ປະຈຸບັນ, ຊົນເຜົ່າ ຮ່າຍີ່ມີພົນລະເມືອງປະມານ 21.700 ຄົນ, ເຊິ່ງອາໄສຕົ້ນຕໍຢູ່ບັນດາແຂວງ ລາຍເຈົາ, ອຽນບ໋າຍ, ລາວກາຍ ແລະບາງແຂວງຢູ່ລຽບຕາມຊາຍແດນ ຫວຽດນາມ - ຈີນ, ຫວຽດນາມ - ລາວ. ປະຈຸບັນ, ຊາວ ຮ່າຍີ່ໄດ້ດຳລົງຊີວິດຢູ່ຄົງທີ່, ແຕ່ລະບ້ານມີປະມານ 60 ຄອບຄົວ. ຊາວເຜົ່າ ຮ່າຍີ່ເຄີຍເລືອກບ່ອນອາໄສຢູ່ຮ່ອມພູ ກາງເນີນພູ, ເຊິ່ງແມ່ນບ່ອນທີ່ມີແຫຼ່ງນ້ຳຮັບໃຊ້ໃຫ້ແກ່ການດຳເນີນຊີວິດ ແລະ ການຜະລິດ. ຍ້ອນເຫດນັ້ນ, ບັນດາໝູ່ບ້ານຂອງຊາວ ຮ່າຍີ່ ເຄີຍມີທີວທັດທຳມະຊາດທີ່ສວຍງາມ. ນັກຄົ້ນຄ້ວາວັດທະນະທຳຊົນເຜົ່າ ເລິມບ໋ານາມ, ໃຫ້ຮູ້ວ່າ:
“ຊົນເຜົ່າ ຮ່າຍີ່ ແມ່ນຊົນເຜົ່າທີ່ໄດ້ຍົກຍ້າຍຈາກທິດເໜືອມາ ຫວຽດນາມ ນັບແຕ່ກ່ອນນີ້ສອງ, ສາມຮ້ອຍປີ. ເຂົາເຈົ້າເຄີຍດຳລົງຊີວິດຢູ່ເຂດພູສູງ, ແລະ ມີສີສັນວັດທະນະທຳທີ່ເປັນເອກະລັກສະເພາະທີ່ສຸດ. ໃນນັ້ນມີເຄື່ອງນຸ່ງ. ສ່ວນງານບຸນຂອງຊາວ ຮ່າຍີ່ກໍ່ມີຄວາມໃກ້ຊິດກັບປ່າ, ສະແດງໃຫ້ເຫັນຄວາມສະໜິດຕິດພັນຂອງເຂົາເຈົ້າກັບທຳມະຊາດ ແລະ ສິ່ງແວດລ້ອມ.“
ໝູ່ບ້ານຂອງຊາວເຜົ່າ ຮ່າຍີ່ມີຈຸດພິເສດທີ່ສຸດ. ເຮືອນຂອງຊາວ ຮ່າຍີ່ອີງຫຼັງໃສ່ພູ ແລະ ປະຕູມຸ່ງໃສ່ຮ່ອມພູເພື່ອໃຫ້ຊັບສິນຍາມໃດກໍ່ເຕັມເຮືອນ. ສັງເກດຈາກທາງໄກກໍ່ເຫັນວ່າເຮືອນຂອງຊາວ ຮ່າຍີ່ ປຽບເໝືອນດອກເຫັດພວມປົ່ງຂຶ້ນຢູ່ຕາມເນີນພູ, ເຮັດໃຫ້ບັນດາໝູ່ບ້ານນ້ອຍໆຂອງຊາວເຜົ່າ ຮ່າຍີ່ ງາມດັ່ງພາບແຕ້ມ. ຝາເຮືອນຂອງຊາວ ຮ່າຍີ່ເຮັດດ້ວຍດິນ, ເໝາະສົມກັບເງື່ອນໄຂດິນຟ້າອາກາດຢູ່ເຂດພູດອຍ. ເຮືອນເຫຼົ່ານັ້ນ, ຈະສ້າງຄວາມອົບອຸ່ນໃນລະດູໜາວ ແລະ ສ້າງຄວາມເຢັນໃນລະດູຮ້ອນ. ທ່ານ ຫງວຽນຮື້ວເຊີນ, ພະນັກງານພະແນກວັດທະນະທຳ ຖະແຫຼງຂ່າວແຂວງ ລາຍເຈົາ, ໃຫ້ຮູ້ວ່າ:
“ຊາວ ຮ່າຍີ່ມີມໍລະດົກວັດທະນະທຳທີ່ພົ້ນເດັ່ນ ແລະ ແຕກຕ່າງກັນກັບຫຼາຍຊົນເຜົ່າອື່ນໆ ນັ້ນແມ່ນຝາເຮືອນເຮັດດ້ວຍດິນ. ເຮືອນທັງແມ່ນບ່ອນຢູ່ອາໄສຂອງຄອບຄົວ, ທັງແມ່ນບ່ອນດຳເນີນຊີວິດຂອງທັງປະຊາຄົມ. ເຮືອນແຕ່ລະຫຼັງແມ່ນຫົວໜ່ວຍເສດຖະກິດໜຶ່ງ, ສະແດງໃຫ້ເຫັນການປະພຶດທີ່ເປັນເອກະລັກສະເພາະຕໍ່ສິ່ງແວດລ້ອມອ້ອມຂ້າງ. ພຽງແຕ່ຄົ້ນຄ້ວາເຮືອນເທົ່ານັ້ນກໍ່ສາມາດຄົ້ນເຫັນວັດທະນະທຳພິເສດສະເພາະຫຼາຍຢ່າງຂອງຊາວເຜົ່າ ຮ່າຍີ່ໄດ້“.
