ດາລາດ ສະຖານທີ່ທ່ອງທ່ຽວອັນດູດດື່ມ

(vovworld) - ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​​ເມື່ອມີ​ໂອກາດ​ໄດ້​ມາ​ຢ້ຽມຢາມ ນະຄອນ ດາລາ​ດ ​ເຄີຍ​ຕັ້ງ​ຊື່​ໃຫ້​ແຫ່ງ​ນີ້​ວ່າ: “ນະຄອນ​ແຫ່ງ​ນ້ຳຫ​ມອກ”, ນະຄອນ​​ແຫ່ງ​ຕົ້ນ​ແປກ”, “ນະຄອນ​ແຫ່ງ​ດອກ​ຊາ​ກຸຣະ”, “ນະຄອນ​ແຫ່ງ​ດອກ​​ໄມ້ ຫລື ຄ້າຍຄື​ນະຄອນ​ປາຣີ ນ້ອຍ. ນະຄອນ ດາລາ​ດ ຂຶ້ນ​ກັບ​ແຂວງ ​ເລີມ​ດົ່ງ ຢູ່​ເຂດ​ພູ​ພຽງ ​ເລີມ​ວຽນ ​ເຂດ​ໄຕ​ງວຽນ ປະ​ເທດ​ຫວຽດນາມ. ຢູ່​ທີ່​ນີ້ ອາກາດ​ເຢັນ​ສະບາ​ຍຕະຫລອດ​ປີ ​ແລະ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່​ຂອງ​ຫວຽດນາມ.

ດາລາດ ສະຖານທີ່ທ່ອງທ່ຽວອັນດູດດື່ມ - ảnh 1
ນະຄອນ ດາລາດ
ພາບ:internet

ດາລາ​ດ​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ​ແມ່ນ ນະຄອນ​ແຫ່ງ​ດອກ​ໄມ້​ນັບນາໆ ຊະນິດ​, ​ເພາະວ່າ ​ດາລາ​ດ ​ແມ່ນ​ເຂດ​ປູກ​ດອກ​ໄມ້​​ແຫ່ງ​ໃຫຍ່​ກວ່າ​ໝູ່​ຢູ່ ຫວຽດນາມ. ສະ​ນັ້ນ ມາ​ຢ້ຽມຢາມ ດາລາ​ດ, ສະຖານ​ທີ່​ທຳ​ອິດ​ນັກ​ທ່ອງ​ທ່ຽວ​ມັກ​ໄປ​ຢ້ຽມ​ຊົມ​ນັ້ນ​ແມ່ນ​ສວນ​ດອກ​ໄມ້​ຂອງ​ນະຄອນ, ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ດອກ​ໄມ້​ສີສັນ​ຫລາກ​ຫລາຍ​ນາໆ​ຊະນິດ. ປະຈຸ​ບັນ, ສວນ​ດອກ​ໄມ້ ດາລາ​ດ ​ແມ່ນ​ແຫ່ງ​ວາງ​ສະ​ແດງດອກ​ໄມ້ດ້ວຍ​ຂອບ​ຂະຫນາດໃຫຍ່​ກວ່າ​ໝູ່ ​ແລະ ຄົບ​ທຸກ​ຊະນິດ ຢູ່ ດາລາ​ດ. ຢູ່​ທີ່​ນີ້ ມີດ​ອກ​ໄມ້ກວ່າ 300 ຊະນິດ, ​ໃນ​ນັ້ນ ມີດ​ອກ​ກູຫ​ລາບ, ດອກ​ມີ​ໂມ​ຢາ, ດອກ​ເບັນຈະ​ມາດ, ດອກ​ກ້ວຍ​ໄມ້, ດອກ​ສາມ​ສີ​ເບັ່ງ​ບານ​ດອກ​ຕະຫລອດ​ປີ. ນອກຈາ​ກດອກ​ໄມ້​ທີ່​ເຄີ​ຍມີ​ຢູ່ ຫວຽດນາມ ​ແລ້ວ, ຢູ່​ສວນ​ດອກ​ໄມ້​​ແຫ່ງນີ້​ຍັງ​ມີດອກ​ໄມ້​ຫລາຍ​ຊະນິດ​ທີ່​ສວຍ​ງາມນຳ​​ເອົາ​​ຈາກ​ຕ່າງປະ​ເທດ​ມາ​ປູກ. ​ບໍ່​ວ່າ​ບ່ອນຢູ່​ໃດ​ໃນ​ນະຄອນ​ດາລາ​ດທີ່​ສວຍ​ງາມ​ນີ້ ລ້ວນ​ແຕ່​​ພົບ​ເຫັນ​ສີສັນ​ຫລາກ​ຫລາຍ​ຂອງດອກ​ໄມ້, ຈາກຖະຫນົນ​ສາຍ​ຕ່າງໆ ຕະຫລອດ​ຮອດ​ຮ່ອມ​ທາງ, ຕໍ່ຫນ້າ​ເຮືອນ​ຊານ ​ລ້ວນ​ແຕ່​ເຫັນ​ດອກ​ໄມ້​ບົ່ງ​ບານ​ດອກ​ນາໆ​ສີ. ຫງວຽນ​ມິນ​ແອ​ງ ນັກທ່ອງ​ທ່ຽວ​ມາ​ຈາກ​ນະຄອນ ​ໂຮ່ຈິ​ມິນ ​ແບ່ງປັນ​ວ່າ:

        “ຢູ່​ທີ່​ນີ້​ມີດ​ອກ​ໄມ້​ຫລາຍ​ຊະນິດ ​ແລະ ບາງ​ຊະນິດ​ເປັນ​ຄັ້ງ​ທຳ​ອິດ​ຂ້າພະ​ເຈົ້າ​ໄດ້​​ເຫັນ. ​​ ສິ່ງ​ທີ່ສ້າງ​ຄວາມ​ປະ​ທັບ​ໃຈ ​ກວ່າ​ໝູ່​ແມ່ນ​​ດອກ​​ໄມ້ຈັດ​ຕາມຮົ້ວ​ຂາວ ຫລື ຢູ່​ຕາມ​ຖະຫນົນ​ສາຍ​ຕ່າງໆ. ບັນດາ​ຕົ້ນ​ດອກ​ບານ,ດອກ​ສາມ​ສີຫລືຟຸ່ມ​ໄມ້​ນອ້ຍໆ.​ກໍ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ວ່າ ດາລາ​ດ​ແມ່ນ​ແຫ່ງ​ພິ​ເສດ​ແທ້ໆ.”

ດາລາ​ດ​ແມ່ນ​ແຫ່ງທີ່​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​​ເຄີຍ​​ເລືອກ​ເຟັ້ນ​ເພື່ອສ້າງ​ຫລາຍ​ລາຍການທີ່​ອຸດົມສົມບູນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຄື: ທ່ອງ​ທ່ຽວ​ໃນ​ເມືອງ, ທ່ຽວ​ຊົມ​ຕາມ​ລາຍການ​ທ່ອງ​ທ່ຽວ​ຫລື ລາຍການ​ທັດສະນະ​ສຶກສາ​ພິ​ເສດ​ຕາມຫົວ​ເລື່ອງ​ສະ​ເພາະ. ​ໃນ​ນັ້ນ ມີບັນດາ​ລາຍການ​ທ່ອງ​ທ່ຽວຄື: ລາຍການຕັ້ງ​ຄ​້າຍ, ຕືກປາ, ປີນ​ພູ, ລາຍການທ່ອງ​ທ່ຽວ​ຊີວະ​ພາບ, ຄົ້ນ​ຄ້ວາ​ຫົວ​ເລື່ອງ​ສະ​ເພາະ, ລາຍການ​ທ່ອງ​ທ່ຽວ​ວັດທະນະທຳ, ງານ​ບຸນ ຍາມ​ໃດ​ກໍ​ມີ​ຈຳນວນ​ນັກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນຫລາຍ​ກວ່າ​ໝູ່. ອ້າຍ ຫງວຽນ​ມີນຟອງ, ພະນັກງານ ບໍລິສັດ​ທ່ອງ​ທ່ຽວ Viettrip ​ໃຫ້​ຮູ້​ວ່າ:

        “ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ດາລາ​ດ ​​ສ່ວນ​ຫລາຍ​ມັກ​ໄປ​ທ່ຽວ​ຊົມ Lang Biang. ​ເພາະວ່າ ​ເຂົາ​ເຈົ້າ​ຢາກ​ຂຶ້ນ​ຈອມ​ພູ, ບ່ອນ​ທີ່​ມີ​ອາກາດ​ຫນາວ​ສຸດ. ຖ້າ​ຫາກ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ບ້ານ​ນາ ອາດ​ຈະ​ຮຽນ​ໄດ້​ວິທີ​ປູກ​ດອກ​ໄມ້​ຂອງ​ຊາວ ດາລາ​ດ,​ ນອກ​ນັ້ນ ​ຍັງ​ຮູ້​ຈັກ​ເຖິງ​ວິທີ​ຜະລິດ​ເຫລົ້າ​ຂອງ​ຊາວບ້ານ Nam Bang ກໍ​ຄື​ຂັ້ນ​ຕອນ​ຕ່ຳຫູກ​ທໍ​​ໄຫ​ມ .”

