(vovworld) - ກໍ່ເຊັ່ນດ່ຽວກັບຫຼາຍຊົນເຜົ່າອ້າຍນ້ອງອື່ນໆ, ບຸນປີໃໝ່ປະຈຳຊາດ, ແມ່ນງານບຸນໃຫຍ່ໃນປີ. ບັນດາວັນບຸນຂອງຊາວເຜົານຸ່ງຕິດພັນກັບບາງຮີດຄອງປະເພນີທີ່ເປັນເອກະລັກສະເພາະ ແລະ ມີສີສັນພິເສດ, ໃນນັ້ນ, ຊາວເຜົ່າ ນຸ່ງຝ່ານສຼິງ ຫຼາຍລຸ້ນຄົນ, ຢູ່ລ້າງເຊີນ ຍັງຄົງຮັກສາ “ຄາບເຂົ້າລົບລ້າງຄວາມໂຊກຮ້າຍ “ໃນຍາມທ້າຍປີຈົນຮອດປະຈຸບັນ.
(ພາບປະກອບ)
ບຸນປີໃໝ່ປະຈຳຊາດຂອງຊາວເຜົ່າ ນຸ່ງຝ່ານສຼິງ ເລີ່ມຕົ້ນແຕ່ຄາບເຂົ້າລົບລ້າງຄວາມໂຊກຮ້າຍໃນຕອນບ່າຍຂອງວັນທີ 30 ຂອງບຸນເຕັດ - ແມ່ນວັນສຸດທ້າຍຂອງປີເກົ່າ. ອາຫານຕົ້ນຕໍໃນຄາບເຂົ້າທ້າຍປີແມ່ນຊີ້ນເປັດ. ຕາມທັດສະນະຂອງຊາວເຜົ່າ ນຸ່ງຝ່ານສຼິງ ແລ້ວ, ໂຕເປັດແມ່ນສັດປະເພດທີ່ລົບລ້າງຄວາມໂຊກຮ້າຍດີທີ່ສຸດ. ທ່ານ ເລືອງວັນແບກ, ຊາວເຜົ່າ ນຸ່ງຝ່ານສຼິງ ຢູ່ ລ້າງເຊີນ, ໃຫ້ຮູ້ວ່າ:
“ວັນທີ 30 ຂອງບຸນເຕັດ, ແມ່ນວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ໃນວັນທ້າຍປີນີ້, ໃນພາເຂົ້າຍາມໃດກໍ່ມີຊີ້ນເປັດເພື່ອລົບລ້າງຄວາມໂຊກຮ້າຍ, ເຮັດໃຫ້ສິ່ງບໍ່ດີບໍ່ງາມຂອງປີເກົ່າຫາຍໄປ, ເພື່ອຕ້ອນຮັບປີໃໝ່ດ້ວຍສິ່ງທີ່ຈົບງາມ. ການລົບລ້າງຄວາມໂຊກຮ້າຍ ກໍ່ເພື່ອປາຖະໜາຢາກໃຫ້ທຸກຄົນໃນຄອບຄົວມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ, ສ່ວນລູກຫຼານຮຳ່ຮຽນໄດ້ຮັບຜົນດີ“.
ຊີ້ນເປັດໃນພາເຂົ້າລົບລ້າງຄວາມໂຊກຮ້າຍຍາມທ້າຍປີ ບາງເທື່ອຈະໄດ້ປຸງແຕ່ງເປັນຫຼາຍເຍື່ອງທີ່ແຕກຕ່າງກັນເຊັ່ນ: ເປັດປິ່ນກັບໃບມັກເມິດ ແລະ ນ້ຳເຜິ້ງ, ເປັດຕົ້ມ, ເປັດອ່ອມກັບມັນເຜືອກ, ກິນກັບຜັກປ່າ. ແຕ່ສ່ວນຫຼາຍແມ່ນເປັດຕົ້ມກັບໜໍ່ໄມ້ທີ່ມີຢູ່ແລ້ວໃນປ່າ. ເຖິງວ່າຈະປຸງແຕ່ງຕາມວິທີໃດກໍ່ຕາມ, ບັນດາເຍື່ອງອາຫານຊີ້ນເປັດນີ້ ແມ່ນຕ້ອງກິນໃຫ້ໝົດ, ບໍ່ໃຫ້ເຫຼືອໄວ້ເຖິງປີໃໝ່. ອ້າຍ ເລືອງຈີ໋ສຸ່ງ, ພະນັກງານວັດທະນະທຳຢູ່ແຂວງ ລ້າງເຊີນ ໃຫ້ຮູ້ວ່າ: ເດືອນຈຽງ ແມ່ນເດືອນທຳອິດໃນປີໃໝ່ແມ່ນບໍ່ໄດ້ກິນເປັດ, ເດືອນ 7 (ຕາມຈັນທະປະຕິທິນ) ແມ່ນບໍ່ໄດ້ກິນໄກ່, ເພາະວ່າເຮັດຄືແນວນັ້ນແມ່ນຈະບໍ່ປະສົບກັບຄວາມໂຊກດີ. ປະເພນີຄະລຳນີ້ຂອງຊາວເຜົ່ານຸ່ງແມ່ນມີມາແຕ່ດົນນານແລ້ວ, ແລະ ປະຈຸບັນຍັງຄົງຮັກສາໄວ້ຢູ່.
