ບຸນເຂົ້າໃຫມ່ຂອງຊາວເຜົ່າຜູ້ໄທ

(vovworld)- ລຽບ​ຕາມສອງ​ຟາກ​ທາງ​ເຂົ້າ​ໄປຕາ​ແສງ​ ​ເມື່ອງຟັງ, ​ເມືອງ​ດ້ຽນບຽນ ​ແມ່ນ​ບັນດາ​ທົ່ງ​ນາ​ຍາວ​ຢຽດທີ່​ສຸກເຫລືອງ​ອາ​ຮາມ. ລະ​ດູ​ນີ້ ຊາວ​ເຜົ່າ​ຜູ້​ໄທ ຢູ່ ​ເມື່ອ​ງຟັງ ຄອບຄົວ​ໃດ​ກໍ​ກະກຽມ​ເພື່ອ​ເຮັດບຸນ​ເຂົ້າ​ໃຫມ່, ຊື່​ງ​ແມ່ນ​ຮີດຄອງ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ ​ຊື່​ງຊາວ​ເຜົ່າ​ຜູ້​ໄທຍັງ​ຄົງຮັກສາ​ໄວ້​ໄດ້.

ບຸນເຂົ້າໃຫມ່ຂອງຊາວເຜົ່າຜູ້ໄທ - ảnh 1
ພໍ່ແມ່ປະຊາຊົນ ຮູດເຂົ້າກຽມເຮັດບຸນເຂົ້າໃຫມ່
ພາບ:lehoi.cinet.vn

        ມື້​ນີ້ ຄອບຄົວ​ລຸງ ກວາງ​ວັນ​ຕູນ ຢູ່ ບ້ານ​ບົວ, ຕາ​ແສງ ​ເມື່ອ​ງຟັງ ​ເຮ​ັດບຸນ​ເຂົ້າ​ໃຫມ່ ເພື່ອ​ເຊື້ອ​​ເຊີນ​ອ້າຍ​​ເອື້​ອຍນ້ອງ, ລູກ​ຫລານ​ໃນ​ວົງ​ຕະກຸນ​ມາຮ່ວມ​ກັບ​ຄອບຄົວ​ ຕ້ອນຮັບ​ລະດູ​ການ​ເກັບ​ກ່ຽວ​ໃຫມ່. ​ເມື່ອ​ຈັບ​ຈອກ​ເຫລົ້າ, ລຸງ​ຕຸ​ນ​​ ຮູ້ສຶກ​ເບິ​ກບານ​ມ່ວນ​ຊ່ືນ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ທຸກ​ຄົນ​ທີ່ໄດ້​ມາ​ຮ່ວມ​ກັບ​ຄອບຄົວຂອງ​ຕົນ.

        “ຂ້າພະ​ເຈົ້າ​ຂອບ​ອົກ​ຂອບ​ໃຈ​ໝົດ​ທຸກ​ຄົນ​ທີ່​ໄດ້​ມາ​ຮ່ວມ​ສຸກ​ກັບ​ຄອບຄົວ. ຂໍ​ເຊີນ​ລຸງ, ປ້າ, ອາວ, ອາ ອ້າຍ​​ເອື້ອຍ ຍົກ​ຈອກ​ອວຍພອນໝົດ​ທຸກ​ຄົນ​ມີ​ສຸຂະ​ພາບ​​ແຂງ​ແຮງ, ໝັ້ນຍືນ.”

        ທຸກ​ຄົນ​ມີຫນ້າ​ຢູ່​ທີ່​ນີ້​ລ້ວນ​ແຕ່​ຍົກ​ຈອກ​ ອວຍພອນ​ໃຫ​້​ ຄອບຄົວ​ລຸງ​ຕຸ​ນມີໂຊກມີ​ໄຊ. ລຸງ ຫລໍ່ວັນ​ບູນ, ​ເພື່ອນ​ບ້ານ​ຂອງ​ຄອບຄົວ​ລຸງ​ຕູນໃຫ້​ຮູ້​ວ່າ: ບຸນ​ເຂົ້າ​ໃຫມ່​ມີ​ຄວາມ​ໝາຍສຳລັບ​​ແຕ່​ລະ​ຄອບຄົວ​ຊາວ​ເຜົ່າ​ຜູ້​ໄທ​ຢູ່​ເມື່ອງ​ຟັງ ສະ​ນັ້ນ ​ເຖິງ​ວ່າ​ຂ້ອງຄາ​ກັບວຽກ​ງານກໍ​ຕາມ ​ແຕ່​ຕ້ອງ​ຍາດ​ເວລາ​ເພື່ອ​ມາ​ຮ່ວມ​ກັບ​ຄອບຄົວ​ລຸງ​ຕູ​ນ.

        “ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ອ້າຍ​ຕູນ ມື້​ນີ້ ຂ້າພະເຈົ້າມາ​ອວຍພອນຄອບຄົວ​ອ້າຍ​ຕູນໄດ້ຮັບໂຊກຮັບໄຊ, ເຂົ້າເຕັມກະຖັງ.. ແຂກມາຮ່ວມມື້ນີ້ ສ່ວນຫລາຍບໍ່ຖືສິ່ງຂອງໃດໄປ ນຳ ພຽງ​ແຕ່​ມາ​ອວຍພອນ​ຄອບຄົວ​​ເຈົ້າ​ພາບເທົ່າ​ນັ້ນ.”

