ຄວາມງາມໃນຊຸດອາພອນຂອງຊົນເຜົ່າໂລໂລ


(vovworld) - ​ເຖິງ​ວ່າ​ຈະ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຊີວິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ອາ​ໄສ​ຢູ່​ເຂດ​ພູ​ຫີນ​ທີ່​ຫ່າງ​ໄກ​ສອກຫຼີກ​ກໍ່ຕາມ, ​ແຕ່​ຊາວ​ເຜົ່າ​ໂລ​ໂລ ຍາມ​ໃດ​ກໍ່ມີ​ສະຕິ​ຮັກສາ​ສີສັນ​ວັດທະນະທ​ຳ​ຂອງ​ຊົນ​ເຜົ່າ​ຕົນ, ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​​ຜ່ານ​​ການ​ຮັກສາຊຸດ​ອາພອນ​ຂອງ​​ເຂົາ​ເຈົ້າ. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ພາກ​ນີ້, ວິ້ງ​ຟອງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ແນະນຳ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: “ຄວາມງາມ​ໃນ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ໂລ​ໂລ“.

ຄວາມງາມໃນຊຸດອາພອນຂອງຊົນເຜົ່າໂລໂລ - ảnh 1

ຊຸດອາພອນຂອງຊົນເຜົາໂລໂລ

(ພາບອິນເຕີແນດ)

ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ​ໂລ​ໂລ​ຮວາ ​ແລະ ​ໂລ​ໂລ​ດຳ ລ້ວນ​ແຕ່​ປະດັບ​ປະດາດ້ວຍ​ການຫຍິບ​ແພຫຼາຍສີໃສ່​ກັນ​ໃຫ້​ເປັນ​ລວດລາຍ​ຕ່າງໆ. ຕາມ​ປົກກະ​ຕິ, ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ໂລ​ໂລ​ລວມມີ​ເສື້ອ, ​ໂສ້ງ​ຫຼື​ສິ້ນ, ຜ້າບ່ຽງ. ​ເສື້ອ​ແມ່ນ​ເສື້ອ​ສັ້ນ, ຄໍ​ເສື້ອ​ມົນ, ​ແຍກ​ອອກ​ຢູ່​ໜ້າ​ເອິກ, ​ແຂນ​ເສື້ອ​ຍາວ, ຕືນ​ເສື້ອ​ຍາວ​ຮອດ​ຫົວ​ໂສ້ງ. ຕົນ​ຕົວເສື້ອ​ທັງ​​ເບື້ອງ​ໜ້າ ​ແລະ ​ເບື້ອງຫຼັງລ້ວນ​ແຕ່​ປະດັບ​ປະດາ​ດ້ວຍການ​ຫຍິບ​ແພ​ຫຼາຍ​ສີຮູບ​ສາມຫຼ່ຽມ​ໃສ່​ກັນ. ທ່ານ ຫຼໍ່​ສີປ໋າວ, ​ຊາວເຜົ່າ​ໂລ​ໂລ, ນາຍບ້ານ ສູງ​ປາ​ອາ, ​ເທດສະບານ​ແມ່ວວາກ, ​ໃຫ້​ຮູ້​ວ່າ:

        “ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ໂລ​ໂລ ມີ​ຈຸດ​ທີ່​ແຕກ​ຕ່າງກັນ​ກັບ​ຊົນ​ເຜົ່າ​ອື່ນໆດ້ານ​ເຕັກນິກ​ຫຍິບ, ​ແສ່ວ… ຊາວ​ເຜົ່າ​ໂລ​ໂລ​ຊື້​ແພ​ສີຕ່າງໆ​ຄື: ຂຽວ, ​ແດງ, ​ເຫຼືອງ, ອິດ ​ແລ້ວຫຍິບໃສ່ຊຸດ​ອາພອນ​ຂອງ​ຕົນ. ສາຍ​ແອວ ​ເຮັດ​ດ້ວຍ​ຜ້າ​ຝ້າຍ, ​ສີ​ຂຽວ​​ຄ້າຍຄື​ກັບຜ້າ​ຄຽນ​ຫົວຂອງ​ຊາວ​ເຜົ່າ​ຜູ່​ໄທ. ຊຸດ​ອາພອນ​ນີ້​ເຂົາ​ເຈົ້າ​ເຄີຍ​ນຸ່ງ​ໃນ​ໂອກາດ​ງານ​ບຸນ, ງານ​ດອງ, ງານ​ສົບ.“

