(vovworld) - ຊາວເຜົ່າເອເດມີແນວຄວາມຄິດສະເພາະກ່ຽວກັບຄວາມໝູນວຽນຂອງຊີວິດມະນຸດ. ຍ້ອນແນວຄວາມຄິດນີ້, ຊີວິດຂອງຊາວຊົນເຜົ່າເອເດ ຈຶ່ງຜ່ານຫຼາຍພິທີ. ບັນດາພິທີເຫຼົ່ານັ້ນຖືກຈັດຂຶ້ນ ເພື່ອແນໃສ່ແຈ້ງໃຫ້ບັນພະບຸລຸດ, ບັນດາເທວະດາຟ້າແຖນ ແລະ ວົງຄະນາຍາດກ່ຽວກັບການຄົງຕົວ ແລະ ພັດທະນາຂອງມະນຸດ.
ພິທີອຳລາຄົນຕາຍຂອງຊົນເຜົ່າເອເດ
(ພາບອິນເຕີແນດ)
ຊາວຊົນເຜົ່າເອເດ ບໍ່ມີປະເພນີບູຊາບັນພະບຸລຸດ. ໃນຄອບຄົວຊາວເຜົ່າເອເດ ຖ້າມີຄົນຕາຍ, ໃນຮອບເວລາແຕ່ໜຶ່ງເຖິງສາມປີ, ທຸກຄົນໃນຄອບຄົວຕ້ອງຈັດພິທີ (ບໍໝາ)ໝາຍຄວາມວ່າອຳລາຄົນຕາຍ. ນີ້ແມ່ນໜຶ່ງໃນບັນດາພິທີໃຫຍ່, ມີລັກສະນະງານສົບ, ເຊິ່ງຄົນຍັງມີຊີວິດຈັດຕັ້ງເພື່ອອຳລາຄົນຕາຍ, ສົ່ງວີນຍານຂອງເຂົາເຈົ້າໄປສູ່ສຸຄະຕິ. ສາສະດາຈານ ໂງດຶກທິ້ງ, ກຳມະການສະພາມໍລະດົກແຫ່ງຊາດ, ໃຫ້ຮູ້ວ່າ:
“ຊາວເຜົ່າເອເດມີແນວຄວາມຄິດວ່າ, ເມື່ອບໍ່ທັນຈັດພິທີອຳລາ, ວີນຍານຂອງຄົນຕາຍຍັງວົນວຽນຢູ່ໃນບ້ານ, ໃນຄອບຄົວຢູ່. ດັ່ງນັ້ນ, ມື້ໃດເຂົາເຈົ້າກໍ່ຕ້ອງນຳເອົາເຂົ້າໄປຍັງຂຸມຜີເພື່ອໃຫ້ຄົນຕາຍກິນຜ່ານທໍ່ໄມ້ໄຜ່ທີ່ລ່ວງກັນຈາກນອກຂຸມຜີເຂົ້າຫີບສົບ. ແຕ່ເມື່ອຈັດພິທີອຳລາວີນຍານຄົນຕາຍແລ້ວ, ການພົວພັນລະຫວ່າງຄົນຍັງມີຊີວິດ ກັບ ຄົນຕາຍຈະຢຸດຕິຕະຫຼອດ ແລະ ວີນຍານຂອງຄົນຕາຍຈຶ່ງພົບປະກັບບັນພະບຸລຸດໄດ້“.