ຊາວ ຮ່າຍີ່ ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີມູນເຊື້ອບຸກເບີກນາຂັ້ນໄດ ແລະ ຂຸດເໝືອງຄູນຝາຍເອົານ້ຳ. ໃນການຜະລິດກະສິກຳ, ຊາວ ຮ່າຍີ່ປູກເຂົ້າ, ເຮັດນາເປັນຕົ້ນ, ແຕ່ມີບາງແຫ່ງຍັງເຮັດໄຮ່. ເຂົາເຈົ້າເຄີຍໃຊ້ ງົວ, ຄວາຍ ໄຖ, ຄາດນາ ແລະ ເຮັດສວນຢູ່ຂ້າງເຮືອນ. ຊາວ ຮ່າຍີ່ປູກຝັງ, ລ້ຽງສັດເກັ່ງທີ່ສຸດ ແລະ ມີອາຊີບຫັດຖະກຳພັດທະນາ, ພິເສດແມ່ນການຖັກສານ, ຕຳ່ຫູກ ແລະ ຍ້ອມສີ. ເຖິງວ່າປະຈຸບັນການແລກປ່ຽນດ້ານເສດຖະກິດໄດ້ມີຄວາມສະດວກສະບາຍແລ້ວກໍ່ຕາມ, ແຕ່ຊາວ ຮ່າຍີ່ສ່ວນຫຼາຍຍັງຕຳ່ຜ້າເອງ. ຍ້ອນເຫດນັ້ນ, ຊາວເຜົ່າ ຮ່າຍີ່ຈຶ່ງແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີຊຸດອາພອນປະຈຳເຜົ່າງາມທີ່ສຸດ ແລະ ຕ່າງຈາກກັບຊົນເຜົ່າອື່ນໆ. ນີ້ກໍ່ແມ່ນຈຸດພິເສດເພື່ອຈຳແນກຊົນເຜົ່າ ຮ່າຍີ່ ກັບຊົນເຜົ່າອື່ນ.
ຊົນເຜົ່າ ຮ່າຍີ່ມີພື້ນຖານວັດທະນະທຳທີ່ມີມາແຕ່ດົນນານ, ແລະ ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ບັນດາງານບຸນເຊັ່ນ: ບຸນປີໃໝ່, ບຸນບູຊາເທວະດາປ່າ, ງານບຸນຫົ່ມຜ້າຫົ່ມ… ຂອງຊາວ ຮ່າຍີ່ມີຈຸດທີ່ເປັນເອກະລັກສະເພາະທີ່ສຸດ ແລະ ມີລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄວາມໃກ້ຊິດຕິດພັນລະຫວ່າງຄົນ ກັບທຳມະຊາດ. ໃນນັ້ນບຸນປີໃໝ່ແມ່ນງານບຸນໃຫຍ່ ແລະມີມາແຕ່ດົນນານທີ່ສຸດ. ງານບຸນມີຄວາມໝາຍພາວະນາຂໍໃຫ້ເທວະດາບັນດານໃຫ້ລະດູການປູກຝັງໄດ້ຮັບຜົນດີ, ມີຊີວິດຢູ່ເຢັນເປັນສຸກ. ງານບຸນນີ້ຍັງສະແດງໃຫ້ເຫັນຄວາມສະໜິດຕິດພັນໃນປະຊາຄົມອີກດ້ວຍ. ທ່ານ ເລິມບ໋ານາມ, ໃຫ້ຮູ້ຕື່ມອີກວ່າ:
“ບຸນປີໃໝ່ແມ່ນງານບຸນທີ່ຕິດພັນກັບປະຫວັດສາດ, ວັດທະນະທຳຂອງຊາວ ຮ່າຍີ່. ສຳລັບປະຊາຊົນໃນເຂດພູສູງ, ບັນດາງານບຸນມີຄວາມໝາຍພາວະນາຂໍໃຫ້ການປູກຝັງໄດ້ຮັບຜົນດີ ແລະ ທຸກສິ່ງທຸກຢ່າງເກີດດອກອອກຜົນ. ດ້ານອື່ນ, ມັນສະແດງໃຫ້ເຫັນລັກສະນະປະຊາຄົມໃນການອະນຸລັກຮັກສາວັດທະນະທຳຊົນເຜົ່າອີກ“.
ໃນຊີວິດທາງດ້ານຈິດໃຈ, ຊາວເຜົ່າ ຮ່າຍີ່ກໍ່ມີຫຼາຍທຳນອງເພງຄື: ຂັບກ່ອມລູກ, ຂັບກ້ຽວກັນ, ຂັບເຊີນດື່ມເຫຼົ້າ, ຂັບອວຍພອນເຮືອນໃໝ່…, ມີຫຼາຍວາດຟ້ອນ, ມີເຄື່ອງດົນຕີຫຼາຍປະເພດ ແລະ ຫຼາຍບົດປະພັນວັນນະຄະດີພື້ນເມືອງເຊັ່ນ: ເທບນິຍາຍ, ສຸພາສິດ, ຄຳຜະຫຍາ. ປະຈຸບັນ, ເຖິງວ່າຊີວິດທາງດ້ານວັດທະນະທຳຂອງຊາວເຜົ່າ ຮ່າຍີ່ໄດ້ມີການປະສົມປະສານກັບພື້ນຖານວັດທະນະທຳຂອງຊົນເຜົ່າອື່ນໆແລ້ວກໍ່ຕາມ, ແຕ່ຊາວເຜົ່າ ຮ່າຍີ່ຍັງຄົງຮັກສາບັນດາຮີດຄອງປະເພນີ ແລະ ຈຸດວັດທະນະທຳມູນເຊື້ອທີ່ເປັນເອກະລັກສະເພາະຂອງຕົນໄວ້.