(vovworld) -ໃນວົງຄະນາຍາດ 54 ຊົນເຜົ່າຫວຽດນາມ, ຊົນເຜົ່າເມື່ອງ (ຍັງມີຊື່ວ່າ Mol, Mual, Moi)ມີພົນລະເມືອງກວ່າ 1 ລ້ານຄົນ. ຊົນເຜົ່າເມື່ອງດຳລົງຊີວິດຢູ່ຫຼາຍແຂວງທາງພາກເໜືອຫວຽດນາມ. ໃນນັ້ນສ່ວນຫຼາຍແມ່ນເຕົ້າໂຮມຢູ່ແຂວງຮ່ວາບິ່ງ ແລະ ບາງເມືອງໃນເຂດພູສູງຂອງແຂວງແທງຮ໋ວາ. ສີສັນວັດທະນະທຳຂອງຊົນເຜົ່າເມື່ອງຕິດພັນກັບພື້ນຖານວັດທະນະທຳຮ່ວາບິ່ງທີ່ມີມາກ່ອນນີ້ກວ່າໝື່ນປີ.
ເຮືອນຮ້ານຂອງຊົນເຜົ່າເມື່ອງ
(ພາບ: ອິນເຕີແນດ)
ຊົນເຜົ່າເມື່ອງມີໝວດພາສາ ຫວຽດ - ເມື່ອງ ແລະ ດຳລົງຊີວິດແບບຄົງທີ່ຢູ່ເຂດພູດອຍ, ບ່ອນມີທີ່ດິນທຳການຜະລິດຢ່າງຫຼວງຫຼາຍ, ທັງມີທາງຄົມມະນາຄົມທີ່ສ້າງຄວາມສະດວກໃຫ້ແກ່ການທຳມາຫາກິນ. ຊາວຊົນເຜົ່າເມື່ອງມີມູນເຊື້ອເຮັດນາ ແລະ ປູກເຂົ້ານາທາມເປັນຕົ້ນ. ມາຢ້ຽມຢາມໝູ່ບ້ານຂອງຊົນເຜົ່າເມື່ອງພວກເຮົາຈະເຫັນບັນດາເຮືອນຮ້ານທີ່ຕັ້ງຢູ່ເນີນພູ, ຢູ່ອ້ອມແມ່ນຕົ້ນໄມ້ທີ່ຂຽວອຸ່ມທູ່ມທັງສີ່ລະດູ. ຊາວເຜົ່າເມື່ອງມີປະເພນີສະເພາະໃນການດຳລົງຊີວິດປະຈຳວັນ ກໍ່ຄືໃນການອອກແຮງງານ, ທຳການຜະລິດ, ເຂົາເຈົ້າທັງປູກເຂົ້າ, ທັງເຮັດໄຮ່, ລ້ຽງສັດ.
ເຄື່ອງນຸ່ງຂອງຂອງຊາວເຜົ່າເມື່ອງກໍ່ມີຈຸດພິເສດສະເພະ, ຜູ້ຊາຍນຸ່ງເສື້ອຄໍມົນ, ມີຖົງຢູ່ໜ້າເອິກເບື້ອງຊ້າຍ ແລະ ຢູ່ຕີນເສື້ອ. ນຸ່ງໂສ້ງຂາກວ້າງ ໃຊ້ຜ້າມັດແອວ, ຕັດຜົມສັ້ນ ແລະ ຄຽນຫົວດ້ວຍຜ້າພັນສີຂາວ. ເມື່ອມີງານບຸນຫຼືບຸນປີໃໝ່, ຜູ້ຊາຍຊົນເຜົ່າເມື່ອງເຄີຍນຸ່ງເສື້ອແພໄໝສີອິດຫຼືສີເຫຼືອງ, ຜ້າພັນຫົວສີອິດແກ່ ແລະ ນຸ່ງເສື້ອຄຸມສີແດງຍາວເຖິງຫົວເຂົ່າ, ໃສ່ກະດູມຢູ່ຂີ້ແຮ້ ຫຼື ຂ້າງເສື້ອເບື້ອງຂວາ. ອ້າຍ ແກວກວັນເຊື໋ອງ (Quach Van Suong), ຢູ່ບ້ານວໍ໋ຢໍ່, ຕາແສງເຍິນເງັ້ຍ, ເມືອງລາກເຊີນ, ແຂວງຮ່ວາບິ່ງ, ໃຫ້ຮູ້ວ່າ:
“ນັບແຕ່ເວລາຍັງນ້ອຍ, ພວກຂ້າພະເຈົ້າໄດ້ສືບທອດສີສັນວັດທະນະທຳຂອງຊົນເຜົ່າເມື່ອງຜ່ານຊຸດອາພອນປະຈຳເຜົ່າຄືແນວນີ້. ດັ່ງນັ້ນ, ພວກຂ້າພະເຈົ້າມັກນຸ່ງທີ່ສຸດ, ບໍ່ພຽງແຕ່ໃນຊີວິດປະຈຳວັນເທົ່ານັ້ນ, ຫາກໃນໂອກາດວັນບຸນອີກດ້ວຍ. ຕ້ອງນຸ່ງເພື່ອໃຫ້ລູກຫຼານໃນພາຍພາກໜ້າກໍ່ຮັກສາສີສັນສະເພາະຂອງຊົນເຜົ່າເມື່ອງໄວ້ “.
