(vovworld) - ຊາວເອເດ ເຖິງວ່າຈະດຳລົງຊີວິດຢູ່ແຫ່ງໃດ, ໄຕງວຽນ ຫຼືເຂດແຄມທະເລທາງພາກກາງ, ເຂົາເຈົ້າກໍ່ລ້ວນແຕ່ມີແບບແຜນດຳລົງຊີວິດລວມນັ້ນແມ່ນ, ພ້ອມກັນເຄື່ອນໄຫວວັດທະນະທຳລວມ. ເຖິງວ່າຈະຢູ່ບ່ອນໃດ, ຊາວຊົນເຜົ່າເອເດ ກໍ່ມີສະຕິຮັກສາຄຸນຄ່າວັດທະນະທຳຂອງຊົນເຜົ່າຕົນໃນການນຸ່ງຖື, ການປາກເວົ້າ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າເອເດໄວ້.
ນັກສິລະປະການ ເອິມເຮີລວານ (Âm HʹLoan) ຢູ່ບ້ານກະໂທນ (Kʹ Thon), ຕາແສງເຕິນເລີ້ຍ, ນະຄອນບວນມາທວດ, ແຂວງດັກລັກ, ເຖິງວ່າບໍ່ທັນຜ່ານຊຸດຮຽນດົນຕີໃດໆກໍ່ຕາມ, ແຕ່ທ່ານພັດແມ່ນຜູ້ຜະລິດເຄື່ອງດົນຕີບັນລຸມາດຕະຖານໄດ້ຫຼາຍປະເພດ. ໃນເຮືອນຫຼັງນ້ອຍໆຂອງຕົນ, ພາຍຫຼັງຜະລິດເຄື່ອງດົນຕີອັນໃດສຳເລັດ, ທ່ານກໍ່ຫຼິ້ນດົນຕີ, ບົດທີ່ຕົນລຶ້ງເຄີຍ ແລະ ນິຍົມ.
ນັກສິລະປະການ ເອິມເຮີລວານ (Âm HʹLoan)
ຜູ້ຮັກສາວັດທະນະທຳຂອງຊົນເຜົ່າເອເດ
(ພາບອິນເຕີແນດ)
ໃນບ້ານກະໂທນ (Kʹ Thon) ແລະ ບັນດາບ້ານອ້ອມຂ້າງ, ຈຳນວນຜູ້ສາມາດຜະລິດເຄື່ອງດົນຕີໄດ້ຄືນັກສິລະປະການ ເອິມເຮີລວານ (Âm HʹLoan) ແມ່ນບໍ່ຫຼາຍ ແລະ ການຮູ້ຜະລິດເຄື່ອງດົນຕີນັ້ນຂອງທ່ານກໍ່ບໍ່ແມ່ນເລື່ອງບັງເອີນ. ຫາກທຸກສິ່ງທຸກຢ່າງລ້ວນແຕ່ເລີ່ມມາຈາກຄວາມເມົາມົວ. ນັກສິລະປະການເອິມເຮີລວານ (Âm HʹLoan) ຮຽນໄດ້ສິ່ງດັ່ງກ່າວຈາກບັນພະບຸລຸດຂອງຕົນ
“ເພື່ອຜະລິດເຄື່ອງດົນຕີໃຫ້ໄດ້ນັ້ນ, ກ່ອນອື່ນຂ້າພະເຈົ້າຕ້ອງຟັງ, ຮູ້ທຳນອງດົນຕີ, ແລ້ວເມົາມົວ. ຢາກເຮັດອັນໃດກໍ່ຕ້ອງມີຄວາມສຸດຈິດສຸດໃຈຈຶ່ງສາມາດເຮັດໄດ້”.
ມື້ໃດ, ນັກສິລະປະການເອິມເຮີລວານ (Âm HʹLoan) ກໍ່ດຸໝັ່ນເຫຼົາ ແລະ ຖາກໄມ້ໄຜ່ຢ່າງລະອຽດລະອໍເພື່ອຜະລິດເຄື່ອງດົນຕີໃຫ້ມີນ້ຳສຽງດີທີ່ສຸດ. ຍ້ອນມີສີມືການຊ່າງ ແລະ ມີຄວາມຊຳນານ, ດັ່ງນັ້ນເຄື່ອງດົນຕີໂດຍນັກສິລະປະການ ເອິມເຮີລວານ (Âm HʹLoan) ຜະລິດ, ໜ່ວຍໃດກໍ່ບັນລຸມາດຕະຖານ. ໂດຍແມ່ນຜູ້ຫຼິ້ນດົນຕີ ແລະ ຜະລິດເຄື່ອງດົນຕີໄດ້ຫຼາຍປະເພດ, ນັກສິລະປະການ ເອິມເຮີລວານ (Âm HʹLoan) ຍາມໃດກໍ່ຄິດວ່າ:
“ປະຈຸບັນ, ຢູ່ບາງແຫ່ງໄດ້ເປີດຊຸດຮຽນດົນຕີພື້ນເມືອງໃຫ້ເດັກນ້ອຍ ເພື່ອເຜີຍແຜ່ວັດທະນະທຳຊົນເຜົ່າ. ຢາກຮັກສາເຄື່ອງດົນຕີໄວ້, ຕ້ອງມີຜູ້ຮູ້ນຳໃຊ້ ແລະ ຮູ້ຜະລິດເຄື່ອງດົນຕີ. ດັ່ງນັ້ນຕ້ອງເປີດຊຸດບຳລຸງສ້າງ, ສອນວິທີຜະລິດເຄື່ອງດົນຕີ, ຂັບຮ້ອງ, ຕີຄ້ອງດ້ວຍໄມ້ໄຜ່ ແລະ ດ້ວຍທອງ. ຂ້າພະເຈົ້າກໍ່ເຂົ້າຮ່ວມການສອນຕີຄ້ອງດ້ວຍໄມ້ໄຜ່ໃຫ້ແກ່ພວກນ້ອງ”.