        ຊາວ​ເຜົ່າ​ຜູ້​ໄທ​ເຄີ​ຍຖື​ວ່າ: ​ເພື່ອ​ໃຫ້​ມີ​ລະດູ​ການ​ເກັບ​ກ່ຽວ​​ເຂົ້າໄດ້​ຮັບ​ຜົນ​ດີ, ການ​ຊ່ວຍດົນ​ບັນດານຂອງ​ບັນພະບຸລຸດ, ດິນ​ຟ້າ​ອາກາດ​ແມ່ນ​ສຳຄັນ​ທີ່​ສຸດ. ສະ​ນັ້ນ ກ່ອນ​ລະດູ​ເກັບ​ກ່ຽວ, ບັນດາ​ຄອບຄົວ​ລ້ວນ​ແຕ່​ເຮັດບຸນ​ເຂົ້າ​ໃຫມ່ ດ້ວຍ​ຄວາມ​ປາດ​ຖະຫນາ​ຢາກສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນພະບຸລຸດ, ດິນ​ຟ້າ​ອາກາດ. ​ອ້າຍ​ເດືອ​ງວັນ​ລຽນ ​ໃຫ້​ຮູ້​ວ່າ:

        “​ຄອບຄົວ​​ໃດ​ກໍຈັດ​ບຸນ​ເຂົ້າ​ໃຫມ່. ​ໃນ​ພາ​ເຂົ້າ​, ຊາວ​ເຜົ່າ​ຜູ້​ໄທ​ເຄີຍ​ກະກຽມ​ອາຫານ​ທຸກ​​ເຍື່ອງເພື່ອ​ໃຫ້​ທຸກ​ຄົນ​ຮັບ​ປະທານ, ສ່ວນ​ເຄື່ອງ​ບູຊາ ຕ້ອງ​ມີ​ໄກ່​ຜູ້ໂຕ​ຫນຶ່ງ ພ້ອມ​ດ້ວຍ​ມັນ​ຕົ້ນ, ມັນ​ດ້າງ, ໝາກ​ໄມ້.. ​ເພື່ອ​ເຊື້ອ​ເຊີນ​ບັນພະບຸລຸດ, ຍາດຕິ​ພີ່​ນ້ອງ.”

ບຸນເຂົ້າໃຫມ່ຂອງຊາວເຜົ່າຜູ້ໄທ - ảnh 2
ພິທີບູຊາໃນວັນເຮັດບຸນເຂົ້າໃຫມ່
ພາບ:lehoi.cinet.vn

        ບຸນ​ເຂົ້າ​ໃຫມ່ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປູ່​ຍາຕາ​ຍາຍ, ພໍ່​ແມ່​ຕັກ​ເຕືອນ​​ລູກ​ຫລານຕ້ອງ​ເຄົາລົບ​ນັບ​ຖືການ​ອອກແຮງ​ງານ, ຫລັກ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ. ສະ​ນັ້ນ ​ເຖິງ​ວ່າ ຂ້າງ​ຄາ​ກັບ​ວຽກ​ງານ​ແນວ​ໃດກໍ​ຕາມ, ​ແຕ່​ລູກ​ຫລານ​ຍັງ​ຄົງ​ພະຍາຍາມ​ຍາດ​ເວລາກັບ​ມາ​ເຕົ້າ​ໂຮມກັບ​ຄອບຄົວ​ໃນ​ມື້ບຸນ​ເຂົ້າ​ໃຫມ່. ອ້າຍ​ຫລໍ່​ວັນ​ຢູງ, ຫລານ​ຂອງ​ລຸງ​ຕູນ​ໃຫ້​ຮູ້​ວ່າ:

        “ກໍ​ເຊັ່ນ​ດຽວກັນ​ກັບ​ທຸກ​ຄອບຄົວ​ໃນ​ເມື່ອ​ງຟັງ​ນີ້ ປີ​ໃດ​ເມື່ອ​ຮອດ​ລະດູ​ເກັບ​ກ່ຽວ ​ແຕ່​ລະ​ຄອບຄົວ​ລ້ວນ​ແຕ່​ເຮັດ​ບຸ​ນ​ເຂົ້າ​ໃຫມ່. ຮີ​ດຄອງ​ປະ​ເພນີ​​ດັ່ງກ່າວແມ່ນ​ສືບ​ທອດ​ຈາ​ກຄົນ​ລຸ້ນກ່ອນ. ນີ້​ແມ່ນ​ຈຸດ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາວ​ກະສິກອນຢູ່​ເມື່ອ​ງຟັງ.