ພ້ອມກັບເລື່ອງກະກຽມເຍື່ອງອາຫານໃຫ້ພາເຂົ້າລົບລ້າງຄວາມໂຊກຮ້າຍຍາມທ້າຍປີແລ້ວ, ຊາວເຜົ່ານຸ່ງຍັງກະກຽມບັນດາເຍື່ອງອາຫານເພື່ອຕ້ອນຮັບປີໃໝ່ອີກ. ບັນດາຄອບຄົວຊາວເຜົ່ານຸ່ງສ່ວນຫຼາຍແມ່ນປຸງແຕ່ງອາຫານເອງເພື່ອຕ້ອນຮັບແຂກ, ອັນນີ້ກໍ່ເປັນການສະແດງໃຫ້ເຫັນຄວາມຊຳນານຂອງເຈົ້າເຮືອນ. ທ່ານ ຮ່ວາງວັນຕໍ, ຊາວເຜົ່າ ນຸ່ງຝ່ານສຼິ່ງ, ແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
“ຮີດຄອງປະເພນີຢູ່ທ້ອງຖີ່ນພວກຂ້າພະເຈົ້າຄື: ການກິນດື່ມ, ການນຸ່ງຖື, ການບູຊາໃນບຸນປີໃໝ່ກໍ່ມີຄວາມແຕກຕ່າງກັນຫຼາຍຢ່າງ, ຕົວຢາງຄື, ພາເຂົ້າບູຊາໃນວັນບຸນປີໃໝ່, ນອກຈາກມີເຂົ້າຕົ້ມແລ້ວ, ຍາມໃດກໍ່ຕ້ອງມີຊີ້ນໄກ່ຕອນ, ເຂົ້າໜຽວ, ເຂົ້າໜົມຂາວທີ່ເຮັດຈາກແປ້ງເຂົ້າໜຽວຂົ້ວ“.
ໃນຊຸມວັນບຸນເຕັດ, ແທ່ນບູຊາບັນພະບຸລຸດຂອງບັນດາຄອບຄົວຊາວເຜົ່ານຸ່ງ ແມ່ນໄດ້ຜັດຖູຢ່າງສະອາດ ແລະ ຕິດເຈ້ຍສາ. ສ່ວນໂຖປັກທູບແມ່ນໄດ້ລ້າງດ້ວຍນຳ້ຫອມຈາກໃບໄມ້. ເທິງແທນບູຊາວາງເຂົ້າຕົ້ມ, ໄກ່ຕອນຕົ້ມສຸກແລ້ວ, ເຂົ້າໜົມ, ຊີ້ນໝູ, ຈານໝາກໄມ້ 5 ຊະນິດ, ຕົ້ນໝື່ນປີ 2 ຕົ້ນ. ເຂົາເຈົ້າຍັງປັກທູບຢູ່ໃກ້ກັບເຕົາໄຟ ແລະ ນອກປະຕູອີກ. ທູບເທິງແທ່ນບູຊາແມ່ນບໍ່ໄດ້ມອດຢ່າງເດັດຂາດ, ຫາກຕ້ອງໄຕ້ຕະຫຼອດ. ສິ່ງຄະລຳທີ່ສຸດແມ່ນຮອດຍາມກາງຄືນວັນທີ 30 ແລະ ວັນທີ 1 ຂອງບຸນປີໃໝ່, ຊາວເຜົ່ານຸ່ງບໍ່ໄດ້ດັງໄຟຢູ່ນອກທາງ.
