(vovworld) - ຊາວ ຊ໋ານຈີ ສ່ວນຫຼາຍແມ່ນອາໃສຢູ່ແຂວງ ບັກຢາງ, ກວາງນິງ, ທ໋າຍບິ່ງ ແລະ ປູກເຂົ້າ, ເຮັດໄຮ່ເປັນຕົ້ນ. ຢູ່ບາງແຫ່ງທີ່ມີເງື່ອນໄຂອຳນວຍຄວາມສະດວກກວ່າ, ຊາວເຜົ່າ ຊ໋ານຈີ ຍັງປູກຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ເປັນຢາອີກ.
ຊາວເຜົ່າ ຊ໋ານຈີ
(ພາບ: ອິນເຕີແນດ)
ປູກຕົ້ນໄມ້ທັນຍາຫານຢູ່ເຂດດິນຄ້ອຍຊັນ ແມ່ນການຜະລິດ, ຫາເງິນລ້ຽງຊີບຕົ້ນຕໍຂອງຊາວເຜົ່າ ຊ໋ານຈີ. ຕົ້ນໄມ້ທັນຍາຫານທີ່ຊາວເຜົ່າ ຊ໋ານຈີ ປູກຫຼາຍກວ່າໝູ່ແມ່ນ: ເຂົ້າ, ສາລີ ແລະ ມັນຕົ້ນ. ນອກນັ້ນຍັງມີບາງປະເພດທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນເຊັ່ນ: ຕົ້ນໝາກຖົ່ວ, ໝາກອຶ, ໝາກໂຕ່ນ, ໝາກນ້ຳເຕົ້າ, ມັນດາງ. ບໍ່ພຽງແຕ່ປູກຝັງເທົ່ານັ້ນ, ຊາວເຜົ່າ ຊ໋ານຈີ ຍັງລ້ຽງສັດ, ເຮັດອາຊີບຫັດຖະກຳ ແລະ ຂ້າຂາຍອີກ. ປະຈຸບັນ, ການເຄື່ອນໄຫວທາງດ້ານເສດຖະກິດຂອງຊາວເຜົ່າ ຊ໋ານຈີ ມີການປ່ຽນແປງຫຼາຍຢ່າງ. ທ່ານນາງ ດຣ. ດັ້ງທິຮວາ, ຮອງຫົວໜ້າສະຖາບັນຄອບຄົວ ແລະ ເພດ, ໃຫ້ຮູ້ວ່າ:
“ຢູ່ເຂດລະຫວ່າງກາງບໍ່ມີພູສູງ, ແລະ ຊັນຄ້ອຍກໍ່ບໍ່ຫຼາຍ, ດັ່ງນັ້ນເນື້ອທີ່ປູກ ເຂົ້ານາທາມສອງລະດູແມ່ນຫຼາຍສົມຄວນ ແລະ ເຂົາເຈົ້າປູກເຂົ້ານາມທາມເປັນ ຕົ້ນ. ແຕ່ລະປີເຂົາເຈົ້າປູກເຂົ້າສອງລະດູ. ຊາວເຜົ່າ ຊ໋ານຈີ ຍັງປູກຕົ້ນລິ່ນຈີ່, ຕົ້ນໄມ້ຜະລິດຢາເປັນສິນຄ້າ ແລະ ມີບັນດາຟາມລ້ຽງໝູປ່າ, ລ້ຽງປາຂະໜາດໃຫຍ່, ດັ່ງນັ້ນລາຍຮັບຂອງຄອບຄົວຊາວເຜົ່າ ຊ໋ານຈີ ຫຼາຍທີ່ສຸດ. ພື້ນຖານເສດຖະກິດ ການຕະຫຼາດຂອງຫວຽດນາມ ເວົ້າລວມມີການກະທົບຢ່າງແນ່ນອນເຖິງເສດຖະກິດຄອບຄົວຂອງຊາວເຜົ່າ ຊ໋ານຈີ ຕາມທິດຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ແລະ ເປັນສິນຄ້າຫຼາຍກວ່າ“.
