(VOVWORLD) -ຊາວເຜົ່າ ກະຕູ ແມ່ນຊາວເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ເມືອງເຂດພູສູງ ໄຕຢາງ ຂອງແຂວງ ກວ໋າງນາມ ເປັນຕົ້ນ. ຊາວເຜົ່າ ກະຕູ ດຳລົງຊີວິດຢູ່ແບບແຍກຕົວຕ່າງຫາກ ການດຳລົງຊີວິດແມ່ນອີງໃສ່ທຳມະຊາດເປັນຕົ້ນຕໍ, ສະນັ້ນ ຈຶ່ງຍັງຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງໄວ້ໄດ້. ຕາມຮີດຄອງປະເພນີຂອງຊາວເຜົ່າ ກະຕູ ແລ້ວ, ເມື່ອກ້າວເຂົ້າສູ່ລະດູການປູກຝັງໃໝ່ໃນປີ, ພໍ່ແມ່ປະຊາຊົນເຄີຍຈັດຕັ້ງພິທີສົມມະນາຄຸນເຈົ້າປ່າເຈົ້າເຂົາ. ພິທີກຳນີ້ ໄດ້ຝັງເລິກໃນຈິດສຳນຶກຂອງປະຊາຊົນ ແລະ ກາຍເປັນຈຸດວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງ ຊາວເຜົ່າ ກະຕູ. ບົດຂຽນຂອງ ດິ່ງຖ້ຽວ, ນັກຂ່າວ VOV ດ້ວຍຫົວຂໍ້ວ່າ “ຊາວເຜົ່າ ກະຕູ ສົມມະນ
ເປັນເວລາດົນນານແລ້ວ ທີ່່ພໍ່ແມ່ພີ່ນ້ອງຊາວຊົນເຜົ່າ ກະຕູ ຢູ່ເມືອງເຂດພູສູງ ໄຕຢາງ, ແຂວງ ກວ໋າງນາມ ມີໂອກາດໄດ້ເຊື່ອມຕົວເຂົ້າກັບບັນຍາກາດງານບຸນສຳຄັນທີ່ສຸດໃນປີໃໝ່ - ນັ້ນແມ່ນພິທີສົມມະນາຄຸນເຈົ້າປ່າເຈົ້າເຂົາໃນໂອກາດປີໃໝ່. ແຕ່ຮຸ່ງເຊົ້າ, ບັນດາ ເຈົ້າກົກເຈົ້າເຫລົ່າ, ນາຍບ້ານ ແລະ ພໍ່ແມ່ພີ່ນ້ອງຊາວເຜົ່າ ກະຕູ ເປັນຈຳນວນຫຼວງຫຼາຍທີ່ຢູ່ບ້ານຫ່າງໄກຈາກເຂດພູສູງເມືອງ ໄຕຢາງ ໄດ້ພາກັນມາເຕົ້າໂຮມຢູ່ໝູ່ບ້ານມໍລະດົກທາງຊີວະພາບ Pomu (ໄມ້ໂລ່ງເລ່ງ) ຢູ່ຕາແສງ ອາຊານ ເພື່ອເຂົ້າຮ່ວມງານບຸນ. ພາຍຫຼັງພິທີບູຊາສົມມະນາຄຸນເຈົ້າປ່າເຈົ້າເຂົາທີ່ໄດ້ຈັດຕັ້ງດ້ວຍບັນຍາກາດທີ່ເຄັ່ງຂຶມຢູ່ ປ່າໂລ່ງເລ່ງແລ້ວ, ທຸກຄົນພ້ອມກັນຟ້ອນຕາມຈັງຫວະ ຕຸງຕຸງຢາຢາ ພາວະນາຂໍໃຫ້ລະດູການເກັບກ່ຽວໃນປີໃໝ່ໄດ້ຮັບຜົນດີ. ເຈົ້າກົກເຈົ້າເຫລົ່າ ອາລັງດ່ານ ຢູ່ ບ້ານ ອາເຣິ໋ດ, ຕາແສງ ອານົງ ໄດ້ເລົ່າສູ່ຟັງວ່າ: ແຕ່ປາງກ່ອນ ຊາວເຜົ່າ ກະຕູ ເພິ່ງພາອາໄສຢູ່ຕາມພູຜາປ່າດົງເພື່ອດຳລົງຊີວິດ, ນັບແຕ່ອາຫານການກິນຕະຫຼອດຮອດເຄື່ອງນຸ່ງຫົ່ມ ກໍລ້ວນແຕ່ແມ່ນເອົາມາຈາກປ່າ. ພິທີບູຊາເຈົ້າປ່າເຈົ້າເຂົາ ຫຼື ຍັງເອີ້ນວ່າ ສົມມະນາຄຸນເຈົ້າປ່າເຈົ້າເຂົາຂອງຊາວເຜົ່າ ກະຕູ ແມ່ນມີມາແຕ່ດົນນານແລ້ວ. ກ່ອນຈະເຂົ້າສູ່ລະດູບານໃໝ່, ແຕ່ລະຄອບຄົວ, ໝູ່ບ້ານກໍຈະຈັດພິທີບູຊາ. ພາເຂົ້າບູຊາ ລວມມີ: ຈອກເຫຼົ້າ, ໄກ່, ປາ, ເຂົ້າໜຽວ, ໝາກໄມ້... ເພື່ອຖະຫວາຍບູຊາເຈົ້າປ່າເຈົ້າເຂົາ. ໃນຊຸມປີທີ່ປະເທດຊາດຍັງມີສົງຄາມ, ພິທີສົມມະນາຄຸນເຈົ້າປ່າເຈົ້າເຂົາຄ່ອຍໆຖືກຂາດບັ້ນຂາດຕອນ. ມື້ນີ້, ເມືອງໄດ້ຈັດຕັ້ງການຟື້ນຟູງານບຸນນີ້ຂຶ້ນດ້ວຍຂອບຂະໜາດໃຫຍ່, ເຈົ້າກົກເຈົ້າເຫລົ່າ ອາລັງດ່ານ ແລະ ພໍ່ແມ່ພີ່ນ້ອງ ຊາວເຜົ່າ ກະຕູ ມີຄວາມປິຕິຊົມຊື່ນທີ່ສຸດ.
“ພິທີສົມມະນາຄຸນເຈົ້າປ່າເຈົ້າເຂົາຂອງຊາວເຜົ່າ ກະຕູ ແມ່ນມີມາແຕ່ດົນນານແລ້ວ. ຄົນລຸ້ນກອ່ນ ກໍຂ້າຄວາຍເພື່ອເຊີນສິ່ງສັກສິດຢູ່ພູຜາປ່າດົງ ແລະ ວິນຍານຂອງຄົນ ຈັດຕັ້ງພິທີສ້າງຄວາມຄຸ້ນເຄີຍກັນ. ຈັດພິທີດັ່ງກ່າວແມ່ນເພື່ອບໍ່ໃຫ້ເຮົາເຈັບເປັນ, ເອັນອຸ່ນພ້ອມກັນຮ່ວມແຮງຮ່ວມໃຈກັນປົກປັກຮັກສາຕົ້ນໄມ້ໂລ່ງເລ່ງໄວ້”.
ເຈົ້າກົກເຈົ້າເຫລົ່າພວມສົມມະນາຄຸນເຈົ້າປ່າເຈົ້າເຂົາ |
ໝູ່ບ້ານມໍລະດົກທາງຊີວະພາບ ໄມ້ໂລ່ງເລ່ງ ຢູ່ບ້ານ ອາເຣິ່ງ 1, ຕາແສງ ອາຊານ ເມືອງ ໄຕຢາງ, ແຂວງ ກວ໋າງນາມ ຕັ້ງຢູ່ລະຫວ່າງກາງຮ່ອມພູ ເຊິ່ງຖືກປົກຄຸມໄປດ້ວຍປ່າດົງດິບຕົ້ນໄມ້ໂລ່ງເລ່ງ ກວ່າ 2.000 ຕົ້ນ ໂດຍໄດ້ຮັບການຮັບຮອງເປັນຕົ້ນໄມ້ມໍລະດົກ, ມີຕົ້ນໃຫຍ່ອາຍຸນັບພັນປີຫຼາຍຕົ້ນ. ເຂດປ່າດົງດິບຕົ້ນໄມ້ໂລງເລງ ຕັ້ງຢູ່ລະດັບສູງ 1.500 ແມັດ ເມື່ອທຽບກັບລະດັບໜ້ານ້ຳທະເລ ດ້ວຍເນື້ອໃນ 450 ເຮັກຕາ ເຊິ່ງປະຊາຊົນເຄີຍເອີ້ນຊື່ວ່າ ອານາຈັກແຫ່ງໄມ້ ໂລ່ງເລ່ງ. ນີ້ແມ່ນເຂດປ່າດົງດິບມີຄ່າ ແລະ ຫາຍາກທີ່ຍັງເຫຼືອຢູ່ເຂດຕາເວັນອອກສ່ຽງໃຕ້ຂອງທະວີບອາຊີ. ມີເຂດປ່າທີ່ມີຄ່າຫາຍາກນີ້ ກໍ່ແມ່ນຍ້ອນຊາວຊົນເຜົ່າ ກະຕູ ຢູ່ຕາແສງ ອາຊານ ແລະ ເຈີເຮີ ໄດ້ຖະນຸຖະໜອມ ແລະ ປົກປັກຮັກສາໄວ້. ຊາວເຜົ່າ ກະຕູ ຖື “ປ່າແມ່ນເຮືອນຊານບ້ານຊ່ອງ, ຖືຕົ້ນໄມ້ແມ່ນລູກເຕົ້າ - ຮັກປ່າກໍຄືຮັກເຮືອນຊານບ້ານຊ່ອງ, ຮັກຕົ້ນໄມ້ກໍຄືຮັກລູກເຕົ້າ”. ແຕ່ລະເທື່ອບໍ່ວ່າເອົາສິ່ງໃດໃນປ່າ, ເຂົາເຈົ້າຍາມໃດກໍມີຄວາມສຳນຶກວ່າ ຕ້ອງຂໍນຳເຈົ້າປ່າເຈົ້າເຂົາກ່ອນ. ຕັດຕົ້ນໄມ້ໃນປ່າເຖິງຈະແມ່ນຕົ້ນນ້ອຍ ຫຼື ຕົ້ນໃຫຍ່ ກໍລ້ວນແຕ່ຕ້ອງຂໍກ່ອນ, ຕ້ອງເຕົ້າໂຮມຊາວບ້ານ ແລະ ຕ້ອງເຮັດພິທີບູຊາ ຈຶ່ງໄດ້ຕັດແລະນຳເອົາກັບເມືອເຮືອນໄດ້. ອ້າຍ ເປີລອງປະເລັງ ຊາວເຜົ່າ ກະຕູ ຢູ່ຕາແສງ ລັງ ເຊິ່ງເປັນຜູ້ທີ່ມີຄວາມເຂົ້າໃຈຫຼາຍສົມຄວນກ່ຽວກັບວັດທະນະທຳຂອງຊົນເຜົ່າຕົນ ໃຫ້ຮູ້ວ່າ: ປ່າໂລ່ງເລ່ງ ຢູ່ ໄຕຢາງ ແມ່ນຕິດພັນກັບບັນດາເລື່ອງລາວວັດທະນະທຳຂອງຊາວເຜົ່າ ກະຕູ. ເມື່ອກ່ອນ, ບັນດາຜູ້ເຖົ້າຜູ້ແກ່ເຫັນຕົ້ນໄມ້ໃດທີ່ມີຄ່າ, ຫາຍາກ ແມ່ນເຂົາເຈົ້າຜູກສິ່ງສັກສິດເຂົ້າໃສ່ຕົ້ນໄມ້ນັ້ນ. ອ້າຍ ເປີລອງປະເລັງ ເວົ້າວ່າ ຖ້າຕັດຕົ້ນໄມ້ແມ່ນຈະຖືກເຈົ້າປ່າລົງໂທດໃຫ້ເຈັບເປັນ, ຖືກລົງໂທດປັບໄໝ, ຍ້ອນແນວນັ້ນ ເຂດປ່າທີ່ມີຄຸນຄ່າຫຼາຍເຂດໄດ້ຮັບການຮັກສາໄວ້ມາເຖິງປັດຈຸບັນ.
“ເຈົ້າຢາກເຮັດເຮືອນ ແມ່ນຕ້ອງຂໍຄຳເຫັນຈາກເຈົ້າກົກເຈົ້າເຫລົ່າໃນໝູ່ບ້ານ, ແລ້ວຕັດໄມ້ຄືແນວໃດເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຕົ້ນໄມ້ນ້ອຍ. ນັ້ນໄດ້ຄ່ອຍໆກາຍເປັນເລື່ອງລາວທາງດ້ານວັດທະນະທຳໃນການຮັກສາປ່າໄມ້. ການຖາງປ່າເຮັດໄຮ່ ແມ່ນເຂົາເຈົ້າຈະບໍ່ແຕະຕ້ອງເຖິງປ່າທີ່ສັກສິດ, ປ່າຕົ້ນນຳ້ ຫຼື ປ່າດົງດິບຈັກເທື່ອ”.