(ພາບປະກອບ)
ພາຍຫຼັງຄາບເຂົ້າລົບລ້າງຄວາມໂຊກຮ້າຍທ້າຍປີ, ທັງຄອບຄົວຈະພ້ອມກັນຮັບປະທານອາຫານ ແລະ ລໍຖ້າຮອດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ກົງກັບເວລານັ້ນ, ທຸກຄອບຄົວກໍ່ຈູດທູບທຽນ, ເປີດກວ້າງປູຕູອອກ, ບັນດານາງສາວໄປຫາບນຳ້ຈາກຫ້ວຍນ້ຳມາເພື່ອໃຫ້ຄອບຄົວໄດ້ຮັບແຕ່ໂຊກໝານ. ທຸກຄົນອວຍໄຊໃຫ້ພອນກັນຢ່າງເບີກບານມ່ວນຊື່ນ, ໃນບັນຍາກາດອັນອົບອຸ່ນ.
ມື້ທຳອິດຂອງປີໃໝ່, ທຸກຄອບຄົວກໍ່ຄະລຳບໍ່ໄດ້ກວາດລ້າງເຮືອນຊານ, ບໍ່ໄດ້ຊັກເຄື່ອງ ແລະ ບໍ່ໄດ້ໃຊ້ສາກຄົກ… ເພື່ອໄດ້ປະສົບແຕ່ຄວາມໂຊກດີຕະຫຼອດປີ. ເຂົາເຈົ້າກໍ່ບໍ່ໄປຫຼິ້ນຢູ່ບັນດາຄອບຄົວອື່ນ, ຍ້ອນຢ້ານວ່າໂຊກໝານໃນຄອບຄົວຕົນຈະຫາຍໄປໝົດ. ຮອດຕອນບ່າຍວັນທີ 1 ຂອງບຸນປີໃໝ່, ເຂົາເຈົ້າຈຶ່ງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຄອບຄົວອື່ນໆ. ຖ້າຫາກຜູ້ທຳອີດເຂົ້າເຮືອນແມ່ນຜູ້ຊາຍທີ່ທຳມາຫາກິນໄດ້ດີ, ເປັນຄົນໃຈດີ, ຄວບຄົວມີຄວາມຜາສຸກ ແມ່ນໄດ້ຮັບຖືວ່ຄອບຄົວນັ້ນມີຄວາມໂຊກດີ. ຕາມປະເພນີເດີມແລ້ວ, ຈະມີຊາວກະສິກອນຜູ້ໜຶ່ງເປັນຄົນໃຈບຸນ, ມີສຸຂະພາບເຂັ້ມແຂງ, ມີລູກຫຼານຫຼາຍຄົນ, ໄປຍັງແຕ່ລະຄອບຄົວໃນບ້ານເພື່ອອວຍພອນປີໃໝ່ໃຫ້ຄອບຄົວນັ້ນມີຄວາມຢູ່ດີມີແຮງ, ບໍ່ເຈັບບໍ່ໄຂ້, ມີຄວາມຈະເລີນໝັ້ນຄົງ, ແລ້ວຕິດເຈ້ຍຮູບຈັດຕຸລັດສີແດງໃສ່ຄອກລ້ຽງສັດຂອງທຸກຄອບຄົວ. ຊາວເຜົ່ານຸ່ງເຊື່ອໝັ້ນວ່າເຮັດຄືແນວນັ້ນ, ສັດລ້ຽງຈະແຜ່ລູກໄດ້ຫຼາຍ ແລະ ລົບລ້າງສິ່ງບໍ່ຈົບບໍ່ງາມໃນປີເກົ່າໃຫ້ໝົດກ້ຽງ. ຍ້ອນເຫດນັ້ນ, ທຸກຄອບຄົວລ້ວນແຕ່ຕ້ອນຮັບຊາວກະສິກອນຜູ້ນີ້ຢ່າງອົບອຸ່ນສຸດອົກສຸດໃຈ ແລະ ມອບໃຫ້ຜູ້ນັ້ນເຂົາໜົມ ກໍ່ຄືຂອງຂວັນຢ່າງຫຼວງຫຼາຍ.