​ຊຸດ​ອາພອນ​ຂອງ​ຜູ້​ຊາຍ​ຊົນ​ເຜົ່າ​ໂລ​ໂລ​ແມ່ນ​ລຽບ​ງ່າຍ​ກວ່າຊຸດ​ອາພອນ​ຂອງ​ຜູ້ຍິງ, ຜູ້​ຊາຍ​ເຄີ​ຍນຸ່ງ​ເສື້ອ​ສັ້ນ, ​ໂສ້ງ​ຂາ​ກວ້າງ, ຍ້ອມ​ສີ​ຄາມ. ​ໃນ​ໂອກາດ​ງານ​ບຸນ, ​ເຂົາ​ເຈົ້າ​ຍັງ​ຄຽນ​ຫົວ​ດ້ວຍ​ຜ້າ​​ບ່ຽງ​ຄ້າຍຄື​ກັບ​ຂອງຜູ້ຍິງ​ຕື່ມ​ອີກ. ສ່ວນ​ຊຸດ​ອາພອນ​ຂອງ​ຜູ້ຍິງ, ​ແຂນ​ເສື້ອ​ປະກອບ​ດ້ວຍ 4  ຕອນ​ທີ່​ຫຍິບ​ໃສ່​ກັນ ​ແລະ ກໍ່​ໄດ້​ຮັບ​ການ​ປະດັບ​ປະດາ​ລວດລາຍ​ຄື​ຢູ່​ໃນຕົນ​ໂຕ​ເສື້ອ. ​ໂສ້ງ​ຂອງ​ແມ່ຍິງ​ຊາວ​ເຜົ່າ​ໂລ​ໂລ​ຮວາ ປະດັບ​ປະດາ​ລວດລາຍ​ອ້ອມ​ຂາ​ໂສ້ງ​ ​ແລະ ຕິດ​ກັບ​ຕີນ​ໂສ້ງ. ສ່ວນ​ອ້ຽມເບື້ອງຫຼັງ​ໂສ້ງ ກໍ່​ປະດັບ​ປະດາ​​ລວດລາຍ​ເປັນ​ຮູບ​ສາມຫຼ່ຽມ​ທີ່​ມີ​ສີ​ຫຼາກ​ຫຼາຍ​, ສາຍ​ແອວ​ເຮັດ​ດ້ວຍ​ແພຝ້າຍ, ປະດັບ​ປະດາ​ດ້ວຍລວດລາຍທີ່​ມີ​ຍອຍຫຼາຍສີພ້ອມ​ກັບ​ໝາກ​ປັດ​​ຕິດ​ໄສ່ອີກ. ​ໃນ​ຂະນະ​ນັ້ນ, ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ​ໂລ​ໂລ​ດຳ ​ແມ່ນ​ມີ​ສີດຳ​ເປັນ​ຕົ້ນ. ຜູ້ຍິງ​ມັກ​ນຸ່ງ​ເສື້ອ​ສັ້ນ, ສີດຳ​ຄາມ, ​ແຍກ​ຢູ່​ໜ້າ​ເອິກ, ​ແຂນ​ເສື້ອ​ແຄບ, ຄໍ​ແຂ​ນຫຍິບ​ດ້ວຍ​ແພ​ສີ​ຂຽວ, ​ແດງ, ​ເຫຼືອງ ​ແລະ ສີ​ອິດ. ເອື້ອຍ ລຸ່ງທິມິງ, ຢູ່ບ້ານ ສາງປາອາ, ເທດສະບານ ​ແມ່ວວາກ, ​ໃຫ້​ຮູ້​ວ່າ: ປີກ​ເສື້ອ​ເບື້ອງ​ໜ້າ​ທັງ​ສອງຂອງ​ແມ່ຍິງ​ຊາວ​ເຜົ່າ​ໂລ​ໂລ​ເຮັດ​ຢ່າງ​ລະອຽດລະອໍ ດ້ວຍ​ການຫຍິບ​ແພ​ຫຼາຍສີຮູບ​ສາມຫຼ່ຽມ​​ໃສ່​ກັນ​ສ້າງເປັນຮູບ​ຕາກະ​ໂລ...

“ທຳ​ອິດ​ແມ່ນ​ຫຍິບປ່ຽງ​ໃຫຍ່, ຫຼັງ​ຈາກ​ນັ້ນ​ຕັດ​ບັນດາ​ປ່ຽງ​ນ້ອຍ​ແລ້ວ​ຫຍິບສະຫຼັບ​ໃສ່ກັນ. ​​ແພ​ສ່ວນ​ຫຼາຍ​ແມ່ນ​ສີ​ແດງ​, ຊົນ​ເຜົ່າ​ໂລ​ໂລ​ມັກ​ສີ​ແດງ​ທີ່​ສຸດ, ​​ເພາະເຂົາ​ເຈົ້າຖື​ສີ​ແດງ​ເປັນ​ສັນຍາ​ລັກ​ໃຫ້​ດວງ​ຕາ​ເວັນ“.

