ບັນດາເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າຣາລາຍ


(vovworld) - ບັນດາ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າຣາລາຍ ​ເຊັ່ນ: ຄ້ອງ​ມ້າ​ລາ, ​ເຄື່ອງ​ດົນຕີ​ດ້ວຍ​ຫີນ, ປີ່​ຊາຣາ​ແກນ, ພິນ​ຈາ​ປີ… ​ເຄີຍ​ໄດ້​ນຳ​ໃຊ້​ໃນ​ງານ​ບຸນ​ອຳ​ລາ​ຄົນ​ຕາຍ, ບຸນ​ເຂົ້າ​ຈີ່, ​​ໃນ​ການເລົ່າກອນເລື່ອງ… ​ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ຂອງ​ຊາວ​ເຜົ່າຣາລາຍ, ຍາມ​ໃດ​ເຄື່ອງ​ດົນຕີ​ກໍ່​ໄດ້​ຮັບ​ຖື​ວ່າ​​ເປັນຂອງ​ປະ​ເສີດ, ​ຂອງສັກກະ​ລະບູຊາ, ​​ເປັນ​ເພື່ອນ​ຜູ້​ສະໜິດສະໜົມ​ທີ່​ຂາດ​ບໍ່​ໄດ້.

ບັນດາເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າຣາລາຍ - ảnh 1

ເຄື່ອງດົນຕີດ້ວຍຫີນຂອງຊາວເຜົ່າຣາລາຍ

ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຢູ່​ແຄ໋ງ​ເຊີນ, ​ແຂວງ​ແຄ໋ງຮ່ວາ, ​ເຊິ່ງ​ແມ່ນ​ບ່ອນຢູ່​ອາ​ໄສ​ຂອງ​ຊາວ​ເຜົ່າຣາລາຍ ​ໄດ້​ປະກົດ​ມີ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະປະ​ເພດ​ຫນຶ່ງ, ນັ້ນ​ແມ່ນ​ເຄື່ອງ​ດົນຕີ​ດ້ວຍ​ຫີນ. ​ໃນ​ເບື້ອງ​ຕົ້ນ, ຊາວ​ເຜົ່າຣາລາຍ ​ຕີ​ໃສ່ແຜ່ນ​ພີນ​ໃຫ້​ອອກ​ເປັນສຽງ​ເພື່ອ​ໄລ່​ນົກ, ສັດ, ຮັກສາ​ລະດູ​ການ​ເກັບ​ກ່ຽວ, ຕໍ່​ມາ​ເຂົາ​ເຈົ້າ​ໄດ້​ປະດິດ​ເປັນ​ເຄື່ອງ​ດົນຕີ​ເພື່ອ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ງານ​ບຸນ​ວັດທະນະທຳ​ປະຊາ​ຄົມ. ຕາມ​ບັນດາ​ນັກ​ຄົ້ນ​ຄ້ວາ​ແລ້ວ, ​ເຄື່ອງດົນຕີ​ດ້ວຍ​ຫີນ ​​ແຄ໋ງ​ເຊີນ ​ທີ່ໄດ້​ຮັບ​ການ​ຄົ້ນ​ພົບ​ຢູ່ທີ່​ນີ້ ​ແມ່ນ​ມີ​ອາຍຸ​ແຕ່ 3000 - 5000 ປີ, ​ເປັນ​ສະ​ໄໝດຽວ​ກັບ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ທຳ​ອິດ ​ໂດຍ​ຊາວ​ຝລັ່ງ ຄົ້ນ​ພົບ​ເມື່ອ​ປີ 1949 ຢູ່ ​ໄຕ​ງວຽນ. ທ່ານ ​ເມົ໋າກວົກຕ໋ຽນ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ຊາວ​ເຜົ່າຣາລາຍ, ຢູ່​ເມືອງ​​ແຄ໋ງ​ເຊີນ, ​ແຂວງ​ແຄ໋ງຮ່ວາ, ​ໃຫ້​ຮູ້​ວ່າ:

“​ເມື່ອ​ເວົ້າ​ເຖິງເຄື່ອງດົນຕີ​ດ້ວຍ​ຫີນ ​​ແຄ໋ງ​ເຊີນ ​ແມ່ນ​ເວົ້າ​ເຖິງ​ວັດທະນະທຳ​ຂອງຊາວ​ເຜົ່າຣາລາຍ. ປີ 1979, ຢູ່​ກົກ​ກ້າວ, ​ເມືອງ​ແຄ໋ງ​ເຊີນ, ​ແຂວງ​ແຄ໋ງຮ່ວາ, ບັນດາ​ນັກ​ຄົ້ນ​ຄ້ວາ​ໄດ້​ຊອກ​ເຫັນ​ ເຄື່ອງດົນຕີ​ດ້ວຍ​ຫີນຊຸດ​ທຳ​ອິດ, ລວມມີ​ຫີນ 12 ​ແຜ່ນ, ​ໂດຍ​ທ່ານ ​ໂບ​ໂບ​ແຣນ, ຊາວ​ເຜົ່າ​ຮາ​ລາຍ ຄົ້ນ​ພົບ ​ແລະ ຮັກສາ​ໄວ້. ບັນດາ​ນັກ​ຄົ້ນ​ຄ້ວາ​ໄດ້​ຢືນຢັນ​ວ່າ​ນີ້​ແມ່ນ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ທີ່​ມີ​ມາ​ກ່ອນ​ນີ້​ແຕ່ 3000 – 5000 ປີ“.

ເຖິງວ່າ​ແມ່ນ​ຫີນ​ທຳ​ມະ​ດາ, ສາມັນກໍ່ຕາມ, ​ແຕ່​ຊາວ​ເຜົ່າຣາລາຍ ​ໄດ້​ປະດິດ​ສ້າງ​ເປັນ​ເຄື່ອງ​ດົນຕີ​ທີ່​ອອກ​ເປັນສຽງດັງ​ກ້ອງ​ກັງວານ​ໄປ​ທົ່ວ​ເຂດ​ພູຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫຖານ.

ບັນດາເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າຣາລາຍ - ảnh 2

ຄ້ອງມາ້ລາຂອງຊາວເຜົ່າຣາລາຍ

ຊາວ​ເຜົ່າຣາລາຍ ຍັງ​ມີ​ເຄື່ອງ​ດົນຕີ​ໜຶ່ງ​ອີກ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ຂອງ​ປະຊາ​ຄົມ, ນັ້ນ​ແມ່ນ​ຄ້ອງ​ມ້າ​ລາ (ຄ້ອງ​ທອງ). ຄ້ອງ​ມ້າ​ລາ​ຊຸດ​ໜຶ່ງ​ລວມມີ 5, 7 ຫຼື 9 ໜ່ວຍ, ອີງ​ຕາມ​ທັດສະນະ​ຂອງ​ແຕ່ລະ​ເຂດ. ຊາວ​ເຜົ່າ​ຣາລາຍ ຮັກ​ແພງ​ຄ້ອງ​ມ້າ​ລາ​ທີ່​ສຸດ, ດັ່ງ​ນັ້ນ​ໃນ​ຊຸດ​ຄ້ອງ​ມ້າ​ລາ, ໜ່ວຍ​ທີ່​ມີ​ສຽງ​ຕຳ່​ສຸດ​ຖືກ​ເອີ້ນ​ວ່າ​ໜ່ວຍ​ແມ່, ຖັດມາ​ແມ່ນ​ໜ່ວຍ​ພໍ່, ຕໍ່​ຈາກ​ນັ້ນ​ແມ່ນ​ໜ່ວຍ​ລູກ, ​ແຕ່​ລູກກົກ​ເຖິງ​ລູກ​ຫຼ້າ, ສຽງ​ຄ້ອງ​ມ້າ​ລາ​ສູງ​ຕຳ່​ຄື​ສຽງ​ຫາຍ​ໃຈ, ຈັງຫວະ​ຫົວ​ໃຈ​ທັບ​ຂອງ​ມະນຸດ, ສຽງ​ໂສກ​ເສົ້າ, ອ່ອນ​ຊ້ອນ ​ແລະ ສຽງຟົດ​ຟື້ນ​ໃນ​ງານ​ບຸນ. ຊາວ​ເຜົ່າຣາລາຍ ​ເຄີຍ​ນຳ​ໃຊ້ຄ້ອງ​ມ້າ​ລາ​​ ໃນ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ເຊັ່ນ: ງານບຸນ​ອຳ​ລາ​ຄົນ​ຕາຍ, ງານ​ດອງ, ງານ​ບຸນ​ເຂົ້າ​ຈີ່… ນອກ​ນັ້ນ​ເຂົາ​ເຈົ້າ​ຍັງ​ນຳ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ອີກ. ຊາວ​ເຜົ່າຣາລາຍ ​ເຄີຍ​ເວົ້າ​ວ່າ: “​ເມື່ອ​ມີ​ເຫຼົ້າ​ແມ່ນ​ມີ​ຄ້ອງ​ມ້າ​ລາ“.

ນອກຈາກ​ເຄື່ອງ​ດົນຕີ​ດ້ວຍ​ຫີນ, ຄ້ອງ​ມ້າ​ລາ ​ແລ້ວ, ຊາວ​ເຜົ່າ​ຣາລາຍ ຍັງ​ມີ​ພິນ​ຈາ​ປີ ເຮັດ​ດ້ວຍໄມ້​ໄຜ່, ​ຍາວປະມານ 30 cm ​ແລະ ​ເສັ້ນ​ຜ່າ​ກາງ​​ແມ່ນເກືອບ 10 cm. ພິນ​ຈາ​ປີ​ມີ 5-8 ສາຍ​ທີ່ເຮັດ​ດ້ວຍ​ເປືອກ​ລຳ​ໄມ້​ໄຜ່. ​ເມື່ອ​ຫຼິ້ນ​ພິນ​ຈາ​ປີ. ນັກສິລະ​ປະການ​ຈະ​ເອົາ​ລຳ​ໄມ້​ໄຜ່​ຫົວ​ໜຶ່ງ​ຕິດ​ໃສ່​ທ້ອງ, ສອງ​ມື​ຍົກ​ພິນ​ຂຶ້ນ ​ແລະ ​ໃຊ້​ນີ້ວມື​ດີດ​ສາຍ​ພິນ​​ໃຫ້​ອອກ​ເປັນ​ສຽງ.

ບັນດາເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າຣາລາຍ - ảnh 3

ພິນ​ຈາ​ປີຂອງຊາວເຜົ່າຣາລາຍ

ສຽງ​ພິນ​ຈາ​ປີ​ຄ້າຍຄື​ກັນ​ກັບ​ສຽງ​ຄ້ອງ​ມ້າ​ລາ, ດັ່ງ​ນັ້ນ​ຊາວ​ເຜົ່າຣາລາຍ ຈຶ່ງ​ນິຍົມ​ເຄື່ອງດົນຕີ​ປະ​ເພດ​ນີ້​ຫຼາຍ. ພິນ​ຈາ​ປີ​ນີ້ກໍ່​ໄດ້​ສ້າງ​ຄວາມ​ຮູ້ສຶກສະອອນ​ໃຈ​ເພື່ອ​ໃຫ້​ນັກ​ປະພັນ​ດົນຕີ ​ເຈິ່ນຕ໋ຽນ ຂອງ​ຫວຽດນາມ​ ແຕ່ງບົດ​ເພງ “ຄວາມ​ໄຝ່ຝັນ​ຈາ​ປີ“ ​ໃນ​ນັ້ນ​ມີ​ຕອນ​ທີ່​ວ່າ: “ຢູ່​ທີ່​ນັ້ນ, ​ເຂົາ​ເຈົ້າ​ພວມດຳລົງ​ຊີວິດ​ໃນ​ຄວາມ​ສັນຕິ​ສຸກ/ຜູ້​ທຸກ​ຍາກ​ກໍ່​ມີ​ພິນ​ຈາ​ປີ/​ເມື່ອ​ດີດ​ເປັນ​ສຽງ, ພິນ​ຈາ​ປີ​ສະ​ແດງ​ໃຫ້​ເຫັນ​ວີນຍານ​ຂອງ​ຊາວ​ເຜົ່າຣາລາຍ“….

​ໃນ​ການ​ເຄື່ອນ​ໄຫວ​ດົນຕີ, ຊາວ​ເຜົ່າຣາລາຍ ຍັງ​ໃຊ້​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ປະ​ເພດ​ອີກ​ເຊັ່ນ: ປີ່​ຕາ​ກຸງ (ປີ່​ຫາ​ເພື່ອນ), ປີ່​ດິ່ງ​ຕຸ​ດ (ປີ່​ສະ​ແດງ​ຄວາມ​ຮັກ​ຂອງ​ບ່າວຣາລາຍ), ປີ່​ຕາ​ແລ ປີ​ລອຍ (ປີ່​ສິດ​ອຳນາດ​ຂອງ​ຊາວ​ເຜົ່າຣາລາຍ). ດຣ. ຟານ​ກວົກ​ແອ​ງ, ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຊົນ​ເຜົ່າ​ຮາ​ລາຍ, ຖື​ວ່າ:

“​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າຣາລາຍ​ຄື: ປີ່​ຊາຣາ​ແຄນ, ​ເຄື່ອງ​ດົນຕີ​ດ້ວຍ​ຫີນ, ພິນ​ຈາ​ປີ, ພິ​ເສດ​ແມ່ນຊຸດ​ຄ້ອງ​ມ້າ​ລາຂອງ​ຊາວ​ເຜົ່າຣາລາຍ​ແມ່ນ​ເປັນ​ເອກະລັກ​ສະ​ເພາະ ​ແລະ ອຸດົມສົມ​ບຸນ​ທີ່​ສຸດ. ນີ້​ແມ່ນ​ບັນດາ​ຜະລິດ​ຕະພັນ​ທີ່​ສ້າງ​ຄວາມ​ດູດ​ດື່ມ​ເພື່ອ​ພັດທະນາ​ການທ່ອງທ່ຽວ, ພິ​ເສດ​ແມ່ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ“.

​ໂດຍ​ຜ່ານ​ການ​ເວລາ​ຫຼາຍ​ປີ, ດົນຕີ​ແມ່ນ​ອາຫານ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ດ້ານ​ວັດທະນະທຳ​ຂອງ​ຊົນ​ເຜົ່າຣາລາຍ, ນີ້​ກໍ່​ແມ່ນ​ມໍລະດົກວັດທະນະທຳ​ມີ​ຮູບ​ຮ່າງອັນ​ລຳ້​ຄ່າ​ເຊິ່ງຊາວ​ເຜົ່າຣາລາຍ ຮັກສາ​ໄວ້, ​ເພື່ອ​ໃຫ້ສຽງ​ເວົ້າ, ​ວີນຍານ​ຂອງ​ຊາວ​ເຜົ່າ​ຣາລາຍ​ ຍືນ​ຍົງ​ຄົງ​ຕົວ​ກັບ​ການ​ເວລາ​ຕະຫຼອດ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