(vovworld) - ງານບຸນນ່າງຮາຍ ຫຼືເອີ້ນວ່າແມ່ພະຈັນ ຂອງຊາວເຜົ່າໄຕ ຢູ່ແຂວງກາວບັ່ງ, ແມ່ນໜຶ່ງໃນບັນດາງານບຸນທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄວາມເຊື່ອຖືຕໍ່ການຈະເລີນພັນຂອງຊາວຫວຽດບູຮານ. ງານບຸນນີ້ໄດ້ຮັບການກຳເນີດຈາກການດຳລົງຊີວິດ, ການອອກແຮງງານທຳການຜະລິດຂອງຊາວກະສີກອນໃນເຂດພູດອຍ.
ນາງສາວສອງຄົນນັ່ງຕິດກັບໝໍຜີ
ງານບຸນນາງຮາຍ ຂອງຊາວເຜົ່າໄຕ ຢູ່ແຂວງກາວບັ່ງ ເລີ່ມດຳເນີນແຕ່ເດືອນຈຽງ ແລະ ແກ່ຍາວເຖິງກາງເດືອນສາມ (ໄລ່ຕາມຈັນທະປະຕິທິນ). ຕາມຄວາມເຊື່ອຖືຂອງຊາວເຜົ່າໄຕແລ້ວ, ໃນດວງຈັນມີແມ່ພະຈັນ ແລະ ເທວະດາ 12 ນາງທີ່ເປັນລູກສາວຂອງແມ່. ແຕ່ລະປີແມ່ພະຈັນພ້ອມກັບບັນດາເທວະດາລູກສາວຂອງຕົນໄດ້ຊ່ວຍປະຊາຊົນໃນໂລກມະນຸດເບິ່ງແຍງດູແລ, ປົກປັກຮັກສາການຜະລິດກະສີກຳ. ງານບຸນນາງຮາຍຖືກຈັດຂຶ້ນ, ດ້ວຍຄວາມໝາຍເພື່ອໃຫ້ບັນດາແມ່ ແລະ ນາງສາວຢູ່ໂລກສົງສານຂຶ້ນແດນສະຫວັນຕ້ອນຮັບແມ່ພະຈັນ ແລະ ບັນດາເທວະດາລົງສູ່ໂລກສົງສານເພື່ອຊ່ວຍວຽກງານທຳມາຫາກິນ, ລ້ຽງຊີບ.
ງານບຸນນາງຮາຍ ຖືກແບ່ງເປັນສາມພາກນັ້ນແມ່ນ: ພິທີຕ້ອນຮັບນາງຮາຍລົງໂລກມະນຸດ, ພິທີພາວະນານາງຮາຍ ແລະ ພີທີສົ່ງນາງຮາຍຂື້ນແດນສະຫວັນ. ກ່ອນທີ່ດຳເນີນງານບຸນ, ຊາວເຜົ່າໄຕ ຕ້ອງກະກຽມເຄື່ອງຂອງບູຊາຢ່າງຄົບຖ້ວນ ແລະ ຈັດວາງບ່ອນບູຊາໃນເຮືອນຮ້ານ, ຫໍບູຊາເຈົ້າດິນ ແລະ ຕູບຮາຍ. ຢູ່ອ້ອມເຮືອນຂອງຊາວເຜົ່າໄຕ ມີຫໍບູຊາ ເຈົ້າດິນຫຼາຍແຫ່ງ. ເທິງເສົາຫໍບູຊາເຈົ້າດິນຕິດເຈ້ຍສີແດງດ້ວຍໜັງສືເປັນພາສາຈີນທີ່ມີເນື້ອໃນວ່າ: ເທວະດາເຈົ້າດິນຢູ່ທີ່ນີ້, ມະນຸດຈະເລີນ, ສັດສາວາສິ່ງກໍ່ຈະເລີນ ແລະ ສະຫງົບສຸກເຊັ່ນກັນ. ຕໍ່ໜ້າເຮືອນຂອງຊົນເຜົ່າໄຕມີຕູບຮາຍ, ໃນນັ້ນປູສາດ, ປະດັບປະດາດ້ວຍຕົ້ນໄມ້ໃບຫຍ້າ... ປ້າລືວທິມາຍລຽນ, ຊາວເຜົ່າໄຕຢູ່ແຂວງກາວບັ່ງ, ໃຫ້ຮູ້ວ່າ:
“ສຳລັບເຈົ້າດິນແມ່ນຕ້ອງບູຊາດ້ວຍໝູນ້ອຍໂຕໜຶ່ງ. ນອກນັ້ນຍັງມີໄກ່ໂຕໜຶ່ງ ແລະ ເຂົ້າໜຽວກຳ່. ກ່ອນນີ້, ພິທີບູຊາຖືກແກ່ຍາວຕະຫຼອດເດືອນ, ແຕ່ປະຈຸບັນມີແຕ່ດຳເນີນໃນສາມວັນເທົ່ານັ້ນ. ຄອບຄົວໃດກໍ່ຕ້ອງປະກອບເຂົ້າໜຽວກຳ່, ຜູ້ລະຖ້ວຍ. ສ່ວນເຮືອແມ່ນສັນຍາລັກໃຫ້ແກ່ການເດີນທາງຂ້າມທະເລ, ແມ່ນຳ້ຂອງແມ່ພະຈັນ “.
