(vovworld) - ໃນບັນດາພິທີງານບຸນທີ່ກ່ຽວຂ້ອງເຖິງຊີວິດຂອງມະນຸດ ແລະ ຕົ້ນໄມ້ນັ້ນ, ບຸນເຂົ້າຈີ່ ແມ່ນໜຶ່ງໃນບັນດາງານບຸນໃຫຍ່ກວ່າໝູ່ຂອງຊາວເຜົ່າ ຣາລາຍ. ບຸນເຂົ້າຈີ່ພຽງແຕ່ດຳເນີນພາຍຫຼັງລະດູການເກັບກ່ຽວເຂົ້າເທົ່າ ນັ້ນ. ຊາວເຜົ່າ ຣາລາຍ ຈັດງານບຸນນີ້ເພື່ອຂອບຄຸນດິນຟ້າ, ບັນພະບຸລຸດທີ່ໄດ້ເອື້ອອຳນວຍຄວາມສະດວກ ເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ.
ບຸນເຂົ້າຈີ່ຂອງຊາວເຜົ່າຣາລາຍ
(ພາບອິນເຕີແນດ)
ໃນຊີວິດ, ຊາວເຜົ່າຣາລາຍ ເຊື່ອໝັ້ນວ່າ: ໂລກທຳມະຊາດມີເທວະດາຫຼາຍອົງ ແລະ ໃນບັນດາງານບຸນທີ່ກ່ຽວຂ້ອງເຖິງຊີວິດມະນຸດ, ຕົ້ນເຂົ້າແມ່ນັ້ນ, ຟ້າແມ່ນວີນຍານຂອງເຂົ້າແມ່, ແມ່ນອະພິທຳມະຊາດສູງສຸດທີ່ສົ່ງຜົນສະທ້ອນເຖິງ ຊີວິດ ແລະ ການຜະລິດຂອງເຂົາເຈົ້າ. ບຸນເຂົ້າຈີ່ຂອງຊາວເຜົ່າ ຣາລາຍ ຕິດພັນກັບປະເພນີຕ້ອນຮັບຟ້າ ແລະ ວີນຍານເຂົ້າແມ່ຈາກໄຮ່ມາຮ່ວມບຸນເຕັດພ້ອມກັບຄອບຄົວ ແລະ ພາວະນາຂໍໃຫ້ວີນຍານເຂົ້າແມ່ບັນດານ, ຊ່ວຍໃຫ້ຄອບຄົວມີສຸຂະພາບເຂັ້ມແຂງ, ທຳມາຫາກິນໄດ້ຮັບຜົນດີ. ຕາມເຈົ້າກົກເຈົ້າເຫຼົ່າ ຣາລາຍ ແລ້ວ, ພິທີດັ່ງກ່າວແມ່ນມີມາແຕ່ດົນນານແລ້ວ, ແລະ ເຂົາເຈົ້າຈັດຕັ້ງພິທີນີ້ເພື່ອສະແດງຄວາມຮູ້ບຸນຄູນຕໍ່ວີນຍານເຂົ້າທີ່ໄດ້ຂະຫຍາຍຜາຍແຜ່, ບັນດານໃຫ້ມີອາຫານເພື່ອລ້ຽງດູຊີວິດມະນຸດ. ທ່ານ ເມົ໋າກວົກຕ໋ຽນ, ນັກຄົ້ນຄ້ວາຊາວຊົນເຜົ່າ ຣາລາຍ, ໃຫ້ຮູ້ວ່າ:
“ຊາວເຜົ່າ ຣາລາຍ ຖືເປັນສຳຄັນການຜະລິດກກະສິກຳ ແລະ ບຸນເຂົ້າຈີ່ແມ່ນພິທີທີ່ຂາດບໍ່ໄດ້ໃນຊີວິດຂອງຊາວເຜົ່າ ຣາລາຍ. ຈຸດປະສົງຂອງພິທີແມ່ນພາວະນາຂໍໃຫ້ເທວະດາບັນດານໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ເພື່ອໃຫ້ການປູກຝັງໄດ້ຮັບຜົນດີ. ຊາວເຜົ່າ ຣາລາຍ ເຄີຍຈັດຕັ້ງພິທີນີ້ເພື່ອສະແດງຄວາມຮູ້ບຸນຄູນຕໍ່ປະຊາຊົນໃນບ້ານ ທີ່ໄດ້ຊ່ວຍເຫຼືອຄອບຄົວເຂົາເຈົ້າໃນການຜະລິດ, ເກັບກ່ຽວໃນປີ“.