ຮູບຄວັດດ້ວຍໄມ້ທີ່ຕັ້ງຢູ່ຂຸມຜີຂອງຄົນຕາຍ
(ພາບອິນເຕີແນດ)
ເພື່ອຈັດຕັ້ງພິທີອຳລາວີນຍານຄົນຕາຍ, ຄອບຄົວຂອງຄົນຕາຍຕ້ອງກະກຽມເຂົ້າສານ, ຊີ້ນ, ເຫຼົ້າ, ເຄື່ອງບູຊາ ແລ້ວແຈ້ງໃຫ້ຍາດຕິພີ່ນ້ອງ ແລະ ປະຊາຊົນໃນບ້ານເຂົ້າຮ່ວມ. ບໍ່ພຽງແຕ່ກະກຽມທັນຍາຫານເທົ່ານັ້ນ, ຫາກກ່ອນນັ້ນນັບທັງເດືອນ, ທຸກຄົນໃນຄອບຄົວຍັງເຕົ້າໂຮມກັນເພື່ອຄວັດຮູບ, ເຮັດຂຸມຜີໃຫ້ຄົນຕາຍອີກ. ຍ້ອນເຫດນັ້ນ, ຂຸມຜີຂອງຄົນຕາຍຈຶ່ງມີຫຼັງຄາ, ຢູ່ອ້ອມມີບັນດາຮູບທີ່ຄວັດດ້ວຍໄມ້ ຫຼືດ້ວຍເຂົາຄວາຍ. ຜູ້ມີຊີວິດຍັງຈັດແບ່ງຊັບສິນໃຫ້ຄົນຕາຍອີກ. ໃນພິທີອຳລາວີນຍານຄົນຕາຍ, ຍາດຕິໃນຄອບຄົວຍັງຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ຄື: ບູຊາດ້ວຍສັດ, ສະແດງດົນຕີ, ຟ້ອນລຳທຳເພງອີກ… ສາສະດາຈານ ໂງດຶກທິ້ງ, ໃຫ້ຮູ້ຕື່ມອີກວ່າ:
“ຄົນມີຊີວິດແບ່ງຊັບສິນແທ້ໃນຄອບຄົວຄື: ໄຫເຫຼົ່າ, ກະພາ…ໃຫ້ແກ່ຄົນຕາຍ, ແຕ່ຊັບສິນເຫຼົ່ານັ້ນລ້ວນແຕ່ຖືກຖັ່ງຊອດ. ເພາະຊາວເຜົ່າເອເດມີແນວຄວາມຄິດທີ່ວ່າ, ຍາມໃດໂລກມະນຸດ ກໍ່ກົງກັນຂ້າມກັບນາລົກ. ດັ່ງນັ້ນເຂົາເຈົ້າຈຶ່ງເຮັດແນວນັ້ນ“.
ຂຸມຜີຂອງຄົນຕາຍທັງມີຫຼັງຄາ, ທັງມີບັນດາຮູບຄວັດຢູ່ອ້ອມ
(ພາບອິນເຕີແນດ)
ພາຍຫຼັງຈັດພິທີອຳລາວີນຍານຄົນຕາຍ, ຄົນມີຊີວິດຈຶ່ງອຸ່ນອ່ຽນໃຈວ່າຕົນເອງໄດ້ເຮັດຫຼ້ອນໜ້າທີ່ສຳລັບຄົນຕາຍ. ໝາຍຄວາມວ່າພາຍຫຼັງຈັດພິທີຄືແນວນັ້ນ, ຄົນຕາຍຈຶ່ງໄດ້ຮັບການກຳເນີດໃນຊາດໃໝ່ ແລະ ສືບຕໍ່ຊີວິດໃໝ່. ຍ້ອນເຫດນັ້ນ, ພິທີອຳລາວີນຍານຄົນຕາຍ, ເຖິງວ່າຕິດພັນກັບງານສົບກໍ່ຕາມ ແຕ່ພັດໄດ້ຈັດຕັ້ງຄືງານບຸນ. ນີ້ກໍ່ແມ່ນໂອກາດເພື່ອສະແດງຄວາມຮັບຜິດຊອບຂອງວົງຄະນາຍາດ, ຄອບຄົວ, ຍາດຕິພີ່ນ້ອງທີ່ມີຕໍ່ຄົນຕາຍ.
ສຳລັບຊາວເຜົ່າເອເດ, ພິທີຕັ້ງຊື່ໃຫ້ເດັກຫາກໍ່ກຳເນີດກໍ່ໄດ້ຮັບການຈັດຕັ້ງຢ່າງຮຽບຮ້ອຍ. ສາສະດາຈານ ໂງດຶກທິ້ງ, ໃຫ້ຮູ້ວ່າ, ເດັກນ້ອນກຳເນີດໄດ້ 3 ວັນ, ຄອບຄົວຕ້ອງຈັດພິທີຕັ້ງຊື່ໃຫ້ເດັກ ເພື່ອໃຫ້ບັນພະບຸລຸດຮັບຮູ້ການມີໜ້າຂອງມັນໃນຄອບຄົວ, ວົງຕະກຸນ.
