ບຸນຊ່ວງເຮືອງໍທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມແຂວງຊອກຈັງ


(vovworld) - ຊາວ​ເຜົ່າ ຂະ​ແມ​ພາກ​ໃຕ້​ເວົ້າ​ລວມ ​ແລະ​ຊາວ​ເຜົ່າ ຂະ​ແມ​​ແຂວງ ຊອກ​ຈັງ​ເວົ້າ​ສະ​ເພາະ​ ມີ​ປະ​ເພນີ​ຊ່ວງ​ເຮືອງ​ໍ. ງານບຸນ​ນີ້​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ 10 ​ໄລ່​ຕາມ​ຈັນທະ​ປະຕິທິນ ພ້ອມ​ກັບ​ງານ​ບຸນ​ໄຫວ້​ພະຈັນ ອອກ​ອອມ​ບອກ ຂອງ​ຊາວ​ເຜົ່າ ​ຂະ​ແມ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ແຫ່​ນຳ້​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ກະສິກອນ​ ຜູ້​ປູກ​ເຂົ້ານາ​ທາມ. ງານ​ບຸນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະໜາ​ຂອງ​ຊາວ​ເຜົ່າ ຂະ​ແມ​ທີ່ຢາກ​ໃຫ້​ລະດູ​ການ​ເກັບ​ກ່ຽວ​​ໄດ້​ຮັບ​ຜົນ​ດີ.

ຊ່ວງ​ເຮືອ​ງໍ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດື່ມ ​ແລະ ຂາດ​ບໍ່​ໄດ້​ໃນ​ງານ​ບຸນປະ​ເພນີ ອອກ​ອອມ​ບອກ ຂອງ​ຊາວ​ເຜົ່າ ຂ​ະແມຢູ່ພາກ​ໃຕ້. ບຸນຊ່ວງ​ເຮືອ​ງໍຢູ່​ແຂວງ ຊອກ​ຈັງ​, ບໍ່​ພຽງ​ແຕ່ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ເຜົ່າ ຂະ​ແມ​ໃນ​ທ້ອງ​ຖີ່​ນ​ເຕົ້າ​ໂຮມ​ກັນ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ຊາວ​ເຜົ່າ ຂະ​ແມ​ຢູ່​ບັນດາ​ແຂວງ​ພາກ​ໃຕ້​ເຂົ້າ​ຮ່ວມ​ອີກ​ດ້ວຍ. ​ຊາວ​ເຜົ່າ ຂະ​ແມ​ມີ​ຫຼາຍ​ງານ​ບຸນ​ໃນ​ປີ, ​ແຕ່​ບຸນຊ່ວງ​ເຮືອ​ງໍ​ແມ່ນ​ງານ​ບຸນ​ປະ​ເພນີ​ໃຫຍ່​ສຸດ​ຂອງ​ເຂົາ​ເຈົ້າ.

ບຸນຊ່ວງເຮືອງໍທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມແຂວງຊອກຈັງ - ảnh 1
ຊ່ວງເຮືອງໍຂອງຊາວເຜົ່າຂະແມແຂວງຊອກຈັງ
(ພາບອິນເຕີແນດ)

ຜູ້​ໄດ້​ຮັບ​ເລືອກ​​ເຂົ້າ​ທິມພາຍ​ເຮືອຕ້ອງ​ແມ່ນ​ຊາວ​ໜຸ່ມ​ທີ່​ມີ​ສຸຂະພາບ​ເຂັ້ມ​ແຂງ, ຮູບ​ຮ່າງ​ໃຫຍ່, ສູງ, ພິ​ເສດ​ແມ່ນ​ຕ້ອງ​ລຶ້ງ​ເຄີຍ​ກັບ​ແມ່​ນຳ້​ລຳ​ເຊ, ມີ​ຄວາມ​ຊຳນານ​ໃນ​ການ​ພາຍ​ເຮືອ ​ແລະ ຕ້ອງ​ພາຍ​ຄື​ແນວ​ໃດ​ໃຫ້​​ເຂົ້າ​ແກບ​ເຂົ້າ​ເກ​ຍ​​ກັບ​ທຸກ​ຄົນ​ໃນ​ທິມ. ຜູ້​​ໄດ້​ຮັບເລືອກ​ເປັນ​ຄົນ​ບັນຊາ, ຕ້ອງ​​ເປັນ​ຄົນຊ່ວງ​ເຮືອ​ໄດ້​ດີກວ່າ​ໝູ່, ທັງ​ແມ່ນ​ຜູ້ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໝູ່ບ້ານ. ​ໃນ​ເຮືອ​ຍັງ​ມີ​ຜູ້​ໜຶ່ງ​ທີ່​ນັ່ງ​ຢູ່​ກາງ​ເຮືອ​ເປົ່າ​ສະ​ໄນ​​ເພື່ອປຸກລະດົມ​ກຳລັງ​ໃຈທິມຂອງ​ຕົນ​ພະຍາຍາມກາຍຂ້າມທິມອື່ນໆ. ທ່ານ ຢາງ​ຕິກ, ຊາວ​ເຜົ່າ​ ຂະ​ແມ​ຢູ່​ແຂວງ ຊອກ​ຈັງ, ​ໃຫ້​ຮູ້​ວ່າ.

