ງານແຕ່ງດອງຂອງຊາວເຜົ່າກີງ

(vovworld)- ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ໄ​ຫວຽດ, ງານ​ແຕ່ງດອງ​ແມ່ນ​ວຽກ​ງານ​ທີ່​ສຳຄັນ​ຍິ່ງ​ໃນ​ຊີວິດ​ຂອງ​ແຕ່ລະຄົນ. ພິທີຕ່າງໆໃນງານ​ແຕ່ງດອງ​​ແມ່ນ​ເຕັມ​ໄປ​ດ້ວຍ​ສີສັນ​ຊາດ, ​ໄດ້​ຮັບ​ການຈັດ​ຕັ້ງ​ຕາມ​ຮູບ​ການ​​ແຕກ​ຕ່າງ​ກັນ ແລະ ຂຶ້ນ​ກັບ​ແຕ່ລະ​ເຂດ,​ແຕ່ລະ​ແຖບ​ຖິ່ນ​, ​ແມ່ນ​ຮີດຄອງ​ປະ​ເພນີທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາດ​ຫວຽດນາມ. ມາ​ເຖິງ​ປະຈຸ​ບັນ ​ເຖິງ​ວ່າໄດ້ມີ​ການ​ປ່ຽນ​ແປງ​​ຫລາຍ​ຢ່າງຕາມ​ທ່າ​ອ່ຽງພັດທະນາ​ທີ່​ທັນ​ສະ​​ໄຫມ​ຂອງ​ສັງຄົມ​ແລ້ວ​ກໍ​ຕາມ ​ແຕ່​ບັນດາ​ພິທີ​​ທີ່​ເປັນ​ປະ​ເພນີ​ຍັງ​ຄົງ​ສວມ​ບົດບາດ​ສຳຄັນໃນ​ງານ​ແຕ່​ງດອງ​ຂອງ​ຊາວ​ເຜົ່າ​ກີ​ງ. ​