ເທວະດາລູກຂອງແມ່ພະຈັນ 12 ຄົນລຽນເປັນສອງແຖວ
ໃນພິທີ, ໝໍຜີນຸ່ງເສື້ອສີແດງ, ຖືໝວກສີແດງ, ຂັບບູຊາດ້ວຍພາສາໄຕຕໍ່ໜ້າແທ່ນບູຊາບັນພະບຸລຸດ. ທາງຫຼັງໝໍຜີແມ່ນນາງສາວ 14 ຄົນ, ມືຖືວີດ້ວຍເຈ້ຍ. ໃນນັ້ນມີນາງສາວ 2 ຄົນແມ່ນນັ່ງມໍ່ກັບໝໍຜີ, ວາງມືເທິງຫົວເຂົ່າ, ຕາມຸ່ງໃສ່ແທ່ນບູຊາ, ວີສອງອັນແບອອກ ວາງຢູ່ຕໍ່ໜ້າ. ຕາມປະເພນີຂອງຊາວເຜົ່າໄຕ, ນີ້ແມ່ນສາວຍັງສົດສອງຄົນທີ່ເປັນສັນຍາລັກໃຫ້ນ່າງຮາຍ. ສ່ວນສາວທີ່ຍັງເຫຼືອ 12 ຄົນນຸ່ງເສື້ອສີຄາມ, ຖືເກີບຜ້າຂີ້ງາ, ລຽນເປັນສອງແຖວ. ຄຽງຂ້າງເຂົາເຈົ້າແມ່ນແມ່ເຖົ້າຜູ້ໜຶ່ງ, ເປັນຜູ້ແນະນຳໃຫ້ນາງສາວ 14 ຄົນດຳເນີນພິທີເຊີນ, ຕ້ອນຮັບນາງຮາຍ. ແມ່ເຖົ້າຜູ້ນີ້ຕ້ອງແມ່ນຄົນຂັບມ່ວນ, ຄອບຄົວມີຄວາມຜາສຸກ, ແລະຮູ້ດີຮີດຄອງປະເພນີຂອງຊາວເຜົ່າໄຕ.
ເລີ່ມຕົ້ນພິທີ, ໝໍຜີຈະສວດພາວະນາ, ຫຼັງຈາກນັ້ນນາງສາວສອງຄົນມືຖືວີ, ນັ່ງແບບເຂົ້າຊົງ ແລະ ຂັບຮ້ອງເພື່ອເຊີນນາງຮາຍລົງໂລກມະນຸດ. ດຣ. ຫງວຽນທິອຽນ, ສະຖາບັນຄົ້ນຄ້ວາວັດທະນະທຳພື້ນເມືອງ, ອະທິບາຍວ່າ:
“ງານບຸນນາງຮາຍຄືກັນກັບງານບຸນລົງທົ່ງ, ແຕ່ດ້ວຍຮູບການເຂົ້າຊົງ, ບັນດາເທວະດາພະຈັນຈະເຂົ້າຊົງນາງສາວ 12 ຄົນ ແລະ ນາງສາວເຫຼົ່ານີ້ຈະຂັບຮ້ອງບົດເພງຕ່າງໆແລ້ວຂຶ້ນແດນສະຫວັນພົບແມ່ພະຈັນເພື່ອຂໍແນວພັນປູກ, ຂໍຄວາມຜາສຸກ, ຂໍມີອາຍຸຍື່ນ, ຂໍຄວາມຮັກ... ທຸກສິ່ງທຸກຢ່າງລ້ວນແຕ່ສະແດງອອກໃນບົດເພງ.“
ພາຍຫຼັງພິທີເຊີນນາງຮາຍລົງໂລກມະນຸດທີ່ດຳເນີນໃນເຮືອນແລ້ວ, ໝໍຜີຈະພານາງຮາຍ ແລະ ນາງສາວ 12 ຄົນໄປຍັງຫໍບູຊາເຈົ້າດິນຂອງບ້ານເພື່ອລາຍງານຕໍ່ອໍລະຫັນບ້ານ, ພາວະນາຂໍໄດ້ຕ້ອນຮັບແມ່ພະຈັນລົງໂລກມະນຸດ. ຕໍ່ຈາກນັ້ນບັນດານາງສາວຈະຖືກພາໄປຕູບບູຊາຢູ່ກາງແຈ້ງ, ບ່ອນທີ່ແມ່ເຖົ້າ ແລະ ໝໍຜີທຳພິທີບູຊາແມ່ພະຈັນ. ໝໍຜີພາວະນາກ່ອນ, ແມ່ເຖົ້າຂັບຕາມຫຼັງ ແລະ ນາງສາວ 12 ຄົນພ້ອມກັບຂັບຮ້ອງຕາມແມ່ເຖົ້າ.
