ພາບປະກອບ
|
(vovworld) - ກວາງຈີ້ ແມ່ນບ່ອນຢູ່ອາໄສຕົ້ນຕໍຂອງຊົນເຜົ່າເວິນກ່ຽວ, ປາໂກ, ໃນນັ້ນຫຼາຍກວ່າໝູ່ແມ່ນຊົນເຜົ່າເວິນກ່ຽວ, ເຂົາເຈົ້າດຳລົງຊີວິດສ່ວນຫຼາຍຢູ່ເມືອງເຮື໋ອງຮ່ວາ, ດັກນົງ, ເທດສະບານລາວບາວ. ຊາວເຜົ່າເວິນກ່ຽວ ມີມູນເຊື້ອສາມັກຄີກັນກໍ່ສ້າງບ້ານເກີດເມືອງນອນ. ໃນການຕໍ່ຕ້ານ, ຊາວເຜົ່າເວິນກ່ຽວ ເປັນຈິດໜຶ່ງໃຈດຽວໄປຕາມການປະຕິວັດ ແລະ ປະທານໂຮ່ຈີມິນ. ເຂົາເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ໄດ້ຖືຕະກຸນໂຮ່ ເປັນຕະກຸນຂອງຕົນ.
ນັບແຕ່ດົນນານມາແລ້ວ, ຊາວຊົນເຜົ່າເວິນກ່ຽວ ດຳລົງຊີວິດດ້ວຍອາຊີບເຮັດໄຮ່ໄຖນາເປັນຕົ້ນ. ເຂົາເຈົ້າເຄີຍເລືອກທີ່ດິນທຳການປູກຝັງຢູ່ແຫ່ງທີ່ມີປ່າດົງ, ມີຕົ້ນໄມ້ຫຼາຍ, ມີລົມພັດໜ້ອຍເພື່ອຮັບປະກັນໃຫ້ການຜະລິດ. ຊາວເຜົ່າເວິນກ່ຽວປູກເຂົ້າ, ມັນຕົ້ນ, ສາລີ, ມັນ, ໝາກນຳ້ເຕົ້າ, ໝາກອຶ ແລະ ລ້ຽງງົວ, ຄວາຍ, ໝູ, ໄກ່. ຊາວເຜົ່າເວິນກ່ຽວ ດຳລົງຊີວິດຢູ່ລຽບຕາມທາງຫຼວງເລກ 9, ແຕ່ສ່ວນຫຼາຍແມ່ນດຳລົງຊີວິດຢູ່ຕາມເນີນພູ. ແຕ່ລະບ້ານມີຊາວເຜົ່າເວິນກ່ຽວ ໜຶ່ງຫຼືຫຼາຍວົງຕະກູນ. ຄອບຄົວຊາວເຜົ່າເວິນກ່ຽວ ແມ່ນຄອບຄົວບິດາສິດທິລາດ, ຜູ້ຊາຍທີ່ມີອາຍຸງສູງໃນຄອບຄົວຈະເປັນເຈົ້າຂອງຄອບຄົວ. ເມື່ອເຈົ້າຂອງຄອບຄົວຕາຍໄປ, ສິດອຳນາດ ແລະ ຊັບສິນທັງໝົດຈະມອບໃຫ້ລູກຊາຍກົກ.
ຊາວເຜົ່າເວິນກ່ຽວ ມີພື້ນຖານວັດທະນະທຳ, ສິລະປະພື້ນເມືອງອຸດົມສົມບູນທີ່ສຸດ, ເຂົາເຈົ້ານຳໃຊ້ເຄື່ອງດົນຕີຫຼາຍປະເພດເຊັ່ນ: ຄ້ອງ, ພິນຕາລື, ປີ່, ກອງ. ຊາວເຜົ່າເວິນກ່ຽວ ມີເລື່ອງລາວເລົ່າສືບກ່ຽວກັບກົກເຄົ້າຂອງມະນຸດ, ວົງຕະກຸນ ແລະ ບັນພະບຸລຸດຫຼາຍເລື່ອງ. ທ່ານ ຫງວຽນຫື້ວທັ໋ງ, ຫົວໜ້າພະແນກ
ວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງກວາງຈີ້, ໃຫ້ຮູ້ວ່າ ທຳນອງເພງພື້ນເມືອງຂອງຊາວເຜົ່າເວິນກ່ຽວ ກໍ່ມີຈຸດພິເສດສະເພາະຫຼາຍຢ່າງ.
