ງານບຸນພາວະນາຂໍໃຫ້ຝົນຕົກ
ຂອງຊາວເຜົ່າໂລໂລໃນເຂດພູພຽງຫີນຮ່າຢາງ
(ພາບ: dulichhagiang)
(vovworld) - ຊາວເຜົ່າໂລໂລ ມີຫຼາຍງານບຸນທີ່ເປັນເອກະລັກສະເພາະຄື ງານບຸນລະດູບບານໃໝ່, ງານບຸນເກັບສາລີ, ງານບຸນພາວະນາຂໍໃຫ້ຝົນຕົກ. ງານບຸນພາວະນາຂໍໃຫ້ຝົນຕົກຂອງຊາວເຜົ່າໂລໂລ ຢູ່ເມືອງແມ່ວວາກ, ແຂວງຮ່າຢາງ ແມ່ນມີມາແຕ່ດົນນານແລ້ວ. ນີ້ບໍ່ແມ່ນການເຫຼື້ອມໃສເຊື່ອຖືເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ຊາວເຜົ່າໃນບໍລິເວນທຸກຄົນພົບປະ, ໂອ້ລົມກ່ຽວກັບເລື່ອງວຽກເຮັດງານທຳ, ຄວາມຮັກລະຫວ່າງບ່າວສາວ... ໃນລາຍການ 54 ຊົນເຜົ່າຫວຽດນາມ ພາກນີ້, ເຊີນທ່ານຮັບຟັງບົດຂຽນ “ງານບຸນພາວະນາຂໍໃຫ້ຝົນຕົກຂອງຊາວເຜົ່າໂລໂລ ໃນເຂດພູພຽງຫີນຮ່າຢາງ“ ຂອງວິ້ງຟອງ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.
ຊາວເຜົ່າໂລໂລ ຈັດຕັ້ງງານບຸນພາວະນາຂໍເທວະດາບັນດານໃຫ້ຝົນຕົກ, ດິນຟ້າອາກາດອຳນວຍຄວາມສະດວກ, ຊີວິດມີຄວາມສົມບຸນພູນສຸກ. ງານບຸນພາວະນາຂໍໃຫ້ຝົນຕົກ ເຄີຍຈັດຕັ້ງໃນເດືອນ 3, ໄລ່ຕາມຈັນທະປະຕິທິນ ຢູ່ເຂດດຳເນີນຊີວິດຂອງປະຊາຄົມ. ທ່ານ ຫຼໍ່ຊີປ໋າວ, ເຈົ້າບ້ານ ສູງປາອາ, ເທດສະບານ ແມ່ວວາກ, ເມືອງແມ່ວວາກ, ໃຫ້ຮູ້ວ່າ:
“ຮອດເດືອນ 3 ໄລ່ຕາມຈັນທະປະຕິທິນຖ້າເຫັນວ່າຝົນບໍ່ຕົກຊາວເຜ່ົາໂລໂລກໍ່ຈັດງານບຸນພາວະນາຂໍໃຫ້ຝົນຕົກໃນວັນທີ 13/3. ພາຍຫຼັງຝົນຕົກເຂົາເຈົ້າຈຶ່ງທຳການຜະລິດໄດ້. ເພື່ອຈັດງານບຸນຕ້ອງມີການປະກອບສ່ວນຂອງທຸກຄົນຈຶ່ງໄດ້ຮັບຜົນ, ຖ້າບໍ່ມີການປະກອບສ່ວນຂອງທຸກຄົນຝົນຈະບໍ່ຕົກ“.
