(vovworld) - ຊົນເຜົ່າຈຳຂຶ້ນກັບໝວດພາສາ ມາລາຍ-ດາດ໋າວ (ລະບົບພາສານາວດ໋າວ) ແລະ ມີການພົວພັນເຊື້ອຍາດພົງພັນກັບຊາວເຜົ່າຣາລາຍ (Raglai), ເອເດ (Ede), ຈູຣູ (Churu) ແລະ ຊາວເຜົ່າ ຢາຣາຍ ຢູ່ ຫວຽດນາມ. ຊາວເຜົ່າຈຳ ມີຫລາຍຈຸດທີ່ຄ້າຍຄືນກັນກັບຊາວ ອິນໂດເນເຊຍ, ມາເລເຊຍ, ບຣູໄນ…. ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້. ເຂົາເຈົ້າດຳລົງຊີວິດຢູ່ເຂດແຄມທະເລທາງທິດໃຕ້ພາກກາງຫວຽດນາມ ແລະ ສ້າງເປັນພື້ນຖານວັດທະນະທຳທີ່ອຸດົມສົມບູນດ້ວຍຜົນສະທ້ອນຈາກວັດທະນະທຳ ອິນເດຍ.
ຊາວເຜົ່າຈຳກະກຽມງານບຸນຣາມາດານ
ພາບ:internet
|
ປະຈຸບັນ ຊົນເຜົ່າຈຳ ຢູ່ ຫວຽດນາມ ມີພົນລະເມືອງກວ່າ 160.000 ຄົນ ແລະ ດຳລົງຊີວິດຢູ່ບັນດາແຂວງຄື: ນີງທ້ວນ, ບີ່ງທ້ວນ ແລະ ສ່ວນຫນຶ່ງແມ່ນຢູ່ແຂວງ ຟູອຽນ, ບີ່ງດີ້ງ, ອານຢາງ, ໄຕນີງ ແລະ ນະຄອນໂຮ່ຈິມີນ. ຊາວເຜົ່າຈຳ ລວມມີຫລາຍໝວດທ້ອງຖິ່ນ, ແຕ່ລະໝວດມີຈຸດພິເສດສະເພາະກ່ຽວກັບສາສະຫນາ, ການເຊື່ອຖືສາສະຫນາ, ວັດທະນະທຳທີ່ແຕກຕ່າງກັນ. ບັນດາໝູ່ບ້ານຊາວເຜົ່າຈຳ ຖືກຕັ້ງກະແຈກກະຈາຍຢູ່ແຄມທະເລທາງທິດໃຕ້ພາກກາງຫວຽດນາມ. ມີບາງໝູ່ບ້ານຕັ້ງຢູ່ອ້ອມແອ້ມຫໍທຳມະແລະ ບາງໝູ່ບ້ານຢູ່ອ້ອມແອ້ມວັດວາອາຮາມທີ່ເກົ່າແກ່. ໃນນັ້ນ ການເຄື່ອນໄຫວໄຫວ້ບູຊາຂອງບາງໝູ່ບ້ານລ້ວນແຕ່ໄດ້ຮັບການຈັດຕັ້ງຂຶ້ນຢູ່ວິຫານທາດ. ສາຍເຫດທີ່ສ້າງຄວາມແຕກຕ່າງກັນນັ້ນກໍຍ້ອນວ່າ ບັນດາໝູ່ບ້ານຊາວເຜົ່າຈຳ ເຊື່ອຖືສາສະຫນາແຕກຕ່າງກັນ. ຕາມທ່ານ ເລຢູຍດ້າຍ, ຫົວຫນ້າພະແນກຄົ້ນຄ້ວາ ແລະ ຮຽບຮຽງວັດທະນະທຳ ຫວຽດນາມ, ສັງກັດຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ ແລ້ວ, ຊາວເຜົ່າຈຳ ຢູ່ຫວຽດນາມ ລວມມີ 4 ໝວດ.