        ຊາວ​ເຜົ່າ​ຜູ້​ໄທ​ມີ​ວິທີສະ​ແດງ​ຄວາມ​ເຄົາ​ລົບ​ນັບຖື​ຕໍ່ບັນພະບຸລຸດ​ພິ​ເສດ​ທີ່​ສຸດ. ນອກຈາກ​ເຄື່ອງ​ບູຊາ​ຄື: ຊີ້ນ​ໝູ, ​ໄກ່, ໝາກ​ໄມ້ນາ​ໆ​ຊະນິດ​​ແລ້ວ, ​ໃນພາ​ເຂົ້າ​ຖະຫວາຍ​ບູຊາຍັງ​ມີ​ຖ້ວຍ​ເຂົ້າ​​ໃຫມ່ອີກ​ດ້ວຍ.​ ແລະ ວັນ​ເວລາເຮັດບຸນ​ເຂົ້າ​​ໃຫມ່​ກໍ​ບໍ່ຖືກ​ກຳນົດ. ອີງ​ຕາມ​ແຕ່​ລະ​ຄອບຄົວ, ​ແຕ່​ລະ​ວົງ​ຕະກຸນ, ສະ​ນັ້ນ ​ແຕ່​ລະ​ຄອບຄົວ​ເຮັດ​ບຸນ​ເຂົ້າ​ໃຫມ່​ໃນ​ມື້​ແຕກ​ຕ່າງ​ກັນ ​ແຕ່​ມີ​ຈຸດ​ລວມ ນັ້ນ​ແມ່ນ​ຊາວ​ເຜົ່າ​ຜູ້​ໄທ​ເລືອກ​ເຟັ້ນມື້​ເຮັດບຸນ​ເຂົ້າ​​ໃຫມ່ ​​ແມ່ນ​ມຸ່ງ​ໄປ​ສູ່​ ປູ່​ຍ່າ​ຕາ​ຍາຍ​ຂອງ​ຕົນ. ທ່ານ ຫລໍ່​ວັນ​ບຽນ, ​ເລຂາ​ຄະນະ​ພັກ​ຕາ​ແສງ ​ເມື່ອ​ງຟັງ ​ໃຫ້​ຮູ້​ວ່າ:

        “ທຳ​ມະ​ດາຊາວ​ເຜົ່າ​ຜູ້​ໄທ ​ໃນ10 ມື້​​​ໃດເຮັດ​ພິທີບູຊາ​ເທື່ອ​ຫນຶ່ງ. ​ຄອບຄົວ​ຮັ່ງມີ​ກ່ວາ​ແມ່ນ​ໃນ 5 ມື້​​​ເຂົາ​ເຈົ້າເຮັດພິທີ​ບູຊາ​ເທື່ອ​ຫນຶ່ງ. ກ່ອນທີ່​ທຳ​ການ​ເກັບ​ກ່ຽວ, ຊາວ​ເຜົ່າ​ຜູ້​ໄທ​ເຄີຍ​ຈັດ​ບຸນ​ເຂົ້າ​ໃຫມ່ ​ເພື່ອ​ຖະຫວາຍ​ເຂົ້າ​ໃຫມ່​ຕໍ່ບັນພະບຸລຸດຂອງ​ຕົນ​ກ່ອນ.”

        ຊາວ​ເຜົ່າ​ຜູ້​ໄທ​ຖືບຸນ​ເຂົ້າ​ໃຫມ່​​ເປັນ​ສຳຄັນ ​ແລະ ​ໄດ້​ຮັບ​ການ​ຮັກສາ​ ແລະ ສືບ​ທອດ​ຈາກ​ຄົນ​ລຸ້ນນີ້​ໄປ​ສູ່​ຄົນ​ລຸ້ນອື່ນ. ບຸນ​ເຂົ້າ​ໃຫມ່ ທັງ​ສ່ອງ​ແສງ​ໃຫ້​ເຫັນ​ການ​ເຫລື້ອ​ມ​ໃສ​ດ້ານຈິດ​ວິນ​ຍານ, ທັງ​ສະ​ແດງ​ໃຫ້​ເຫັນ​ຈຸດ​ວັດທະນະທຳ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ລັກສະນະ​​ວັດທະນະທຳ​ມະນຸດ ​ແລະ ມີ​ຄວາມ​ໝາຍ​ສັງຄົມຢ່າງ​ເລິກ​ເຊິ່ງ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ອ້າຍ​​ເອື້​ອຍນ້ອງ​ໃນ​ຄອບຄົວຂອງ​ຕົນ​ກໍ​ຄື​ຄອບຄົວ​ແກ່ວ​ດອງ, ​ເພື່ອນ​ບ້ານ​ໃກ້​ຄຽງ​​ໄດ້ເຕົ້າ​ໂຮມ​​ໂອ້​ລົມ​ນຳ​ກັນ​ກ່ຽວກັບ​ການ​ທຳ​ມາ​ຫາ​ກິນ, ວິທີສ້າງ​ຄອບຄົວ​ໃຫ້​ມີ​ຄວາມ​ອີ່ມ​ຫນຳ​ສຳລານສົມບູນ​ພູນ​ສຸກ ​ແລະ ຮັດ​​ແຫນ້ນ​ຄວາມ​ສາມັກຄີ​ລະຫວ່າງ​ຄອບຄົວ​ໃນບ້ານ​ເມືອງ​.



ຕອບກັບ

ຂ່າວ/ບົດ​ອື່ນ