ຖ່າວທິຈົ໋ວ, ຜູ້ຮັກສາວັດທະນະທຳຂອງຊາວເຜົ່າມົ້ງ


(vovworld) - ຢູ່​ເມືອງ​ແມ່ວຫວາ​ກ, ​ແຂວງ​ຮ່າ​ຢາງ, ມີ​ແມ່ຍິງ​ຊົນ​ເຜົ່າ​ມົ້ງຜູ້​ໜຶ່ງ ​ໄດ້​ປະກອບ​ເຫື່ອ​ແຮງ, ​ເງິນ​ຄຳ​ຂອງ​ຕົນ​ເພື່ອ​ຊອກ​ຫາ, ຮັກສາ​ເຄື່ອງ​ໃຊ້​ສອຍ, ​ເຄື່ອງ​ດົນຕີ​ຂອງ​ຊົນ​ເຜົ່າ​ມົ້ງ​ໄວ້​, ​ເພາະ​ລາວ​ຄິດ​ວ່າ, ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນ​ແມ່ນ​ວັດຖຸອັນ​ລຳ້​ຄ່າ​ຂອງ​ຊົນ​ເຜົ່າ​ຕົນ.

ຖ່າວທິຈົ໋ວ, ຜູ້ຮັກສາວັດທະນະທຳຂອງຊາວເຜົ່າມົ້ງ - ảnh 1

ນັກສິລະປະການ ຖ່າວທິຈົ໋ວ, ຜູ້ສຸດຈິດສຸດໃຈກັບການຮັກສາວັດທະນະທຳຂອງຊົນເຜົ່າມົ້ງ

(ພາບ: ອິນເຕີແນດ)

        ຂ້າພະ​ເຈົ້າ​ໄດ້​ພົບ​​ກັບ​ປ້າ ຖ່າວ​ທິຈົ໋ວ ​ໃນ​ບ້ານ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ ຢູ່​ດົ່ງ​ໂມ, ​ເຊີນ​ໄຕ, ຮ່າ​ໂນ້ຍ. ປ້າ​ໄດ້​ແນະນຳ​ກ່ຽວ​ກັບ​ຊົນ​ເຜົ່າ​ຂອງ​ຕົນ​ວ່າ:

        “ຂ້າພະ​ເຈົ້າຮັກ​ຊົນ​ເຜົ່າ​ຂອງ​ຕົນ​ຫຼາຍ, ດັ່ງນັ້ນຈຶ່ງພະຍາຍາມຮັກສາວັດທະ ນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຜົ່າ​ມົ້ງໄວ້, ຖ້າບໍ່​ເຮັດ​ຄື​ແນວນັ້ນລຸ້ນໜຸ່ມ​ຈະ​ບໍ່​ຮູ້ວັດທະນະທຳ ແລະ ກົກເຄົ້າ​ເງົ້າກໍຂອງຊົນເຜົ່າຕົນໄດ້. ບໍ່ມີໄຜຮັກສາວັດທະ ນະທຳ​ທີ່​ເປັນ​ມູນ​ເຊື້ອ​ນີ້ຈະຖືກສູນ​ເສຍໄປ.“

        ປ້າ ຖ່າວ​ທິຈົ໋ວ ​ໄດ້​ມອບ​ໃຫ້​ໝູ່​ບ້ານ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ​ຢູ່ຮ່າ​ໂນ້ຍ ​ເຄື່ອງ​ຂອງ​ບູຮານ​ຫຼາຍ​ຢ່າງ​ຂອງ​ຊົນ​ເຜົ່າ​ມົ້ງ. ​ເພື່ອ​ມີ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນ, ປ້າ​ຕ້ອງ​ໃຊ້​ເວລາ​ຫຼາຍ​ປີ  ​ແລະ ​ປະກອບ​ກຳລັງ​ເຫື່ອ​ແຮງ,ເງິນ​ຄຳ​ຂອງ​ຕົນຢ່າງ​ຫຼວງ​ຫຼາຍ​, ຕົວຢ່າງ​ຄື: ຢາກ​ມີ​ໄຫ​ເງິນ​ບູຮານ, ປ້າ​ຕ້ອງ​ເອົາ​ໝໍ້​ສອງ​ອັນ​ພ້ອມ​ກັບ​ເງິນ​ຂອງ​ຕົນມາ​ປ່ຽນ. ປ້າ​ເວົ້າ​ວ່າ, ​ເຄື່ອງ​ຂອງ​ບູຮານ​ຂອງ​ຊາວ​ເຜົ່າ​ມົ້ງບໍ່​ມີ​ຫຼາຍ, ຖ້າ​ບໍ່​ມີ​ສະຕິ​ຮັກສາ​ໄວ້​ມັນ​ຈະ​ຄ່ອຍໆສູນ​ເສຍ​ໄປ.