ໃນງານບຸນ, ເຄື່ອງຂອງບູຊາລວມມີ: ໄກ່ຜູ້ 1 ໂຕ, ໝາ 2 ໂຕ, ດາບໄມ້ຫຼືເຫຼັກ 1 ອັນ, ນ້ຳ, ເຫຼົ້າ; ໂຖປັກທູບດ້ວຍໄມ້ໄຜ່ ທີ່ເປັນສັນຍາລັກໃຫ້ 4 ທິດ, ເງິນຄຳດ້ວຍເຈ້ຍ, ໃນນັ້ນກອງທອງ ແລະ ຊໍແມ່ນຂາດບໍ່ໄດ້. ກອງທອງເປັນສັນຍາລັກໃຫ້ໂລກຈັກກະວານ. ໂດຍເລີ່ມມາຈາກຄວາມສຳນຶກທີ່ວ່າ ຟ້າເປັນພໍ່, ແມ່ເປັນດິນ, ເຂົາເຈົ້າຖືພະອາທິດແມ່ນໃຈກາງຂອງໂລກຈັກວານ. ໃນພິທີບູຊາຟ້າ, ງານບຸນພາວະນາຂໍໃຫ້ຝົນຕົກ, ຊາວເຜົ່າໂລໂລ ລ້ວນແຕ່ໃຊ້ກອງ. ກອງຊຸດໜຶ່ງລວມມີ 2 ອັນ: ກອງຜູ້ ແລະ ກອງແມ່. ສ່ວນຊໍຂອງຊາວເຜົ່າໂລໂລ ແມ່ນໃຫຍ່ທົບ 3 – 4 ເທົ່າເມື່ອທຽບໃສ່ຊໍຂອງຊົນເຜົ່າອື່ນໆ. ພິທີໃນງານບຸນຕ້ອງດຳເນີນໃນເວລາເກືອບ 2 ຊົ່ວໂມງ.
ເລີ່ມຕົ້ນງານບຸນ, ບັນດາຜູ້ຊ່ວຍວຽກຈະນຳເອົາເຄື່ອງຂອງບູຊາມາຈັດວາງຢູ່ບ່ອນທຳພິທີ. ໝໍຜີຈະເຊີນເທວະດາຟ້າແຖນທັງ 4 ທິດມາເປັນສັກຂີພິຍານ ແລະ ບັນດານໃຫ້ດິນຟ້າອາກາດອຳນວຍຄວາມສະດວກເພື່ອໃຫ້ການປູກຝັງໄດ້ຮັບຝົນດີ. ທ່ານ ຫຼໍ່ຊີປ໋າວ, ໃຫ້ຮູ້ວ່າ:
“ງານບຸນພາວະນາຂໍໃຫ້ຝົນຕົກພຽງແຕ່ຈັດຕັ້ງຢູ່ເຂດທົ່ງນາ, ບໍ່ໄດ້ຈັດໃນເຮືອນ, ຄອບຄົວໃດກໍ່ຕ້ອງເຂົ້າຮ່ວມ ແລະ ທຸກຄົນຕ້ອງນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ. ເຄື່ອງຂອງບູຊາຕ້ອງມີໄກ່, ໝາ, ເຂົ້າໜຽວ, ເງິນຄຳດ້ວຍເຈ້ຍ, ທູບ. ເມື່ອສວດມົນຕ້ອງຂໍຟ້າທັງ 4 ທິດ ພ້ອມກັບຜູ້ທີ່ກຳເນີດເປັນມະນຸດ ແລະ ບັນດາຊົນເຜົ່າອ້າຍນ້ອງ. ຖ້າບໍ່ເຮັດຄືດັ່ງນັນຝົນຈະບໍ່ຕົກ“.
ໃນພິທີບູຊາເທື່ອທີສອງ, ໝໍຜີພ້ອມກັບຜູ້ຊ່ວຍວຽກ 4 ຄົນ ແລະ ຊາວບ້ານໝົດທຸກຄົນຢືນຢູ່ອ້ອມ. ໝໍຜີເຊີນເທວະດາຟ້າແຖນຜູ້ຄຸ້ມຄອງ 4 ທິດທັງ 4 ອົງຮັບປະທານອາຫານພ້ອມກັບຊາວບ້ານ ແລະ ຂອບໃຈເທວະດາຟ້າແຖນທີ່ໄດ້ບັນດານໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ເຮັດໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີກວ່າປີກ່ອນ.
