ຊຸດອາພອນຂອງແມ່ຍິງຊົນເຜົ່າຜູ້ໄທ

​(vovworld) – ຊົນເຜົ່າຜູ້ໄທດຳລົງຊີວິດກະແຈກກະຈາຍຢູ່ເຂດ, ພາກທີ່ແຕກຕ່າງກັນ. ຢູ່​ແຕ່ລະ​ເຂດ, ​ຊາວ​ເຜົ່າ​ຜູ້​ໄທ​ກໍ່​ມີ​ຊຸດ​ອາພອນ​ທີ່​ແຕກ​ຕ່າງ​ກັນ​ເໝາະ​ສົມ​ກັບ​ຮີດຄອງ​ປະ​ເພນີຂອງ​ເຂດ​ທີ່​ເຂົາ​ເຈົ້າຢູ່​ອາ​ໄສ. ບົດ​ຂຽນ “ຄວາມ​ປະ​ທັບ​ໃຈ​ຕໍ່​ຊຸດ​ອາພອນ​ຂອງ​ແມ່ຍິງຊົນ​ເຜົ່າ​ຜູ້​ໄທ“ ຂອງ​ນັກ​ຂ່າວ ລານ​ແອ​ງ, ຈະ​ແນະນຳ​ຊຸດ​ອາພອນ​ຂອງ​ແມ່ຍິງ​ຊົນ​ເຜົ່າ​ໄທ​ຂາວ ຢູ່​ເມືອງ​​ເມື່ອ​ງ​ໄລ, ​ແຂວງ​ດ້ຽນບຽນ, ​ເຊີນ​ທ່ານ​ຮັບ​ຟັງ.

ຊຸດອາພອນຂອງແມ່ຍິງຊົນເຜົ່າຜູ້ໄທ - ảnh 1

ສາວເຜົ່າໄທຂາວ, ໄທດຳອ່ອນຊ້ອນໃນວາດຟ້ອນຂອງຕົນ

(ພາຍ: ອິນເຕີແນດ)

ຜູ້​ໃດ​ທີ່ມີ​ໂອກາດ​​ໄປ​ຢ້ຽມຢາມ​ເຂດ ​ໄຕ​ບັກ (ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ) ກໍ່​ຮູ້ສຶກ​ແປກ​ປະຫຼາດ​​ເມື່ອ​ເຫັນ​ບັນດາ​ນາງ​ສາວ​ຊົນ​ເຜົ່າ​ຜູ້ໄທ​ໃນ​ຊຸດ​ອາພອນ​ປະຈຳ​ເຜົ່າ​ຂອງ​ຕົນ, ດ້ວຍ​ເສື້ອ​ກ່ອມ, ສິ້ນ​ດຳ ​ແລະ ​ແພ​ເຈ່ປົກ​ທາງ​ໜ້າ. ນັບ​ແຕ່​ເວລາ​ຍັງ​ນ້ອຍ, ສາວ​​ເຜົ່າຜູ້ໄທ​​ເຄີຍໄດ້​ຮຽນ​ວິທີ​ມັດສາຍ​ແອວ​ດ້ວຍ​ຜ້າຈາກ​ແມ່​, ຍ້ອນ​ເຫດ​ນັ້ນ, ​ເມື່ອ​ເຕີບ​ໃຫຍ່ບັນດາຜູ້ສາວຊົນ​ເຜົ່າ​ຜູ້ໄທ​ລ້ວນ​ແຕ່​​ມີ “​ແອວ​ກີ່ວ“ ດ້ວຍຮູບ​ບາງຮ່າງນ້ອຍ ​ແລະ ຍິ່ງ​ສວຍ​ງາມ​ກວ່າ​ເມື່ອ​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າ​ຂອງ​ຕົນ. ອ້າຍ​ ເລືອ​ງວັນ​ທຽດ, ພະນັກງານ​ຄົ້ນ​ຄ້ວາ​ຂອງ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຊຸດ​ອາພອນ​ຂອງ​​ແມ່ຍິງ​ຊົນ​ເຜົ່າຜູ້ໄທ ​ໄດ້​ເຊີດ​ຊູ​ຄວາມ​ງາມ​ຂອງແມ່ຍິງຂຶ້ນ​ຕື່ມ. ຜູ້​ຄົນ​ທັງ​ຫຼາຍ​​ເຄີຍຕີ​ລາຄາ​ວ່າ, ສາວ​​​ເຜົ່າຜູ້ໄທງາມ​ຫຼາຍ, ​ແຕ່​ຄວາມ​ຈິ່ງ​​​ແລ້ວ, ແມ່ນ​ຍ້ອນເຂົາ​ເຈົ້າຮູ້​ໃຊ້​ຊຸດ​ອາພອນ​ເພື່ອ​ອວດ​ຮູບ​ຮ່າງ​ຂອງ​ຕົນ. ສາວ​ເຜົ່າ​ຜູ້ໄທ​ມີ​ຜີວ​ຂາວ, ຮ່າງສູງ ​ແລະ ຈົ່ງ​ຜົມ​ຍາວ. ເມື່ອນຸ່ງເສື້ອຕິດ​ແນບກັບ​ຕົນ​ໂຕ, ສາວ​ເຜົ່າ​ຜູ້ໄທຄື​ວ່າ​ມີ​ຮູບ​ຮ່າງ​ສວຍ​ງາມ​ ​ແລະ ​ສຸພາບກວ່າອີກ “.