ງານແຕ່ງດອງຂອງຊາວເຜົ່າກີງ - ảnh 1
ພິທີສູ່ຂໍຂອງຊາວຫວຽດ
ພາບ:internet

        ​ໃນ​ການ​ສົມລົດ, ຊາວ​ຫວຽດ ​ເຄີ​ຍ​ມີ​ຄຳວ່າ ຢ້າທູ “giá thú” ໝາຍ​ເຖິງ​ການ​ສົມລົດ ຫລື​ເອີ້ນ​ຫຍໍ້​ວ່າ ​ງານແຕ່ງດອງ. ຕົ້ນ​ສັດຕະວັດ​ທີ 20, ຢູ່​ໃນ​ຫນັງສື​ຢັ້ງຢືນ​ຄູ່​​ສົມລົດ​ກັນ​ເຄີຍ​ໃຊ້​ຄຳ​ວ່າ: ຢາ​້ທູ“giá thú”. ສ່ວນ​ປະຈຸ​ບັນ, ຢູ່ຫວຽດນາມ ​​ເຄີຍ​ໃຊ້ຄຳ​ວ່າຫນັງສື​ຢັ້ງຢືນການ​ສົມລົດ. ຊາວ​ຫວຽດນາມ ​ເຄີຍ​ຖື​ວ່າ: ການ​ແຕ່ງດອງ​ແມ່ນ​ວຽກ​ງານ​ຫ​ນຶ່ງ​ໃນ​ຈຳ​ນວນ​ 3 ວຽກທີ່​ສຳຄັນ​​​ຍິ່ງ​​ຂອງ​ຊີວິດ​ຄົນຫນຶ່ງ: ນັ້ນ​ແມ່ນ “ຊື້​ຄວາຍ, ​​ແຕ່ງງານ, ປຸກ​ສ້າງ​ເຮືອນ”. ​ແລະ​ກໍ​ຕາມ​ຈິດ​ສຳນຶກ​ຄົນ​ຮຸ່ນ​ກ່ອນ, ການ​ເລືອກ​ເອົາ​ຈຸດ​ເວລາ​ທີ່​ເລິກ​ງາມ​ຍາມ​ດີ​ເພື່ອ​ແຕ່ງດອງ​ແມ່ນ​ຕາມ​ອາຍຸ​ຂອງ​ຜູ້​ສາວ. ​ກ່ອນນີ້ ງານ​ແຕ່ງດອງ​ຂອ​ງຊາວ​ຫວຽດ​ມີ​ຫລາຍ​ພິ​ທີ​ທີ່​ແຕກ​ຕ່າງ​ກັນ. ແຕ່​ມາ​ເຖິງ​ປະ​ຈຸ​ບັນ ຍັງ​ມີ​ສາມ​ພິ​ທີ​​, ນັ້ນ​ແມ່ນ​ພິ​ທີທາບ​ທາບ, ພິ​ທີ​ສູ່​ຂໍ ແລະ ງານແຕ່ງດອງ. ພິ​ທ​ີ​ທາບ​ທາມ ແມ່ນ​ການ​ພົບ​ປະ​ລະ​ຫວ່​າງ​​ຄອບ​ຄົວ​​ເຈົ້າ​ບ່າວ ແລະ ​ເຈົ້າສາວ. ຝ່າຍ​​ເຈົ້າ​ບ່າວ​ມາ​ຕັ້ງ​ບັນ​ຫາ​ກັບ​ຝ່າຍ​​ເຈົ້າ​ສາວຢ່າງ​ເປັນ​ທາງ​ການ ຢາກ​ໃຫ້​ຄູ່​ບ່າວ​ສາວ​ໄປ​ມາຊອກ​ຮູ້​ກັນ​ຢ່າງ​ລະ​ອຽດ​ກວ່າ​ກ່ອນ​ທີ່​​ເປັນ​ຄູ່​ສົມ​ລົດ. ທ່ານ​ນາງ ຫວູທິ​ແທນ​ເຕີມ, ນັກວິຊາການ​ຄົ້ນ​ຄ້ວາ​​ວັດທະນະທຳ​ຫວຽດນາມ, ສັງກັດ​ຫໍພິພິທະ​ພັນ​ຊົນ​ເຜົ່າ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຜ່ານ​ພິທີ​ນີ້, ຄອບ​ຄົວ​ທັງ​​ເຈົ້າ​ບ່າວ​ແລະ​ ​ເຈົ້າ​ສາວ ​ໄດ້​ຮູ້ຈັກກັນ​ກ່ຽວ​ກັບ​ສະພາບ​ຂອງ​ຄອບຄົວ, ຍາດຕິ​ພີ່ນ້ອງ​ໃນ​ວົງ​ຕະກູນ​ຢ່າງ​ລະ​ອຽດ​ກວ່າ.. ຈາກ​ນັ້ນ ຈຶ່ງ​​ຕົກລົງ​ຄວນດຳ​ເນີນ​ງານແຕ່ງດອງ​ໃຫ້​ຄູ່​ບ່າວ​ສາວຫລື​ບໍ່. ​​ເຄື່ອງຂອງ​ຖະຫວາຍໃນ​ພິທີທາບ​ທາມນີ້ພຽງ​ແຕ່​ມີໝາກ​​ໃບ​ພູເທົ່າ​ນັ້ນ. ​ປະ​ຈຸ​ບັນ, ນອກຈາກ​​ໝາກ​ໃບ​ພູ​ແລ້ວ, ບາງ​ຄອບຄົວ​ຍັງ​ມີ​ຂັນໝາກ​ໄມ້​ຫລື​ເຫລົ້າ, ຊາ, ​ເຂົ້າໜົມ… ອີກ​ດ້ວຍ. ຈາກ​ພິທີທາບ​ທາມ​ຮອດ​ພິທີ​ສູ່ຂໍ​ບໍ່​ໄດ້​ກຳນົດ​ເວລາຢ່າງຊັດ​ເຈນ, ບາງ​ເທື່ອ​ແມ່ນ 3 ​ເດືອນ ຫລື​ປີ​ຫນຶ່ງ.”

        ພາຍຫລັງ​ພິທີທາ​ບທາມແມ່ນ​ພິທີ​ສູ່ຂໍ.​ ເຄື່ອງ​ສິນ​ສອດ​ໃນພິທີ​ສູ່ຂໍ​ຕ້ອງ​ໄດ້​ຮັບ​ການ​ກະກຽມ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ຝ່າຍ​​ເຈົ້າ​ສາວ, ທຳ​ມະ​ດາ​ລວມມີ: ໝາກ, ​ໃບ​ພູ​ເຫລົ້າ, ຊາ, ​ເຂົ້າໜົມ… ອີງ​ຕາມ​ແຕ່ລະ​ທ້ອງ​ຖິ່ນ.

