(vovworld) - ເມື່ອໄປຢ້ຽມຢາມຊາວເຜົ່າ ຂະແມທີ່ດຳລົງຊີວິດຢູ່ເຂດທົ່ງພຽງແມ່ນ້ຳຂອງ, ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດນັ້ນແມ່ນບັນດາຫຼັງຄາວັດທີ່ໂກ່ງງໍຂຶ້ນ. ທົ່ວເຂດອາໄສຂອງຊາວເຜົ່າ ຂະແມຢູ່ພາກໃຕ້ມີວັດໃຫຍ່ນ້ອຍທີ່ແຕກຕ່າງກັນປະມານ 600 ຫຼັງ. ວັດແຕ່ລະແຫ່ງລ້ວນແຕ່ມີສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ, ອັນໄດ້ສ້າງເປັນບ່ອນ “ສັກສິດ“ ພິເສດສະເພາະກ່ຽວກັບວັດທະນະທຳພາກໃຕ້ຫວຽດນາມ.
ຫຼັງຄາວັດຂອງຊາວເຜົ່າຂະແມຢູ່ຊອກຈັງ
(ພາບອິນເຕີແນດ)
ສຳລັບຊາວເຜົ່າ ຂະແມ, ວັດບໍ່ພຽງແຕ່ແມ່ນບ່ອນສະທ້ອນໃຫ້ເຫັນສະຖາປັດຕະຍະກຳ ແລະ ຄຸນຄ່າສິລະປະທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບເທົ່ານັ້ນ, ຫາກຍັງເປັນແຫ່ງສຶກສາດ້ານຄຸນສົມບັດ, ແຫ່ງເຄື່ອນໄຫວສາສະໜາ, ວັດທະນະທຳ, ຈັດພິທີງານບຸນອີກດ້ວຍ. . ເມື່ອເວົ້າເຖິງສະຖາປັດຕະຍະກຳລວມຂອງວັດ ຂະແມ, ທ່ານ ຫຼີເລັດ, ສະມາຊິກສະມາຄົມວິຈິດສິນ ຫວຽດນາມ ໃຫ້ຮູ້ວ່າ:
“ວັດຕົ້ນຕໍໄດ້ຮັບການປະດັບປະດາຢ່າງຄົບຖ້ວນ, ໃນວັດມີພະພຸດທະຮູບທິກກາອົງໜຶ່ງ, ພິເສດແມ່ນມີພະຮູບໂຕງູທີ່ປະກອບດ້ວຍ 3 ຫົວ, 5 ຫົວ, 7 ຫົວ ແລະ ມີເສົາອີກ. ສ່ວນຫຼັງຄາມີ 3 ຂັ້ນ, ແຕ່ລະຂັ້ນລ້ວນແຕ່ມີຫົວມັງກອນ, ຕົນໂຕມັງກອນ. ມີບາງວັດເຂົາເຈົ້າມຸງຫຼັງຄາທີ່ມີຮູບເກັດມັງກອນ“
ປະຈຸບັນ, ຢູ່ເຂດທົ່ງພຽງແມ່ນ້ຳຂອງມີວັດຂອງຊາວເຜົ່າ ຂະແມປະມານ 600 ຫຼັງ, ໃນນັ້ນມີວັດບູຮານທີ່ມີອາຍຸນັບຮ້ອຍປີຫຼາຍຫຼັງ ໄດ້ຮັບການຮັບຮອງວ່າແມ່ນປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດ ແລະ ກາຍເປັນສະຖານທີ່ທ່ອງທ່ຽວທີ່ສ້າງຄວາມດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຫຼາຍຄົນ.
ຊອກຈັງແມ່ນແຂວງທີ່ມີຊາວເຜົ່າ ຂະແມດຳລົງຊີວິດເປັນຈຳນວນຫຼວງຫຼາຍທີ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງ. ດັ່ງນັ້ນນີ້ກໍ່ແມ່ນທ້ອງຖີ່ນທີ່ເຕົ້າໂຮມວັດ ຂະແມຫຼາຍແຫ່ງທີ່ສຸດ. ໃນນັ້ນມີວັດ ເຢີຍ (ວັດເຈຍ) ຫຼືເອີ້ນວ່າວັດ ມາຮາຕຸບ, ວັດ ມ້າໂຕກ, ເຊິ່ງແມ່ນໜຶ່ງໃນບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດທີ່ມີມາກ່ອນນີ້ 400 ກວ່າປີ. ຈຸດພິເສດຂອງວັດເຈຍນັ້ນແມ່ນ, ນອກຈາກມີສະຖາປັດຕະຍະກຳຂອງວັດບູຮານ, ດ້ວຍເຈຍນັບພັນໂຕອາໄສໃນແຕ່ລະວັນແລ້ວ, ນັກທ່ອງທ່ຽວຍັງໄດ້ຮັບຟັງດົນຕີພື້ນເມືອງຂອງຊາວເຜົ່າ ຂະແມ ໂດຍກອງດົນຕີໃນວັດບັນເລງອີກດ້ວຍ.
