ບຸນເຕັດ Chol Chnam Thmay ຂອງຊາວເຜົ່າຂະແມ

ບຸນເຕັດ Chol Chnam Thmay ຂອງຊາວເຜົ່າຂະແມ - ảnh 1
(ພາບປະກອບ)

(vovworld) - Chol Chnam Thmay ຫຼື​ເອີ້ນ​ວ່າ​ບຸນປີ​ໃໝ່​ຂອງ​ຊາວ​ເຜົ່າ ຂະ​ແມ, ​ແມ່ນ​ງານ​ບຸນ​ໃຫຍ່ທີ່ໄດ້​ຮັບ​ການ​ລໍຖ້າ​ທີ່​ສຸດ​ໃນ​ປີ. ບຸນ​ເຕັດ​ Chol Chnam Thmay ມີ​ຄວາມ​ໝາຍ​ຕ້ອນຮັບ​ປີ​ໃໝ່, ຢຸດຕິ​ລະດູ​ແຫ້ງ​ແລ້ງ​ເພື່ອ​ກະກຽມ​ກ້າວ​ເຂົ້າ​ສູ່​ລະດູ​ການໃໝ່ ​​ແລະຈະ​ແກ່ຍາວ​​ເປັນ​ເວລາ 3 ວັນ. ຕາມ​ປະຕິທິນ​ຂອງ​ຊາວ​ເຜົ່າ ຂະ​ແມ, ບຸນ​ເຕັດ​ Chol Chnam Thmay ​ແມ່ນຖືກ​ດຳ​ເນີນ​ກາງ​ເດືອນ​ເມສາ.

        ​ໃນ​ເດືອນ​ເມສາ, ​ເວລາ​ທີ່​ຊາວ​ເຜົ່າ ຂະ​ແມ​ຢູ່​ພາກ​ໃຕ້​​ສຳ​ເລັດ​ລະດູ​ການ​ເກັບ​ກ່ຽວ, ​​​ນີ້​ກໍ່ແມ່ນ​ເວລາ​ສິ້ນ​ສຸດ​ລະດູ​​ແຫ້ງ​ແລ້ງ ​ແລະ ກ້າວ​ເຂົ້າ​ສູ່​ລະດູຝົນ. ຝົນຕົກ​ຍາມ​ຕົ້ນ​ລະດູ​ເຮັດ​ໃຫ້​ຕົ້ນ​ໄມ້​ໃບ​ຫຍ້າ​ຂຽວ​ສົດ​ງົດ​ງາມ, ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ໃໝ່. ກ່ອນບຸນ​ເຕັດ​ Chol Chnam Thmay ປະມານ​ເຄິ່ງ​ເດືອນ, ຊາວ​ເຜົ່າ ຂະ​ແມ​​ເຄີຍກະກຽມ, ສ້ອມ​ແປງ​ເຮືອນ​ຊານ, ​ເຮັດ​ເຂົ້າໜົມ, ຕັດຫຍິບ​ໂສ້ງ​ເສື້ອ​ໃໝ່. ປ້າ ​ແຢງ​ທິລານ, ຊາວ​ເຜົ່າ ຂະ​ແມ​ຢູ່ ຊອກ​ຈັງ, ​ໃຫ້​ຮູ້​ວ່າ:

        “ອ້າຍ​ເອື້ອຍ​ນ້ອງ​​ເຖິງ​ວ່າ​ຈະຢູ່​ຫ່າງ​ໄກປານ​ໃດກໍ່​ກັບ​ເມືອ​ບ້ານ​ຢ້ຽມຢາມ​ພໍ່​ແມ່, ​ເຕົ້າ​ໂຮມ​ກັນ​ຈັດ​ພາ​ເຂົ້າບຸນ​ເຕັດ ​ແລະ ​ໂອ້​ລົມນຳ​ກັນ. ຄອບຄົວ​ໃດ​ກໍ່​ຈັດ​ພາ​ເຂົ້າ​ບູຊາ​ບັນພະບຸລຸດ, ຕ້ອນຮັບ​ບຸນ​ປີ​ໃໝ່, ປະດັບ​ປະດາ​ເຮືອນ​ຊານ​ບ້ານ​ຊ່ອງ​​ໃຫ້​ສະອາດ​ສວຍ​ງາມເພື່ອ​ຕ້ອນຮັບ​ລູກ​ຫຼານ. ກ່ອນ​ທີ່ຈະ​ບູຊາ​ປູ​ຍ່າ​ຕາ​ຍາຍ​ໃນ​ຄອບຄົວ​​, ແມ່ນ​ຕ້ອງ​​​ເຂົ້າວັດທຳພິທີ​ກ່ອນ“.