ຜ້າ​ບ່ຽງ​ຂອງ​ຊາວ​ເຜົ່າ​ໂລ​ໂລ​ຫຍິບ​ດ້ວຍ​ຜ້າ​ສີ​ຄາມ​ດຳ, ​ແດງ, ທັງ​ສອງ​ຫົວ​ຫຍິບຍອຍຫຼາຍ​ສີ ​ແລະ ປັກ​ແສ່ວລວດລາຍ​ຕ່າງໆ​ລຽບ​ຕາມ​ເຊີງ​ຜ້າບ່ຽງ. ນອກ​ນັ້ນຍັງ​ຕິດກະດຸມ​ຢາງ​ເປັນ​ຮູບ​ດອກ​ໄມ້ອີກ. ​ໃນ​ແຜ່ນ​ແພ​ຂອງ​ຊາວ​ເຜົ່າ​ໂລ​ໂລ​ດຳ​ເຄີຍມີ​ຮູບ​ນົກ​ປະ​ເພດ​ໜຶ່ງ​ທີ່​ຕິດ​ພັນ​ກັບ​ການ​ເຫຼື້ອມ​​ໃສ​ບູຊາ​ເທວະ​ດາ​ຟ້າ​ແຖນ​ຂອງ​​ເຂົາ​ເຈົ້າ.

ສຳລັບ​ຜູ້ຍິງ​ຊາວ​ເຜົ່າ​ໂລ​ໂລ, ນັບ​ແຕ່​ເວລາ​ຍັງ​ນ້ອຍ, ​ເຂົາ​ເຈົ້າ​ໄດ້​ຮຽນ​ປັກ​ແສ່ວ ​ແລະ ຕັດຫຍິບ​ໂສ້ງ​ເສື້ອ​ຈາກ​ແມ່​ເຖົ້າ ​ແລະ ​ແມ່. ວຽກ​ງານ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ຮັກສາ​ອາຊີບ​ຕັດຫຍິບ, ປັກ​ແສ່ວ​ເທົ່າ​ນັ້ນ, ຫາກ​ຍັງ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ໃນ​ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ​ໂລ​ໂລ​ອີກ​ດ້ວຍ. ນ້ອງ​ລຸ່ງທິຮວຽນ, ບ້ານ ສາງ​ປາ​ອາ, ​ເທດສະບານ​​ແມ່ວວາກ, ​ໃຫ້​ຮູ້​ວ່າ:

“​ນ້ອງ​ຮຽນ​ປັກ​ແສ່ວ​ຈາກແມ່​​​ເມື່ອ​ອາຍຸ 12 ປີ ​ແລະ ປະຈຸ​ບັນ​ສາມາດ​ປັກ​ແສ່ວ​ໄດ້​ແລ້ວ. ນ້ອງ​ຮຽນ​ອາຊີບ​ນີ້ ​ເພື່ອຮັກສາ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້ ​ແລະ ຫວັງ​ວ່າ, ​ໃນ​ອະນາຄົດຕົນ​ສາມາດ​​ສອນ​ໃຫ້​ລຸ້ນຫຼັງສືບ​ທອດ​ເພື່ອ​ຮັກສາ​ອາຊີບ​ນີ້​ໄວ້“.

​ເມື່ອ​ມາ​ຢ້ຽມຢາມ​ບ້ານ​ຂອງ​ຊາວ​ເຜົ່າ​ໂລ​ໂລ, ພິ​ເສດ​ແມ່ນ​ໃນ​ໂອກາດ​ງານ​ບຸນ, ປີ​ໃໝ່, ນັກ​ທ່ອງ​ທ່ຽວ​ຈະ​ຮູ້ສຶກ​ປະ​ທັບ​ໃຈ​ເມື່ອ​ເຫັນ​ບັນດາ​ນາງ​ສາວ​ຊົນ​ເຜົ່າ​ໂລ​ໂລ​ທີ່​ສວຍ​ງາມ​ໃນ​ຊຸດ​ອາພອນ​ທີ່​ມີ​ສີ​ຫຼາກ​ຫຼາຍ. ບັນດາ​ລວດ ລາຍ​ໃນ​ຊຸດ​ອາພອນ​ຂອງ​​ເຂົາ​ເຈົ້າສະ​ແດງ​ໃຫ້​ເຫັນ​ສິລະ​ປະ, ລັກສະນະ​ລະອຽດ​ລະ​ອໍ ​ແລະ ທັດສະນະ​ສະ​ເພາະ​ກ່ຽວ​ກັບ​ຄວາມງາມ​ຂອງ​ເຂົາ​ເຈົ້າ. ສິ່ງ​ດັ່ງກ່າວ​ຍັງສະ​ແດງ​ໃຫ້​ເຫັນ​ຄຸນຄ່າ​ດ້ານ​ວັດຖຸ ​ແລະ ຊີວິດ​ທາງ​ດ້ານ​ຈິດ​ໃຈ​ທີ່​ອຸດົມສົມ​ບຸນ​ຂອງ​ປະຊາ​ຄົມ​ຊົນ​ເຜົ່າ​ໂລ​ໂລອີກ​ດ້ວຍ.

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