ສຳລັບ​ອ້າ​ຍ ຫງວຽນ​​​ຕວນ​ແອ​ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ ຮ່າ​ໂນ້ຍ, ສິ່ງ​ທີ່​ອ້າຍ​ຮູ້ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ການ​ເຂົ້າ​ຮ່ວມ​ບັ້ນ​ດຳ​ເນີນ​ຊີວິດ​ດ້ານ​ວັດທະນະທຳ​ວົງ​ຄະນາ​ຍາດ​ພ້ອມ​ກັບ​ຊາວ​ເຜົ່າ K’ Ho. ອ​້າຍຕວນ​ແອ​ງ ​ແບ່ງປັນ​ວ່າ:

“ນີ້​ເປັນ​ຄັ້ງ​ທຳ​ອິດ​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ລາຍການ​ວັດທະນະທຳ​ຂອງ​ຊາວ​ເຜົ່າ K’ Ho. ພວກ​ຂ້າພະ​ເຈົ້າ​​ໄດ້​ດື່ມ​ເຫລົ້າ​ໄຫ, ຮັບ​ປະທານ​ອາຫານ​ພິ​ເສດ​ຊອງ​ຊາວບ້ານ, ນອກ​ນັ້ນ ຍັງ​ໄດ້​ຮຽນ​ວິທີ​ຫລິ້ນ​​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​, ຟ້ອນ, ລຳ​ພ້ອມ​ກັບ​ຊາວ​ເຜົ່າ​ອີກ​ດ້ວຍ. ສິ່ງ​ທີ່ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ກວ່າ​ໝູ່ ​ແມ່ນ​ໄດ້​ນຸ່ງ​ຊຸດປະ​ເພນີ​ຂອງ​ຊາວ​ເຜົ່າ K’ Ho”

ດາລາດ ສະຖານທີ່ທ່ອງທ່ຽວອັນດູດດື່ມ - ảnh 2
ດອກໄມ້ຢູ່ ດາລາດ
ພາບ:dulich.vn

ສ່ວນ ອ້າຍ Rick ນັກ​ທ່ອງ​ທ່ຽວ​ມາ​ຈາກ ອາ​ເມ​ລິ​ກາ ບໍ່​ເຂົ້າ​ຮ່ວມ​ລາຍການຂອງ​ບໍລິສັດ​ທ່ອງ​ທ່ຽວ​, ຫາກ​ອ້າຍ​ຈັດ​ລາຍການ​ເອງ ຢາກ​ຄົ້ນ​ຫາ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢູ່​ດາລາດ. ອ້າຍ Rick ​ເວົ້າ​ວ່າ​:

        “ອ​າກາດ ​ແລະ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ກໍ​ແຕກ​ຕ່າງ​ກັນ​ແຫ່ງ​ອື່ນ. ຂ້າພະ​ເຈົ້າ​ມາ​ຢ້ຽມຢາມ ດາລາ​ດ ສອງ​ສາມ​ຄັ້ງ​ແລ້ວ. ຂ້າພະ​ເຈົ້າ​ໄປ​ຄົ້ນ​ຫາ​ດາລາ​ດດ້ວຍ​ລົດຈັກ, ບາງ​ເທື່ອ​ກໍ​ຖືກ​ຫລົງ​ທາງ ​ແຕ່​ຍ້ອນ​ເຫດ​ນັ້ນ ຈຶ່ງ​ຮູ້ຈັກ​ໄດ້​ສິ່ງ​ທີ່​ໃຫມ່​ອ່ຽມຫລາຍ​ຢ່າງ.”

 

        ນັກ​ທ່ອງ​ທ່ຽວ​ແຕ່ລະຄົນ​ເມື່ອ​ມີ​ໂອກາດ​ມາ​ຢ້ຽມຢາມ ດາລາ​ດ ລ້ວນ​ແຕ່​ຮູ້ສຶກ​ລວມວ່າ ທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ງາມ ​ແລະ ອາກາດ​ເຢັນ​ສະບາຍ​ພ້ອມ​ກັບ​ອາລົມ​ຈິດ​ຂອງ ຊາວ​​ເຜົ່າ​ຕ່າງໆ​ຢູ່ ດາລາ​ດ ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ຢາກ​ອອກ​ຈາກ​​ແຫ່ງ​ນີ້​. ​ຖ້າ​ມີ​ໂອກາດໃຜໆ​ກໍ​ຢາກ​ກັບ​ຄືນ​ມາ​ຢາມດາລາ​ດອີກ​ຄັ້ງ​ຫນຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