        ທາງຝ່າຍ​​ເຈົ້າ​ບ່າວມາ​​ເຮື​ອນຝ່າຍເຈົ້າ​​ສາວ​ລວມມ​ີ ​ພໍ່​ແມ່ ​ແລະ ຜູ້ຕາງຫນ້າ​ພີ່ນ້ອງ​ໃນ​ວົງ​ຕະກູນ​ເອົາ​ເຄ່ື່ອງສິນ​ສອດ​ໄປ​ຍັງ​ເຮືອນ​ຝ່າຍ​ເຈົ້າ​ສາວ. ເຂົາ​ເຈົ້າວາງເຄື່ອງ​ສິນ​ສອດ​​ໃສ່ຂັນໂດຍ​ແມ່ນ​ຜູ້​ຊາຍຍັງ​ໂສດ​ຖື ແລະ​ເມື່ອ​ຮອດ ​ເຮືອນ​ຝ່າຍ​ເຈົ້າສາວແລ້ວ,  ບັນດາ​ນາງ​ສາວ​ຍັງ​ໂສດ​ມາ​ຮັບ​ເອົາ.​ໃນ​ພິທີ​ສູ່ຂໍ, ​ທາງ​ຝ່າຍ​​ເຈົ້າ​ບ່າວ ​ແລະ ຝ່າຍ​​ເຈົ້າ​ສາວ​ຈະ​ໂອ້​ລົມ​ນຳ​ກັນ​ກ່ຽວ​ກັບ​ການ​ກຳນົດ​ມື້ສິນວັນດີ ເພື່ອ ຂໍ​ຮັບ​ເຈົ້າ​ສາວ​ເມືອ​ເຮືອນ ​ແລະ ວຽກ​ງານ​ຕ່າງໆ​ທີ່​ຕ້ອງ​ເຮັດ​ໃນ​ງານ​ແຕ່ງດອງ​ເຮັດ​​ແນວ​ໃດ​ໃຫ້​ມີ​ຄວາມກົມ​ກຽວ. ທ່ານ​ນາງ ຫວູທິ​ແທນ​ເຕີມ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​ໃນ​ພິທີ​ສູ່ຂໍ, ​ເຄື່ອງ​ສິນ​ສອດ​ຖືກ​ວາງເທິງ​ແຜ່ນ​ບູຊາ​ຂອງຄອບຄົວ​ຝ່າຍ​ເຈົ້າ​ສາວ. ຫລັງ​ຈາກ​ນັ້ນ, ​ເຄື່ອງສິນ​ສອດ​ນັ້ນ ​ຝ່າຍ​​ເຈົ້າ​ສາວຈະ​ມອບ​ສ່ວນ​ຫນຶ່ງ​ໃຫ້​ຝ່າຍ​​​ເຈົ້າ​ບ່າວ. ສວ່ນຍັງ​ເຫລືອ​ຝ່າຍ​​ເຈົ້າ​ສາວ​ແບ່ງ​​ເປັນ​ຫລາຍ​ພູດ ພ້ອມ​ກັບ​ບັດ​ເຊີນ, ບັດ​ປະກາດ​ການ​ແຕ່ງດອງ​ ນຳໄປ​ເຊື້ອ​ເຊີນ​ຍາດຕິ​ພີ່ນ້ອງ, ​ໝູ່​ເພື່ອນ​ຂອງ​ຝ່າຍ​​ເຈົ້າ​ສາວ. ສ່ວນ​ຝ່າຍ​​ເຈົ້າ​ບ່າວ​​ບໍ່​ຕ້ອງ​ການ​ເຄື່ອງສິນ​ສອດ ຫາກ​ພຽງ​ແຕ່​ບັດ​ເຊີນ​ກໍ​ພໍ.”