“ສາງວັດທະນະທຳຂອງຊົນເຜົ່າເວິນກ່ຽວ ມີຈຸດພິເສດສະເພາະ. ເມື່ອພົບປະແລກປ່ຽນນຳກັນ ບ່າວສາວຮັກກັນເຄີຍຂັບຮ້ອງທຳນອງເພງສະເພາະ. ເມື່ອຈັດງານບຸນເຂົ້າໃໝ່, ງານບຸນຂຶ້ນເຮືອນໃໝ່, ງານບຸນແທງຄວາຍ, ງານບຸນກ້າວເຂົ້າລະດູການຜະລິດ ລ້ວນແຕ່ມີທຳນອງເພງສະເພາະ. ຜ່ານງານປະກວດສຽງເພງ, ພວກຂ້າພະເຈົ້າຢາກຮັກສາບັນດາທຳນອງເພງດັ່ງກ່າວໄວ້ ແລະ ພວກຂ້າພະເຈົ້າກໍ່ຜັນຂະຫຍາຍວຽກງານສອນຂັບຮ້ອງເພງພື້ນເມືອງເປັນຢ່າງດີ“.
ພາບປະກອບ |
ຕາມມູນເຊື້ອ, ຊາວເຜົ່າເວິນກ່ຽວ ຖືເລື່ອງບູຊາບັນພະບຸລຸດເປັນສຳຄັນ, ນອກນັ້ນຍັງບູຊາເທວະດາຟ້າແຖນອີກເຊັ່ນ: ເທວະດາເຂົ້າ, ເທວະດາເຕົາໄຟ, ເທວະດາທີ່ດິນ, ພູເຂົາ, ເທວະດາແມ່ນຳ້ລຳເຊ...ເຂົາເຈົ້າຖືວ່າທຸກສິ່ງທຸກຢ່າງລ້ວນແຕ່ມີວິນຍານ... ດັ່ງນັ້ນຈຶ່ງບູຊາເທວະດາດ້ວຍຈຸດປະສົງຂໍໃຫ້ດິນຟ້າອາກາດອຳນວຍຄວາມສະດວກໃຫ້ແກ່ການປູກຝັງ. ກ່ອນ ແລະ ຫຼັງເກັບກ່ຽວເຂົ້າ, ເຂົາເຈົ້າເຄີຍຈັດພິທີບູຊາເທວະດາເຂົ້າ. ສຳລັບຊາວເຜົ່າເວິນກ່ຽວ, ການບູຊາຍາດຕິພີ່ນ້ອງຄອບຄົວຝ່າຍເມຍກໍ່ແມ່ນພັນທະ, ແມ່ນໜ້າທີ່ຂອງລູກເຂີຍ.
ໃນການເຄື່ອນໄຫວວົງຄະນາຍາດ, ຊາວເຜົ່າເວິນກ່ຽວ ມີຄວາມເປີດອົກເປີດໃຈ, ຈິງໃຈ ແລະ ເຄົາລົບນັບຖືແຂກຄົນ. ເຂົາເຈົ້າມີທັດສະນະວ່າ, ຄອບຄົວໃດມີແຂກມານອນຄ້າງຄືນຢູ່ນຳ, ແມ່ນຄອບຄົວນັ້ນຈະໂຊກດີຕະຫຼອດປີ, ການທຳມາຫາກິນກໍ່ພັດທະນາ. ດັ່ງນັ້ນເມື່ອມີແຂກມາຢາມ, ທັງໝູ່ບ້ານກໍ່ເບີກບານມ່ວນຊື່ນ. ສ່ວນອາຫານການກິນຂອງຊາວເຜົ່າເວິນກ່ຽວ, ສ່ວນຫຼາຍແມ່ນເອົາມາຈາກທຳມະຊາດ, ເຊັ່ນ: ເຂົ້າໜຽວ, ມັນຕົ້ນ, ມັນ, ຜັກທຸກຊະນິດ. ວິທີປຸງແຕ່ງອາຫານກໍ່ງ່າຍດາຍ. ຊາວເຜົ່າເວິນກ່ຽວ ເຄີຍກິນເຫຼົ້າໃນງານບຸນຕ່າງໆ. ທ່ານ ໂຮ່ແທງບິ່ງ, ຊາວເຜົ່າເວິນກ່ຽວ ຢູ່ລາວບາວ, ແຂວງກວາງຈີ້, ໃຫ້ຮູ້ວ່າ:
“ໃນງານບຸນຊາວເຜ່ົາເວິນກ່ຽວ ເຄີຍນຳໃຊ້ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕົນ. ເມື່ອບູຊາຕ້ອງມີສຽງຄ້ອງ. ທຸກຄົນເຕົ້າໂຮມກັນບູຊາເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ທຸກຄົນຕ້ອງມ່ວນຊື່ນ, ຢາກເຮັດໄດ້ຄືແນວນັ້ນແມ່ນຕ້ອງເຕັ້ນລຳ ແລະ ຂັບຮ້ອງ“.