ໃນຂະນະນັ້ນ, ຜູ້ຍິງເຄີຍນຸ່ງເສື້ອສັ້ນ, ເສື້ອແຂນຍາວສີໝາກກະເບົາ, ຫຼືສີຂາວ, ນຸ່ງອ້ຽມສີຂາວທາງໃນ, ຫົວກໍ່ຄຽນຜ້າສີຂຽວຫຼືສີຟ້າແບບງ່າຍດາຍຄືຊົນເຜົ່າອື່ນໆ. ສ່ວນສິ້ນສີດຳ. ຈຸດພິເສດໃນຊຸດອາພອນຂອງຊົນເຜົ່າເມື່ອງນັ້ນແມ່ນບັນດາລວດລາຍທີ່ສວຍງາມທີ່ພົ້ນເດັ່ນຢູ່ຫົວສິ້ນ ແລະ ສາຍຮັດແອວ . ເອື້ອຍແກວກທິລານ (Quach Thi Lan), ຢູ່ຕາແສງເຍິງເງ້ຍ, ເມືອງລາກເຊີນ, ແຂວງຮ່ວາບິ່ງ, ໃຫ້ຮູ້ວ່າ: ມີລວດລາຍເກືອບ 40 ແບບທີ່ປະດັບປະດາໃນຊຸດອາພອນຂອງຊົນເຜົ່າເມື່ອງ, ພິເສດຮູບພາບໂຕມັງກອນແມ່ນໄດ້ຮັບຄວາມນິຍົມກວ່າໝູ່.
ຊຸດອາພອນຂອງແມ່ຍິງຊົນເຜົ່າເມື່ອ
(ພາບ: ອິນເຕີແນດ)
ຊາວຊົນເຜົ່າເມື່ອງມີສາງວັດທະນະທຳ ສິລະປະພື້ນເມືອງທີ່ອຸດົມສົມບູນ, ດ້ວຍຫຼາຍປະເພດຄື: ບົດກອນຍາວ, ເລື່ອງບູຮານ, ເພງພື້ນເມືອງ, ຂັບວີ໋ຢຳ້, ຄຳສຸພາສິດ. ຊາວຊົນເຜົ່າເມື່ອງຍັງມີບັນດາບົດຂັບກ່ອມນ້ອງ, ຄຳຜະຫຍາ, ຂັບເດົາ, ຂັບໃຫ້ເດັກລະຫຼິ້ນ… ຄ້ອງແມ່ນເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊົນເຜົ່າເມື່ອງ, ນອກນັ້ນຍັງມີພິນຊໍ, ຂຸ່ຍ, ແຄນ…ອີກ. ແຕ່ພົ້ນເດັ່ນກວ່າໝູ່ແມ່ນບັນດາທຳນອງເພງພື້ນເມືອງ. ປ້າ ບູ່ຍທິຊວນ, ສະມາຊິກໃນສະໂມສອນ “ອະນຸລັກຮັກສາສີສັນວັດທະນະທຳພື້ນເມືອງຊົນເຜົ່າເມື່ອງ“ ຢູ່ບ້ານ ລູກໂດ່ຍ, ຕາແສງກິມບິ່ງ, ເມືອງກິມໂບຍ, ແຂວງຮ່ວາບິ່ງ, ໃຫ້ຮູ້ວ່າ: ບົດເພງພື້ນເມືອງຂອງຊົນເຜົ່າເມື່ອງມີຫຼາຍປະເພດຄື: ຂັບອວຍພອນເຮືອນໃໝ່, ຂັບກ້ຽວກັນ.
“ປະຈຸບັນ, ສະໂມສອນພວມພະຍາຍາມຊອກຫາບັນດາທຳນອງເພງພື້ນເມືອງເກົ່າເພື່ອສອນໃຫ້ພວກຫຼານ. ຊາວໜຸ່ມມັກຂັບອວຍພອນເຮືອນໃໝ່ ແລະ ຂັບກ້ຽວນຳກັນ… ກ່ອນນີ້ຊາວໜຸ່ມທັງອອກແຮງງານ, ທັງຂັບຮ້ອງນຳກັນຕະຫຼອດມື້ແຕ່ບົດເພງກໍ່ບໍ່ໝົດເທື່ອ, ເພາະວ່າທຳນອງເພງ ກໍ່ຄືບົດເພງມີຫຼາຍຮູບຫຼາຍແບບທີ່ສຸດ“.
ວັດທະນະທຳຂອງຊົນເຜົ່າເມືອງຍັງຄົງໄດ້ຮັບການຮັກສາໄວ້ເຖິງປະຈຸບັນ
(ພາບ: ອິນເຕີແນດ)
ເຖິງວ່າວັດທະນະທຳຂອງຊົນເຜົ່າເມືອງແມ່ນທຳມະດາງ່າຍດາຍກໍ່ຕາມ, ແຕ່ມັນໄດ້ຮັບການສືບທອດຜ່ານຫຼາຍລຸ້ນຄົນ ແລະ ຍືນຍົງຄົງຕົວຈົນຮອດປະຈຸບັນ. ໂດຍມີເລືອດເນື້ອຂອງຊາວຫວຽດນາມ, ຊາວເຜົ່າເມື່ອງລຸ້ນຕ່າງໆໄດ້ພ້ອມກັນສ້າງສາໝູ່ບ້ານ, ພັດທະນາຊີວິດທາງດ້ານວັດຖຸ ແລະ ຈິດໃຈ, ເຮັດໃຫ້ຊີວິດນັບມື້ນັບອິ່ມໜຳສຳລານ ແລະ ມີຄວາມຜາສຸກ… ປະກອບສ່ວນພ້ອມກັບບັນດາຊົນເຜົ່າອ້າຍນ້ອງ ກໍ່ສ້າງປະເທດຊາດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ.