(vovworld) - ໂດຍບໍ່ມີສີສັນຫຼາກຫຼາຍຄືຊຸດອາພອນຂອງຊົນເຜົ່າຈຳນວນໜຶ່ງ, ຊຸດອາພອນຂອງຊົນເຜົ່ານຸ່ງທຳມະດາງ່າຍດາຍພໍສົມຄວນ, ດ້ວຍແພຝ້າຍຍ້ອມສີຄາມ ແລະ ປັກແສ່ວບໍ່ຫຼາຍ. ການນຸ່ງຖືຂອງຊາວເຜົ່ານຸ່ງ, ໄດ້ສະແດງໃຫ້ເຫັນວັດທະນະທຳ, ຮີດຄອງປະເພນີສ່ວນໃດສ່ວນໃດສ່ວນໜຶ່ງຂອງຊາວເຜົ່ານຸ່ງ.
ຊຸດອາພອນຊົນເຜົ່ານຸ່ງ (ພາບ: ໜັງສືພິມກາວບັງ)
ຊາວເຜົ່ານຸ່ງດຳລົງຊີວິດໃນເຂດພູດອຍ, ດັ່ງນັ້ນເຂົາເຈົ້າເຄີຍຍ້ອມຜ້າສີຄາມ, ແລະຕັດໂສ້ງເສື້ອເອງ. ການປະດັບປະດາໃນຊຸດອາພອນ ຂອງຊາວເຜົ່ານຸ່ງແຕ່ລະແຊງກໍ່ມີຄວາມແຕກຕ່າງກັນ. ແຕ່ເວົ້າລວມແລ້ວ, ຊຸດອາພອນຂອງຊົນເຜົ່ານຸ່ງແມ່ນທຳມະດາງ່າຍດາຍ, ລວດລາຍກໍ່ບໍ່ລະອຽດລະອໍພໍປານໃດ, ພຽງແຕ່ເອົາໃຈໃສ່ເຖິງການອອບແບບເທົ່ານັ້ນ. ສ່ວນສີສັນໃນຊຸດອາພອນຂອງເຂົາເຈົ້າມີສີຄາມອ່ອນ ສີຄາມເຂັ້ມ, ສີອິດ, ສີຄາມດຳ, ແຕ່ສີຕົ້ນຕໍແມ່ນສີຄາມ. ຈິດຕະກອນ ລືວຕ໋ວນຟອງ, ຜູ້ທີ່ຄົ້ນຄ້ວາຊຸດອາພອນຂອງຊົນເຜົ່ານຸ່ງຢູ່ ຫວຽດນາມມາເປັນເວລາຫຼາຍປີໃຫ້ຮູ້ວ່າ:
“ຊຸດອາພອນຂອງຊົນເຜົ່ານຸ່ງມີຫຼາຍຮູບແບບພໍສົມຄວນ, ເຖິງວ່າຈະແມ່ນແຊງໃດກໍ່ຕາມ, ແຕ່ຊຸດອາພອນຂອງເຂົາເຈົ້າກໍ່ມີຈຸດລວມ ແລະ ໄດ້ຮັບການຈຳແນກຕາມເພດ, ຕາມໄວອາຍຸ, ຕາມຖານະບົດບາດໃນສັງຄົມ ແລະ ຕາມທ້ອງຖີ່ນ. ສ່ວນຜູ້ຊາຍບໍ່ເຄີຍໃຊ້ເຄື່ອງເອ້ຍ້ອງ“.
ນັບແຕ່ກ່ອນມາຮອດປະຈຸບັນ, ຊາວເຜົ່ານຸ່ງທັງຜູ້ຍິງ ແລະ ຜູ້ຊາຍລ້ວນແຕ່ນຸ່ງໂສ້ງຫົວໃຫຍ່, ຂາກວ້າງ, ຍາວເຖິງຂໍ້ຕີນ ແລະ ຕີນເສື້ອຫຍິບດ້ວຍເສັ້ນໄໝສີ. ຜູ້ຊາຍເຄີຍນຸ່ງເສື້ອຍາວຮອດສະໂພກ, ປະກອບດ້ວຍ 4 ປ່ຽງ, ແຂນເສື້ອຍາວ ແລະ ກວ້າງ, ຄໍເສື້ອເປັນຮູບຊົງກົມ, ລວມມີ ກະດູມ 7 ໜ່ວຍ ແລະ ມີຖົງເສື້ອ 4 ຫຼື 2 ຖົງ. ສ່ວນຊຸດອາພອນຂອງຜູ້ຍິງແມ່ນອຸດົມສົມບູນ ແລະ ຫຼາຍຮູບແບບກວ່າ. ຜູ້ຍິງເຄີຍນຸ່ງເສື້ອທີ່ປະກອບດ້ວຍ 5 ປ່ຽງ ຫຼື 4 ປ່ຽງ. ເສື້ອສັ້ນ, ຄໍເສື້ອມົນ, ແຍກຢູ່ໜ້າອົກ, ຕີນເສື້ອກວ້າງ, ມີຖົງນ້ອຍ 2 ຢູ່ ທາງໜ້າ, ມີກະດູມ 9 ແຖວຢູ່ ແຂບເສື້ອຢູ່ບ່ອນໃສ່ກະດູມ. ເສື້ອ 5 ປ່ຽງສີຄາມ, ແມ່ນເສື້ອສັ້ນ, ກວ້າງ, ຊ່ວຍໃຫ້ຜູ້ນຸ່ງມີຄວາມສະບາຍໃນການດຳເນີນຊີວິດ ແລະ ອອກແຮງງານປະຈຳວັນ. ລວດລາຍໃນຄໍເສືອມີຮູບຈັດຕຸລັດ, ຮູບດອກຈັນຖືກຈັດລຽງເປັນຮູບສາມຫຼ່ຽມຕິດກັນ. ຈຸດທີ່ເປັນເອກະລັກສະເພາະທີ່ສຸດແມ່ນບັນດາລວດລາຍຢູ່ກະດູມຄໍເສື້ອທີ່ເຮັດດ້ວຍເງິນ, ຮູບແມງກະເບື້ອ ແລະ ຕິດຍອຍຮູບສາມຫຼ່ຽມ. ນີ້ແມ່ນສັນຍາລັກສະແດງໃຫ້ເຫັນຄວາມຄວາມປາຖະໜາຢາກມີຄວາມຜາສຸກຂອງແມ່ຍິງຊາວເຜົ່ານຸ່ງ. ກະດູມຍັງເຮັດດ້ວຍເງິນແລະປະດັບປະດາຢູ່ລຽບຕາມ ແຂບເສື້ອ, ເຮັດໃຫ້ຊຸດອາພອນມີຄວາມງາມພິເສດສະເພາະ. ສ່ວນສິ້ນຂອງແມ່ຍິງຊົນເຜົ່ານຸ່ງມີຮູບທາດລ່ຽມ. ຫົວສິ້ນປະກອບດ້ວຍແພ 12 ສີທີ່ແຕກຕ່າງກັນ, ເປັນສັນຍາລັກໃຫ້ 12 ເດືອນໃນປີ. ສິ້ນກວ້າງ, ແຕ່ເວລານຸ່ງຈະຮັດເອົາແອວ, ສ້າງຄວາມສະເໜ, ໜຸ່ມແໜ້ນໃຫ້ແມ່ຍິງ. ເບິ່ງລວມແລ້ວ, ຊຸດອາພອນຂອງແມ່ຍິງຊາວເຜົ່ານຸ່ງມີຄວາມກົມກຽວທີ່ສຸດ. ເອື້ອຍ ຫງວຽນທິມາຍແອງ, ນັກອອກແບບ ແລະ ສະສົມບັນດາຊຸດອາພອນຂອງຊົນເຜົ່າສ່ວນໜ້ອຍ, ຖືວ່າ, ຊຸດອາພອນສະແດງໃຫ້ເຫັນແບບວິທີດຳເນີນຊີວິດ ກໍ່ຄືສີສັນວັດທະນະທຳສະເພາະຂອງຊາວເຜົ່ານຸ່ງ.
(ພາບ: ໜັງສືພິມກາວບັງ)
“ເມື່ອໄປຊອກຫາຮຽບຮຽງ, ຂ້າພະເຈົ້າມີໂອກາດໄດ້ພົບປະກັບຊາວເຜົ່ານຸ່ງ ແລະ ເຫັນປະຈັກຕາຊຸດອາພອນຂອງເຂົາເຈົ້າ, ຂ້າພະເຈົ້າດີໃຈຫຼາຍ. ເພາະວ່າມາຮອດປະຈຸບັນ, ເອກະສານທີ່ແນະນຳກ່ຽວກັບຊຸດອາພອນຂອງຊົນເຜົ່ານຸ່ງບໍ່ມີຫຼາຍ. ສິລະປະປະດັບລວດລາຍຂອງເຂົາເຈົ້າກໍ່ພິເສດສະເພາະທີ່ສຸດ, ຜ່ານຊຸດອາພອນແມ່ນສາມາດຮູ້ໄດ້ວັດທະນະທຳ ກໍ່ຄືຊີວິດການເປັນຢູ່ຂອງເຂົາເຈົ້າ “.
ຄຽງຂ້າງຊຸດອາພອນ, ເຄື່ອງເອ້ຍ້ອງ ກໍ່ແມ່ນພາກສ່ວນທີ່ສຳຄັນ, ສ້າງເປັນຈຸດທີ່ເປັນເອກະລັກສະເພາະໃຫ້ຊຸດອາພອນຂອງຜູ້ຍິງ. ຊຸດເອ້ຍ້ອງປະກອບມີປອກຄໍ. ຕຸ້ມຫູທີ່ເຮັດດ້ວຍເງິນ. ແມ່ຍິງຊາວເຜົ່ານຸ່ງຢີ໋ນເຄີຍໃສ່ຜ້າຄຽນຫົວສ້າງເປັນຮູບຄ້າຍຄືກັນກັບເຂົາຄວາຍ. ເຊິ່ງສະແດງໃຫ້ເຫັນທັດສະນະຂອງຊາວເຜົ່ານຸ່ງຢີ໋ນທີ່ “ຖືຄວາຍເປັນຊັບສົມບັດຕົ້ນຕໍ“. ໃນຜ້າຄຽນຫົວຢູ່ໜ້າຜາກເຂົາເຈົ້າຍັງຕິດເມັດເງິນໃສ່ອີກດ້ວຍ.
ຊຸດອາພອນແມ່ນຜະລິດຕະພັນດ້ານວັດຖຸຂອງມະນຸດ, ຮັບໃຊ້ຊີວິດມະນຸດ ດ້ວຍຫຼາຍຮູບການທີ່ແຕກຕ່າງກັນ. ເລື່ອງຮັກສາວັດທະນະທຳໃນຊຸດອາພອນທີ່ເປັນມູນເຊື້ອຂອງຊາວເຜົ່ານຸ່ງນັ້ນ ກໍ່ເປັນການປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳຂອງບັນດາເຜົ່າ.