(vovworld)-ວົງຄະນາຍາດຊາວຫວຽດນາມປະກອບມີ 54 ຊົນເຜົ່າດຳລົງຊີວິດຮ່ວມກັນ. ໃນນັ້ນ ຊົນເຜົ່າກີງກວມເກືອບ 90% ຍອດຈຳນວນພົນລະເມືອງຂອງຫວຽດນາມ. ຊາວເຜົ່າກີງ ຍັງເອີ້ນວ່າ ຊາວຫວຽດ ແລະ ຕັ້ງຖິ່ນຖານບ້ານຊ່ອງຢູ່ທຸກແຂວງ, ນະຄອນໃນທົ່ວປະເທດຫວຽດນາມ ແຕ່ຫລາຍກວ່າໝູ່ແມ່ນຢູ່ເຂດທົ່ງພຽງ ແລະ ເຂດຕົວເມືອງ. ພາສາຫວຽດຖືກຈັດເຂົ້າໃນໝວດພາສາ ຫວຽດ-ເມື່ອງ. ໃນລາຍການ “ສີສັນ 54 ຊົນເຜົ່າຫວຽດນາມ“ ພາກນີ້ ພວກເຮົາຂໍແນະນຳບັນດາຈຸດທີ່ເປັນເອກະລັກສະເພາະຂອງເຜົ່າກີງຜ່ານບົດຂຽນຂອງນັກຂ່າວ ລານແອງ.
ຊຸດເສື້ອຍາວຂອງຊາວເຜົ່າກີງໃນສະໄຫມກ່ອນ
ພາບ:internet
|
ຜ່ານຫລາຍສັດຕະວັດ, ວົງຄະນາຍາດບັນດາເຜົ່າຫວຽດນາມ ມີຄວາມສະຫນິດຕິດພັນນຳກັນໃນຕະຫລອດໄລຍະປະຫວັດສາດແຫ່ງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ປົກປັກຮັກສາຜືນແຜ່ນດິນ, ຍາດເອກະລາດ, ສ້າງສາປະເທດຊາດ. ແຕ່ລະຊົນເຜົ່າລ້ວນແຕ່ມີພາສາເວົ້າ, ຕົວຫນັງສື ແລະ ສີສັນວັດທະນະທຳສະເພາະຂອງຕົນ. ສີສັນວັດທະນະທຳຂອງບັນດາເຜົ່າແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງໃນການດຳເນີນຊີວິດວົງຄະນາຍາດ ແລະ ໃນການເຄື່ອນໄຫວເສດຖະກິດ. ຈາກຊຸດອາພອນ, ການກິນຢູ່, ການພົວພັນໃນສັງຄົມ ຕະຫລອດຮອດຮີດຄອງປະເພນີຕ່າງໆໃນການແຕ່ງດອງ, ການໄຫວ້ບູຊາ, ງານບຸນຕ່າງໆຂອງແຕ່ລະເຜົ່າລ້ວນແຕ່ມີຈຸດທີ່ແຕກຕ່າງກັນ. ຮອງສາດສະດາຈານ, ດຣ ບູ່ຍຊວນດີງ, ສັງກັດສະຖາບັນວິທະຍາສາດສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອມີຄວາມເຂົ້າໃຈກ່ຽວກັບເຜົ່າໃດ, ວຽກທຳອິດແມ່ນຕ້ອງຮູ້ຈັກເຖິງຕົ້ນກຳເນີດຂອງເຜົ່ານັ້ນ.
“ຕາມເອກະສານປະຫວັດສາດຫວຽດນາມແລ້ວ, ຊາວຫວຽດ ແມ່ນຫນ່ວຍ ລາກຫວຽດ (Lạc Việt) ທີ່ນອນໃນກຸ່ມ ແບກຫວຽດ (Bách Việt) ລວມມີຫລາຍເຜົ່າຂອງຫວຽດນາມ. ຫລັງຈາກນັ້ນບັນດາກຸ່ມຊາວຫວຽດນີ້ໄດ້ຕັ້ງພູມລຳເນົາສະເພາະຂອງຕົນ. ເອກະສານປະຫວັດສາດໄດ້ພິສູດໃຫ້ເຫັນວ່າ ດ້ວຍບັນດາເອກະສານບູຮານໃນຕະຫລອດ 40 ປີຜ່ານມາ ທີ່ກ່ຽວຂ້ອງເຖິງຍຸກສະໄຫມບັນດາເຈົ້າຊີວິດຮຸ່ງ ໄດ້ຢືນຢັນວ່າ: ບັນພະບູລຸດຂອງຊາວຫວຽດບູຮານໄດ້ຕັ້ງພູມລຳເນົາຢູ່ທີ່ນີ້ມາແຕ່ດຶກດຳບັນ, ຊາວຫວຽດບູຮານໄດ້ສ້າງເປັນພື້ນຖານວັດທະນະທຳໂດຍກົງ ແລະ ມີລັກສະນະລຽນຕິດ ຈາກສະໄຫມຝຸ່ງງວຽນ (Phùng Nguyên), ກໍມູນ(Gò Mun), ດົ່ງເດົ້າ (Đồng Đậu), ດົງເຊີນ (Đông Sơn) ໂດຍອີງໃສ່ພື້ນຖານເສດຖະກິດແມ່ນອາຊີບປູກນາທາມ ສົມທົບກັບອາຊີບຜະລິດເຄື່ອງຫັດຖະກຳ. ໃນນັ້ນຫລອມທອງແດງ ແມ່ນອາຊີບທີ່ເປັນເອກະລັກສະເພາະທີ່ສຸດດ້ວຍຜະລິດຕະພັນທີ່ເປັນສັນຍາລັກແມ່ນກອງທອງ. ສີ່ງດັ່ງກ່າວຢືນຢັນວ່າ ຊາວຫວຽດແມ່ນປະຊາຊົນປະຈຳຖິ່ນທີ່ດຳລົງຊີວິດຢູ່ເຂດດິນແດນຫວຽດນາມມາແຕ່ດຶກດຳບັນ.”
ບໍລິເວນທີ່ຊາວຫວຽດ ຕັ້ງຖິ່ນຖານບ້ານຊ່ອງແມ່ນເຂດພູພຽງ ແລະ ເຂດທົ່ງພຽງພາກເຫນືອ. ນັບແຕ່ຕົ້ນສັດຕະວັດທີ 11 ຍ້ອນຄວາມຕ້ອງການກ່ຽວກັບທີ່ດິນ ແລະ ຈຸດພິເສດສະເພາະຂອງສະໄຫມສັກດີນາ, ຊາວຫວຽດ ໄດ້ໄປຍັງພາກກາງ ແລະ ຂຸດຄົ້ນ, ບຸກເບີກເນື້ອທີ່ດິນຢູ່ພາກໃຕ້. ເບິ່ງລວມແລ້ວ, ບັນດາເຂດພາກກາງ, ພາກໃຕ້, ທາງທິດຕາເວັນອອກສຽງເຫນືອ, ເຂດໄຕບັກ, ຕາເວັນຕົກສຽງໃຕ້ ລ້ວນແຕ່ມີຊາວຫວຽດ ດຳລົງຊີວິດ ແລະ ຢູ່ບ່ອນໃດຊາວຫວຽດ ກໍຕັ້ງຖິ່ນຖານບ້ານຊ່ອງຢ່າງວ່ອງໄວ ແລະ ເຈືອຈານເຂົ້າກັບຊາວຊົນເຜົ່າສ່ວນຫນ້ອຍ ພ້ອມທັງເສີມຂະຫຍາຍບົດບາດຂອງຊົນເຜົ່າທີ່ມີລະດັບການພັດທະນາສູງກວ່າ ພັດທະນາເຂດນັ້ນໃຫ້ເທົ່າທຽມກັບເຂດທົ່ງພຽງ. ຮອງສາສະດາຈານ, ດຣ ບຸ່ຍຊວນດີງ ໃຫ້ຮູ້ຕື່ມອີກວ່າ:
ການປູກເຂົ້ານາທາມຂອງຊາວເຜົ່າກີງ
ພາບ:phunuonline.vn
|
“ຊາວຫວຽດ ແມ່ນກຸ່ມຫນຶ່ງທີ່ເປັນເອກະພາບ, ແຕ່ໃນວິວັດທະນາການເຄື່ອນຍ້າຍໄປເຂດດິນແດນໃຫມ່, ເງື່ອນໄຂທຳມະຊາດຢູ່ເຂດນັ້ນພັດມີຄວາມແຕກຕ່າງກັນ ເຮັດໃຫ້ຊາວຫວຽດຕ້ອງຮັບມືກັບເງື່ອນໄຂດຳລົງຊີວິດເພື່ອຄົງຕົວ. ຈາກນັ້ນສ້າງແບບແຜນການດຳລົງຊີວິດ,ວັດທະນະທຳໃຫມ່ໂດຍມີການປະສານສົມທົບລະຫວ່າງວັດທະນະທຳຂອງເຂົາເຈົ້າ ແລະ ວັດທະນະທຳທີ່ເຂົາເຈົ້າຮັບເອົາ. ຢູ່ເຂດຕາເວັນອອກສຽງເຫນືອ, ພູມີປະເທດຕ່າງກັນ ປະຊາຊົນຢູ່ທີ່ນີ້ກໍຜະລິດກະສິກຳ ແຕ່ຜະລິດຢູ່ຮ່ອມພູ, ຕີນພູ ສະນັ້ນຊາວຫວຽດຢູ່ທີ່ນີ້ບໍ່ສາມາດນຳໃຊ້ວິທີການເຮັດນາຄືຢູ່ເຂດທົ່ງພຽງໄດ້ ເຂົາເຈົ້າຕ້ອງຮັບເອົາວິທີຜະລິດກະສິກຳຂອງຊາວຊົນເຜົ່າສ່ວນຫນ້ອຍ. ”
ຜູ້ສາວເຜົ່າກີງນຸ່ງຊຸດເສື້ອຍາວ
ພາບ:internet
|
ຊາວຫວຽດ ສ່ວນຫລາຍທຳມາຫາກິນດ້ວຍອາຊີບຜະລິດກະສິກຳ, ໃນນັ້ນການປູກຝັງ, ເຮັດນາທາມເປັນຕົ້ນ. ຊາວຫວຽດ ຖືປັດໄຈລະດູການເປັນສຳຄັນ. ເມື່ອທຽບໃສ່ຊາວເຜົ່າອື່ນ, ໃນການເຮັດນາຊາວຫວຽດ ບັນລຸລະດັບກະເສດສຸມສູງ. ບໍ່ພຽງແຕ່ບັນລຸປະສິດທິຜົນສູງໃນການປູກຝັງເທົ່ານັ້ນ ຫາກຊາວຫວຽດຍັງລ້ຽງສັດເກັ່ງອີກດ້ວຍ ແລະ ກ່ອນນີ້ເຂົາເຈົ້າມີແຕ່ລ້ຽງສັດດ້ວຍຂອບຂະຫນາດນ້ອຍ ແລະ ສ່ວນຫລາຍແມ່ນລ້ຽງໃນຄອບຄົວເທົ່ານັ້ນ. ພ້ອມກັບວິວັດທະນາການພັດທະນາສັງຄົມ, ການລ້ຽງສັດໄດ້ຂະຫຍາຍເປັນຂະແຫນງຕົ້ນຕໍ ແລະ ຂອບຂະຫນາດກໍ່ນັບມື້ນັບໄດ້ຮັບການເປີດກວ້າງ. ຂະແຫນງຜະລິດເຄື່ອງຫັດຖະກຳອຸດສາຫະກຳ ຂອງຊາວຫວຽດ ພັດທະນາຢ່າງວ່ອງໄວ ດ້ວຍຫລາຍອາຊີບຄື: ປຸງແຕ່ງທັນຍາຫານ, ອາຫານ, ຕ່ຳແຜ່ນຕັດຫຍິບ, ຈັກສານ, ຜະລິດເຄື່ອງປັ້ນດິນເຜົາ….