“ໂດຍອີງໃສ່ສາສະຫນາ, ຢູ່ ຫວຽດນາມ, ຊາວເຜົ່າຈຳ ຖືກແບ່ງເປັນ 4 ໝວດ. ທີຫນຶ່ງ ແມ່ນໝວດເຜົ່າຈຳບາລາມົນ, ປະຈຸບັນ, ນັກວິທະຍາສາດຈຳນວນຫນຶ່ງສະເໜີໃຫ້ເອີ້ນວ່າເຜົ່າຈຳໄດ້ຮັບຜົນສະທ້ອນຈາກສາສະຫນາບາລາມົນ . ໝວດຊາວເຜົ່າຈຳນີ້ ກວມອັດຕາສ່ວນຫລາຍ. ໝວດຊົນເຜົ່າທີ 2 ກວມອັດຕາຫລາຍພໍສົມຄວນ ນັ້ນແມ່ນໝວດ ເຜົ່າຈຳບານີ ໝາຍເຖິງຊົນເຜົ່າຈຳເຊື່ອຖືສາສະຫນາອິດສະລາມເກົ່າ. ແລະ ໝວດທີ 3 ແມ່ນຊົນເຜົ່າຈຳເຊື່ອຖືສາສະຫນາອິດສະລາມໃຫມ່ ໝາຍເຖິງ ຈຳອິດສະລາມ ແລະ ໝວດຈຳບໍ່ເຊື່ອຖືສາສະຫນາໃດໃນໂລກ ເອີ້ນວ່າ ໝວດຈຳເຮີຣອຍ.”
ແມ່ຍິງຊາວເຜົ່າຈຳ
ພາບ:internet
|
ໝວດຈຳບາລາມົນ ແລະ ບານີ ແມ່ນເຕົ້າໂຮມກັນດຳລົງຊີວິດຢູ່ສອງແຂວງ ຄື: ນີງທ້ວນ ແລະ ບີ່ງທ້ວນ. ຊາວເຜົ່າຈຳບາລາມົນ ຍັງຖືຕົນເອງວ່າແມ່ນຊາວເຜົ່າຈຳເກົ່າ ຫລື ບາຈຳ ເພື່ອຈຳແນກກັບຊາວເຜົ່າຈຳບານີ. ຊາວເຜົ່າຈຳບາລາມົນ ແມ່ນເຊື່ອຖືຫລາຍເທວະດາຂອງສາສະຫນາຮີນດູ, ສ່ວນຊາວເຜົ່າຈຳບານີເຊື່ອຖືສາສະຫນາອິດສະລາມ, ບູຊາເທວະດາ ອາລາ ແລະ ເທວະດາ Mohamed. ເຖິງຢ່າງໃດກໍຕາມ,ສາສະຫນາອິດສະລາມຂອງຊາວເຜົ່າຈຳບານີ ຖືກຜົນສະທ້ອນຈາກທ້ອງຖີ່ນ ດ້ວຍການເຊື່ອຖືບັນດາປັດໄຈພື້ນເມືອງ ແລະ ແຕກຕ່າງກັບສາດສະຫນາອິດສະລາມໃນໂລກ.
ໝວດຊົນເຜົ່າຈຳອິດສະລາມ ເຊື່ອຖືສາສະຫນາອິດສະລາມຕົ້ນຕໍ ຍັງເອີ້ນວ່າ ຈຳອິດສະລາມໃຫມ່ ເພື່ອຈຳແນກກັບຊາວເຜົ່າຈຳບານີ ເຊື່ອຖືສາສະຫນາອິດສະລາມເກົ່າ. ໝວດຊົນເຜົ່ານີ້ ດຳລົງຊີວິດຕົ້ນຕໍຢູ່ແຂວງ ອານຢາງ, ໄຕນິງ, ນະຄອນໂຮ່ຈິມີນ. ເຂົາເຈົ້າແມ່ນບັນດາຊາວເຜົ່າຈຳອົບພະຍົບຈາກຫວຽດນາມໄປຍັງ ກຳປູເຈຍ ແລະ ຍ້ອນບັນດາສາຍເຫດພາວະວິໄສ, ເຂົາເຈົ້າໄດ້ກັບຄືນເມືອດຳລົງຊີວິດຢູ່ເຂດພາກໃຕ້ຫວຽດນາມ. ລຸງ ຫນາວດູ ຊາວເຜົ່າຈຳອິດສະລາມ ຢູ່ ບ້ານ ວັນເລີມ 4 ຕາແສງ ເຟືອກນາມ ເມືອງນີງເຟືອກ ແຂວງ ນີງທ້ວນ ໄດ້ປຽບທຽບຊາວເຜົ່າຈຳອິດສະລາມ ແລະ ຊາວເຜົ່າຈຳບານີ ວ່າ:
