(vovworld) - ແຕ່ລະປີເມື່ອຮອດວັນທີ 27 ເດືອນຈຽງໄລ່ຕາມຈັນທະປະຕິທິນ, ຊາວເຜົ່າໄຢ໋ຢູ່ຫຼາຍແຫ່ງເຄີຍຈັດຕັ້ງງານບຸນລົງທົ່ງ, ເພື່ອພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ປະຊາຊົນມີຄວາມສະຫງົບສຸກ, ສັດສາວາສິ່ງຈະເລີນພັນ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ. ຊາວເຜົ່າໄຢ໋ຖືວ່ານີ້ແມ່ນງານບຸນສິ້ນສຸດເດືອນແຫ່ງການລະຫຼິ້ນ, ບັນເທິງເພື່ອເລີ່ມຕົ້ນການອອກແຮງງານໃນປີໃໝ່.
ຊາວເຜົ່າໄຢ໋ມີທັດສະນະວ່າ, ຟ້າແມ່ນສູງສຸດ, ຟ້າກຳເນີດທຸກສິ່ງທຸກຢ່າງ, ທັງສິ່ງທີ່ດີ ແລະ ຮ້າຍ. ນາງຟ້າກໍ່ຢູ່ແດນສະຫວັນ, ມີແຕ່ເຮັດສິ່ງທີ່ຈົບງາມເທົ່ານັ້ນ. ສ່ວນເທວະດາຢູ່ໂລກມະນຸດ, ທັງເຮັດສິ່ງດີ ແລະ ຮ້າຍ. ດັ່ງນັ້ນ, ພິທີບູຊາໃນງານບຸນລົງທົ່ງ, ທັງບູຊາຟ້າແຖນ, ນາງຟ້າ ແລະ ເທວະດາອີກ. ທ່ານ ເຊິ່ນຈ໋າງ, ຊາວເຜົ່າໄຢ໋ຢູ່ບ້ານຕາວານໄຢ໋, ເມືອງຊາປາ, ແຂວງລາວກາຍ, ໃຫ້ຮູ້ວ່າ:
“ໃນງານບຸນລົງທົ່ງ, ພິທີບູຊາເທວະດາ, ຜູ້ທີ່ໄດ້ກໍ່ຕັ້ງບ້ານນັ້ນເປັນຕົ້ນຕໍ. ທັງພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ປະຊາຊົນມີສຸຂະພາບເຂັ້ມແຂງ“.
ເພື່ອກະກຽມໃຫ້ງານບຸນ, ຜູ້ທີ່ມີຍົດສັກຕຳແໜ່ງໃນບ້ານຈະມາເຮືອນນາຍບ້ານເພື່ອກະກຽມເຄື່ອງຂອງບູຊາເທວະດາ. ສະຖານທີ່ໄຂງານບຸນແມ່ນເຂດທົ່ງນາຮາບພຽງພໍສົມຄວນຢູ່ຫົວບ້ານ. ເຄື່ອງຂອງບູຊາລວມມີເປັດ 1 ໂຕ, ໄກ່ 1 ໂຕ, ໝູ 1 ໂຕ, ແລະ ເຂົ້າໜຽວ, ທັງໝົດເຫຼົ່ານັ້ນໂດຍປະຊາຊົນປະກອບ. ທ່ານ ເຊິ່ນຈ໋າງ, ອະທິບາຍວ່າ:
“ຄອບຄົວເຈົ້າບ້ານຕ້ອງກະກຽມເຄື່ອງສຳອາງໃຫ້ຜູ້ຍິງ, ໝາກຄ້ຽວ, ຟືນ 1 ຫາບ, ຫຍ້າ 1 ຫາບ.... ແລະເຄື່ອງຂອງບູຊາອື່ນໆອີກ. ຕາມທັດສະນະຂອງຊາວເຜ່ົາໄຢ໋ແລ້ວ, ເທວະດາກໍ່ມີສາວຮັບໃຊ້, ດັ່ງນັ້ນຕ້ອງມີເຄື່ອງສຳອາງໃຫ້ສາວຮັບໃຊ້, ຟືນເພື່ອໃຫ້ເທວະດາແຕ່ງກິນ, ຫຍ້າໃຫ້ມ້າຂອງເທວະດາກິນ, ໝາກຄ້ຽວເພື່ອໃຫ້ເທວະດາກິນ, ນອກນັ້ນຍັງມີໄຂ່ລວກຍ້ອມເປັນສີແດງສີຂຽວເພື່ອໃຫ້ສາວຮັບໃຊ້ຫຼິ້ນອີກ.“
ງານບຸນລົງທົ່ງຂອງຊາວເຜ່ົາໄຢ໋ເຄີຍຈັດຕັ້ງແຕ່ເວລາ 8 ໂມງເຊົ້າ, ເມື່ອດວງຕາເວັນໄດ້ຂຶ້ນສູງ. ທ່ານ ຈ໋າງ ໃຫ້ຮູ້ວ່າ, ຜູ້ຈັດຕັ້ງງານບຸນແມ່ນນາຍບ້ານ. ສ່ວນໝໍຜີ, ຜູ້ເປັນເຈົ້າພາບພິທີຕ່າງໆໃນງານບຸນຈະນຸ່ງຊຸດໂສ້ງເສື້ອສີຄາມເພື່ອຖະຫວາຍເຄື່ອງຂອງບູຊາໃຫ້ຟ້າ, ດິນ, ເທວະດາເຂົ້າ ແລະ ພາວະນາຂໍໃຫ້ເທວະດາອຳນວຍຄວາມສະດວກເພື່ອໃຫ້ການປູກຝັງໄດ້ຮັບຜົນດີ.