        ​ໃນ 3 ວັນ​ບຸນ​ເຕັດ​ຂອງ​ຊາວ​ເຜົ່າ ຂະ​ແມ​, ​ແຕ່​ລະ​ວັນ​ກໍ່​ມີ​ຊື່​ເອີ້ນ​ທີ່​ແຕກ​ຕ່າງ​ກັນ ​ແລະ ການ​ເຄື່ອນ​ໄຫວ​ທັງ​ໝົດ​ລ້ວນ​ແຕ່​ຖືກ​ຈັດ​ຕັ້ງ​ໃນ​ວັດ. ວັນ​ທຳ​ອິດ​​ເອີ້ນ​ວ່າ “ມະຫາສົງການ“, ນີ້​ແມ່ນ​ວັນ​ທີ່​ທຸກ​ຄົນ​ເຂົ້າ​ວັດ​ຖະຫວາຍ​ທູບ​ທຽນ, ບູຊາ​ບັນພະບຸລຸດ. ​ໃນ​ມື້​ນີ້, ຊາວ​ເຜົ່າ ຂະ​ແມ​ໃຊ້​ນ້ຳ​ຫອມ​ເພື່ອ​ລ້າງ​ໜ້າ​ໃນ​ຕອນ​ເຊົ້າ, ອາບ​ຮ່າງກາຍ​ໃນ​ຕອນ​​ແລງ ​ແລະ ລ້າງ​ຕີນ​ໃນ​ຕອນ​ຄຳ່. ມື້​ທີ 2 ​ເອີ້ນ​ວ່າ “ວີຣັກ ອວາ​ນາ​ບາດ“, ນີ້​ແມ່ນ​ວັນ​ທຸກ​ຄົນ​ຈະ​ເຮັດ​ວຽກ​ງານ​ກຸສົນ​ສຳລັບ​ຄົນ​ອາພັບ. ມື້​ທີ 3 ​ເອີ້ນ​ວ່າ “ຕະ​ໄງ ລີ​ອາງ ສະກາ“, ນີ້​ແມ່ນ​ວັນ​ທີ່​ທຸກ​ຄົນ​ໃຊ້​ນຳ້​ຫອມ​ເພື່ອ​ສົງ​ນຳ້​ໃຫ້​ພະພຸດທະ​ຮູບ. ​ເຂົາ​ເຈົ້າ​ຖື​ວ່າ​ເຮັດ​ຄື​ແນວ​ນັ້ນ​ຈະ​ມີ​ອາຍຸ​ຍືນ​ຍົງ ​ແລະ ມີ​ຄວາມ​ຜາ​ສຸກ. ​ແລະ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ວັນ​ສຳຄັນ​ທີ່​ສຸດ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນຕໍ່​ພະພຸດ, ບັນພະບຸລຸດ, ປູ​ຍ່າ​ຕາ​ຍາຍ. ກ່ອນ​ບຸນ​ເຕັດ 1 ສັບປະດາ, ​ບັນດາ​ວັດວາ​ອາ​ຮາມຂອງ​ຊາວ​ເຜົ່າ​ ຂະ​ແມ​ຄື​ດັ່ງ​ມີ​ພະລັງ​ຊີວິດ​ໃໝ່. ພະພຸດທະ​ຮູບ, ຫໍ​ບູຊາ​ຕົ້ນຕໍ, ປະຕູ​ໂຂງ​ເຄືອບ​ຄຳ, ບໍລິ​ເວນ​ວັດ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສະຫວ່າງ​ສະ​ໄຫວ. ພະສົງ ​ເຊີນ​ງອກ​ຮວີ່ນ, ຢູ່ ຈ່າ​ວິ​ງ, ​ໃຫ້​ຮູ້​ວ່າ:

ບຸນເຕັດ Chol Chnam Thmay ຂອງຊາວເຜົ່າຂະແມ - ảnh 2
(ພາບປະກອບ)

        “ບັນດາ​ຄູບາອາຈານ​ໃນ​ວັດກໍ່​ກະກຽມ​ຕ້ອນຮັບ​ບຸນ​ເຕັດດ້ວຍ​ວຽກ​ງານ​ຕ່າງໆ, ​ເຊັ່ນ​ເຮັດອະນາ​ໄມ​ໃນ​ບໍລິ​ເວນ​ຂອງວັດ​ໃຫ້​ສະອາດ, ກະກຽມ​ບ່ອນ​ເພື່ອ​ໃຫ້​ປະຊາຊົນ​​ທຳ​ພິທີ​ປ້ານ​ພູ​ຂີ້​ຊາຍໃນ​ 3 ວັນຂອງ​ບຸນ​ເຕັດ. ສິ່ງ​ດັ່ງກ່າວ​ແມ່ນ​ຊ່ວຍ​ໃຫ້​ປະຊາຊົນ​​ເຮັດບຸນ​, ທັງ​ຮັກສາ​ປະ​ເພນີ​ທີ່​ມີ​ມາ​ແຕ່​ບູຮານຂອງ​ຊາວ​ເຜົ່າ​ຂະ​ແມ“.