        ພາ​ຍຫລັງ​ພິທີ​ສູ່ຂໍ ​ແມ່ນ​ພິທີ​ແຕ່ງດອງ ລວມມີ​ບັນດາ​ຂັ້ນ​ຕອນ​ຄື: ພິທີ​​ຕັ້ງ​ບັນ​ຫາຂໍ​ຮັບ​ເຈົ້າ​ສ​າວ ແລະ ພິ​ທີ​ຮັບ​ເຈົ້າ​ສາວ. ກ່ອນ​ເວ​ລາ​ຮັບ​ເຈົ້າ​ສາວ, ຝ່າຍ​​ເຈົ້າ​ບ່າວ​ຈະ​ສົ່ງ​ຜູ້​ຖື​ຂັນ​ໝາກ, ​ເຫລົ້າ​​ໄປ​ເຮືອນ​ຝ່າຍ​ເຈົ້າ​ສາວ​ເພື່ອ​ແຈ້ງ​ໃຫ້​ຝ່າຍ​ເຈົ້າ​ສາວ​ຊາບ ທາງ​ຝ່າຍ​​ເຈົ້າ​ບ່າວ​​ໃກ້​ຈະ​ມາ​ແລ້ວ ຫລັງ​ຈາກ​ນັ້ນ​ແມ່ນ​ພິທີ​ຮັບ​ເຈົ້າ​ສາວ. ໃນ​ພິ​ທີ​ຮັບ​ເຈົ້າ​ສາວ, ນຳ​ຫ​ນ້າ​ຂະ​ບວນຄົນແມ່ນ​ຜູ້​ມີ​ອາ​ຍຸ​ສູງ, ມີ​ອິດ​ທິ​ພົນ​ໃນ​ຄອບ​ຄົວ​ຂອງ​ຝ່າຍ​ເຈົ້າ​ບ່າວ. ​ເມື່ອ​ມາ​ເຖິງ​ເຮືອນ​​​ເຈົ້າ​ສາວ, ເຈົ້າສາວ ​ແລະ ເຈົ້າບ່າວຖະຫວາຍທູບທຽນຕໍ່ແຜ່ນບູຊາ​ປູ່ຍ່າ​ຕາ​ຍາຍ. ມີ​ພິທີ​ຫນຶ່ງ​ຍາມ​ໃດ​ກໍ່​ໄດ້​ຮັບ​ຖື​ເປັນ​ສຳຄັນ​ໃນ​ຫ້ອງນອນຂອງ​ຄູ່​ສົມລົດ​ໃຫມ່​ແມ່ນ​ພິທີ​ປູ​ສາດ. ທ່ານ​ນາງ ຫວູທິ​ແທນ​ເຕີມ ​ໃຫ້​ຮູ້​ວ່າ:

        “ດ້ວຍ​ຄວາມ​ປາດ​ຖະຫນາ​ຢາກ​ໃຫ້​ຄູ່ຜົວ​ເມຍ​ໃຫມ່​ມີ​ຄວາມ​ຜາ​ສຸກ​ຕະຫລອດ​ຊີວິດ, ມີ​ລູກ​ມີ​ຫລານ. ​ເຂົາ​ເຈົ້າ​ເຄີ​ຍ​ໃຫ້​ຜູ້​ອື່ນ​ຊ່ວຍ​ປູ​ສາດ​ໃນ​ຫ້ອງ​ນອນ​ຄູ່​ສົມລົດ​ໃຫມ່. ຜູ້​ປູ​ສາດ​​ແມ່ນ​ພໍ່​ສື່​ແມ່​ສື່ ຫລື​ພໍ່​ແມ່​ຂອງ​ເຈົ້າ​ບ່າວ, ຫລື​ຜູ້​ອາຍຸ​ສູງ. ບັນດາ​ຜູ້​ຄົນ​ເຫລ່ົາ​ນີ້​ແມ່ນ​ຜູ້​ທີ່​ມີ​ລູກ​ມີ​ຫລານ​ຫລາຍຄົນ,​ແມ່ນ​ຄົນ ​ໃຈດີ. ຮີດຄອງ​ປະ​ເພນີ​ດັ່ງກ່າວ​ປະຈຸ​ບັນ​ຍັງ​ໄດ້​ຮັບ​ຖື​ເປັນ​ສຳຄັນ, ​ເປັນ​ຕົ້ນ​ຢູ່​​ເຂດຊົນນະບົດ.”