“ໝໍຜີຈູດທູບທຽນ, ພາວະນານົບໄຫວ້, ເຊີນເທວະດາມາປະທັບເທິງແທ່ນບູຊາ ແລ້ວຂໍເທວະດາອະນຸຍາດໃຫ້ຂ້າໝູ, ໄກ່. ພາຍຫຼັງເຊີນເທວະດາກິນຊີ້ນ, ເຂົ້າໜຽວ ແລະ ດື່ມເຫຼົ້າແລ້ວ ກໍ່ຂໍເທວະດາບັນດານໃຫ້ຊາວບ້ານມີສຸຂະພາບເຂັ້ມແຂງ, ສັດລ້ຽງຈະເລີນພັນ ແລະ ການປູກຝັງໄດ້ຮັຜົນດີ“.
ພາຍຫຼັງພິທີບູຊາ, ວົງດົນຕີລວມມີກອງ, ຄ້ອງ, ປີ່ກໍ່ດັງກ້ອງກັງວານເປັນສັນຍານເພື່ອບົ່ງບອກວ່າ, ພິທີບູຊາໄດ້ສິ້ນສຸດແລ້ວ ແລະ ເລີ່ມກ້າວເຂົ້າສູ່ງານບຸນ. ໃນງານບຸນລົງທົ່ງຕົ້ນປີຂອງຊາວເຜົ່າໄຢ໋ມີການລະຫຼິ້ນຕ່າງໆເຊັ່ນໂຍນໝາກຄອນ, ດຶງເຊືອກ, ຍິງທະນູ. ໃນນັ້ນ, ໂຍນໝາກຄອນ ແລະ ດຶງເຊືອກແມ່ນການລະຫຼິ້ນທີ່ຂາດບໍ່ໄດ້, ແລະ ຕິດພັນກັບຄວາມເຊື່ອຖືຂອງຂອງຊາວເຜົ່າໄຢ໋. ການໂຍນໝາກຄອນຈະເປີດສາກໃຫ້ງານບຸນ.
ພ້ອມກັບການໂຍນໝາກຄອນ ແມ່ນການດຶງເຊືອກ, ໃນການລະຫຼິ້ນນີ້, ທິມຊາຍຢືນຢູ່ທິດຕາເວັນອອກ, ເປັນສັນຍາລັກໃຫ້ບວກ, ທິມຍິງຢືນຢູ່ທິດຕາເວັນຕົກເປັນສັນຍາລັກໃຫ້ລົບ. ທິມຍິງຈະຕັ້ງແກ້ງປະລາໄຊ, ເພື່ອເຮັດໃຫ້ການປູກຝັງໃນປີໃໝ່ໄດ້ຮັບຜົນດີ.
ງານບຸນລົງທົ່ງດຳເນີນໄປໃນບັນຍາກາດເບິກບານມ່ວນຊື່ນ. ພາຍຫຼັງສິ້ນສຸດພິທີງານບຸນທີ່ສຳຄັນ, ປະຊາຊົນ ແລະ ນັກທ່ອງທ່ຽວຈະເຂົ້າຮ່ວມລາຍການສະແດງສິລະປະທີ່ເຂັ້ມຄົ້ນໄປດ້ວຍສີສັນຊົນເຜົ່າ ໂດຍພໍ່ແມ່ນປະຊາຊົນຊາວເຜົ່າໄຢ໋ຢູ່ທ້ອງຖີ່ນສະແດງ. ຕາມທັດສະນະຂອງເຂົາເຈົ້າແລ້ວ, ສຽງເພງ, ວາດຟ້ອນພື້ນເມືອງຂອງທ້ອງຖີ່ນຈະເພີ່ມກຳລັງແຮງໃຫ້ປະຊາຊົນຫ້າວຫັນຜະລິດ, ມີຫົວຄິດປະດິດສ້າງໃນການອອກແຮງງານ ເພື່ອບັນເທົາຄວາມອິດເມື່ອຍໃນວຽກງານ. ທ່ານ ເຈິ່ນວັນງອກ, ຮອງປະທານຄະນະກຳມະການປະຊາຊົນຕາແສງກາງກິມ, ເມືອງບາດຊາດ, ແຂວງລາວກາຍ, ໃຫ້ຮູ້ວ່າ:
“ຜ່ານງານບຸນ, ປະຊາຊົນໄດ້ຮັບການໂຄສະນາ, ສຶກສາກ່ຽວກັບແບບແຜນວັດທະນະທຳ, ແຂ່ງຂັນກັນໃນການຜະລິດ. ຜ່ານນັ້ນປະຊາຊົນຈະເຂົ້າໃຈໄດ້ຄວາມງາມດ້ານຈິດວີນຍານ ແລະ ສີສັນວັດທະນະທຳທີ່ມີມາກ່ອນຂອງຊົນເຜົ່າຕົນ, ປະກອບສ່ວນສ້າງກຳລັງໜູນເພື່ອພັດທະນາເສດຖະກິດ“.
ສິ້ນສຸດງານບຸນ, ຊາວໜຸ່ມ 2 ຄົນ ພ້ອມກັບຄວາຍແຂງແຮງ 2 ໂຕຈະລົງທົ່ງໄຖນາ 5 ແຖວທີ່ເປັນສັນຍາລັກໃຫ້ລະດູການປູກຝັງໃໝ່. ຊາວເຜົ່າໄຢ໋ ໄດ້ອະນຸລັກຮັກສາງານບຸນລົງທົ່ງມາຫຼາຍລຸ້ນຄົນ. ງານບຸນມີຄວາມໝາຍເລິກເຊິ່ງ, ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈຕໍ່ສີສັນຂອງຊົນເຜົ່າຕົນ, ກໍ່ຄືສ່ອງແສງຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງຊາວເຜົ່າໄຢ໋ຢ່າງມີຊີວິດຊີວາ.