(vovworld) - ກໍ່ເຊັ່ນດຽວກັບຫຼາຍຊົນເຜົ່າທີ່ແຕກຕ່າງກັນຢູ່ເຂດ ໄຕງວຽນ, ຊາວເຜົ່າ K’ho ມີມູນເຊື້ອຕຳ່ຜ້າ ແລະ ຕັດຫຍິບຊຸດອາພອນເອງໃຫ້ຊົນເຜົ່າຕົນ. ບັນດາຊຸດອາພອນຂອງຊາວເຜົ່າ K’ho ບໍ່ພຽງແຕ່ມີຄວາມງາມທີ່ເປັນເອກະລັກສະເພາະເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນວັດທະນະທຳ, ສີສັນພິເສດສະເພາະຂອງຊາວເຜົ່າ K’ho ອີກດ້ວຍ.
(ພາບປະກອບ)
ຊາວເຜົ່າ K’ho ໃນເມື່ອກ່ອນນຸ່ງຖືແບບງ່າຍດາຍ, ເຂົາເຈົ້າບໍ່ນຸ່ງເສື້ອ, ຜູ້ຊາຍໃສ່ກະຕ່ຽວ, ຜູ້ຍິງນຸ່ງກະໂປ່ງສັ້ນ. ເມື່ອຜ້າແພຍັງຂາດເຂີນ, ເຂົາເຈົ້າໄດ້ໃຊ້ເປືອກໄມ້ປ່າແຊ່ນ້ຳໃຫ້ຢາງອອກ, ພັບເຂົ້າແລ້ວຕັດຄໍ ແລະ ຫຍິບແຂນເສື້ອດ້ວຍເສັ້ນຫວາຍເພື່ອເປັນເສື້ອກັນໜາວ. ຜ່ານການເວລາ, ອາຊີບຕຳ່ຜ້າ ແລະ ຫຍິບໂສ້ງເສື້ອຂອງຊາວເຜົ່າ K’ho ພັດທະນາທີ່ສຸດ. ປະຈຸບັນ, ຊາວເຜົ່າ K’ho ມີທັດສະນະກ່ຽວກັບຄວາມງາມຂອງຊຸດອາພອນແມ່ນງ່າຍດາຍ ແຕ່ຍັງຄົງເປັນເອກະລັກສະເພາະ. ຜູ້ຊາຍຊາວເຜົ່າ K’ho ມີຮ່າງກາຍລຳສັນ, ແຂງແຮງ, ດັ່ງນັ້ນເຂົາເຈົ້າມັກເປືອຍໂຕບໍ່ໃສ່ເສື້ອ, ນຸ່ງກະຕ່ຽວດ້ວຍແຜ່ນແພກວ້າງພໍສົມຄວນ, ຍາວ 1,5-2ແມັດ, ມີຮູບລວດລາຍຕາມລວງຍາວຂອງແຜ່ນແພນັ້ນ. ທ່ານ ຢວມຢາຍບາດ, ຊາວເຜົ່າ K’ho ໃຫ້ຮູ້ວ່າ:
“ສີສັນ, ລວດລາຍໃນແຜ່ນແພແມ່ນຍັງຄົງຮັກສາຕາມປະເພນີເດີມ, ນັ້ນແມ່ນບັນດາລວດລາຍຕາມລວງຍາວ ແລະ ລວງຂວາງ ພ້ອມກັບຍອຍຜ້າທີ່ປະດັບປະດາຢູ່ເຊິີງກະຕ່ຽວ. ຖ້າບໍ່ເຮັດຄືແນວນັ້ນແມ່ນບໍ່ໄດ້. ເມື່ອນຸ່ງກະຕ່ຽວບໍ່ໄດ້ສັ້ນໂພດ, ຫາກຕ້ອງຍາວເຖິງຫົວເຂົ່າ“
ເສື້ອຂອງຊາວເຜົ່າ K’ho ໄດ້ຮັບການຕຳ່ງ່າຍດາຍພໍສົມຄວນ, ນັ້ນແມ່ນເສື້ອຊຸບຫົວ, ຄໍເສື້ອກົມ, ບໍ່ມີແຂນ ແລະ ມີລວດລາຍປະດັບປະດາດ້ວຍສີຟ້າ ແລະ ສີດຳ. ເສື້ອຂອງຜູ້ຊາຍໃນເມື່ອກ່ອນຖືກມັດດ້ວຍເສັ້ນຜ້າ, ສ່ວນປະຈຸບັນແມ່ນໃສ່ກະດູມ. ບັນດາລວດລາຍທີ່ປະດັບປະດາໃນເສື້ອຂອງຜູ້ຊາຍແມ່ນສຸມໃສ່ຕີນເສື້ອດ້ວຍຮູບດອກໄມ້, ຕານົກ. ກະຕ່ຽວເມື່ອນຸ່ງພ້ອມກັບເສື້ອ, ຍາມໃດກໍ່ເຮັດໃຫ້ຮ່າງກາຍຂອງຜູ້ຊາຍທັງມີຄວາມສວຍງາມ ແລະ ແຂງແຮງກວ່າ. ຕາມປະເພນີທີ່ເປັນມູນເຊື້ອ, ບັນດາຜູ້ສາວຊາວເຜົ່າ K’ho ເມື່ອເຕີບໃຫຍ່ລ້ວນແຕ່ໄດ້ຮັບການຮຽນວິທີຕຳ່ຜ້າຈາກແມ່, ເພື່ອບໍ່ພຽງແຕ່ສາມາດຕຳ່ຜ້າ, ຕັດຫຍິບຊຸດອາພອນທີ່ສວຍງາມໃຫ້ແກ່ຕົນເທົ່ານັ້ນ, ຫາກຍັງຕັດຫຍິບໃຫ້ທັງຄອບຄົວ ແລະ ນຳເອົາຜະລິດຕະພັນຕຳ່ຜ້າຂອງຕົນມາເປັນສິນສອດໃຫ້ຄອບຄົວຝ່າຍຜູ້ຊາຍອີກດ້ວຍ. ບັນດາຊຸດກະໂປ່ງສວຍງາມທີ່ສຸດແມ່ນຖືກໃຊ້ໃນງານດອງ, ງານບຸນຕ່າງໆ ທ່າມກາງສຽງກອງທີ່ຟົດຟື້ນມ່ວນຊື່ນຂອງຊາວບ້ານ. ສາວຜູ້ໃດມີຊຸດກະໂປ່ງສວຍງາມ, ກໍ່ເປັນຜູ້ດຸໝັ່ນຂະຫຍັນພຽນ, ໄດ້ຮັບຄວາມສົນໃຈຈາກຜູ້ຊາຍຫຼາຍຄົນ ແລະ ຍິ່ງມີເງື່ອນໄຂເລືອກເຟັ້ນເພື່ອ “ຈັບຜົວ“.
(ພາບປະກອບ)
ຜູ້ຍິງຊາວເຜົ່າ K’ho ມີຄວາມນິຍົມບັນດາຊຸດອາພອນດ້ວຍຜ້າຂີ້ງາ, ດັ່ງນັ້ນຊຸດອາພອນຂອງເຂົາເຈົ້າຈຶ່ງສວຍງາມທີ່ສຸດ. ຜູ້ຍິງຊາວເຜົ່າ K’ho ເຄີຍພັນກະໂປ່ງຍາວເຖິງຫົວເຂົ່າ, ເພື່ອສາມາດເຫັນໄດ້ບີ່ແຄ່ງໃຫຍ່ ແລະ ແຂງແຮງ, ສ່ວນຈາກແອວຂືຶ້ນໄປແມ່ນປະເປືອຍບໍ່ນຸ່ງເສື້ອ, ເມື່ອອາກາດໜາວ, ເຂົາເຈົ້າຈຶ່ງເອົາແພຄຽນອ້ອມໂຕ. ຕໍ່ມາຜູ້ຍິງມັກນຸ່ງເສື້ອຮັດຄີງໃຫ້ເໝາະສົມກັບກະໂປ່ງທີ່ເປັນມູນເຊື້ອ. ຜ່ານບັນດາລວດລາຍທີ່ມີຊີວິດຊີວາ, ແມ່ຍິງຊາວເຜົ່າ K’ho ໄດ້ຝາກຝັງຈິດໃຈກໍ່ຄືຄວາມຮັບຮູ້ກ່ຽວກັບໂລກທຳມະຊາດເຂົ້າບັນດາແຜ່ນແພ, ລວດລາຍຕ່າງໆໃນຊຸດອາພອນ. ໃນຊຸດອາພອນດ້ວຍແພຂີ້ງາຂອງແມ່ຍິງຊາວເຜົ່າ K’ho ສ່ວນຫຼາຍແມ່ນບັນດາຮູບສັດປ່າ ແລະ ເຄື່ອງໃຊ້ຕ່າງໆທີ່ຕິດພັນກັບຊີວິດການເປັນຢູ່, ແຕ່ລະຮູບລ້ວນແຕ່ມີຄວາມໝາຍສະເພາະຂອງມັນ. ຕົວຢ່າງຄືຮູບຕານົກແມ່ນເປັນສັນຍາລັກໃຫ້ການດຳລົງຊີວິດທີ່ໃກ້ຊິດຕິດພັນກັບພູຜາປ່າໄມ້, … ນັກຈິດຕະກຳ ເລວັນເກືອງ, ນັກຄົ້ນຄ້ວາ, ສະສົມບັນດາຊຸດອາພອນຂອງຊົນເຜົ່າ, ໃຫ້ຮູ້ວ່າ:
“ບັນດາຜະລິດຕະພັນຕຳ່ແຜ່ນຂອງຊາວເຜົ່າ K’ho ມີບັນດາລວດລາຍທີ່ເປັນເອກະລັກສະເພາະ. ຊາວເຜົ່າມີຄວາມນິຍົມສີຟ້າ ແລະ ສີດຳ. ໃນແຜ່ນແພ, ຊາວເຜົ່າ K’ho ເຄີຍສ້າງລວດລາຍຢູ່ຕາມເຊີງຜ້າ, ເຮັດໄດ້ຄືແນວນັ້ນແມ່ນຍາກທີ່ສຸດ. ຜູ້ຕຳ່ຜ້າຕ້ອງມີຄວາມເຂົ້າໃຈທີ່ສຸດກ່ຽວກັບການປະກອບ, ວີທີຈັດເສັ້ນຕັ້ງເສັ້ນຂວາງ. ສິ່ງດັ່ງກ່າວພຽງແຕ່ຜູ້ມີຄວາມຊຳນານຈຶ່ງເຮັດໄດ້”.
ປະຈຸບັນ, ບັນດາຊຸດອາພອນທີ່ເປັນມູນເຊື້ອບໍ່ໄດ້ນຳໃຊ້ຢ່າງກວ້າງຂວາງໃນຊີວິດປະຈຳວັນ. ແຕ່ວ່າໃນການພັດທະນາຂອງແຟຊັນໃນຍຸກປະຈຸບັນ, ຊຸດອາພອນທີ່ເປັນມູນເຊື້ອຂອງຊາວເຜົ່າ K’ho ຍັງຄົງຮັກສາຈຸດທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳສະເພາະຂອງຊົນເຜົ່າຕົນໄວ້ໄດ້.