        ປະ​ເພນີ​ຕົບທາດ​ຊາຍ​ແມ່ນ​ຂາດ​ບໍ່​ໄດ້​ໃນ​ບຸນ​ເຕັດ Chol Chnam Thmay ຂອງ​ຊາວ​ເຜົ່າ​ຂະ​ແມ. ປະ​ເພນີ​ນີ້​ຖືກ​ເອີ້ນ​ວ່າ Anisang Pun Phnom Khsach. ພິທີ​ທັງ​ໝົດ​ທີ່​ດຳ​ເນີນ​ໃນ 3 ວັນ​ຂອງບຸນ​ເຕັດ Chol Chnam Thmay ລ້ວນ​ແຕ່​ແມ່ນ​ບັນດາ​ບົດຮຽນ​ກ່ຽວ​ກັບ​ວິຖີ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ​ຂະ​ແມ​ຕາມ​ທິດ​ສະ​ດີ​ຂອງ​ພຸດທະ​ສາສະໜາ. ບໍ່​ພຽງ​ແຕ່​ປະຕິບັດ​ພິທີ​ຕ່າງໆ​ໃນ​ວັດ​ເທົ່າ​ນັ້ນ, ຫາກຊາວ​ເຜົ່າ ຂະ​ແມ​ຍັງ​ເຊີນ​ບັນດາ​ຄູບາ​ອາຈານ​ມາ​ສວດ​ມົນ​ໃນ​ຄອບຄົວ​ຂອງ​ຕົນ​ອີກ​ດ້ວຍ.
​ໃນ​ໂອກາດ​ຕົ້ນລະດູບານ​ໃໝ່, ຂໍ​ອວຍພອນ​ໃຫ້​ຊາວ​ເຜົ່າ ຂະ​ແມ​ທຸກ​ຄົນ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຈະ​ເລີ​ນ, ສະຫວັດດີ​ພາບ, ປາຖະໜາ​ສິ່ງ​ໃດ​ຂໍ​ໃຫ້​ໄດ້​ສິ່ງ​ນັ້ນ“.

     

ບຸນເຕັດ Chol Chnam Thmay ຂອງຊາວເຜົ່າຂະແມ - ảnh 3
(ພາບປະກອບ)

        ບຸນ​ເຕັດ Chol Chnam Thmay ມີ​ບົດບາດ​ສຳຄັນ​ໃນ​ຊີວິດ ກໍ່​ຄື​ໃນ​ການ​ເຊື່ອ​ຖື​ຂອງ​ຊາວ​ເຜົ່າ ຂະ​ແມ​ເວົ້າ​ສະ​ເພາະ ​ແລະ ສາສະໜາ​ພຸດ​ນິກາຍ​ນາມ​ຕົງ​ເວົ້າ​ລວມ. ​ໂດຍ​ຕ່າງ​ກັບຊາວ​ກິ​ງ, ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຂອງຊາວ​ເຜົ່າ ຂະ​ແມ​ແມ່ນ​ອີງ​ຕາມ​ແຕ່ລະ​ປີ, ບາງ​ເທື່ອ​​ແມ່ນ​ຕອນ​ເຊົ້າ, ຕອນ​ທ່ຽງ, ຕອນ​ບ່າຍ​, ບາງ​ເທື່ອ​ແມ່ນ​ຕອນ​ຄຳ່. ​ໃນ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ທຸກ​ຄອບຄົວ​ຈູດ​ທູບ​ທຽນ​ເຮັດ​ພິທີ​ສົ່ງ ​ເຕ​ໂວ​ດາ​ ປີ​ເກົ່າ ​ແລະ ຕ້ອນຮັບ ​ເຕ​ໂວ​ດາ ປີ​ໃໝ່. ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ ຂະ​ແມ​ພາກ​ໃຕ້, ​ເຂົາ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ເຕ​ໂວ​ດາ ​ແມ່ນ​ເທວະ​ດາ​ໂດຍ​ຟ້າ​ແຖນ​ສົ່ງ​ມາ​ໂລກ​ສົງສານ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ໃຫ້​ປະຊາຊົນ​ໃນ​ເວລາ​ໜຶ່ງ​ປີ. ກໍ່​ເຊັ່ນ​ດຽວ​ກັບ​ບຸນປີ​ໃໝ່​ປະຈຳ​ເຜົ່າ​ອື່ນໆ, ບຸນ​ເຕັດ Chol Chnam Thmay ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ຊາວ​ເຜົ່າ ຂະ​ແມ​ພາກ​ໃຕ້ ​ເພາະວ່າ​ນີ້​ແມ່ນ​ວັນ​​ເປີດ​ສາກ​ປີ​ໃໝ່, ​ເລີ່​ມຕົ້ນ​ລະ​ດູ​ການ​ໃໝ່, ທັງ​ແມ່ນ​ວັນທີ່​ມີ​ຄວາມສຸກ ​ແລະ ​ເບີກບານ​ມ່ວນ​ຊື່ນທີ່​ສຸດ​ໃນ​ປີ.

       

ຕອບກັບ

ຂ່າວ/ບົດ​ອື່ນ