“ຂ້າພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ຊ່ວງ​ເຮືອ​ແຕ່​​ເມື່ອ​ມີ​ອາຍຸ 18 ປີ. ນີ້​ແມ່ນ​ປະ​ເພນີ​ທີ່​ມີ​ມາ​ນັບ​ແຕ່​ດົນ​ແລ້ວ ດັ່ງ​ນັ້ນ​ຈຶ່ງ​ຂາດ​ບໍ່​ໄດ້. ຂ້າພະ​ເຈົ້າ​ມັກ​ກິລາ​ປະ​ເພດ​ນີ້​ຫຼາຍ. ປະຈຸ​ບັນ, ​ເຖິງ​ວ່າ​ອາຍຸ​ສູງ​ແລ້ວ​ກໍ່​ພະຍາຍາມ​ມາ​ເບິ່ງ“.

​ໃນ​ປີ, ຊາວ​ເຜົ່າ ຂະ​ແມຜູ້​​ໃດ​ກໍ່​ລໍຖ້າ​ເຖິງ​ງານ​ບູນທີ່​ດູດ​ດື່ມ​ນີ້. ທັງ​ສອງ​ຝັ່ງ​ແມ່​ນຳ້, ຕອນ​ທີ່​ຈັດ​ບຸນຊ່ວງ​ເຮືອ​ງໍ ​ໄດ້​ດຶງ​ດູດ​ຜູ້​ມາ​ຊົມ, ປຸກລະດົມ​ກຳລັງ​ໃຈ​ນັບ​ໝື່ນ​ຄົນ. ​ເຮືອ​ງໍໄປ​ຮອດບ່ອນ​ໃດ, ​ຢູ່​ບ່ອນ​ນັ້ນ​ກໍ່​ດັງ​ກ້ອງກັງວານ​ໄປ​ທົ່ວດ້ວຍ​ສຽງ​ກອງ ​ແລະ ສຽງ​ຮ້ອງ​ໂຮຂອງ​ປະຊາຊົນ. ​ເຂົ້າ​ຮ່ວມ​ງານ​ບຸນ, ປະຊາຊົນ​ຈະ​ຮັບ​ຮູ້​ໄດ້​ຄວາມ​ງາມ, ຄວາມ​ເຂັ້ມ​ແຂງ ​ແລະ ຊຳນານ​ຂອງ​ຜູ້​ພາຍ​ເຮືອ. ບຸນຊ່ວງ​ເຮືອ​ຂອງຊາວ​ເຜົ່າ ຂະ​ແມ​ແຂວງ​ ຊອກ​ຈັງ ​ໄດ້​ກາຍ​ເປັນ​ວັນ​ບຸນ​ຂອງ​ປະຊາ​ຄົມ​ຊາວ​ເຜົ່າ ຂ​ະ​ແມ​ພາກ​ໃຕ້​ຢ່າງ​ແທ້​ຈິງ. ກິລາ​ປະ​ເພດ​ນີ້​ມີ​ລັກສະນະ​ປະຊາ​ຄົມ​ສູງ, ສ້າງ​ຄວາມ​ສາມັກຄີ​ໃນໝູ່ພູມ, ຊອກ ກໍ່​ຄືລະຫວ່າງ​ບັນດາ​ເຜົ່າ​ນຳ​ກັນ. ບັນດາ​ວັດ​ທີ່​ມີ​ເຮືອງໍ​ລ້ວນ​ແຕ່​ກະກຽມ​ເຂົ້າ​ຮ່ວມການ​ແຂ່ງຂັນ​ໃນ​​ບຸນຊ່ວງ​ເຮືອ. ທ້ອງ​ຖີ່​ນ​ໃດ​ມີ​ເຮືອ​ງໍ ປະຊາຊົນ​ຢູ່​ບ່ອນ​ນັ້ນ​ກໍ່​ມີ​ຄວາມເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ. ສຳລັບ​ທ້ອງ​ຖີ່​ນທີ່​ເຂົ້າ​ຮ່ວມ​ບຸນຊ່ວງ​ເຮືອ​ງໍ​ເປັນ​ຄັ້ງ​ທຳ​ອິດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກໍ່​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ກວ່າ. ທ່ານ ຫຼີຮຸ່ງ, ຊາວ​ເຜົ່າ ຂະ​ແມ ຢູ່​ນະຄອນ ​ເກິ່ນ​ເທີ, ​ໃຫ້​ຮູ້​ວ່າ:

