(vovworld) - ປະຊາຊົນຊາວເຜົ່າ ປູແປ໋ວ ດຳລົງຊີວິດໃນເຂດພູຫີນ ຮ່າຢາງ ຍັງຄົງຮັກສາຮີດຄອງປະເພນີທີ່ເປັນເອກະລັກສະເພາະຫຼາຍຢ່າງຂອງຊົນເຜົ່າຕົນໄວ້ໄດ້. ໃນນັ້ນພົ້ນເດັ່ນແມ່ນຊຸດອາພອນປະຈຳເຜົ່າ.
ເຄື່ອງຍຸ່ງຂອງຊົນເຜົ່າ ປູແປ໋ວ
(ພາບ: ອິນເຕີແນດ)
ເມື່ອທຽບໃສ່ຊົນເຜົ່າອື່ນໆຢູ່ເຂດພູດອຍທາງພາກເໜືອ, ຊຸດອາພອນ ຂອງຊາວເຜົ່າ ປູແປ໋ວ ແມ່ນລຽບງ່າຍພໍສົມຄວນ, ແຕ່ກໍ່ມີຈຸດທີ່ເປັນເອກະລັກສະເພາະຢູ່. ຜູ້ຊາຍຊົນເຜົ່າ ປູແປ໋ວ ເຄີຍນຸ່ງໂສ້ງເສື້ອທີ່ຍ້ອມສີຄາມ, ສ່ວນຜູ້ຍິງພັດນຸ່ງເສື້ອ 2 ອັນພ້ອມກັນ. ເສື້ອຢູ່ນອກແມ່ນແຍກອອກຢູ່ໜ້າເອີກ ແຕ່ບໍ່ໃສ່ກະດູມ. ເສື້ອຢູ່ໃນແມ່ນໃຊ້ກະດູມຢູ່ຂີ້ແຮ້ເບື້ອງຂວາ. ຊາວເຜົ່າ ປູແປ໋ວ ບໍ່ປັກແສ່ວປະດັບປະດາໃສ່ເຄື່ອງນຸ່ງ, ຫາກປະດັບປະດາດ້ວຍການຫຍິບແພສີຕ່າງໆໃສ່ກັນ, ເຊັ່ນສີຂຽວ, ສີແດງ, ສີຂາວ, ສີອິດ, ສີເຫຼືອງ. ພິເສດແມ່ນປະດັບປະດາຢູ່ຕີນເສື້ອ, ແຂນເສື້ອ, ຕີນສິ້ນ ແລະ ຜ້າຄຽນຫົວ. ບັນດາຮູບສາມຫຼ່ຽມ, ສີ່ຫຼ່ຽມ, ຮູບດອກຈັນ ແມ່ນ ຮູບທີ່ເຂົາເຈົ້າເຄີຍຫຍິບໃສ່ກັນຢ່າງລະອຽດ, ຄ່ອງແຄ້ວ, ສ້າງເປັນລວດລາຍຮູບຫອນໄກ່, ດວງຕາເວັນ, ສະແດງໃຫ້ເຫັນຄວາມເຊື່ອຖືຂອງຊົນເຜົ່າຕົນ. ປ້າ ຈ໋າງທິມາຍ, ຊາວເຜົ່າ ປູແປ໋ວ, ໃຫ້ຮູ້ວ່າ:
“ເຄື່ອງນຸ່ງຂອງຊາວເຜົ່າ ປູແປ້ວ ເຖິງວ່າຈະລຽບງ່າຍ ແຕ່ເຮັດພັດລະອຽດທີ່ສຸດ. ພິເສດແມ່ນເຊີງຜ້າສິ້ນ. ສ່ວນສິ້ນ ແລະ ອ້ຽມແມ່ນເຮັດງ່າຍກວ່າ. ຊຸດອາພອນຂອງຜູ້ຊາຍໃນເມື່ອກ່ອນແມ່ນເສື້ອຍາວດ້ວຍແພໄໝ, ແຕ່ປະຈຸບັນແມ່ນໂສ້ງສີດຳ, ເສື້ອຕາປູ ແລະ ໃຊ້ຜ້າຄຽນຫົວ. ສີຕົ້ນຕໍ່ແມ່ນສີດຳ, ແຕ່ຫຍິບລວດລາຍສີແດງ, ສີຂຽວ, ສີອິດ ແລະ ສີເຫຼືອງໃສ່”.
ເຄື່ອງຍຸ່ງຂອງຜູ້ຍິງຊົນເຜົ່າ ປູແປ໋ວ
(ພາບ: ອິນເຕີແນດ)
ຜູ້ຍິງຊາວເຜົ່າ ປູແປ໋ວ ເຄີຍນຸ່ງເສື້ອຍາວສີດຳ, ຢູ່ນອກມີອ້ຽມ, ການປະດັບປະດາໃນຊຸດອາພອນສ່ວນຫຼາຍແມ່ນຫຍິບຜ້າສີຕ່າງໆໃສ່ກັນ. ແມ່ຍິງຊາວເຜົ່າ ປູແປ໋ວ ເກົ້າຜົມ, ເໜັບຫວີໄມ້ໃສ່, ຢູ່ນອກຄຽນດ້ວຍແພສີ່ຫຼ່ຽມຕາກະໂລ ຫຼືປະດັບປະດາດ້ວຍລວດລາຍຕ່າງໆ. ນອກນັ້ນ, ຜູ້ຍິງຊາວເຜົ່າ ປູແປ໋ວ ຍັງນຸ່ງສິ້ນຍາວສີດຳ, ແບອອກຢູ່ຕີນສິ້ນ ແລະ ໄດ້ຮັບການປະດັບປະດາດ້ວຍແພຫຼາຍສີ ທີ່ຕັດເປັນຮູບສາມຫຼ່ຽມ, ຮູບດອກຈັນ, ຮູບສີ່ຫຼ່ຽມຫຍິບໃສ່ກັນຢ່າງລະອຽດ, ຄ່ອງແຄ້ວ. ປ້າ ກຸງທິຊວນ, ຢູ່ບ້ານ ໂຟ໋ໃໝ່, ເທດສະບານ ຟໍ໋ບາງ, ເມືອງ ດົ່ງວັນ, ແຂວງ ຮ່າຢາງ ໃຫ້ຮູ້ວ່າ:
“ຊຸດອາພອນທົ່ວໄປຂອງຊາວເຜົ່າ ປູແປ໋ວ ແມ່ນມີສິ້ນສອງອັນ, ເສື້ອໜຶ່ງອັນ, ອ້ຽມສີຄາມ 2 ອັນ, ຫວີ ແລະ ຜ້າຄຽນ 4 ຫຼ່ຽມ 2 ຜືນ. ນອກຈາກສິ້ນ, ຊຸດອາພອນຂອງຜູ້ຍິງຊົນເຜົ່າ ປູແປ໋ວ ຍັງມີອ້ຽມ 2 ອັນ, ນັ້ນແມ່ນອ້ຽມສີແດງ ແລະ ອ້ຽມສີຄາມ. ສິ້ນສີດຳ, ຕີນສິ້ນແມ່ນປະດັບດ້ວຍແພຫຼາຍສີທີ່ຫຍິບໃສ່ກັນ. ສ່ວນລວດລາຍນ້ອຍໆ, ຊາວເຜົ່າ ປູແປ໋ວ ສາມາດປັກແສ່ວ ຫຼືຫຍິບໃສ່, ຫາກບໍ່ຕຳແຜ່ນຄືບັນດາຊົນເຜົ່າອື່ນໆ“.
ສີຕົ້ນຕໍຂອງຊຸດອາພອນ ແລະ ລວດລາຍຂອງຊາວເຜົ່າ ປູແປ໋ວ ແມ່ນສີແດງ ແລະ ສີຄາມ. ຕາມທັດສະນະຂອງເຂົາເຈົ້າແລ້ວ, ສີແດງເປັນສັນຍາລັກໃຫ້ຜູ້ຊາຍ, ເປັນສັນຍາລັກໃຫ້ຄວາມເຄົາລົບຂອງຜູ້ຍິງ ປູແປ໋ວ ສຳລັບຜູ້ທີ່ເປັນເສົາຄຳ້ໃນຄອບຄົວ. ເມື່ອຫຍິບເຄື່ອງນຸ່ງ, ເຂົາເຈົ້າຈະຫຍິບສີແດງກ່ອນ. ສ່ວນສີຄາມເປັນສັນຍາລັກໃຫ້ແກ່ຜູ້ຍິງໃນຄອບຄົວ. ບັນດາລວດລາຍປະດັບປະດາໃນເຄື່ອງນຸ່ງ ສະແດງໃຫ້ເຫັນຄວາມຊຳນານ ແລະ ລະອຽດລະອໍຂອງຜູ້ຍິງ ປູແປ໋ວ. ເອື້ອຍ ລູກທິເຫ້ວ, ຢູ່ບ້ານ ໂຟ໋ເມີ໋ຍ, ເທດສະບານ ຟໍ໋ບາງ, ເມືອງ ດົ່ງວັນ, ແຂວງ ຮ່າຢາງ, ແບ່ງປັນວ່າ:
“ເມື່ອຫຍິບເຄື່ອງນຸ່ງ, ຄວາມຫຍຸ້ງຍາກທີ່ສຸດແມ່ນຫຍິບເຊີງຜ້າສິ້ນ ແລະ ລວດລາຍຢູ່ແຂນເສື້ອ, ເພາະວ່າສ່ວນເຊີງຜ້າສິ້ນຕ້ອງຫຍິບ ແລະ ປັກແສ່ວດ້ວຍມືບັນດາລວດລາຍນ້ອຍຢ່າງລະອຽດລະອໍ, ດັ່ງນັ້ນຈຶ່ງເສຍເວລາຫຼາຍ“.
ໃນຊຸມປີມໍ່ໆມານີ້, ຜູ້ຍິງ ປູແປ໋ວ ຍັງນຳໃຊ້ຜ້າສີພິມລວດລາຍອຸດສາຫະກຳທີ່ທັນສະໄໝເພື່ອຕັດຫຍິບເປັນຮູບປະດັບປະດາໃນເຄື່ອງນຸ່ງອີກດ້ວຍ. ອັນໄດ້ເຮັດໃຫ້ລວດລາຍເຫຼົ່ານັ້ນມີສີສັນຫຼາກຫຼາຍກວ່າອີກ.
ປະຈຸບັນ, ບັນດາຜູ້ມີອາຍຸສູງຊາວຊົນເຜົ່າ ປູແປ໋ວ ເຄີຍນຸ່ງເສື້ອສີດຳ ຄືດັ່ງຜູ້ຊາຍຊົນເຜົ່າອື່ນໆຢູ່ໃນເຂດ. ເຖິງຢ່າງໃດກໍ່ຕາມ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ປູແປ໋ວ ຍັງຄົງໄດ້ຮັບການຮັກສາໄວ້ໃນຊຸດອາພອນຂອງຜູ້ຍິງຢູ່. ເຄື່ອງສຳອາງຂອງຊາວເຜົ່າ ປູແປ໋ວ ແມ່ນດ້ວຍເງິນເປັນຕົ້ນ. ຜູ້ຍິງຊາວເຜົ່າ ປູແປ໋ວ ເຄີຍໃຊ້ໝາກຕຸ້ມຫຼາຍສີ ພ້ອມກັບເຄື່ອງສຳອາງຄື: ປອກແຂນ, ປອກຄໍ, ສາຍຄໍ, ແຫວນດ້ວຍເງິນ. ບັນດານາງສາວ ປູແປ໋ວ ເຄີຍເກົ້າຜົມຢູ່ໜ້າຜາກ, ແລະ ເໜັບຫວີໄມ້ໃສ່. ນີ້ແມ່ນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ປູແປ໋ວ.