ພິທີບູຊາເທວະດາເຂົ້າ
(ພາບອິນເຕີແນດ)
ເມື່ອຮອດເດືອນ 3, ເດືອນ 4ຂອງທຸກປີ, ໃນຂະນະທີ່ສຽງຟ້າຮ້ອງຕົ້ນລະດູຮ້ອນດັງຂຶ້ນ, ດ້ວຍທັດສະນະດິນຟ້າເລີ່ມປະສານປອງດອງກັນ, ຕົ້ນໄມ້ເກີດດອກອອກໜໍ່ນັ້ນ, ຊາວເຜົ່າ ຣາລາຍ ກໍ່ຈັດບຸນເຂົ້າຈີ່. ເພື່ອກະກຽມໃຫ້ງານບຸນສຳຄັນທີ່ສຸດໃນປີນັ້ນ, ແມ່ຍິງຕ້ອງກະກຽມເຄື່ອງຂອງບູຊາ, ສ່ວນຜູ້ຊາຍເຮັດຕົ້ນເນວ (ຕົ້ນໄມ້ໄຜ່ຢູ່ເທິງແຂວນມັດໃບນັດ, ໝໍ້ດິນໃສ່ປູນຢູ່ໃນເພື່ອຂັບໄລ່ຜີສາງ), ເຮັດອະນາໄມ, ຊັບຊ້ອນເຮືອນຊານເພື່ອຕ້ອນຮັບບັນພະບຸລຸດ, ພໍ່ເຖົ້າ, ແມ່ເຖົ້າມາຮ່ວມງານບຸນ. ບັນຍາກາດຕ້ອນຮັບບຸນເຂົ້າຈີ່ຟົດຟື້ນມ່ວນຊື່ນໃນທົ່ວບ້ານ, ໃນແຕ່ລະເຮືອນຮ້ານຂອງຊາວເຜົ່າ ຣາລາຍ. ໃນງານບຸນເຂົ້າຈີ່ຂອງຊາວເຜົ່າ ຣາລາຍ ຕ້ອງມີໄກ່, ເຂົ້າ, ເຂົ້າເປືອກ, ສາລີ, ໃບພູ, ໝາກຄ້ຽວ, ເຫຼົ້າໄຫ. ນີ້ແມ່ນເຄື່ອງຂອງບູຊາ ເຊິ່ງລູກຫຼານຖະຫວາຍຕໍ່ບັນພະບຸລຸດເພື່ອລາຍງານຜົນແຫ່ງການອອກແຮງງານຢ່າງລຳບາກຂອງຕົນ ແລະ ຂໍເທວະດາອຳນວຍຄວາມສະດວກເພື່ອໃຫ້ການປູກຝັງໄດ້ຮັບຜົນດີ ແລະ ຄອບຄົວມີສຸຂະພາບເຂັ້ມແຂງ.. ພິທີບູຊາວີນຍານເຂົ້າຖືກດຳເນີນໃຕ້ຕົ້ນເນວ. ຊາວເຜົ່າ ຣາລາຍ ຖືວ່າຕົ້ນເນວແມ່ນເຮືອນຂອງເທວະດາເຂົ້າ, ຍ້ອນເຫດນັ້ນເມື່ອຈັດງານບຸນເຂົ້າຈີ່, ທັງໝູ່ບ້ານກໍ່ປະດັບປະດາໃຫ້ຕົ້ນເນວສວຍງາມທີ່ສຸດ, ດ້ວຍຄວາມປາຖະໜາວ່າ, ເທວະດາເຂົ້າຈະບັນດານໃຫ້ລະດູການປູກຝັງໄດ້ຮັບຜົນດີ. ໃນພິທີບູຊາເທວະດາເຂົ້າ, ໝໍຜີເຄີຍອ່ານບົດພາວະນາດ້ວຍເນື້ອຄວາມວ່າ: “ເອີຟ້າ, ປີເກົ່າໄດ້ລວງເລີຍໄປ, ປີໃໝ່ໄດ້ວຽນມາແລ້ວ. ໂດຍໄດ້ຮັບບຸນຄູນຈາກຟ້າ, ພໍ່ແມ່ປະຊາຊົນຈຶ່ງມີສຸຂະພາບເຂັ້ມແຂງ, ມີເຄື່ອງກິນຂອງນຸ່ງ. ຂໍໃຫ້ຟ້າເປັນສັກຂີພິຍານ ແລະ ສະເຫວີຍເຄື່ອງຂອງບູຊາ“. ພາຍຫຼັງໝໍຜີທຳພິທີພາວະນາສຳເລັດແລ້ວ, ຊາວເຜົ່າ ຣາລາຍ ກໍ່ພາກັນດື່ມເຫຼົ້າ. ເຫຼົ້າຕ້ອງດື່ມໃຫ້ໝົດ, ທຸກຄົນໃນຄອບຄົວຈຶ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ. ເຂົາເຈົ້າທັງກິນເຫຼົ້າ, ທັງຂັບຮ້ອງໃນສຽງຄ້ອງມ້າລາຢ່າງຟົດຟື້ນມ່ວນຊື່ນຕະຫຼອດຄືນ. ທຸກຄົນໃນວົງຕະກຸນລ້ວນແຕ່ຈັດຕັ້ງພິທີງານບຸນເຂົ້າຈີ ແລະ ຖືວ່ານີ້ແມ່ນງານບຸນຕົ້ນປີ. ເຈົ້າກົກເຈົ້າເຫຼົ່າ ມັງແຄ, ຊົນເຜົ່າ ຣາລາຍ, ໃຫ້ຮູ້ວ່າ:
“ຄອບຄົວໃດກໍ່ຈັດບຸນເຂົ້າຈີ່, ດ້ວຍຄວາມປາດຖະໜາຢາກໃຫ້ລູກຫຼານໃນບ້ານໄດ້ຮັບຜົນໃນການປູກຝັງ. ເມື່ອເຮົາຮູ້ບຸນຄູນຕ່ໍບັນພະບຸລຸດ, ພໍ່ເຖົ້າ, ແມ່ເຖົ້າ, ເຂົາເຈົ້າກໍ່ຈະບັນດານໃຫ້ເຮົາມີເຄື່ອງກິນຂອງນຸ່ງ“.
ຍັງມີຈຸດພິເສດໜຶ່ງອີກໃນງານບຸນເຂົ້າຈີ່ຂອງຊາວເຜົ່າ ຣາລາຍ ນັ້ນແມ່ນໃນງານບຸນຕ້ອງມີໄຟຢ່າງເດັດຂາດ. ຊາວເຜົ່າຣາລາຍຖືສຽງແຄນ, ສຽງຄ້ອງມ້າລາແມ່ນຄຳເຊື້ອເຊີນຊາວບ້ານມາຮ່ວມງານບຸນພ້ອມກັບຄອບຄົວ, ສ່ວນໄຟແມ່ນ “ຂອງເຂັດ“ ເພື່ອເຊີນບັນພະບຸລຸດ, ພໍ່ເຖົ້າ, ແມ່ເຖົ້າມາຮ່ວມບຸນເຂົ້າຈີ່. ພາຍຫຼັງເຮັດວຽກຢາກລຳບາກມາເປັນເວລາໜຶ່ງປີ, ປະຊາຊົນໃນບ້ານຈຶ່ງມີໂອກາດພົບປະກັນໃນການເຄື່ອນໄຫວປະຊາຄົມເຊັ່ນ: ແຂ່ງຂັນກັນຕົ້ມເຂົ້າຫຼາມ, ຕຳ່ເຂົ້າ, ຕົ້ມເຫຼົ້າໄຫ, ຍິງທະນູ ສະແດງເຄື່ອງດົນຕີພື້ນເມືອງ... ງານບຸນຍັງແມ່ນໂອກາດເພື່ອໃຫ້ປະຊາຊົນໃນວົງຕະກຸນເຕົ້າໂຮມ, ຢື້ຢາມຖາມຂ່າວກັນ. ຄວາມຂັດແຍ່ງກັນໃນວົງຕະກຸນລ້ວນແຕ່ໄດ້ຮັບການແກ້ໄຂເມື່ອທຸກຄົນພ້ອມກັນກິນເຫຼົ້າໄຫ, ບູຊາບັນພະບຸລຸດ, ຈາກນັ້ນເພີ່ມທະວີຄວາມສາມັກຄີໃນປະຊາຄົມກວ່າອີກ.