງ​ແຄ້ວ. ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຜະລິດ​ຕະພັນ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ພື້ນຖານ​ສະຖາປັດຕະຍະກຳ ຫວຽດນາມ.

ກ່ຽວ​ກັບ​ບັນດາ​ຄຸນຄ່າ​ຂອງ ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່, ທ່ານ ​ເວື​ອງວັນ​ຫວຽດ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແທນ​ຮວ໋າ ​ໃຫ້​ຮູ້​ວ່າ:

        “ຄຸນ​ຄ່າ​ທີ່​ພົ້ນ​ເດັ່ນ​ຂອງ ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່ ນັ້ນ​ແມ່ນ​ກຸງ​ເກົ່າ, ຜ່ານ​ໄລຍະ 600 ປີ​ແລ້ວ​ແຕ່​ຍັງ​ຄົງ​ຕົວ​ຢູ່. ບັນຫາ​ທີ​ສອງ ກຳ​ແພງ​ແຫ່ງ​ນີ້​ແມ່ນ​ການ​ປະສົມ​ກົມກຽວລະຫວ່າງ​ບັນດາ​ພື້ນຖານ​ວັດທະນະທຳ, ພິ​ເສດ ແມ່ນການ​ສະທ້ອນ​ຈາກ​ວັດທະນະທຳ​ຈີນ ​ແລະ ສາສະຫນາ​ອື່ນ. ບັນຫາ​ທີ​ສາມ ນັ້ນ​ແມ່ນ​ດ້ານ​ເຕັກນິກ​​ໃນ​ການ​ກໍ່ສ້າງກຳ​ແພງຂອງ​ປູ​່ຍ່າຕາ​ຍາຍ.”

        ມາ​ຢ້ຽມຢາມ ກຳ​ແພງສ​ະ​ໄຫມ​ລາຊະວົງ​ໂຮ່, ນອກຈາກ​​ຈະໄດ້ຢ້ຽມ​ຊົມ​ກຳ​ແພງ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງໄດ້​ຮັບ​ຊົມ​ບັນດາ​ວັດ​ຖຸພັນ​ທີ່​ກ່ຽວຂ້ອງ​ເຖິງ​ລາຊະວົງ​ໂຮ່ຄື: ດິນ​ຈີ່, ອາວຸດ​ປະ​ເພດ​ຕ່າງໆ, ປາຍມີດ, ຕະປູ, …ສິ່ງ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວຽກ​ງານ​ປ້ອງກັນ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ສະ​ໄຫມ​ໂຮ່. ນອກ​ນັ້ນ ຍັງ​ມີ​ເຄື່ອງ​​ໃຊ້​ໃນ​ຄອບຄົວ​ປະ​ເພດ​ຕ່າງໆ​ທີ່ຜະລິດ​ດ້ວຍ​ເຄື່ອງ​ປັ້ນດິນ​ເຜົາ​ດ້ວຍ​ລວດລາຍ​ລະອຽດ​ລະ​ອໍ ​ແລະ ສວຍ​ງາມ. ທ່ານ​ເວື​ອງວັນ​ຫວຽດ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແທນ​ຮວ໋າ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະມ​າ​ເຖິງ, ທາງ​ແຂວງ ຈະ​ຜັນ​ຂະຫຍາຍ​ມາດ​ຕະການ​ຕ່າງໆຢ່າງ​ຄົບ​ຊຸດ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ດ້ານ​ປະຫວັດສາດ​ຂອງ​ເຂດ​ປູຊະນີຍະສະຖານ​ນີ້. ​ໃນ​ພາຍ​ພາກ​ຫນ້າ, ທາງ​ແຂວງ​ຈະ​ປະຕິບັດ​ການ​ປົກ​ປັກ​ຮັກສາ, ​ປະຕິສັງຂອນ​ກຳ​ແພງ​ນີ້​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ​ມໍລະດົກ​ວັດທະນະທຳ​ຂອງ ຫວຽດນາມ  ​ແລະ ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ມໍລະດົກ​ໂລກ, ສືບ​ຕໍ່​ກໍ່ສ້າງ ​ແລະ ຍື່ນ​ສະ​ເຫ​ນີຕໍ່ທ່ານ​ນາຍົກລັດຖະມົນຕີ​ເພື່ອ​ອະນຸມັດ​ຜ່ານແຜນການ​ປະຕິສັງຂອນ​ມໍລະດົກ​ແຫ່ງ​ນີ້. ຕໍ່​ຈາກ​ນັ້ນ, ທາງ​ແຂວງ​ຈະ​ສົມທົບ​ກັບ​ອົງການ​ກ່ຽວຂ້ອງ​ຂຸດ​ຄົ້ນ​ວັດຖຸບູຮານ, ຮຽກຮ້ອງ​ການລົງທຶນຈາກທຸກ​​ແຫ​ລ່ງກຳລັງ​ ​ເພື່ອ​ເຮັດ​ໃຫ້​ປູຊະນີຍະສະຖານ​ແຫ່ງ​ນີ້​ມີຄວາມດູດ​ດື່ມ ​ແລະ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມນັບ​ມື້​ນັບ​ຫລາຍ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