ຊົນເຜົ່າ K’ho

(vovworld) -ໃນ​ປະຊາ​ຄົມ 54 ຊົນ​ເຜົ່າ ຫວຽດນາມ, ​ K’ho ແມ່ນຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ດຳລົງ​ຊີວິດ​ມາ​ແຕ່​ດົນ​ນານ​ຢູ່​ທາງ​ທິດ​ໃຕ້ ​​ເຂດໄຕ​ງວຽນ. ຊາວ​ K’ho ກ່ອນ​ນີ້ອາ​ໄສ​ຕົ້ນ​ຕໍຢູ່​ເຂດ​ພູ​ສູງ, ຊີວິດ​ແຍກ​ອອກ​ຈາກ​ຊົນ​ເຜົ່າ​ອື່ນໆ, ດັ່ງ​ນັ້ນ​ຍັງ​ຄົງ​ຮັກສາ​ຮີດຄອງ​ປະ​ເພນີ​ວັດທະນະທທີ່​ເປັນ​ມູນ​ເຊື້ອ​​ໄວ້​ຫຼາຍ​ຢູ່. ມາ​ຮອດ​ປະຈຸ​ບັນ, ມີ​ຫຼາຍ​ພິທີ​ງານ​ບຸນ​ປະ​ເພນີ​ຂອງ​ຊາວ​ເຜົ່າ K’ho ຍັງ​ຄົງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ.

ຊົນເຜົ່າ K’ho - ảnh 1
  ຊົນ​ເຜົ່າ K’ho (ພາບປະກອບ)

       ຊົນ​ເຜົ່າ K’ho ​ຍັງ​ມີ​ຊື່​ວ່າ Cơ Ho, Cờ Ho, Kơ Ho. ​ແມ່ນ​ຊົນ​ເຜົ່າທີ່​ດຳລົງ​ຊີວິດ​ແບບ​ເຄື່ອນ​ທີ່, ດັ່ງ​ນັ້ນ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ໄດ້ຄ່ອຍໆສ້າງ​ເປັນ​​ແຊກ​ K’ho ທ້ອງຖີ່​ນ​ເຊ່ັນ: K’ho Srê, K’ho Tơ Rinh (T’ring), K’ho Nộp (Tu nốp), K’ho Chil, K’ho Lách, K’ho Dòn...ພາສາ​ຂອງ​ຊາວ K’ho​ ​ແມ່ນ​ຂຶ້ນ​ກັບ​ລະບົບ​ພາສາ ອາຊີ​ໃຕ້, ໝວດ ມອນ-ຂະ​ແມ. ຫວ່າງ​ແລ້ວ​ນີ້, ພາສາ​ຂຽນຂອງ ຊາວ​ເຜົ່າ K’ho ​​ແມ່ນຂຽນຕາມຕົວ​ໜັງ​ສື Latinh. ຊາວ​ເຜົ່າ K’ho ຢູ່ ຫວຽດນາມ​ໃນ​ປະຈຸ​ບັນ​ມີ​ປະມານ 170.000 ຄົນ, ​ເຊິ່ງອາ​ໄສ​ຕົ້ນ​ຕໍຢູ່​ບັນດາ​ແຂວງ ​ເລິ​ມດົ່ງ, ບິ່ງ​ທ໋ວນ, ​ແຄ໋ງຮ່ວາ, ນິງທ້ວນ, ດົ່ງ​ນາຍ ​ແລະ ນະຄອນ ​ໂຮ່ຈີ​ມິນ.

       ຊາວ​ເຜົ່າ K’ho ດຳລົງ​ຊີວິດ​ຕົ້ນ​ຕໍ​ດ້ວຍ​ອາຊີບ​ປູກຝັງ, ລ້ຽງສັດ ​ແລະ ອາຊີບ​ຫັດຖະກຳ​ອື່ນໆ, ​ເຊັ່ນ: ຕີ​ເຫຼັກ, ຖັກ​ສານ, ຕຳ່ຫູກ... ກໍ່​ເຊັ່ນ​ດຽວ​ກັບ​ຊົນ​ເຜົ່າ​ອ້າຍ​ນ້ອງ​ຈຳນວນ​ໜຶ່ງ​ຢູ່​ເຂດໄຕ​ງວຽນ, ຊາວ​ເຜົ່າ K’ho ຍັງ​ຄົງ​ຮັກສາ​ຮີດຄອງ​ເດີມ​ຫຼາຍ​ຢ່າງ​ໄວ້​ໄດ້, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ການ​​ດຳ​ເນີນ​ຊີວິດ, ​ເຊື່ອ​ຖື​ສາສະໜາ. ທ່ານ ຫງວຽນ​ວັນ​​ແຢວງ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ,​ ​ໃຫ້​ຮູ້​ວ່າ:                                      

        “ນັບ​ແຕ່ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ​ K’ho ເຊື່ອ​ໝັ້ນ​ວ່າ, ຊີວິດ​ທຸກ​ດ້ານ​ລ້ວນ​ແຕ່​​ຖືກຕັດສິນໂດຍ​ກຳລັງ​ອະພິທຳ​ມະ​ຊາດ​. ຟ້າ​ແຖນ​ດົນບັນດານ​ຄວາມໂຊກ​ໝານ​, ສ່ວນ​ຜີ​ສາງ​ນາງ​ໄມ້​ພັດ​ກໍ່​ໄພພິບັດ​ໃຫ້​ມະນຸດ. ນອກ​ນັ້ນ​ຊາວ​ K’ho ຍັງ​ບູຊາ​ເທວະ​ດາ: ພະ​ອາທິດ, ພະຈັນ, ພູ, ​ແມ່​ນຳ້​ລຳ​ເຊ, ທີ່​ດິນ, ​ເຂົ້າ​ເປືອກ…ອີກ​ດ້ວຍ. ປະຈຸ​ບັນ, ຊາວ​ເຜົ່າ​ K’ho ຍັງ​ຄົງ​ດຳ​ເນີນ​ພິທີບູຊາ​ບັນດາ​ເທ​ວະ​ດາ​ດັ່ງກ່າວ​ໃນ​ໂອກາດ, ​ເຫດການ​ສຳຄັນ​ເຊັ່ນ: ງານ​ດອງ, ງານ​ສົບ, ບັນດາ​ໄລຍະ​ແຫ່ງ​ການ​ຜະລິດ, ການ​ເຈັບ​ເປັນ…“

       ​ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່ດຳລົງ​ຊີວິດ​ດ້ວຍ​ອາຊີບ​ກະສິກຳ ​ແລະ ​ເຊື່ອ​ຖື​ເທວະ​ດາ​ຟ້າ​ແຖນ, ດັ່ງ​ນັ້ນ​ແຕ່ລະ​ເທື່ອ​ເມື່ອ​ຈັດ​ຕັ້ງ​ບັນດາ​ງານ​ບຸນ​ກະສິກຳ, ຊາວ​ K’ho ເຄີຍຕັ້ງ​ຕົ້ນ​ໄມ້​ໄຜ່​ຢູ່​​ເດີນ​ບ້ານ​ຕໍ່ໜ້າ​ເຮືອນ​ເພື່ອ​ເຊີນ​ເທວະ​ດາ​ຟ້າ​ແຖນ​ມາ​ຮ່ວມ, ​ເປັນ​ສັກຂີ​ພິຍານ ​ແລະ ຮ່ວມ​ເບີກບານ​ມ່ວນ​ຊື່ນ​ພ້ອມ​ກັບ​ຊາວບ້ານ, ຊາວ​ເຜົ່າ K’ho ຖື​ເປັນ​ສຳຄັນກະສິກຳ​ປູກ​ເຂົ້າ​ທີ່​ສຸດ, ດັ່ງ​ນັ້ນ​ຈຶ່ງ​ມີ​ຫຼາຍ​ງານ​ບຸນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ເທວະ​ດາ​ເຂົ້າ​ເຊັ່ນ: ງານ​ບຸນ​ຫວ່ານ​ແນວ​ພັນຕົກກ້າ, ​ງານ​ບຸນບູຊາ ບົວລະບັດ​ເຂົ້າ, ບຸນ​ອວຍພອນ​ເຂົ້າ​ໃໝ່... ຊາວ​ເຜົ່າ K’ho ຍັງ​ຈັດ​ຕັ້ງບັນດາ​ງານ​ບຸນ​ພາວະນາ​ຂໍ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ງານບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ, ງານບຸນ​ບູຊາ​ທ່າ​ນ້ຳ. ​ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຊາວ​ເຜົ່າ K’ho ມີ​ພື້ນຖານ​ສິລະ​ປະ ວັນນະຄະດີພື້ນ​ເມືອງ ອຸດົມສົມ​ບູນ​ພໍ​ສົມຄວນ. ບົດ​ກະວີ, ​ເພງ​ພື້ນ​ເມືອງກໍ່​ເຕັມ​ໄປ​ດ້ວຍ​ອາລົມ​ຈິດ ​ແລະ ທຳນອງ​ດົນຕີ. ບັນດາ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ K’ho ມີ: ຊຸດ​ຄ້ອງ​ລວມມີ 6 ໜ່ວຍ, ​ແຄນ (​ເກີ​ມບວາດ) ພິນ​ໄມ້​ໄຜ່(Kơrla), ກອງ (Sơgơr)... ບັນດາ​ເຄື່ອງ​ດົນຕີ​ນີ້​ມີ​ຄວາມ​ສາມາດ​ປະສານ​ສຽງ​ກັບ​ທຳນອງ​ເພງ​ ຫຼື ຫຼິ້ນ​ດົນຕີ​ເອງ​ກໍ່​ໄດ້.

       ຊາວ​ເຜົ່າ K’ho ດຳລົງ​ຊີວິດ​ໃນ​ໝູ່​ບ້ານ, ​ນາຍບ້ານ​ແມ່ນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ​ເຊິ່ງ​ເປັນ​ຜູ້​ເປັນ​ປັດ​ໃຈ​ດ້ານຈິດ​ໃຈ, ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນ​ປະຊາ​ຄົມ. ບ້ານ​ຂອງ​ຊາວ​ເຜົ່າ ​ K’ho ແມ່ນສັງຄົມ​ລວມໝູ່​ຊົນນະບົດ, ດ້ວຍລະບອບ​ມານ​ດາ​ສິດທິ​ລາດ. ບັນດາ​ຄອບຄົວ​ຊາວ​ເຜົ່າ K’ho ດຳລົງ​ຊີວິດ​ຮ່ວມ​ກັນ​ໃນ​ເຮືອນ​ຍາວ, ຕິດ​ກັນ​ຕາມ​ໝວດ​ວົງ​ຕະກຸນ. ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ K’ho ​ແມ່ນ​ເຮືອນຮ້ານ​ຫຼັງ​ຍາວ, ​ເຮັດ​ດ້ວຍ​ໄມ້, ຫຼັງຄາກົ່ງ ​ມຸງ​ດ້ວຍຫຍ້າ. ຢູ່ຕໍ່ໜ້າ​ປະຕູ​ເຂົ້າ-​ອອກ​ແມ່ນ​ຂັ້ນ​ໄດ​ຂຶ້ນ-​ລົງ, ຢູ່ຝາ​ເຮືອນ​ຕໍ​່ໜ້າ​ປະຕູ​ແມ່ນ​ວາງ​ໄຫ, ກະຕ່າ​ໃສ່​ເຄື່ອງ​ຂອງ ​ແລະ ​ແທ່ນ​ບູຊາ. ການ​ດຳ​ເນີນ​ຊີວິດ​ຕົ້ນ​ຕໍ​​ເຊັ່ນ​ກິນ​ດື່ມ, ພັກຜ່ອນ, ຕ້ອນຮັບ​ແຂກ... ລ້ວນ​ແຕ່​ດຳ​ເນີນ​ຢູ່​ອ້ອມ​ເຕົາ​ໄຟ​ໃນ​ເຮືອນ.

ຊົນເຜົ່າ K’ho - ảnh 2
(ພາບປະກອບ)

        ​ໃນ​ສັງຄົມ​ຂອງ​ຊາວ K’ho ຍັງ​ຄົງ​ຮັກສາ​ສອງ​ຮູບ​ການ​ຄອບຄົວ​ຕາມ​ລະບອບ​ມານ​ດາ​ສິດທິ​ລາດ: ຄອບຄົວ​ໃຫຍ່ ​ແລະ ຄອບຄົວ​ນ້ອຍ. ພິ​ເສດ, ​ໃນ​ການ​ສົມລົດ, ຊາວ​ເຜົ່າ​ K’ho ມີປະ​ເພນີ “ຈັບ​ຜົວ“. ຕາມ​ປະ​ເພນີ​ນີ້, ຜູ້ຍິງ​ເປັນ​ເຈົ້າ​ການ​ໃນ​ການ​ສົມລົດ. ຜູ້​ສາວ​ເມື່ອ​ເອົາ​ຜົວ​ຕ້ອງ​ຕອບ​ສະໜອງ​ຄ່າ​ສິນ​ສອດຕາມ​ຄຳ​ຮຽກຮ້ອງ​ຂອງ​ຄອບຄົວ​ຝ່າຍຜູ້​ຊາຍ. ຜູ້ຊາຍຍິ່ງ​ແຂງ​ແຮງ​ເທົ່າ​ໃດ, ຄ່າ​ສິນ​ສອດກໍ່​ຍິ່ງ​ຫຼາຍ​ເທົ່າ​ນັ້ນ. ຍ້ອນ​ເຫດ​ນັ້ນ, ການ​ແອ່ວ​ຄ່າ​ສິນ​ສອດ​ ໄດ້​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ຄອບຄົວ​ທີ່​ມີ​ລູກ​ສາວ​ຫຼາຍ​ຄົນ. ພາຍຫຼັງ​ພິທີ​ງານ​ດອງ, ​ເຈົ້າ​ບ່າວ​ຈະ​ມາ​ຢູ່​ກັບຄອບຄົວ​ເຈົ້າ​ສາວ, ລູກ​ຂອງ​ເຂົາ​ເຈົ້າ​ຈະ​ຖື​ຕະກຸນ​ຂອງ​ແມ່ ​ແລະ ລູກ​ສາວ​ຈະ​ແມ່ນ​ຜູ້​ສືບ​ມູນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ, ມີ​ບາງ​ປະ​ເພນີ​ຫຼ້າ​ຫຼັງ​ໃນ​ເມື່ອ​ກ່ອນ​ໄດ້​ມີ​ການ​ປ່ຽນ​ແປງ​ແລ້ວ. ທ່ານ K’ Brell, ພະນັກງານວັດທະນະທຳ​ຊົນ​ເຜົ່າ K’ho, ​ໃຫ້​ຮູ້​ວ່າ:

       ປະຈຸ​ບັນ, ພໍ່​ແມ່​ປະຊາຊົນ​ຊາວ​ K’ho ໄດ້ມີ​ເງື່ອນ​ໄຂ​ພົບ​ປະ​ແລກປ່ຽນ​ກັບ​ຊາວ​ກິ​ງ ​ແລະ ຊົນ​ເຜົ່າ​ອື່ນໆ, ດັ່ງ​ນັ້ນ ປະ​ເພນີ​ຫຼາຍ​ຢ່າງ​ໄດ້​ມີ​ຄວາມ​ກ້າວໜ້າ​ກວ່າ. ຕົວຢ່າງ​ຄື​ໃນ​ການ​ສົມລົດ, ຖ້າ​ຫາກ​ບ່າວ​ສາວ​ຮັກ​ກັນ, ຊາວ​ເຜົ່າ​ K’ho ຍັງ​ຄົງຮັກສາ​ປະ​ເພນີ​ຄອບຄົວ​ຝ່າຍ​ຍິງ​ຕ້ອງ​ນຳ​ເອົາຄ່າ​ສິນ​ສອດໄປສູ່ຂໍ​ນໍາຄອບຄົວ​ຝ່າຍ​ຊາຍ. ສ່ວນ​ຄອບຄົວ​ຝ່າຍ​ຊາຍ​ກໍ່ຍັງ​ຮຽກ​ຄ່າ​ສິນ​ສອດ​ຢູ່, ​ແຕ່​ອີງ​ໃສ່​ເງື່ອນ​ໄຂ​ຂອງ​ ​ຄອບຄົວ​ຝ່າຍ​ຍິງ. ຖ້າ​ຄອບຄົວ​ຝ່າຍ​ຍິງປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄອບຄົວ​ຝ່າຍ​ຊາຍ​ກໍ່​ຈະ​ຊ່ວຍ​ເຫຼືອ“.

       ປະຈຸ​ບັນ, ຊາວ​ເຜົ່າ K’ho ​ໄດ້​ມີ​ການ​ພົວພັນ​ແລກປ່ຽນ, ສຳຜັດ​ກັບ​ການ​ດຳລົງ​ຊີວິດ​ທີ່​ທັນ​ສະ​ໄໝ​ພ້ອມ​ກັບ​ຊົນ​ເຜົ່າ​ອື່ນໆ​ແລ້ວ, ​ແຕ່​ປະຊາ​ຄົມ​ຊາວ​ເຜົ່າ K’ho ຍັງ​ຄົງ​ເຄົາລົບ​ຮັກສາ​ພື້ນຖານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ ​ແລະ ສີສັນ​ພິ​ເສດສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້. ບັນດາ​ສະມາຊິກ​ຂອງ​ໝູ່​ບ້ານ​ຊາວ​ເຜົ່າ​ K’ho ຍາມ​ໃດ​ກໍ່​ມີ​ສະຕິ​ປັບປຸງ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ສາມັກຄີ​ຂອງ​ວົງ​ຕະກຸນ, ຮັກສາ​ທີ່​ດິນ, ປ່າ​ໄມ້, ​ແຫຼ່ງນ້ຳ, ບັນດາ​ຊັບ​ສິນ​ຂອງ​ລັດ, ​ປະຕິບັດ​ບັນດາ​ກົດໝາຍ, ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ດ້ວຍ​ຄວາມ​ຕື່ນ​ຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