(vovworld) - ໃນມະຫາຄອບຄົວ 54 ຊົນເຜົ່າຫວຽດນາມ, ຣາລາຍ ແມ່ນຊົນເຜົ່າສ່ວນໜ້ອຍທີ່ອາໄສຢູ່ຕາມສາຍພູຫຼວງ, ທາງທິດໃຕ້ຂອງພາກກາງ, ສ່ວນຫຼາຍແມ່ນຢູ່ແຂວງແຄ໋ງຮ່ວາ ແລະ ນິງທ້ວນ. ຊົນເຜົ່າຣາລາຍ ມີພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະມາແຕ່ດົນນານ, ເຂົາເຈົ້າມີຊີວິດໃກ້ຊິດຕິດແທດກັບທຳມະຊາດ ແລະ ສິ່ງແວດລ້ອມ.
(ພາບ: ອິນເຕີແນດ)
ຊາວເຜົ່າຣາລາຍ ເຄີຍອາໄສຢູ່ເຂດຮ່ອມພູ, ມີພູສູງຢູ່ອ້ອມ. ເຄື່ອງມືອອກແຮງງານຕົ້ນຕໍແມ່ນ: ຂວານ, ພ້າໂຕ້, ໄມ້ຄ້ອນເທົ້າ, ເຄື່ອງຂູດຫຍ້າ. ຊາວເຜົ່າຣາລາຍ ລ້ຽງຄວາຍ, ໝູ, ໄກ່, ເປັດ… ກ່ອນນີ້, ສັດລ້ຽງຖືກຮັບໃຊ້ໃນການບູຊາເປັນຕົ້ນ, ແຕ່ປະຈຸບັນໄດ້ກາຍເປັນສິນຄ້າເພື່ອແລກປ່ຽນ ຫຼື ເປັນອາຫານ. ຊາວເຜົ່າຣາລາຍ ມີສີມືດີ, ມີອາຊີບຖັກສານຫວາຍ, ໄມ້ໄຜ່ ເປັນເຄື່ອງໃຊ້ຈຳນວນໜຶ່ງ ແລະ ປະດິດເຄື່ອງດົນຕີບາງປະເພດທີ່ເປັນເອກະລັກສະເພາະເຊັ່ນ: ພິນຈາປີ ທີ່ເຮັດດ້ວຍລຳໄມ້ໄຜ່, ຫຼືເຄື່ອງດົນຕີດ້ວຍຫີນ. ທ່ານ ເມົ໋າກວົກຕ໋ຽນ, ນັກຄົ້ນຄ້ວາວັດທະນະທຳ, ຊາວເຜົ່າຣາລາຍ, ໃຫ້ຮູ້ວ່າ:
“ໃນຊີວິດຂອງຕົນ, ຊາວເຜົ່າຣາລາຍ ມີວັດທະນະທຳຄ້າຍຄືກັນກັບວັດທະນະທຳທີ່ເປັນເອກະລັກສະເພາະຂອງບາງຊົນເຜົ່າໃນເຂດໄຕງວຽນ. ໃນຂະນະທີ່ບາງຊົນເຜົ່າດຳລົງຊີວິດແບບເຄື່ອນຍ້າຍ, ເຜົາປ່າເຮັດໄຮ່, ລ່າເນື້ອສັດປ່ານັ້ນ, ຊາວເຜົ່າຣາລາຍ ພັດດຳລົງຊີວິດແບບຄົງທີ່ຢູ່ເຂດດິນຂອງບັນພະບຸລຸດ. ເຂົາເຈົ້າບໍ່ “ລ່າຊ້າງ, ຈັບເສືອ“ ຫາກປົກປັກຮັກສາປ່າ ແລະ ສິ່ງແວດລ້ອມ“.
