(vovworld) - ຊາວເຜົ່າຢ້າວຍັງມີຊື່ອີ້ນທີ່ແຕກຕ່າງກັນເຊັ່ນ: ດົງ, ຈ້າຍ, ຢີ່ວມ່ຽນ, ກິມມ່ຽນ... ໂດຍແມ່ນຊົນເຜົ່າທີ່ມີຈຳນວນພົນລະເມືອງຫຼາຍອັນດັບ 9 ໃນຈຳນວນ 54 ຊົນເຜົ່າຢູ່ຫວຽດນາມ ດ້ວຍເກືອບ 1 ລ້ານຄົນ. ຊາວເຜົ່າຢ້າວອາໄສຢູ່ບັນດາບ້ານໃນເຂດພູດອຍທາງພາກເໜືອຄືແຂວງກາວບັ່ງ, ຮ່າຢາງ, ລາວກາຍ, ອຽນບ໋າຍ, ລາຍເຈົາ, ຕວຽນກວາງ... ແລະ ບາງແຂວງໃນເຂດພູພຽງຄື: ຟູ໋ທໍ້, ວິ້ງຟຸກ, ຮ່ວາບິ່ງ.
ສາວເຜົ່າຢ້າວແດງຢູ່ຫວຽດນາມ
(ພາບ: ອິນເຕີແນດ)
ຢູ່ຫວຽດນາມ, ຊາວເຜົ່າຢ້າວອາໄສຕົ້ນຕໍຢູ່ບັນດາແຂວງທາງພາກເໜືອ ແລະ ຫວ່າງແລ້ວນີ້ມີຈຳນວນໜ້ອຍຍ້າຍໄປອາໄສຢູ່ເຂດໄຕງວຽນ... ຊາວເຜົ່າຢ້າວປະກອບດ້ວຍຫຼາຍແຊງທີ່ແຕກຕ່າງກັນ, ເຊິ່ງໄດ້ຮັບການແບ່ງອອກຕາມເຂດ. ຊື່ເອີ້ນຂອງບັນດາແຊງດັ່ງກ່າວແມ່ນອີງໃສ່ຫຼາຍປັດໃຈ, ບໍ່ພຽງແຕ່ຮີດຄອງ, ປະເພນີເທົ່ານັ້ນ, ຫາກອີງໃສ່ເຄື່ອງນຸ່ງ ແລະ ບັນດາຈຸດພິເສດອື່ນໆອີກດ້ວຍຄື: ເຜົ່າຢ້າວແດງ (ຢ້າວສຶ່ງ, ຢ້າວດ້າຍບານ...); ຢ້າວເກວິ່ນຈາດ (ຢ້າວເຊີນເດົ່າ, ຕາມດາວ, ງາຮ່ວາງ...); ຢ້າວໂລກາ (ແທງຟ໋ານ, ກອກມູນ); ຢ້າວຕ໋ຽນ (ຢ້າວແຢວຕ່ຽນ, ຕຽວບານ); ຢ້າວເກວິ່ນຈັ໋ງ (ຢາວຫໍ້); ຢ້າວແທງອີ; ຢ້າວລ່ານແຕ໋ນ (ຢູ່ຕວຽນກວາງ ນຸ່ງເສື້ອຍາວ). ຊຸດອາພອນຂອງຜູ້ຍິງຊາວເຜົ່າຢ້າວແມ່ນເສື້ອ, ອ້ຽມ, ຂາພັນແພ, ພ້ອມກັບເຄື່ອງສຳອາງດ້ວຍຄຳ, ເງິນ, ແພພັນຫົວ... ສ່ວນເຄື່ອງນຸ່ງຂອງຜູ້ຊາຍແມ່ນເສື້ອສັ້ນ, ຖືກແຍກ ແລະ ໃສ່ກະດູມຢູ່ໜ້າອົກ. ດຣ. ຫວໍມາຍເຟືອງ, ສະຖາບັນຊົນເຜົ່າວິທະຍາຫວຽດນາມ, ໃຫ້ຮູ້ວ່າ:
“ສຳລັບເຜົ່າຢ້າວແດງ, ຊຸດອາພອນຂອງຜູ້ຍິງສ່ວນຫຼາຍແມ່ນມີສີແດງ, ນັບແຕ່ໂສ້ງເສື້ອ, ສິ້ນ ຕະຫຼອດຮອດຜ້າພັນ, ສາຍແອວ. ດັ່ງນັ້ນເມື່ອເຫັນຊຸດອາພອນມີສີແດງເປັນຕົ້ນກໍ່ສາມາດຈຳແນກໄດ້ວ່ານັ້ນແມ່ນເຜົ່າຢ້າວແດງ. ສ່ວນຢ້າວຕ່ຽນ ແມ່ນແຊງໜຶ່ງດຽວໃນຈຳນວນ 7 ແຊງທີ່ນຸ່ງສິ້ນ. ສຳລັບແຊງອື່ນໆແມ່ນເຄີຍນຸ່ງໂສ້ງເສື້ອ. ເຜົ່າຢ້າວເກວິ່ນຈາດ (ເຊີນເດົ່າ) ມີຈຸດພິເສດສະເພາະນັ້ນແມ່ນຜູ້ຍິງຕັດຜົມເປັນຫົວໂລ້ນ ແລ້ວ ທານຳ້ສີ ແລະ ໃຊ້ຜ້າພັນຫົວ. ສຳລັບຢາວເກວິ່ນ ຈັ໋ງພຽງແຕ່ນຸ່ງໂສ້ງສີຂາວເທົ່ານັ້ນ“.
ເຜົ່າຢ້າວແດງຢູ່ຫວຽດນາມ
(ພາບ: ອິນເຕີແນດ)
ມາຮອດປະຈຸບັນ, ເຜົ່າຢ້າວແມ່ນໜຶ່ງໃນບັນດາເຜົ່າຍັງຄົງຮັກສາສີສັນທີ່ເປັນມູນເຊື້ອຂອງຕົນໄວ້ໄດ້, ສິ່ງດັ່ງກ່າວບໍ່ພຽງແຕ່ສະແດງອອກຜ່ານຊຸດອາພອນເທົ່ານັ້ນ, ຫາກຍັງຜ່ານພາສາປາກເວົ້າ. ຊົນເຜົ່າຢ້າວຖືກແບ່ງອອກເປັນຫຼາຍແຊງທີ່ແຕກຕ່າງກັນ ແຕ່ພາສາຂອງເຂົາເຈົ້າພັດເປັນເອກະພາບກັນ, ອັນໄດ້ສະແດງໃຫ້ເຫັນສາຍພົວພັນສະໜິດແໜ້ນລະຫວ່າງວົງຄະນາຍາດເຜົ່າຢາວນຳກັນ. ຊາວເຜົ່າຢ້າວດຳລົງຊີວິດຢູ່ຫຼາຍເຂດ, ພາກ ແຕ່ການເຄື່ອນໄຫວໃນວົງຄະນາຍາດຍັງຮັກສາສີສັນສະເພາະໄວ້ຢູ່, ພິເສດແມ່ນຮີດຄອງປະເພນີ, ການສົມລົດ. ເມື່ອໃຫ້ລູກສ້າງຄອບຄົວ, ຊາວເຜົ່າຢາວມັກໃຫ້ລູກເອົາຜົວ, ເມຍໃນວົງຄະນາຍາດ. ນີ້ແມ່ນວິທີເພື່ອໃຫ້ຊາວເຜົ່າຢ້າວຮັກສາພາສາ ແລະ ຮີດຄອງປະເພນີຂອງຕົນ. ພ້ອນກັນນັ້ນ, ວັດທະນະທຳແຫ່ງຈິດວີນຍານກໍ່ແມ່ນປັດໃຈສຳຄັນທີ່ສຸດໃນຊີວິດຂອງຊາວເຜົ່າຢ້າວ, ເຊິ່ງສະແດງອອກຜ່ານພິທີໄຫວ້ບູຊາ. ດຣ. ມາຍເຟືອງ, ໃຫ້ຮູ້ວ່າ:
”ເລື່ອງສືບທອດອາຊີບໝໍຜີແມ່ນສຳຄັນທີ່ສຸດໃນຊີວິດຂອງຊາວເຜົ່າຢ້າວ. ເມື່ອສືບທອບອາຊີບໝໍຜີ ຕ້ອງອ່ານອອກຂຽນເປັນພາສາຢາວບູຮານ. ເລື່ອງຮຽນພາສາຢາວບູຮານກໍ່ແມ່ນຮູບການຮັກສາຕົວໜັງສື ແລະ ສຽງເວົ້າຂອງເຂົາເຈົ້າ. ແຕ່ລະປີ, ຊາວເຜົ່າຢ້າວມີຫຼາຍງານບຸນ. ໃນງານບຸນເຂົາເຈົ້າເຄີຍຂັບກ້ຽວດ້ວຍພາສາຂອງຕົນ. ນີ້ກໍ່ແມ່ນວິທີເພື່ອໃຫ້ຊາວເຜົ່າຢ້າວອະນຸລັກຮັກສາພາສາຂອງຕົນໄວ້”.