        “ຄົນ​ເຮົາອາດ​ຈະ​ເສຍ​ຊີວິດ​​ໄປ​, ແຕ່​ເຄື່ອງ​ຂອງ​, ວັດຖຸພັດ​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ. ເຄື່ອງ​ຂອງ​ຫຼາຍ​ຢ່າງ​ທີ່​ຂ້າພະ​ເຈົ້າ​ຍັງ​ຮັກສາ​ໄວ້​ນັ້ນ, ​​​ແມ່ນເພື່ອ​ຮອດ​ເວລາ​ທີ່​ຂ້າພະ​ເຈົ້າບໍ່​ສາມາດ​ເຮັດ​ວຽກ​ໄດ້ຈະມອບ​ໃຫ້​ຫໍພິພິດທະພັນ​ຫວຽດນາມ ຫຼື​ຫໍພິພິດທະ ພັນ​ແຂວງ​ຮັກສາ​ໄວ້​​ເພື່ອໃຫ້​ລຸ້ນຫຼັງ​ຮູ້​ໄດ້​ກົກ​ເຄົ້າ​ຂອງ​ຕົນ “.

        ຍາມ​ແລງ​ມຶ້​ໃດ, ປ້າ ຈົ໋ວ ກໍ່​ໄປ​ຍັງ​ບັນດາ​ໝູ່ບ້ານ​ທັງ​ຢູ່ໃກ້ ​ແລະ ​ໄກ ​ເພື່ອ​ຊອກ​ຫາ​ເຄື່ອງ​​ໃຊ້​ໄມ້​ສອຍບູຮານ​ຂອງ​ຊາວ​ເຜົ່າ​ມົ້ງ​. ປ້າ​ໄດ້​ໄປ​ທົ່ວ​ທຸກ​ແຫ່ງ​ໃນ​ເຂດ​ພູ​ຫີນ​ເມືອງ​ແມ່ວ​ຫວາ​ກ​ເພື່ອ​ເຮັດ​ວຽກ​ງານ​ດັ່ງກ່າວ:

        “​ໃນ​ເວລາ​ວ່າງ, ຂ້າພະ​ເຈົ້າ​ມັກ​ເຂົ້າ​ບ້ານ​ເພື່ອ​ຊອກ​ຫາ​​ແລະ​ຊື້ເຄື່ອງ​ຂອງ​ບູຮານ​ຄື: ຖ້ວຍ​ໄມ້​ນ້ອຍ, ຄົກ​ຕຳ່​ໝາກ​ເຜັດ, ​​ແຄນ... ​ຫຼາຍ​ຄົນ​ຂັດຂ້ອງເປັນ​ຫຍັງ​ຂ້າພະ​ເຈົ້າ​ພັດ​ຊື້​ເຄື່ອງ​ຂອງທີ່​ເກົ່າ​ແກ່​ ​ແລະ ບໍ່​ມີຄ່າຄື​ແນວ​ນັ້ນ“.

        ນອກຈາກ​ສະ​ສົມ​ບັນດາ​ເຄື່ອງ​ໃຊ້​ສອຍ​ໃນ​ຄອບຄົວ​ແລ້ວ, ປ້າ​ຈົ໋ວ ຍັງ​ສະ​ສົມ​ແຄນ​ຂອງ​ຊົນ​ເຜົ່າ​ມົ້ງອີກ. ​ເມື່ອ​ຊື້​​ແຄນ​ບູຮານ​ມາໄດ້, ປ້າຖະນຸຖະໜອມ​ທີ່​ສຸດ ​ແລະ ຮັກສາ​ໄວ້​ໃນ​ຕູ້, ມີ​ແຕ່​ແຂກຜູ້​ສະໜິດສະໜົມ​ຈຶ່ງ​ໄດ້​ຮັບ​ຊົມ. ປ້າ​ເວົ້າ​ວ່າ, ​ແຄນ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳລັບ​ຊາ​ວເຜົ່າ​ມົ້ງ, ​ແມ່ນຂົວ​ຕໍ່​ລະຫວ່າງ​ໂລກ​ວີນຍານ​ກັບ​ມະນຸດ.

        “​ແຄນ​ແມ່ນ​ເຄື່ອງ​ດົນຕີ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ຊົນ​ເຜົ່າ​ມົ້ງ. ໃນສະພາບ​ການ​ໃດ, ​ແຄນ​ກໍ່​ຕິດ​ພັນ​ກັບ​ເຂົາ​ເຈົ້າ, ສຽງ​ແຄນ​ອ່ອນ​ຊ້ອນ, ສ້າງ​ຄວາມ​ເມົາ​ມົວ​ໃຫ້​ແກ່​ຜູ້​ຟັງ, ​ແຕ່​ສຽງ​ແຄນ​ກໍ່​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ເສົ້າ​ໃຈ​​ໃນ​ພິທີ​ງານ​ສົບ. ຍ້ອນ​ເຫດ​ນັ້ນ, ສຽງ​ແຄນ​ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ຊາວ​ເຜົ່າ​ມົ້ງ“.

        ສຽງ​ແຄນ​ຕິດ​ພັນ​ກັບ​ຊາວ​ເຜົ່າ​ມົ້ງຄື​ແນວ​ນັ້ນ, ​ແຕ່​ປະຈຸ​ບັນ, ລຸ້ນໜຸ່ມ​ຫຼາຍ​ຄົນ​ພັດບໍ່​ຮູ້​ເປົ່າ ​ແລະ ​ຟ້ອນ​ແຄນ​. ດັ່ງ​ນັ້ນ​ປ້າ​ຈົ໋ວ ຈຶ່ງ​ເປີດ​ຊຸດຮຽນ​ເປົ່າ​ແຄນ ​ແລະ ຟ້ອນ​ແຄນ​ໃຫ້​ຊາວ​ເຜົ່າ​ມົ້ງ ​ເພື່ອ​ປຸກລຸກ, ສ້າງ​ຄວາມ​ເມົາ​ມົວ​ໃຫ້​ແກ່​ລຸ້ນໜຸ່ມ.ທັງ​ປະກອບສ່ວນຮັກສາ​ວັດທະນະ​ທຳທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້.

        “​ໃນ​ເບື້ອງ​ຕົ້ນ​ຂ້າພະ​ເຈົ້າ​ລະດົມ​ຜູ້​ທີ່​ຮູ້​ເປົ່າ​ແຄນ​ມາ​ສອນ​ໃຫ້​ເດັກນ້ອຍ, ​ເຂົາ​ເຈົ້າ​ບໍ່​ເຫັນ​ດີ​ຍ້ອນ​ພຽງ​ແຕ່​ສອນ​ລ້າໆບໍ່​ໄດ້ຮັບ​ຜົນ​ປະ​ໂຫຍ​ດ, ​ແຕ່​ຂ້າພະ​ເຈົ້າ​ໄດ້​ເວົ້າ​ວ່າ​ພວກ​ເຈົ້າ​ສອນ​ໃຫ້​ພວກ​ຫຼານຮູ້​ກ່ອນ, ຫຼັງ​ຈາກ​ນັ້ນ​ພວກ​ເຮົາ​ຈຶ່ງ​ມີ​ໂອກາດ​ໄປ​ຢ້ຽມຢາມ​ນະຄອນຫຼວງ ​ແລະ ​ແຂວງ​ຕ່າງໆ​ຢູ່​ພາຍ​ໃນ​ປະ​ເທດ. ​ແລະ ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ເດັນ້ອຍ​ທີ່​ມີ​ອາຍຸ​ແຕ່ 15 – 20 ປີ​ໄປ​ຮຽນ“.

        ​ໃນ​ເກືອບ 10 ປີຜ່ານມາ, ພ້ອມ​ກັບ​ການ​ສະ​ສົມ​ເຄື​່ອງຂອງ​ບູຊາ, ​ເປີດ​ຊຸດ​ຮຽນ​ຟ້ອນ​ແຄນ​ໃຫ້​ແກ່​ເດັກນ້ອຍ, ປ້າ ຖ່າວ​ທິຈົ໋ວ ຍັງ​ສອນ​ໃຫ້​ແມ່ຍິງ​ວິທີ​ປູກຕົ້ນ​ໄມ້​ເອົາ​ຝ້າຍ, ຕຳ​ຫູກ ​ແລະ ​ແນະນຳ​ໃຫ້​ລູກ​ສາວ​ສອງ​ຄົນວິທີ​ເຮັດຊຸດ​ອາພອນ​ປະຈຳ​ເຜົ່າ. ຈາກ​ນັ້ນ​ໄດ້​ມີ​ແມ່ຍິງ​ຫຼາຍ​ຄົນ​ນິຍົມ​ອາຊີບ​ຕຳ່ຫູກ ​ແລະ ຢາກ​ເຮັດ​ຊຸດ​ອາພອນຊົນ​ເຜົ່າ​ມົ້ງ ​ດ້ວຍ​ຕົນ​ເອງ.

        “ຢາກຕຳ່ຫູກ​ຜ້າ​ພື້ນ​ເມືອງທີ່​ສວຍ​ງາມ​ໃຫ້​ໄດ້, ຕ້ອງ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຈຶ່ງ​ສາມາດ​ເຮັດ​ໄດ້.

        ຕະຫຼອດ​ຊີວິດ​ຂອງ​ຕົນ, ປ້າ​ ຖ່າວ​ທິຈົ໋ວ ພຽງ​ແຕ່ມີ​ຄວາມ​ຫວັງ​ຢ່າງ​ຍິງ​ວ່າ ຈະ​ເຮັດ​ແນວ​ໃດ​ເພື່ອ​ຮັກສາ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ມົ້ງ​ໄວ້, ​ເພື່ອ​ໃຫ້​ລຸ້ນລູກ, ລຸ້ນຫຼານ​ຮູ້​ໄດ້​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຕົນ. ນັ້ນ​ແມ່ນ​ຄວາມມ່ວນ​ຊື່ນ, ຄວາມ​ຜາສຸກຂອງ​ປ້າ.

ຕອບກັບ

ຂ່າວ/ບົດ​ອື່ນ