ເຮືອນຮ້ານຂອງຊົນເຜົ່າຣາລາຍ ຍັງເອີ້ນວ່າເຮືອນຍາວ, ຖືກປຸກສ້າງຕາມເນີນພູ, ຂ້າງຫ້ວຍນຳ້. ນີ້ແມ່ນບ່ອນຢູ່ຂອງຄອບຄົວລວມມີ 3 ລຸ້ນຄົນ ແລະ ເຈົ້າຂອງເຮືອນແມ່ນຜູ້ເຖົ້າ, ມີອາຍຸສູງສຸດໃນຄອບຄົວ. ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າຣາລາຍ ມີໂຄງປະກອບຢ່າງໝັ້ນແກ່ນ, ຢູ່ອ້ອມເຮືອນມີຮົ້ວຢ່າງແໜ້ນໜາ, ມີປະຕູເຂົ້າອອກ 1 ຫຼື 2 ແຫ່ງ ແລະ ມີທໍ່ນຳ້ດ້ວຍໄມ້ໄຜ່ເພື່ອພານຳ້ຈາກຫ້ວຍນ້ຳມາ, ຮັບໃຊ້ໃຫ້ການດຳລົງຊີວິດປະຈຳວັນ, ນອກນັ້ນຍັງມີບ່ອນອາບນ້ຳສະເພາະໃຫ້ແມ່ຍິງ, ຜູ້ສວ ແລະ ເດັກນ້ອຍ. ກ່ຽວກັບຊຸດອາພອນປະຈຳເຜົ່າ, ກ່ອນນີ້ຜູ້ຊາຍຣາລາຍ ບໍ່ໃສ່ເສື້ອ, ມີແຕ່ໃສ່ກະຕ່ຽວ; ສ່ວນຜູ້ຍິງໃສ່ກະໂປ່ງ (ທີ່ເຮັດດ້ວຍແພພື້ນເມືອງ) ນຸ່ງເສື້ອແຂນສັ້ນ. ປະຈຸບັນຜູ້ຊາຍຊາວເຜົ່າຣາລາຍ ນຸ່ງໂສ້ງຂາຍາວ, ເສື້ອສຸພາບ. ສ່ວນແມ່ຍິງນຸ່ງກະໂປ່ງ ຫຼືຊຸດໂສ້ງເສື້ອສຸພາບໃນໂອກາດງານບຸນ, ພິທີບູຊາ. ເຄື່ອງສຳອ່າງຂອງແມ່ຍິງມີປອກຄໍ, ປອກແຂນ, ໃສ່ຕຸ້ມຫູດ້ວຍທອງ ຫຼືເງິນ.
(ພາບ: ອິນເຕີແນດ)
ກ່ຽວກັບການພົວພັນໃນຄອບຄົວຊາວເຜົ່າຣາລາຍ ແມ່ນຕາມລະບອບມານດາສິດທິລາດ ແລະ ປະຈຸບັນຢູ່ບາງແຫ່ງຍັງຄົງຮັກສາລະບອບນີ້ ແຕ່ໄດ້ມີການປ່ຽນແປງໃຫ້ເໝາະສົມກັບສັງຄົມໃໝ່. ສຳລັບຊາວເຜົ່າຣາລາຍ, ພາຍຫຼັງງານດອງ, ເຈົ້າບ່າວ, ຜົວຈະກາຍເປັນເສົາຄຳ້ໃນຄອບຄົວ, ແຕ່ສິດຕັດສິນບັນດາບັນຫາໃຫຍ່ຍັງຂຶ້ນກັບຄອບຄົວຝ່າຍເມຍ. ລູກສາວເມື່ອໄດ້ຮັບການກຳເນີດແມ່ນໃສ່ສະກຸນແມ່. ສິດສືບມູນແມ່ນຂຶ້ນກັບລູກສາວ. ພິເສດແມ່ນລູກສາວຫຼ້າ.