ເຮືອນຂອງຊາວເຜົ່າເວິນກ່ຽວ ສ່ວນຫຼາຍແມ່ນເຮືອນຮ້ານທີ່ມີຂະໜາດ
ນ້ອຍ, ແມ່ນແຫ່ງດຳລົງຊີວິດຂອງແຕ່ລະຄອບຄົວ. ເຮືອນຍາວຫຼືສັ້ນແມ່ນອີງໃສ່ຈຳນວນຄົນໃນຄອບຄົວ ຫຼື ເງື່ອນໄຂເສດຖະກິດຂອງແຕ່ລະຄອບຄົວ. ການຈັດວາງໃນເຮືອນກໍ່ປະຕິບັດຢ່າງເປັນລະບຽບຮຽບຮ້ອຍ. ຈາກເບື້ອງຂວາໄປຍັງເບື້ອງຊ້າຍ, ຫ້ອງທຳອິດເປັນຫ້ອງຮັບແຂກ, ຕໍ່ມາແມ່ນບັນດາຫ້ອງນອນ, ທຳອິດແມ່ນຂອງຜູ້ເຖົ້າ, ຜົວເມຍ, ລູກຫຼານ ແລະ ສຸດທ້າຍແມ່ນຫ້ອງບັນຈຸເຄື່ອງຂອງ, ແຕ່ລະຫ້ອງຖືກຂັ້ນແບ່ງດ້ວຍແຕະໄມ້ເຮ້ຍຫຼືໄມ້ໄຜ່, ມີປະຕູເຂົ້າອອກ, ແຕ່ບໍ່ມີບານປະຕູ. ໃນເຮືອນມີເຕົາໄຟເພື່ອຄົວກິນ, ຍາມລະດູໜາວມີເຕົາໄຟສຳຮອງຢູ່ຫ້ອງຮັບແຂກເພື່ອໃຫ້ຜູ້ຊາຍຝີງໄຟ. ເມື່ອທຽບໃສ່ຊາວເຜົ່າຜູ້ໄທ, ຊາວເຜົ່າໄຕແລ້ວ, ເຕັກນິກປຸກສ້າງເຮືອນຮ້ານຂອງຊາວເຜົ່າເວິນກ່ຽວ ແມ່ນງ່າຍດາຍກວ່າຫຼາຍ, ວັດຖຸສ່ວນຫຼາຍແມ່ນເອົາມາຈາກປ່າ. ເມື່ອເຮືອນໄດ້ຮັບການກໍ່ສ້າງສຳເລັດແລ້ວ, ຊາວເວິນກ່ຽວ ກໍ່ປະຕິບັດບັນດາປະເພນີທີ່ຈຳເປັນຢ່າງຄົບຖ້ວນເຊັ່ນ: ເລືອກວັນເວລາບູຊາເທວະດາຜີສາງ, ຂອບໃຈຟ້າແຖນ, ລາຍງານຕໍ່ບັນພະບຸລຸດ, ຂອບໃຈຊາວບ້ານທີ່ໄດ້ຊ່ວຍເຫຼືອຄອບຄົວໃນຕະຫຼອດເວລາປຸກສ້າງເຮືອນ. ໃນວິທີປຸກສ້າງເຮືອນຮ້ານຂອງຊາວເຜົ່າເວິນກ່ຽວ ເມື່ອກ່ອນນີ້, ຍາມໃດກໍ່ປະຕິບັດຕາມຫຼັກການສະເພາະຢ່າງແໜ້ນແຟ້ນ, ນັ້ນແມ່ນຕ້ອງຮັບປະກັນຄວາມເຢືອກເຢັນໃນລະດູຮ້ອນ, ແລະ ຄວາມອົບອຸ່ນໃນລະດູໜາວ...ປະຈຸບັນ, ເຖິງວ່າຊີວິດໄດ້ມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ຊາວເຜ່ົາເວິນກ່ຽວ ຢູ່ແຂວງກວາງຈີ້ ຍັງຄົງຮັກສາບັນດາພິທີງານບຸນ ກໍ່ຄືການດຳລົງຊີວິດທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນໄວ້.