(ພາບ: ອິນເຕີແນດ)
ເພື່ອຮັກສາພາສາຢ້າວໄວ້ໃນວົງຄະນາຍາດ, ບັນດາຜູ້ເຖົ້າ ຜູ້ແກ່ໃນບ້ານໄດ້ສອນໃຫ້ລູກຫຼານວິທີຂຽນ ແລະ ອ່ານປື້ມເກົ່າເປັນພາສາຢ້າວ. ບັນດາປື້ມເກົ່ານີ້ເກືອບຄືວ່າຄອບຄົວຊາວເຜົ່າຢ້າວໃດກໍ່ມີ. ສຳລັບເຜົ່າຢ້າວຫໍ້ແມ່ນດຳລົງຊີວິດຢູ່ຕິດກັບເຂດທົ່ງພຽງ ແລະ ເຄີຍພົວພັນກັບຊາວເຜົ່າກິງ ຫຼື ຊົນເຜົ່າອື່ນໆເປັນປະຈຳ. ບັນດາແຊງໃນຊົນເຜົ່າຢ້າວ ກໍ່ສາມາດເວົ້າ ແລະ ເຂົ້າໃຈພາສາຂອງກັນໄດ້. ແຕ່ດ້ວຍຫຼາຍວິທີ, ເຜົ່າຢາວຫໍ້ຍັງຄົງຮັກສາພາສາຕົນໄວ້ໄດ້. ລຸງ ບ່ານວນຊາງ, ຊາວເຜົ່າຢ້າວຫໍ້, ຕາແສງເຊີນຮ່າ, ເມືອງບາວທັ໋ງ, ແຂວງລາວກາຍ, ໃຫ້ຮູ້ວ່າ:
”ລູກຫຼານໃນວົງຕະກຸນມີແຕ່ສ້າງຄອບຄົວກັບຊາວເຜົ່າຢ້າວເທົ່ານັ້ນ. ເຖິງວ່າເຂົາເຈົ້າສາມາດເວົ້າພາສາກິງຈະແຈ້ງທີ່ສຸດກໍ່ຕາມ, ແຕ່ເມື່ອກັບເມືອຄອບຄົວເຂົາເຈົ້າພຽງແຕ່ເວົ້າພາສາຢາວເທົ່ານັ້ນ. ປະຈຸບັນມີຫຼາຍຄົນໃນບ້ານຢາກຮຽນພາສາຢ້າວທີ່ສຸດ. ໃນຄອບຄົວຂ້າພະເຈົ້າ, ຜູ້ໃດກໍ່ຮູ້ພາສາຢ້າວ. ຮອດບຸນປີໃໝ່ຂອງຊາວເຜົ່າຢ້າວ, ທັງຄອບຄົວນັບແຕ່ຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍເຄີຍນັ່ງອ້ອມກັນເພື່ອອ່ານປື້ມເກົ່າເປັນພາສາຢ້າວ. ດັ່ງນັ້ນໃນຄອບຄົວຂ້າພະເຈົ້າ, ທຸກຄົນຕ່າງກໍ່ອ່ານອອກຂຽນເປັນພາສາຢ້າວໄດ້”.
ປະຈຸບັນ, ສັງຄົມນັບມື້ນັບພັດທະນາ, ໄດ້ສົ່ງຜົນສະທ້ອນສ່ວນໃດສ່ວນໜຶ່ງເຖິງຮີດຄອງປະເພນີຂອງຊົນເຜົ່າສ່ວນໜ້ອຍ, ແຕ່ຊາວເຜົ່າຢ້າວຍັງຄົງຮັກສາພື້ນຖານວັດທະນະທຳທີ່ອຸດົມສົມບຸນ ແລະ ເຂັ້ມຄົ້ນໄປດ້ວຍສີສັນຂອງຊົນເຜົ່າຕົນໄວ້ໄດ້. ສິ່ງດັ່ງກ່າວໄດ້ປະກອບສ່ວນອະນຸລັກຮັກສາ ແລ ເສີມຂະຫຍາຍຄູນຄ່າວັດທະນະທຳໃນປະຊາຄົມ 54 ຊົນເຜົ່າຂອງຫວຽດນາມ.