ປະຈຸບັນ, ຕົ້ນໄມ້ໃຫ້ໝາກ ກໍ່ແມ່ນໜຶ່ງໃນບັນດາຕົ້ນໄມ້ປູກປະເພດຕົ້ນຕໍຂອງຊາວເຜົ່າ ຊ໋ານຈີ. ມີຫຼາຍຄອບຄົວຊາວເຜົ່າ ຊ໋ານຈີ ຢູ່ ລຸກຫງ້ານ, ບັກຢາງ ໄດ້ສ້າງຄວາມຮັ່ງມີດ້ວຍຕົ້ນລິ່ນຈີ່. ໝາກລິ່ນຈີ່ບໍ່ພຽງແຕ່ຈຳໜ່າຍຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງສົ່ງໄປຂາຍຢູ່ຫຼາຍປະເທດໃນໂລກອີກດ້ວຍ. ຊາວເຜົ່າ ຊ໋ານຈີ ຍັງນຳໃຊ້ວິທະຍາສາດ, ເຕັກນິກເຂົ້າໃນການປູກຝັງ ເພື່ອຍົກສູງຄຸນນະພາບ ແລະ ສະມັດຕະພາບໃຫ້ຕົ້ນລິ່ນຈີ່. ຄຽງຂ້າງນັ້ນ, ຊາວເຜົ່າ ຊ໋ານຈີ່ ກໍ່ຮູ້ຂຸດຄົ້ນແຫຼ່ງປະໂຫຍດຈາກຕົ້ນໄມ້ເປັນຢາໃນປ່າອີກ. ດຣ. ດັ້ງທິຮວາ, ໃຫ້ຮູ້ວ່າ:
“ເຂົາເຈົ້າຮູ້ນຳໃຊ້ຕົ້ນໄມ້ເປັນຢາດີທີ່ສຸດ. ຕົ້ນໄມ້ເປັນຢາຊ່ວຍໃຫ້ເຂົາເຈົ້າສ້າງລາຍຮັບຕື່ມອີກໃຫ້ຄອບຄົວ ແລະ ແມ່ນແຫຼ່ງຫາເງິນລ້ຽງຊີບສຳຄັນ. ຈາກຕົນໄມ້ເປັນຢາໃນປ່າເຂົາເຈົ້າໄດ້ປູງແຕ່ງ, ເປັນກາວ, ເປັນຢາປິນປົວພະຍາດ ເພື່ອຂາຍ ແລະ ສົ່ງອອກປະເທດຈີນ, ໄຕ້ຫວັນ. ຢູ່ກວາງນິງ ນອກຈາກປູກຕົ້ນລິ່ນຈີ່, ເຂາເຈົ້າຍັງປູກຕົ້ນໄປເປັນຢາຫຼາຍທີ່ສຸດ“.
ຊາວເຜົ່າ ຊ໋ານຈີ ມີທັດສະນະວ່າ, ທຸກສິ່ງທຸກຢ່າງຈາກທຳມະຊາດແມ່ນດີທີ່ສຸດ, ດັ່ງນັ້ນເຂົາເຈົ້າຈຶ່ງສົ່ງເສີມສຸຂະພາບດ້ວຍຕົ້ນໄມ້ໃບຫຍ້າທຳມະຊາດ. ແລະ ມີບົດຮຽນຫຼາຍໃນການນຳໃຊ້ຕົ້ນໄມ້ເປັນຢາເພື່ອປິນປົວພະຍາດ. ຊາວເຜົ່າ ຊ໋າຈີ ເຄີຍຫາຕົ້ນໄມ້ເປັນຢາໃນປ່າດົງດິບ ຫຼືໃນພູສູງທີ່ມີຄົນໄປມາໜ້ອຍ, ແລ້ວປຸງເປັນຢາ ຫຼືດອງກັບເຫຼົ້າເພື່ອດື່ມ, ນວດປິ່ນປົວພະຍາດ. ດຣ. ດັ້ງທິຮວາ ໃຫ້ຮູ້ວ່າ, ຢາພື້ນເມືອງຂອງຊາວເຜົ່າ ຊ໋ານຈີ່ ນຳໃຊ້ຕົ້ນໄມ້ກວ່າ 200 ປະເພດເພື່ອປຸງແຕ່ງ.
“ຊາວເຜົ່າ ຊ໋ານຈີ ຢູ່ເມືອງ ເຊີນດົ້ງ, ແຂວງ ບັກຢາງ ມີລາຍຮັບສູງຈາກຕົ້ນໄມ້ໄປເປັນຢາ. ເຂົາເຈົ້າໄດ້ປຸງແຕ່ງໃບໄມ້ປ່ານັບຮ້ອຍປະເພດທີ່ແຕກຕ່າງກັນໃຫ້ເປັນກາວຢາທີ່ມີຊື່ສຽງ. ຢາປະເພດນີ້ດີທີ່ສຸດ, ພິເສດແມ່ນສຳລັບສຸຂະພາບຂອງແມ່ຍິງ. ເມື່ອນຳໃຊ້ກາວຢາງນີ້, ຜູ້ຍິງມີກຳລັງແຮງຕື່ມອີກເພື່ອສາມາດຕ້ານພະຍາດ ແລະ ບຳລຸງຮ່າງກາຍໄດ້ດີ “.
ໃນເບື້ອງຕົ້ນຢາເປັນພະຍາດແມ່ນແຫຼ່ງປະໂຫຍດທຳມະຊາດ, ຊາວເຜົ່າ ຊ໋ານຈີ ພຽງແຕ່ເກັບມາປຸງແຕ່ງເອງເທົ່ານັ້ນ. ຕໍ່ມາເມື່ອເຂົ້າໃຈໄດ້ຄວາມສຳຄັນຂອງຕົ້ນໄມ້ເປັນຢາ, ເຂົາເຈົ້າໄດ້ປູກຕື່ມອີກ. ຍ້ອນມີຕົ້ນໄມ້ເປັນຢາ, ຊາວເຜົ່າ ຊ໋ານຈີ ກໍ່ມີແຫຼ່ງລາຍຮັບຕື່ມອີກ, ການດຳລົງຊີວິດຂອງເຂົາເຈົ້ານັບມື້ນັບພັດທະນາກວ່າອີກ.