ວັດເຈຍຂອງຊາວເຜົ່າຂະແມຢູ່ເຂດທົ່ງພຽງແມ່ນຳ້ຂອງ
(ພາບອິນເຕີແນດ)
ຖັດຈາກແຂວງ ຊອກຈັງ, ແຂວງ ຈ່າວິງກໍ່ແມ່ນທ້ອງຖີ່ນທີ່ມີວັດຂອງຊາວເຜົ່າ ຂະແມຫຼາຍແຫ່ງ, ດ້ວຍ 140 ວັດ. ໃນນັ້ນຕ້ອງເວົ້າເຖິງວັດ ວ່າມໄຣ, ວັດ ໂນດົນ, ວັດ ຮາງ, ວັດ ເອິງ. ພົ້ນເດັ່ນກວ່າໝູ່ແມ່ນວັດ ໂນດົນ, ເຊິ່ງປະຊາຊົນ ແລະ ນັກທ່ອງທ່ຽວເຄີຍເອີ້ນວ່າວັດກໍ່ (ວັດນົກຍາງ) ເພາະວ່າໃນໄລຍະເວລາ 100 ກວ່າປີມານີ້, ຢູ່ອ້ອມວັດ, ກໍ່ຄືບ່ອນດຳເນີນຊີວິດຂອງຄູບາອາຈານໄດ້ກາຍເປັນທີ່ຢູ່ອາໄສຂອງນົກຍາງຫຼາຍປະເພດ, ເຊັ່ນ:ນົກຍາງສີຂາວ, ນົກຍາງສົບສີເຫຼືອງ, ນົກຍາງສົບສີດຳ, ນົກຍາງສົບສີຂາວ... ວັດແຫ່ງນີ້ຍັງແມ່ນບ່ອນສຶກສາອີກ. ມາຮອດປະຈຸບັນ, ວັດໄດ້ສຶກສານັກຮຽນສົງ ແລະ ນັກຮຽນນັບພັນຄົນ. ວັດບໍ່ພຽງແຕ່ແມ່ນແຫ່ງສຶກສາ, ຫຼໍ່ຫຼອມຄຸນສົມບັດ ແລະ ຄວາມສາມາດໃຫ້ນັກຮຽນສົງເທົ່ານັ້ນ, ຫາກຍັງຈັດຕັ້ງການສຶກສາວັດທະນະທຳຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍໃຫ້ນັກຮຽນອີກດ້ວຍ. ສຳລັບຊາວເຜົ່າ ຂະແມ, ຄູບາເຈົ້າອະທິການວັດທັງແມ່ນອາຈານ, ທັງແມ່ນຄູສອນທີ່ຊ່ວຍໃຫ້ເຂົາເຈົ້າເຕີບໃຫຍ່. ທ່ານໝໍ ເລິມເກືອຍ, ຢູ່ໂຮງໝໍຫຼາຍຂະແໜງແຂວງ ຊອກຈັງແບ່ງປັນວ່າ:
“ຂ້າພະເຈົ້າຮູ້ບຸນຄຸນວັດຫຼາຍ, ບັນດາຄູບາໃນວັດໄດ້ສ້າງເງື່ອນໄຂໃຫ້ຂ້າພະເຈົ້າໄດ້ຮຳ່ຮຽນເພື່ອເຕີບໃຫຍ່. ບໍ່ພຽງແຕ່ສະເພາະຂ້າພະເຈົ້າເທົ່ານັ້ນ, ຫາກອ້າຍເອື້ອຍນ້ອງຂ້າພະເຈົ້າກໍ່ໄດ້ຮັບການຮຳ່ຮຽນໃນວັດ, ເມື່ອເຕີບໃຫຍ່ແລ້ວພວກຂ້າພະເຈົ້າກໍ່ກັບເມືອເຮັດວຽກໃນທ້ອງຖີ່ນ“.