ງານບຸນພາວະນາຂໍໃຫ້ຝົນຕົກບໍ່ພຽງແຕ່ແມ່ນງານບຸນຂອງຊົນເຜົ່າໂລໂລເທົ່ານັ້ນ, ຫາກຍັງແມ່ນງານບຸນຂອງຊົນເຜົ່າອື່ນໆທີ່ພວມດຳລົງຊີວິດຢູ່ຮ່າຢາງ ອີກດ້ວຍຄືຊົນເຜົ່າມົ້ງ, ໄຕ, ໄຢ໋... ນີ້ກໍ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າພົບປະໂອ້ລົມນຳກັນກ່ຽວກັບເລື່ອງຄອບຄົວ, ລູກຫຼານ, ການພັດທະນາການຜະລິດ, ການປູກຝັງ, ລ້ຽງສັດ, ເລື່ອງເລືອກເຟັ້ນລູກໃພ້, ລູກເຂີຍ. ເອື້ອຍ ກ໋ານທິກວີ, ຢູ່ບ້ານ ສູງປາອາ, ເທດສະບານ ແມ່ວວາກ, ໃຫ້ຮູ້ວ່າ:
“ແຕ່ລະຄອບຄົວຢູ່ບ້ານລ້ວນແຕ່ສະໝັກໃຈປະກອບສ່ວນໃຫ້ງານບຸນພາວະນາຂໍໃຫ້ຝົນຕົກ. ເຖິງວ່າຈະບໍ່ແມ່ນຊົນເຜົ່າໂລໂລ ແຕ່ດຳລົງຊີວິດຢູໃນບ້ານກໍ່ຕ້ອງປະກອບສ່ວນໃຫ້ງານບຸນ. ງານບຸນຖືກຈັດຂຶ້ນເພື່ອໃຫ້ລຸ້ນໜຸ່ມເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍ ແລະ ວັດທະນະທຳຂອງຊົນເຜົ່າ. ກ່ອນຈັດຕັ້ງງານບຸນ, ພວກຂ້າພະເຈົ້າເຄີຍແອບຟ້ອນລຳທຳເພງຕາມບັນດາທຳນອງຂອງຊົນເຜົ່າຕົນເພື່ອໃຫ້ລູກຫຼານຮຳ່ຮຽນ ແລະ ສະແດງໃນງານບຸນ“.
ພາຍຫຼັງຈັດພິທີ, ຊາວບ້ານກໍ່ເຕົ້າໂຮມກັນດື່ມເຫຼົ້າ, ຮັບປະທານອາຫານພື້ນເມືອງ, ຟ້ອນລຳຢູ່ອ້ອມແທ່ນບູຊາ. ບັນດາບ່າວສາວຊົນເຜົ່າໂລໂລ ຈະຟ້ອນລຳທຳນອງເພງເຕະຜົວ, ເຕະລາ, ໂຫລາເຕະ, ຕະຊີ້ຜົວ... ເພື່ອຍ້ອງຍໍຄວາມຮັກຕໍ່ບ້ານເກີດເມືອງນອນ, ຕໍ່ປະເທດຊາດ ແລະ ຄວາມສຸກລະຫວ່າງບ່າວສາວ.
ງານບຸນພາວະນາຂໍໃຫ້ຝົນຕົກຂອງຊາວເຜົ່າໂລໂລ ແມ່ນໜຶ່ງໃນບັນດາການເຄື່ອນໄຫວເຊື່ອຖືຂອງປະຊາຄົມ 21 ຊົນເຜົ່າອ້າຍນ້ອງທີ່ພວມດຳລົງຊີວິດຢູ່ແຂວງຮ່າຢາງ. ງານບຸນສະແດງໃຫ້ເຫັນຄວາມມຸ້ງຫວັງຢາກໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ແລະ ການປູກຝັງໄດ້ຮັບຜົນດີເພື່ອໃຫ້ຊີວິດຂອງປະຊາຊົນມີຄວາມອິ່ມໜຳສຳລານ ແລະ ມີຄວາມຜາສຸກ.