“ນະຄອນ​ ​ເກິ່ນ​ເທີ​ເລີ່​ມທອດ​ຖອນ​ບົດຮຽນ​ເພື່ອ​ເຂົ້າຮ່ວມ​ການ​ແຂ່ງຂັນ​ກັບ​ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ. ຫວັງ​ວ່າ​ຈະ​ມີ​ຖັນ​ແຖວ​ນັກ​ກິລາ​ຫຼາຍ​ຄົນ​ທີ່​ສາມາດ​ແຂ່ງຂັນ​ກັບ​ແຂວງ​ອື່ນໆ​​ໃນ​ເຂດໄດ້. ສ່ວນ ຊອກ​ຈັງ​ແມ່ນ​ແຂວງ​ທີ່​ມີ​ທ່າ​ແຮງ​ໃນ​ການ​ຊ່ວງ​ເຮືອ​ງໍ​“.

ບຸນຊ່ວງເຮືອງໍທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມແຂວງຊອກຈັງ - ảnh 2

ຊ່ວງເຮືອງໍທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມແຂວງຊອກຈັງ
(ພາບອິນເຕີແນດ)

​ເຮືອ​ງໍ​ມີ​ຮູບ​ດອກ​ຈັນ, ຍາວ ​ແລະ ທັງ​ສອງ​ຫົວ​ລ້ວນ​ແຕ່​ມີ​ຮູບ​ໂກ່ງ, ດັ່ງ​ນັ້ນ​ເມື່ອ​ພາຍ​ເຮືອ​ຖ້າ​ບໍ່​ມີ​ການ​ສົບ​ທົບ​ກັນ​ຢ່າງ​ຄ່ອງ​ແຄ້ວ, ບໍ່​ເຂົ້າ​ແກບ​ເຂົ້າ​ເກ​ຍກັນ, ມັນ​ຈະ​ຂາດ​ຄວາມດຸ່ນດ່ຽງ​ພາ​ໃຫ້​ເຮືອ​​ຈົມ​ນຳ້. ດັ່ງ​ນັ້ນ​ກ່ອນ​ທີ່​ຈະ​ແຂ່ງ​ຂັນ, ຕ້ອງ​ມີ​ການ​ຝຶກ​ແອບ​​ຢູ່​ແມ່​ນຳ້​​ຕອນ​ທີ່ໃກ້​ກັບ​ວັດ. ປະຈຸ​ບັນ​ຢູ່​ວັດ​ແຕ່ລະ​ແຫ່ງ ກໍ່​ຄື​ຢູ່​ແຕ່​ລະ​ພູມ, ຊອກ ລ້ວນ​ແຕ່​ມີ​ນັກ​ພາຍ​ເຮືອ​ທິມໜຶ່ງ. ວັດ​ລົງທຶນ​​ປະກອບ​ເຮືອ, ສ່ວນ​ຊາວ​ໜຸ່ມ​ຈະ​ເລືອກ​ເຟັ້ນຜູ້​ທີ່​ມີ​ສຸຂະພາບ​ແຂງ​ແຮງ, ພາຍ​ເຮືອ​ໄດ້​ດີ​ເຂົ້າ​ຮ່ວມ​ທິມ​ແຂ່ງຂັນ. ​ເພື່ອ​ເຂົ້າ​ຮ່ວມ​ການ​​ແຂ່ງຂັນ, ​ເຂົາ​ເຈົ້າ​ຕ້ອງ​ຝຶກ​ແອບກ່ອນ​ເປັນ​ເວລາ​ນັບ 1​ເດືອນ. ທ່ານ ​ເຈິ່ນຊວນ​ແກງ, ຢູ່​ເມືອງ ​ເຕິ​ນ​ແທ່ງ, ​ແຂວງ ຊອກ​ຈັງ, ​ໃຫ້​ຮູ້​ວ່າ:

“ຊາວ​ເຜົ່າ ຂະ​ແມ​ຖື​ບຸນຊ່ວງ​ເຮືອ​​ງໍເປັນ​ສຳຄັນ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຝຶກ​ແອບ​ກ່ອນ​ນັ້ນ​ເປັນ​ເວລານັບ​ໜຶ່ງ​ເດືອນ ​ເພື່ອພະຍາຍາມ​ຮັບ​ລາງວັນ​ໃຫ້​ໄດ້. ຖ້າ​ມີລາງວັນ​ເຂົາ​ເຈົ້າ​ຈະ​ມອບໃຫ້​ວັດ​ທັງ​ໝົດ​​ເພື່ອ​ກໍ່ສ້າງວັດ. ຍ້ອນ​ເຫດ​ນັ້ນ, ວັດ​ໃດ​ມີ​ເຮືອ​ງໍ​ກໍ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ“.

ພາຍຫຼັງ​ບຸນຊ່ວງ​ເຮືອ, ​ເຮືອ​ງໍ​ທັງ​ໝົດ​ລ້ວນ​ແຕ່​ຖືກ​ນຳ​ມາ​ຮັກສາ​ໄວ້​ຢູ່​ວັດ. ​ໃນ​ວັດ​ແຕ່ລະ​ແຫ່ງ​ຢູ່ ຊອກ​ຈັງ, ນອກຈາກ​ເຂດ​ເຄື່ອນ​ໄຫວ​ລວມ​, ​ເຂດ​ທຳ​ພິທີແລ້ວ, ຍັງ​ມີ​ບ່ອນ​ມ້ຽງຮັກສາ​ເຮືອ​ງໍ​ອີກ. ຊາວ​ ຂະ​ແມ​ມີ​ທັດສະນະ​ວ່າ, ຊ່ວງ​ເຮືອ​ງໍ ​ແມ່ນ​ການ​ເຄື່ອນ​ໄຫວ​ແຫ່​ນຳ້, ຖ້າ​ຫາກ​ດຳ​ເນີນ​ເປັນ​ປະຈຳ, ການ​ທຳ​ມາ​ຫາ​ກິນ, ການ​ປູກຝັງ, ​ເກັບ​ກ່ຽວ​ຈະ​ສະດວກ​ສະບາຍ ​ແລະ ​ໂຊກ​ດີ. ຫຼັງ​ງານ​ບຸນ, ຊາວ​ເຜົ່າ ຂະ​ແມ​ທຸກ​ຄົນຈະ​ກັບ​ຄືນ​ສູ່​ການ​ດຳລົງ​ຊີວິດ​ປະຈຳ​ວັນ ດ້ວຍ​ນຳ້​ໃນ​ເບີກບານ​ມ່ວນ​ຊື່ນ. ​ເຂົາ​ເຈົ້າ​ບໍ່​ຖື​ລາງວັນ​ ກໍ່​ຄື​ທິມ​ໃດ​ໄດ້​ຮັບໄຊຊະນະເປັນ​ສິ່ງ​ສຳຄັນ​ເກີນ​ໄປ, ຫາກ​ທຸກ​ຄົນ​ລ້ວນ​ແຕ່​ຮູ້ສຶກ​ພາກພູມ​ໃຈ, ນັດ​ພົບ​ກັນ​ໃນ​ບຸນຊ່ວງ​ເຮືອ​ປີໜ້າ.

 

ຕອບກັບ

ຂ່າວ/ບົດ​ອື່ນ