ຕາມຕົວເລກສະຖິຕິ, ປະຈຸບັນແຂວງ ຈ່າວິງມີວັດ ຂະແມ 136/142 ແຫ່ງໄດ້ຈັດຕັ້ງການສຶກສາດ້ວຍພາສາ ຂະແມໃຫ້ນັກຮຽນແຕ່ຫ້ອງ 1 ເຖິງຫ້ອງ 5 ເກືອບ 11 ພັນຄົນໃນໂອກາດພັກແລ້ງ. ພະອາຈານ ຢາງແທງ, ເຈົ້າອະທິການວັດ ຈະໂຣຍໂຕນຊາ, ແຂວງ ຈ່າວິງ, ເຊິ່ງແມ່ນວັດທີ່ພົ້ນເດັ່ນໃນການສຶກສາລຸ້ນໜຸ່ມ, ໃຫ້ຮູ້ວ່າ:
“ນອກຈາກຮຽນໜັງສື, ບັນດາຄູບາຍັງສອນພວກນ້ອງກ່ຽວກັບຄຸນສົມບັດ, ການປະພຶດຕໍ່, ການທັກທາຍພໍ່ເຖົ້າແມ່ເຖົ້າ, ພໍ່ແມ່, ຄູສອນຕາມປະເພນີຂອງຊົນເຜົ່າ. ພ້ອມທັງສະໜອງຄວາມຮູ້ພື້ນຖານທີ່ສຸດໃຫ້ພວກນ້ອງກ່ຽວກັບດ້ານວັດທະນທຳ, ສິລະປະ, ເຊັ່ນ: ບັນດາວາດຟ້ອນ, ທຳນອງເພງພື້ນເມືອງ, ຊຸດອາພອນປະຈຳເຜົ່າ.. ເພື່ອໃຫ້ພວກນ້ອງເຂົ້າໃຈ ແລະ ຮູ້ຮັກສາວັດທະນະທຳຂອງຕົນໄວ້.“
ວັດນົກຍາງ
(ພາບອິນເຕີແນດ)
ຕາມປົກກະຕິ, ແຕ່ລະບ້ານຂອງຊາວເຜົ່າ ຂະເມມີວັດແຫ່ງໜຶ່ງ, ແຕ່ລະແຫ່ງມີຄູບາແຕ່ 15 ເຖິງ 30 ອົງ, ບາງເທື່ອມີເຖິງ 100 ອົງ. ພ້ອມກັບການເບິ່ງແຍງເຖິງຊີວິດທາງດ້ານວັດຖຸແລ້ວ, ອຳນາດການປົກຄອງທ້ອງຖີ່ນຕ່າງໆ ລ້ວນແຕ່ເອົາໃຈໃສ່ເປັນພິເສດເຖິງຊີວິດທາງດ້ານຈິດໃຈຂອງຊາວເຜົ່າ ຂະແມ. ໃນນັ້ນເອົາໃຈໃສ່ເປັນພິເສດເຖິງວັດຕ່າງໆໃນທ້ອງຖີ່ນ. ທ່ານ ຫຼີຊິງ, ຮອງຫົວໜ້າຄະນະຊົນເຜົ່ານະຄອນ ເກິ່ນເທີ, ໃຫ້ຮູ້ວ່າ:
“ນະຄອນ ເກິ່ນເທີມີວັດ ຂະແມນິກາຍ ນາມຕົງ 12 ແຫ່ງ, ພິເສດມີວັດ Pothisomron ຢູ່ ໂອມົນໄດ້ຮັບການຮັບຮອງວ່າແມ່ນປູຊະນີຍະສະຖານປະຫວັດສາດວັດທະນະທຳຂອງນະຄອນ. ທາງນະຄອນກໍ່ມີຄວາມເອົາໃຈໃສ່ທີ່ສຸດເຖິງການຊ່ວຍວັດຕ່າງໆເສີມຂະຫຍາຍມູນເຊື້ອ, ຮີດຄອງ, ປະເພນີ, ການເຊື່ອຖືສາສະໜາ, ພິເສດແມ່ນເສີມຂະຫຍາຍພາສາ, ຕົວໜັງສື. ໃນຊຸມປີມໍ່ໆມານີ້, ບັນດາວັດ ຂະແມລ້ວນແຕ່ໄດ້ຮັບການບຸລະນະ, ປະຕິສັງຂອນຢ່າງໃຫຍ່ໂຕ ແລະ ສວຍງາມ“.
ວັດ, ຄູບາ, ພະທຳ ແມ່ນພາກສ່ວນໜຶ່ງໃນຊີວິດຂອງຊາວເຜົ່າ ຂະແມແຕ່ລະຄົນ, ວັດ ຂະແມສະແດງໃຫ້ເຫັນການປະສານສົມທົບດ້ານວັດທະນະທຳລະຫວ່າງຊົນເຜົ່າຕ່າງໆ. ນີ້ແມ່ນຊັບສົມບັດອັນລຳ້ຄ່າບໍ່ພຽງແຕ່ສຳລັບຊາວເຜົ່າຂະແມເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງເປັນສີສັນວັດທະນະທຳຂອງຊາດ ຫວຽດນາມອີກດ້ວຍ.