ຊາວເຜົ່າຣາລາຍ ເຊື່ອຖືເທວະດາຟ້າແຖນ. ເຂົາເຈົ້າຖືຊື່ຫີນ, ພູ, ສັດເປັນສະກຸນໃຫ້ຕົນ ແລະ ຖືນີ້ແມ່ນເທວະດາຜູ້ປົກປ້ອງໃຫ້ແກ່ຕົນ “ຟ້າ“ ແມ່ນເທວະດາຜູ້ຍອດຍິ່ງ. ນອກນັ້ນຊາວເຜົ່າຣາລາຍ ຍັງບູຊາເທວະດາພູ, ເທວະດາປ່າ ແລະ ເທວະດາເຂົ້າ…ອີກ.
(ພາບ: ອິນເຕີແນດ)
ໃນຊີວິດດ້ານຈິດວີນຍານ, ຊາວຣາລາຍ ມີທັດສະນະວ່າ, ເມື່ອຄົນຕາຍໄປ, ວີນຍານຂອງເຂົາເຈົ້າສືບຕໍ່ “ມີຊີວິດ“ ຢູ່ໂລກໃໝ່, ດັ່ງນັ້ນຈຶ່ງມີປະເພນີແບ່ງຊັບສິນໃຫ້ຄົນຕາຍ. ຢູ່ເຂດສຸສານເຂົາເຈົ້າວາງເຄື່ອງໃຊ້ອື່ນໆເຊັ່ນ: ໄຫ, ຄ້ອງ, ໝາກເຕົ້າແຫ້ງ, ກະພາ… ແຕ່ຖືກແຕກ ແລະ ຂາດແລ້ວ, ເພາະວ່ານັ້ນແມ່ນເຄື່ອງໃຊ້ຂອງຜີ. ເມື່ອມີຄົນຕາຍ, ຊາວເຜົ່າ ຣາລາຍ ເຄີຍຈັດຕັ້ງພິທີບູຊາຄັ້ງສຸດທ້າຍໃຫ້ຄົນຕາຍ. ນັກຄົ້ນຄ້ວາ ເມົ໋າກວົກຕ໋ຽນ, ໃຫ້ຮູ້ວ່າ:
“ປະເພນີທີ່ເປັນເອກະລັກສະເພາະມາແຕ່ດົນນານທີ່ສຸດຂອງຊາວເຜົ່າຣາລາຍ, ນັ້ນແມ່ນພິທີບູຊາຄັ້ງສຸດທ້າຍໃຫ້ຄົນຕາຍ, ຕາມທັດສະນະຂອງເຂົາເຈົ້າແລ້ວ, ນີ້ແມ່ນວຽກງານສະແດງໃຫ້ເຫັນອາລົມຈິດຂອງຜູ້ຍັງມີຊີວິດທີ່ມີຕໍ່ຜູ້ທີ່ໄດ້ເສຍຊີວິດແລ້ວ“.
ຊົນເຜົ່າຣາລາຍ ມີຊີວິດທາງດ້ານວັດທະນະທຳ, ສິລະປະພື້ນເມືອງຢ່າງອຸດົມສົມບຸນ, ດ້ວຍບົດກະວີ, ເທບນິຍາຍ, ສຸພາສິດ, ຄຳຜະຫຍາ ທີ່ສ່ອງແສງໃຫ້ເຫັນການອອກແຮງງານ, ຮີດຄອງປະເພນີ, ການຕໍ່ສູ້ຕ້ານໄພທຳມະຊາດ, ສັດຮ້າຍ, ຫຼືເວົ້າເຖິງຄວາມຮັກຕໍ່ບ້ານເກີດເມືອງນອນ, ຄວາມຮັກລະຫວ່າງບ່າວສາວ. ຜ່ານການເວລາ, ຊາວເຜົ່າຣາລາຍ ໄດ້ສ້າງເປັນພື້ນຖານວັດທະນະທຳທີ່ເປັນມູນເຊື້ອ, ທັງຄ້າຍຄືກັນກັບວັດທະນະທຳບັນດາເຜົ່າໄຕງວຽນຢູ່ສາຍພູຫຼວງ, ທັງຄ້າຍຄືກັນກັບວັດທະນະທຳຂອງຊົນເຜົ່າໃນທາງທິດໃຕ້ພາກກາງຫວຽດນາມ.