“ຊາວເຜົ່າເອເດມີແນວຄິດທີ່ວ່າ, ຄົນຕາຍຈະໄດ້ຮັບກຳເນີດໃໝ່ຜ່ານນຳ້ໝອກ, ເຂົາເຈົ້າຖືນຳ້ໝອກແມ່ນວີນຍານຂອງຄົນຕາຍ. ດັ່ງນັ້ນໃນພິທີຕັ້ງຊື່ໃຫ້ເດັກ, ເຂົາເຈົ້າຈຶ່ງເດັດໃບໄມ້ທີ່ມີນຳ້ໝອກວາງຢູ່ຕໍ່ໜ້າເດັກ, ແລ້ວຕັ້ງຊື່ໃຫ້ເດັກຕາມຊື່ຂອງບັນພະບຸລຸດ, ຍ້ອນເຂົາເຈົ້າຄິດວ່າບັນພະບຸລຸດໄດ້ກຳເນີນຄືນໃໝ່ໃນຕົວລູກຫຼານຂອງຕົນ. “
ໃນພິທີອຳລາຄົນຕາຍຍັງຈັດການຕີຄ້ອງ
(ພາບອິນເຕີແນດ)
ພິທີຕັ້ງຊື່ຖືກຈັດໃນຄອບຄົວ, ໂດຍບໍ່ຕີຄ້ອງ, ຂັບຮ້ອງ. ເຄື່ອງຂອງບູຊາໃນພິທີມີ: ຈອກເຫຼົ້າ, ໄກ່ຜູ້, ໝາກເຂືອຂົມໜ່ວຍໜຶ່ງ, ໃບສີດາໃບໜຶ່ງ, ຈອກດ້ວຍທອງຈອກໜຶ່ງ. ຖ້າແມ່ນເດັກຊາຍຕ້ອງມີເຫຼັກເຈາະ, ສິ່ວ ແລະ ມິດເຫຼົາອີກ. ພາຍຫຼັງຕັ້ງຊື່ສຳເລັດ, ໝໍຜີຈະເອົາຕັບໄກ່ໜ້ອຍໜຶ່ງໃຫ້ເດັກກິນ, ເອົາໃບສີດາມີນຳ້ໝາກທາໃສ່ປາກເດັກດ້ວຍຄວາມຫວັງວ່າ, ເມື່ອເດັກເຕີບໃຫຍ່ຈະມີຄວາມກ້າຫານ, ສາມາດຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກໂດຍບໍ່ຮູ້ອິດບໍ່ຮູ້ເມື່ອຍ. ເມື່ອເດັກນ້ອຍເຕີບໃຫຍ່ແລ້ວ, ກໍ່ສືບຕໍ່ຈັດພິທີເຕີບໃຫຍ່ ເພື່ອໃຫ້ຊາວບ້ານຮັບຮູ້ວ່າເດັກຜູ້ນັ້ນໄດ້ກາຍເປັນຜູ້ບ່າວຂອງບ້ານ. ສາສະດາຈານ ລືວຮູ່ງ, ຮອງຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າວິທະຍາ, ໃຫ້ຮູ້ວ່າ:
“ໃນຊີວິດຂອງຊາວເຜົ່າເອເດ ແມ່ນຕ້ອງຜ່ານຫຼາຍພິທີ, ແຕ່ລະເທື່ອເມື່ອຈັດຕັ້ງພິທີ, ອິດທິພົນ, ທີ່ຕັ້ງຂອງເຂົາເຈົ້າໃນສັງຄົມກໍ່ໄດ້ຮັບການຍົກສູງຂຶ້ນ, ຜ່ານແຕ່ລະພິທີດ້ວຍເຄື່ອງຂອງບູຊານັບມື້ນັບຫຼາຍ, ຈາກໝູໜຶ່ງໂຕ ເຖິງສາມໂຕ, ຕະຫຼອດຮອດໂຕຄວາຍ. ຈຳນວນໄຫເຫຼົ່າກໍ່ຫຼາຍກວ່າ , ອີງຕາມເຄື່ອງຂອງບູຊາໃນພິທີຂອງແຕ່ລະຄົນ, ວົງຄະນາຍາດຈຶ່ງຮັບຮູ້ວ່າຜູ້ນັ້ນຖືກຈັດໃນຊັ້ນຄົນໃດຂອງວົງຄະນາຍາດ“.
ພິທີອຳລາວີນຍານຄົນຕາຍ ແລະ ພິທີຕັ້ງຊື່ໃຫ້ເດັກ ແມ່ນບັນດາພິທີສຳຄັນໃນຊີວິດຂອງຊາວເຜົ່າເອເດ. ປະຈຸບັນຊາວເຜົ່າເອເດ ພວມຟື້ນຟູພິທີບູຊາທ່ານຳ້, ພິທີແຮກສ່ຽວ.. ບັນດາພິທີເຫຼົ່ານັ້ນແມ່ນຂາດບໍ່ໄດ້ໃນວັດທະນະທຳຂອງຊາວເຜົ່າເອເດ.