ການເຊີນແມ່ພະຈັນລົງໂລກມະນຸດບໍ່ແມ່ນເລື່ອງງ່າຍ, ຕ້ອງຂັບເຊີນເຖິງສາມເທື່ອແມ່ພະຈັນຈຶ່ງເຫັນດີລົງໂລກມະນຸດເພື່ອຊ່ວຍປະຊາຊົນ ພາວະນາໃຫ້ມີຄວາມສຸກ ແລະ ເກັບກ່ຽວໄດ້ຮັບຜົນດີ.
ໄປຂໍແມ່ພະຈັນແນວພັນປູກ ແລະ ຂໍຄວາມສຸກ
ພາຍຫຼັງພິທີພາວະນາ ສິ້ນສຸດລົງ, ເທວະດາລູກຂອງແມ່ພະຈັນ 12 ຄົນຈະມ້າງຕູບອອກ ແລະ ຂໍລາຊາວບ້ານດ້ວຍບົດເພງຕັກເຕືອນ, ນັດພົບກັນໃນປີໜ້າ. ສຸດທ້າຍ, ໝໍຜີ ແລະ ແມ່ເຖົ້າຈະພາແມ່ພະຈັນ ແລະ ຊາວບ້ານໄປຍັງຝັ່ງແມ່ນຳ້, ທັງໄປທັງຂັບຮ້ອງ ແລ້ວປ່ອຍເຮືອທີ່ເປັນສັນຍາລັກແຫ່ງກຳລັງແຮງຂອງແມ່ພະຈັນໃນການຂ້າມທະເລລົງແມ່ນຳ້. ສ່ວນແມ່ພະຈັນທັງຢືນເທິງຝັ່ງແມ່ນຳ້, ທັງຈີກວີອອກແລ້ວແກວ່ງໃຫ້ທຸກຄົນ. ຜູ້ໃດຈັບວີໄດ້ກໍ່ຮ້ອງໂຮດ້ວຍຄວາມຊື່ນຊົມ. ປ້າ ລືວທິມາຍລຽນ, ອະທິບາຍວ່າ:
“ເຮັດຄືແນວນັ້ນແມ່ນເພື່ອມອບໂຊກໝານໃຫ້ແກ່ຊາວບ້ານ, ຜູ້ໃດຈັບໄດ້ຫຼາຍ, ຜູ້ນັ້ນຈະມີໂຊກຫຼາຍ“.
ກ່ອນນີ້, ການຜະລິດກະສີກຳຂອງຊາວເຜົ່າໄຕແມ່ນຂຶ້ນກັບທຳມະຊາດ, ດັ່ງນັ້ນປະຊາຊົນຍາມໃດໃດກໍ່ປາຖະໜາຢາກໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ຄອບຄົວມີຄວາມຜາສຸກ. ງານບຸນນາງຮາຍ ແມ່ນໜຶ່ງໃນບັນດາງານບຸນທີ່ເປັນມູນເຊື້ອຂອງຊາວເຜົ່າໄຕ, ສະແດງໃຫ້ເຫັນຄວາມເຊື່ອຖືຕໍ່ກຳລັງອະພິທຳມະຊາດ, ດ້ວຍຄວາມສຳນຶກທີ່ອຸດົມສົມບຸນ ແລະ ຮູບການສະແດງທີ່ເປັນເອກະລັກສະເພາະ.