“ຊາວເຜົ່າຈຳອິດສະລາມມີ 7 ງານບຸນໃນປີຫນຶ່ງ ແລະ ໃນເດືອນກິນເຈ ຊາວເຜົ່າຈຳອິດສະລາມກິນເຈຕະຫລອດ 30 ວັນ, ເຂົາເຈົ້າຮັບປະທານອາຫານແຕ່ 3 ໂມງເຊົ້າ, ຮອດ 4 ໂມງເຄິ່ງ, ຫລັງຈາກນັ້ນ ເຂົາເຈົ້າອົດອາຫານຈົນຮອດ 5 ໂມງ, 6 ໂມງແລງ. ຕອນຄຳ່ກິນຕາມໃຈມັກ. ສ່ວນເຜົ່າບານີ ກິນເຈໃນເວລາ 3 ວັນ, ຮຸ່ງເຊົ້າເຂົາເຈົ້າຮັບປະທານອາຫານແລ້ວ ອົດອາຫານຈົນຮອດ 6 ໂມງແລງຈຶ່ງໄດ້ກີນອີກ ”
ສ່ວນໝວດຈຳເຮີຣອຍ(H’roi) ດຳລົງຊີວິດຕົ້ນຕໍຢູ່ແຂວງ ບີ່ງດີ້ງ, ຟູອຽນ ບໍ່ຖືກຜົນສະທ້ອນຈາກສາສະຫນາໃດ, ເຂົາເຈົ້າເຊ່ືອຖືປະຖົມບູຮານ ແລະ ມີຫລາຍຈຸດວັດທະນະທຳຄ້າຍຄືກັນກັບຊາວເຜ່ົາບານາ, ເອເດ.
ຄວາມແຕກຕ່າງກັນກ່ຽວກັບສາສະຫນາໄດ້ພາໃຫ້ວັດທະນະທຳ, ຮີດຄອງປະເພນີ, ຊີວິດສັງຄົມຂອງບັນດາໝວດຊາວເຜົ່າຈຳມີຄວາມແຕກຕ່າງກັນ. ທ່ານເລຢູຍດ້າຍ ຍົກຕົວຢ່າງກ່ຽວກັບຄວາມແຕກຕ່າງກັນດັ່ງກ່າວວ່າ:
“ເວົ້າລວມແລ້ວ ບັນດາຊົນເຜົ່າຈຳລ້ວນແຕ່ມີວັດທະນະທຳພື້ນເມືອງຄ້າຍຄືກັນ, ສ່ວນປະຈຸບັນ ມີຈຸດແຕກຕ່າງກັນຢ່າງຈະແຈ້ງ. ຕົວຢ່າງຄື: ໝວດເຜົ່າຈຳບາລາມົນ ແລະ ໝວດເຜົ່າຈຳບານີ ຕາມລະບອບມານດາສິດທິລາດ , ສ່ວນໝວດເຜົ່າຈຳອິດສະລາມ, ແມ່ນຕາມລະບອບບິດາສິດທິລາດ . ສ່ວນເຄື່ອງນຸ່ງຖືແມ່ນຄ້າຍຄືກັນ ແຕ່ສຳລັບດ້ານເຮືອນຢູ່, ໝວດຊາວເຜົ່າຈຳບາລາມົນ ແລະ ຊາວເຜົ່າບານີ ດຳລົງຊີວິດຢູ່ໃນເຮືອນຮ້ານຕຳ່ ປະມານ 35-40 cm. ສ່ວນຊາວເຜົ່າຈຳອິດສະລາມ ຢູ່ ເຈົາດົກ ແລະ ຊາວເຜົ່າຈຳເຮີຣອຍ ດຳລົງຊີວິດໃນເຮືອນຮ້ານສູງ.”
ບັນດາຄວາມແຕກຕ່າງດັ່ງກ່າວໄດ້ສ້າງເປັນຮີດຄອງປະເພນີ, ວັດທະນະທຳຈຳທີ່ອຸດົມສົມບູນ ແລະ ຫລາຍຮູບຫລາຍແບບ. ໃນລາຍການສີສັນ 54 ຊົນເຜົ່າ ອາທິດຫນ້າ ພວກເຮົາຈະແນະນຳບົດທີ່ພາດຫົວເລື່ອງວ່າ: ລະບອບມານດາສິດທິລາດໃນຊົນເຜົ່າຈຳ”.