ເຖິງວ່າອາຍຸສູງ, ສຸຂະພາບອ່ອນເພຍແລ້ວກໍ່ຕາມ, ແຕ່ຢູ່ບ່ອນໃດເຊີນມາສອນດົນຕີຊົນເຜົ່າເອເດໃຫ້ພວກຫຼານ, ນັກສິລະປະການ ເອິມເຮີລວານ (Âm HʹLoan) ກໍ່ຍິນດີຕ້ອນຮັບ. ທ່ານເວົ້າວ່າຖ້າບໍ່ສອນໃຫ້ພວກຫຼານຢ່າງວ່ອງໄວ, ເມື່ອບັນດາຜູ້ອາສູງຄືທ່ານລ່ວງລັບໄປແລ້ວ ຈະບໍ່ມີຜູ້ໃດເມົາມົວກັບດົນຕີຂອງຊົນເຜົ່າເອເດອີກ.
“ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ເມື່ອເຫັນວ່າ ເດັກນ້ອຍຫຼາຍຄົນກ່ອນນີ້ບໍ່ສົນໃຈເຖິງດົນຕີພື້ນເມືອງ, ແຕ່ ປະຈຸບັນພັດຢາກຮຽນວິທີຫຼິ້ນດົນຕີ ແລະ ຜະລິດເຄື່ອງດົນຕີຂອງຊົນເຜົ່າຕົນ”.
ຢູ່ເມືອງໂຊງຮິງ (Song Hinh) ແຂວງຟູ໋ອຽນ, ຜູ້ໃດກໍ່ຮູ້ນັກສິລະປະການ ອອຍເບີລື (Oi Blư) ທ່ານກໍ່ແມ່ນຊາວເຜົ່າເອເດ ຜູ້ໜຶ່ງທີ່ຮູ້ຫຼິ້ນ ແລະ ຜະລິດເຄື່ອງດົນຕີຫຼາຍປະເພດຄືປີ່, ກອງ, ຄ້ອງທອງ, ຄ້ອງ ກຼາມ(Kʹram). ໃນເຮືອນຍາວຂອງຜົວເມຍທ່ານ ແລະ ຄອບຄົວລູກສາວສອງຄົນ ວາງສະແດງເຄື່ອງດົນຕີຫຼາຍປະເພດໂດຍທ່ານເຮັດເອງ. ກໍ່ເຊັ່ນດຽວກັນກັບນັກສິລະປະການ ເອິມເຮີລວານ (Âm HʹLoan), ນັກສິລະປະການ ອອຍເບີລື (Oi Blư) ເອົາໃຈໃສ່ທີ່ສຸດເຖິງວຽກງານສິດສອນເພື່ອໃຫ້ລຸ້ນໜຸ່ມມີຄວາມຮັກຕໍ່ດົນຕີຂອງຊົນເຜົ່າຕົນ. ທ່ານໃຫ້ຮູ້ວ່າ, ຍ້ອນມີຄວາມນິຍົມກັບສຽງແຄນ, ສຽງຄ້ອງ, ທ່ານຈຶ່ງເຂົ້າຮ່ວມບັນດາງານບຸນວັດທະນະທຳໂດຍແຂວງ ແລະ ເມືອງຈັດຕັ້ງຢ່າງສຸດຈິດສຸດໃຈ.
“ໄດ້ເຂົ້າຮ່ວມງານບຸນຕ່າງໆຂອງຊົນເຜົ່າ ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າແນະນຳກ່ຽວກັບວັດທະນະທຳທີ່ດີງາມຂອງຊົນເຜົ່າເອເດ ເຖິງໝູ່ປະຊາຊົນເປັນຈຳນວນຫຼວງຫຼາຍ. ຜ່ານງານບຸນນັ້ນ, ຂ້າພະເຈົ້າກໍ່ຢາກແນະນຳໃຫ້ລຸ່ນໜຸ່ມກ່ຽວກັບວິທີເຮັດ ແລະ ຫຼິ້ນເຄື່ອງດົນຕີຂອງຊົນເຜົ່າເອເດ ອີກ”.
ຊາວເຜົ່າເອເດ ຖືວ່າ, ນັກສິລະປະການ ເອິມເຮີລວານ (Âm HʹLoan) ແລະ ອອຍເບີລື (Oi Blư) ແມ່ນຫໍພິພິດທະພັນທີ່ມີຊີວິດ, ແມ່ນຜູ້ຮັກສາຄຸນຄ່າວັດທະນະທຳຂອງຊົນເຜົ່າເອເດ ແລະ ເຂົາເຈົ້າເອງພວມຮັກສາ ແລະ ຖ່າຍທອດວັດທະນະທຳໃຫ້ຊາວເຜົ່າເອເດແຕ່ລະຄົນ.