ເຈົ້າກົກເຈົ້າເຫລົ່າແລະຊາວບ້ານໄປຊົມຕົ້ນໄມ້ໂລ່ງເລ່ງ
|
ທ່ານ ເປີລິວລ໋ຽກ ເລຂາພັກເມືອງ ໄຕຢາງ, ແຂວງ ກວ໋າງນາມ ຍາມໃດກໍເປັນຫ່ວງ ແລະ ຊອກຫາທຸກວິທີເພື່ອຟື້ນຟູ, ອະນຸລັກຮັກສາບັນດາງານບຸນປະເພນີຂອງຊາວເຜົ່າຕົນ. ຕາມທ່ານ ເປີລິວລ໋ຽກ ແລ້ວ, ຕາມຮີດຄອງປະເພນີໃນເມື່ອກ່ອນຂອງຊາວເຜົ່າ ກະຕູ, ຖ້າຫາກຕົ້ນປີຍັງບໍ່ທັນໄດ້ຈັດຕັ້ງງານບຸນບູຊາສົມມະນາຄຸນເຈົ້າປ່າເຈົ້າເຂົາ ແມ່ນປະຊາຊົນຈະບໍ່ໄດ້ມີການແລກປ່ຽນຊື້ຂາຍກັບພາຍນອກ ຫຼື ລະດູການປູກຝັງໃໝ່, ທັງໝົດຕ້ອງຂໍສິ່ງສັກສິດ, ເຈົ້າປ່າເຈົ້າເຂົາ ແລະ ເທວະດາຟ້າແຖນ. ການຈັດຕັ້ງຟື້ນຟູ, ອະນຸລັກຮັກສາງານບຸນປີໃໝ່ບູຊາສົມມະນາຄຸນເຈົ້າປ່າເຈົ້າເຂົາ ແມ່ນເພື່ອແນໃສ່ອະນຸລັກຮັກສາວັດທະນະທຳຂອງຊາວເຜົ່າ ກະຕູໄວ້.
“ເຫັນພໍ່ແມ່ປະຊາຊົນມີຄວາມມ່ວນຊື່ນ, ເບີກບານໃຈທີ່ສຸດເພື່ອໄດ້ຫວນຄືນສູ່ວັດທະນະທຳໝູ່ບ້ານຂອງເຂົາເຈົ້າຄືເມື່ອກ່ອນ. ພວກຂ້າພະເຈົ້າຈະສືບຕໍ່ແລກປ່ຽນກັບພໍ່ແມ່ປະຊາຊົນ, ເປັນຕົ້ນແມ່ນບັນດາເຈົ້າກົກເຈົ້າເຫລົ່າໃນໝູ່ບ້ານ, ແຕ່ລະປີບໍ່ພຽງແຕ່ໄດ້ຈັດຢູ່ເຂດປ່າແຫ່ງນີ້ ແຕ່ຍັງຈະຈັດຢູ່ບັນດາທ້ອງຖິ່ນອື່ນໆອີກ, ເຮັດໃຫ້ພິທີບູຊາສົມມະນາຄຸນເຈົ້າປ່າເຈົ້າເຂົາຂອງຊາວເຜົ່າ ກະຕູ ຄ່ອຍໆກາຍເປັນວັດທະນະທຳທາງທິດຕາເວັນຕົກ ກວ໋າງນາມ ພ້ອມທັງດຶງດູດການລົງທຶນດ້ານການທ່ອງທ່ຽວອີກດ້ວຍ”.
ທ່ານ ເປີລິວລ໋ຽກ ໃຫ້ຮູ້ວ່າ: ສະຕິໃນການປົກປັກຮັກສາປ່າໄມ້, ການດຳລົງຊີວິດຕິດພັນກັບພູຜາປ່າດົງໄດ້ຝັງເລິກເຂົ້າໃນຈິດສຳນຶກຂອງພໍ່ແມ່ປະຊາຊົນເຜົ່າ ກະຕູ. ບັນດາສະຕິເຫຼົ່ານັ້ນໄດ້ສະແດງອອກຜ່ານບັນດາບົດເພງພື້ນເມືອງທີ່ວ່າ: “ນົກບິນຢູ່ເທິງທ້ອງຟ້າສູງ ຕ້ອງການປ່າໄມ້ຂຽວອຸ່ມທຸ່ມ / ປາຢູ່ໃຕ້ນ້ຳ ຕ້ອງການນຳ້ໃສສະອາດ / ຊາວເຜົ່າ ກະຕູ ຕ້ອງການເຈົ້າປ່າເຈົ້າເຂົາປົກປ້ອງ / ໃຫ້ຊາວບ້ານເຮົາມີລູກເຕັມບ້ານມີຫຼານເຕັມເມືອງ / ໃຫ້ລະດູເກັບກ່ຽວຂອງເຮົາຍາມໃດກໍໄດ້ຮັບຜົນດີ / ໃຫ້ຊາວເຜົ່າ ກະຕູ ຢູ່ທຸກສາລະທິດຍືນຍົງຄົງຕົວຕະຫຼອດໄປ...”. ຊາວເຜົ່າ ກະຕູ ບອກສອນລູກຫຼານຍາມໃດກໍຕ້ອງຮູ້ບຸນຄຸນ ແລະ ຮັກສາປ່າໄມ້ຕະຫຼອດໄປ. ປ່າໄມ້ແມ່ນແຫຼ່ງຊີວິດ, ເປັນບ່ອນປົກປ້ອງຊາວບ້ານບໍ່ຈັກວ່າເທົ່າໃດລຸ້ນຄົນ.