ຊຸດອາພອນຂອງແມ່ຍິງຊົນເຜົ່າຜູ້ໄທ - ảnh 2

ສາວເຜົ່າໄທດຳໃນຊຸດເສື້ອຄໍສູງສີຂາວ

(ພາຍ: ອິນເຕີແນດ)

        ​ເສື້ອກ໋ອມຂອງ​ຊາວ​ເຜົ່າ​ໄທ​ດຳ​ ມີຄໍ​ເສື້ອ​ສູງ, ສ່ວນ​ຄໍ​ເສື້ອ​ຂອງ​ເຜົ່າ​ໄທ​ຂາວ​ມີ​ຮູບ​ໝາກ​ຫົວ​ໃຈ. ​ເສື້ອກ໋ອມຂອງ​ເຜົ່າ​ໄທ​ຂາວ​ມີ 2 ປະ​ເພດ. ​​ເສື້ອແຂນ​ສັ້ນ​ແມ່ນ​ສຳລັບ​​ແມ່ຍິງທີ່​ມີ​ອາຍຸ​ສູງ, ສ່ວນ​ເສື້ອ​ແຂນ​ສັ້ນ​ແມ່ນ​ສຳລັບ​ຜູ້​ສາວ. ປ້າ ​ໂລ​ທິ​ເກ​ວ໋, ຢູ່​ບ້ານ​ຫົກ, ​ເມືອງ​ເມື່ອ​ງ​ໄລ, ​ແຂວງ​ດ້ຽນບຽນ, ​ໃຫ້​ຮູ້​ວ່າ:

        “​ເສື້ອ​ຊຸດ​ນີ້ຕິດ​ແນບກັບ​ຕົນ​ໂຕ, ​ເຮັດ​ໃຫ້​ຮູບ​ຮ່າງເອື້ອຍ​ນ້ອງ​ແມ່​ຍິງມີ​ຄວາມ​ສວຍ​ງາມ​ກວ່າ. ​ເສື້ອ​ຂອງ​ຜູ້ຍິງ​ຊົນເຜົ່າ​ຜູ້ໄທ​ມີສີຂາວ, ຄໍ​ເສື້ອ​ປະດັບ​ດ້ວຍລວດລາຍ​ສີດຳ, ​ຍິ່ງ​ເຊີດ​ຊູ​ຜີວ​ໜັງ​ຂອງສາວ​ເຜົ່າ​ຜູ້ໄທ​​ກວ່າອີກ“.

        ສ່ວນ​​ແຖວກະດູມ​​​ຮູບ​​ແມງກະ​ເບື້ອທີ່​ເຮັດ​ດ້ວຍ​ເງິນ​ໃນ​ເສື້ອກ໋ອມກໍ່​ມີ​ຄວາມ​ໝາຍ​ຂອງ​ມັນ, ​ແຖວ​​ໜຶ່ງແມ່ນກະ​ດູມ​ຮູບ​ແມງກະ​ເບື້ອ​ເພດ​ແມ່, ​ແຖງ​ໜຶ່ງ​ອີກ​ແມ່ນ​ກະ​ດູມ​ຮູບ​ແມງກະ​ເບື້ອ​ເພດຜູ້. ຜູ້​ສາວ​ບໍ່​ທັນ​ເອົາ​ຜົວ​ນຸ່ງ​ເສື້ອ​ດ້ວຍ​​ແຖວ​ກະ​ດູມ​ຈຳນວນ​ຄີກ, ສ່ວນ​ຜູ້​ເອົາ​ຜົວ​ແລ້ວ​​ນຸງ​ເສື້ອ​ດ້ວຍແຖວ​ກະ​ດູມ​ຈຳນວນ​ຄູ່. ປ້າ ຕ່ອງ​ທິ​ເວື​້ອງ, ຢູ່​ບ້ານ​ດານ, ​ເມືອງ​ເມື່ອ​ງ​ໄລ, ​ແຂວງ​ດ້ຽນບຽນ ​ໃຫ້​ຮູ້​ວ່າ:

        “​ແຖວ​ກະ​ດູມ​ນີ້, ນອກຈາກ​ເພື່ອ​ປະດັບ​ໃຫ້​ງາມ​ແລ້ວ, ຍັງ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວີນຍານ​ອີກ. ​ເພາະວ່າ​ກ່ອນ​ຈະ​ເອົາ​ຜົວ, ພໍ່​ແມ່​ຈະ​ໃຫ້​ລູກສາວ​ຊຸດ​ກະ​ດູມ​ດ້ວຍ​ເງິນ​ຫຼື​ຄຳ ​ແລະ ​ເສື້ອກ໋ອມ, ​ເມື່ອ​ເຖົ້າ​ແກ່, ເສຍ​ຊີວິດ​ແລ້ວ ​ຕ້ອງ​ນຸ່ງ​ເສື້ອກ໋ອມ​ແລະ ​ເສື້ອ​ເສີ​ລວງ​ “.

ຊຸດອາພອນຂອງແມ່ຍິງຊົນເຜົ່າຜູ້ໄທ - ảnh 3

ຊຸດອາພອນຂອງສາວເຜົ່າໄທຂາວ

(ພາຍ: ອິນເຕີແນດ)

ປ້າ ຫຼໍ່​ທິ​ເກ​ວ໋ ​ໃຫ້​ຮູ້​ວ່າ, ​ເຖິງ​ວ່າ​ຊີວິດ​ໃນ​ປະຈຸ​ບັນ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​​ແລ້ວກໍ່ຕາມ, ​ແຕ່​ບັນດາ​ນາງສາວຊົນ​ເຜົ່າ​ໄທ​ຂາວ​ຢູ່​ເມື່ອ​ງ​ໄລ ຍັງ​ຄົງ​ອ່ອນ​ຊ້ອນ​ໃນ​ຊຸດ​ອາພອນ​ປະຈຳ​ເຜົ່າ​ຂອງ​ຕົນຢູ່.

        “ຊຸດ​ອາພອນ​ໃນ​ປະຈຸ​ບັນ​ມີ​ການ​ປ່ຽນ​​ໃໝ່ຫຼາຍ​ຢ່າງ. ​ໃນ​ເມື່ອ​ກ່ອນ​ແມ່​ນນຸ່ງ​ສິ້ນ​ທີ່​ຍ້ອມ​ດ້ວຍ​ນຳ້​ຄາມ ​ໂດຍ​ເຜົ່າ​ຜູ້ໄທ​ຕຳ​ຫູກ​ທໍ​ໄໝ​ເອງ, ບໍ່​ມີ​ສິ້ນ​ດ້ວຍ​ແພ​ກຳມະຫຍີ່​ຄື​ໃນ​ປະຈຸ​ບັນ. ສ່ວນ​ເສື້ອ​ຍາວມີ​ສອງ​ປະ​ເພດ: ​ເສື້ອຄຸມມີ​ລວດລາຍ​ທັງ​ສອງ​ຂ້າງ​ຂີ້​ແຮ້, ​ເອີ້ນ​ວ່າ​ເສື້ອ​ກວ້າງ​ຂອງ​ຜູ້​ເຖົ້າ. ຊາວ​ເຜົ່າ​ຜູ້ໄທ​ເມື່ອ​ຕາຍ​ຕ້ອງ​ນຸ່ງ​ເສື້ອກ໋ອມ ​ແລະ ​ເສື້ອ​ກວ້າງ​ຢູ່​ນອກ. ​ເສື້ອ​ຍາວ​ສຳລັບ​ຜູ້​ສາວ​ແມ່ນ​ຮັດ​ແອວ​ນ້ອຍ​ໜຶ່ງ. ຢູ່​ໜ້າ​​ເສື້ອປະດັບ​ດ້ວຍ​ລວດລາຍ​ເພື່ອ​ສ້າງ​ຄວາມ​ສວຍ​ງາມ, ສະ​ເໜ​ໃຫ້​ແກ່​ຜູ້ຍິງ “.

ຊຸດອາພອນຂອງແມ່ຍິງຊົນເຜົ່າຜູ້ໄທ - ảnh 4

ສາວເຜົ່າຜູ້ໄທແກວ່ງໝາກຄອນ

(ພາຍ: ອິນເຕີແນດ)

        ​ແມ່ຍິງ​ເຜົ່າ​ໄທ​ຂາວ​ຍັງ​ມີ​ເສື້ອ​ເສີ​ລວງອີກ, ​ແມ່ຍິງ​​ເຜົ່າ​ໄທ​ຂາວ​ມັກ​ນຸ່ງ​ເສື້ອ​ນີ້​ໃນ​ໂອກາດ​ງານ​ດອງຫຼື​ພິທີ​ຕ່າງໆ. ​ເສື້ອ​ເສີ​ລວງ​ມີ​ສີດຳ, ຍາວ​ລົງ​ຮອດ​ຂໍ້​ຕີນ. ​ໃນ​ງານ​ດອງ, ຜູ້​ສາວ​ຕ້ອງ​ນຸ່ງ​ເສື້ອ​ນີ້. ປ້າ ​ດຽວ​ທິຈ້ວຽນ ຢູ່​ບ້ານ​ຈີ​ລວງ 2, ​ໃຫ້​ຮູ້​ວ່າ:

        “​ໃນ​ພິທີ​ງານ​ດອງ, ​ເຈົ້າ​ສາວ​ຕ້ອງ​ນຸ່ງ​ເສື້ອ​​ເສີ​ລວງ​ສີ​ດຳຢູ່​ນອກ​ເສື້ອກ໋ອມ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຈົ້າ​ສາວ​ແມ່ນ​ຄົນ​ລຽບ​ງ່າຍ, ບໍ່​ອວດອົ່ງ“.

        ພ້ອມ​ກັບ​ເສື້ອກ໋ອມ, ​ເສື້ອ​ເສີ​ລວງ​ແມ່ນ​ສິ້ນ, ສິ້ນ​ຂອງ​ເຜົ່າ​ໄທ​ຂາວ​ມີ​ສີດຳ, ຕິນສິ້ນທາງ​ໃນ​ແມ່ນຫຍິບ​ດ້ວຍ​ແພ​ທີ່​ມີສີສົດ​ໄສ. ສ່ວນ​ແອວ​ລະຫວ່າງເສື້ອ​ແລະ​ສິ້ນ​ຖືກ​ປະດັບ​ດ້ວຍຜ້າ​ມັດ​ແອວ. ປາ ​ເວື້ອງ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ຜ້າ​ມັດ​ແອວ​ມີ​ສີຂຽວ, ສີ​ບົວ. ​ເພາະວ່າ​ສີ​ນີ້​ມັນ​ເຂົ້າ​ກັບ​ເສື້ອກ໋ອມສີຂາວ ​ແລະ ສິ້ນ​ສີ​ດຳທີ່​ສຸດ“.

ຊຸດ​ອາພອນ​ຂອງ​ແມ່ຍິງ​ເຜົ່າຜູ້​ໄທ​ເຖິງ​ວ່າ​ຈະ​ລຽບ​ງ່າຍ​ແຕ່​ມີ​ຄວາມ​ສະ​ເໜ ​ແລະ ສຸພາບ, ​ເຮັດ​ໃຫ້​ບັນດາ​ນາງ​ສາວ​ເຜົ່າ​ຜູ້ໄທ​ມີ​ຄວາມ​ງາມ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ພູດ​ອຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