ງານແຕ່ງດອງຂອງຊາວເຜົ່າກີງ - ảnh 2

        ງານ​ແຕ່ງດອງ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ ກໍ​ຄ້າຍ​ຄື​ກັນ​ກັບ​ເຂດ​ທົ່ງພຽງພາກ​ເຫນືອ, ​ແຕ່​ພິທີ​ອຸດ​ົມສົມບູນ​ກວ່າ, ການຈັດ​ຕັ້ງຂັ້ນ​ຕອນຕ່າງໆ​ແມ່ນ​ເສຍ​ເວລາ​ຫລາຍ​ກວ່າ. ງານ​ແຕ່ງດອງຢູ່​ພາກ​ເຫນືອ,ທາງ​ຝ່າຍ​​ເຈົ້າ​ບ່າວ​ໄປ​ຮັບ​ເຈົ້າ​ສາວລວມມີ: ປູ, ຍ່າ ພໍ່​ແມ່ຂອງ​ເຈົ້າ​​ບ່າວ, ​ແຕ່​ຢູ່​​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຕ້ອງ​ມີຜູ້​ຕ່າງ​ຫນ້າ​ໃຫ້​​ວົງ​ຕະກູນນຳ​ຫນ້າ ​ແລະ ຖັດມາ​ແມ່ນ​ພໍ່​ສື່. ນອກຈາກ​ເຈົ້າ​ບ່າວ​ແລ້ວຍັງ​ມີຜູ້​ຊ່ວຍ​ເຈົ້າ​ບ່າວ, ຜູ້​​ຈັບ​ຂັນເຄື່ອງ​ສິນ​ສອດ. ທາງ​ຝ່າຍ​ເຈົ້າ​ບ່າວ​ໄປຂໍຮັບ​ເຈົ້າ​ສາວ​ຕ້ອງ​ໄປກ່ອນ ​ແລະ ຈຳນວນ​ສະມາຊິກ​ຕ້ອງ​ເປັນ​​ເລກ​ຄູ່ ​ເພາະວ່າ ​ເຂົາ​ເຈົ້າ​ຂະລຳ​ເລກ​ຄີກ. ທ່ານ​ນາງ ຫວໍ​ມາຍ​ເຟືອງ​, ນັກວິຊາ​ການ​ຄົ້ນ​ຄ້ວາ​ວັດທະນະທຳ​ຫວຽດນາມ, ຫໍພິພິທະ​ພັນ​ຊົນ​ເຜົ່າ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ຂັ້ນ​ຕອນ​ຮັບ​ເຈົ້າ​ສາວ​ຢູ່​ເຂດ​ທົ່ງພຽງ​ແມ່ນ​້ຳຂອງ​ຄ້າຍຄື​ງານ​ແຕ່​ງດອງ​ຂອງ​ຊາວ​ຫວຽດຢູ່​ພາກ​ເຫນືອ. ​ເຈົ້າ​ສາວ​ເຈົ້າ​ບ່າວ​ຕ້ອງ​ຖະຫວາຍ​ທູບ​ທຽນ, ຂໍ​ອະນຸຍາດ​ປູ່​ຍ່າ​ຕາ​ຍາຍ, ​ເຈົ້າ​ບ່າວ ຕ້ອງ​ຂໍອະນຸຍາດ​ຮັບ​ເຈົ້າ​ສາວ​ເມືອ​ເຮືອນ​ເຈົ້າ​ບ່າວ. ​ເມື່ອ​ມາ​ຮອດ​ເຮືອນ​ເຈົ້າ​ບ່າວ, ​ເຈົ້າ​ສາວ​ເຈົ້າ​ບ່າວ​ຕ້ອງ​ຖະຫວາຍ​ທູ​ບທຽນ​ຕໍ່ປູ່​ຍາຕາ​ຍາຍ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ມີ​ຫລັກການ​ຫນຶ່ງ​ວ່າ ​ເມື່ອ​ນັ່ງ​ເທິງ​ເຮືອ​ຫລື​​ພວມ​​​ເດີນທາງ ຍາມ​ໃດ​ເຈົ້າ​ບ່າວ​ກໍ​ຈັບ​ມື​ເຈົ້າ​ສາວ​ຕະຫລອດ. ສິ່ງ​ນີ້​ໝາຍ​ຄວາມ​ວ່າ​ບໍ່​ຢາກ​​ໃຫ້​ຜູ້​ໃດ​ແບ່ງ​ແຍກຄູ່​ສົມລົດ​ໃຫມ່. ​​ເມື່ອ​ມາ​ຮອດ​ເຮືອນ​ເຈົ້າ​ບ່າວ​ແລ້ວ​, ​ເຈົ້າ​ສາວ​ເຈົ້າ​ບ່າວ​ທຳ​ພິທີ​ສະ​ເຫ​ນີ​ຕົວ,ເຊີນ​​ແຂກ​​ແລະ​ພິ່​ນ້ອງດື່ມ​ເຫລົ້າ..ບັນດາ​ພິທີ​ນີ້​ກໍ​ຄ້າຍຄື​ຊາວ​ຫວຽດຢູ່​ພາກ​ເຫນືອ.”

ງານແຕ່ງດອງຂອງຊາວເຜົ່າກີງ - ảnh 3
ເຈົ້າສາວ, ເຈົ້າບ່າວຖະຫວາຍທູບທຽນຕໍ່ປູ່ຍ່າຕາຍາຍ
ພາບ:internet

        ພິທີພົບ​ກັນ​ຄືນຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ເຄີຍ​ດຳ​ເນີນ​ໄປ​ພາຍຫລັງງານ​ແຕ່​ງດອງ 3 ມື້ ຄ້າຍຄື​ຢູ່​ພາກ​ເຫນືອມີ​ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ວິ​ທີ​ເອີ້ນ. ນອກນັ້ນ ຍັງ​ມີ​ຈຸດ​ຫ​ນື່ງ​ທີ່​ແຕກ​ຕ່າງ​ໃນ​ງານ​ແຕ່ງດອງ​ລະ​ຫວ່າງ​ສອງ​ພາກ ນັ້ນ​ແມ່ນ​ສິນ​ສອດ. ທ່ານ​ນາງ ຫວໍ​ມາຍ​ເຟືອງ​ໃຫ້​ຮູ້​ຕື່ມ​ອີກວ່າ:

        “ຢູ່​ພາກ​ເຫ​ນືອ, ​ເລື່ອງ​ຕ້ອງ​ມີໝາກ​ ​ແລະ ​ໃບ​ພູແມ່ນ​ສຳ​ຄັນ​ທີ່​ສຸດ. ສ່ວນ​ຢູ່​ພາກ​ໃຕ້, ​ໃນ​ພິ​ທີ​ສູ່​ຂໍ, ງານ​ດອ​ກໍ​ມີ​ເຊັ່ນດຽວ​ກັນ ແຕ່ບໍ່​ຫລາຍ​ຄື​ຢູ່​ພາກ​ເຫ​ນືອ. ຢູ່​ເຂດ​ທົ່ງ​ພຽງ​ແມ່ນນ້ຳ​ຂອງ, ສິນ​ສອດ​ໃນ​ງານ​ແຕ່ງດອງ​ຕ້ອງ​ມີ​ຄູ່ທຽນ​ທີ​ງາມ​ຕາ, ສ່ວນ​ຍັງ​ເຫລືອ​ແມ່ນ​ຄື​ກັນ​ກັບ​ຢູ່​ພາກ​ເຫ​ນືອ.”

ງານແຕ່ງດອງຂອງຊາວເຜົ່າກີງ - ảnh 4

        ປະ​ຈຸ​ບັນ ງານ​ແຕ່ງດອງ​ຂອງ​ຊາວ​ເຜົ່າ​ກີງ ເຖິງວ່າບໍ່​ອຸ​ດົມ​ສົມ​ບູນ​ຄື​ກ່ອນນີ້ກໍ​ຕາມ ແຕ່​ຍັງ​ຄົງ​ຮັກ​ສາ​​ຈຸດ​ວັດ​ທະ​ນະ​ທຳ​ປະ​ເພນີ​ໄວ້​ໄດ້. ອີງ​ຕາມ​ແຕ່​ລະ​ທ້ອງ​ຖິ່ນ, ສະ​ພາບ​ຂອງ​ແຕ່ລະຄອບ​ຄົວ, ງານ​ແຕ່ງດອງ​ໄດ້​ຮັບ​ກາ​ນ​ຈັດ​ຕັ້ງ​ຕາມ​ຮູບ​ການທີ່ແຕກ​ຕ່າງ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ງານ​ແຕ່ງດອງ​ແມ່ນ​ຈຸດ​ເວ​ລາ​ສຳ​ຄັນ, ເປັນ​ຫ​ນ້າ​ຈົດ​ຈ​ໍ​ໃນ​ຊີ​ວິດ​ຂອງ​ແຕ່​ລະ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