(vovworld) - ດ້ວຍຄວາມນິຍົມ ແລະ ຕິດພັນກັບມ້າ, ຊາວເຜົ່າມົ້ງຈຶ່ງມີກິລາປະເພດໜຶ່ງທີ່ເຕັມໄປດ້ວຍຄວາມອົງອາດກ້າຫານ, ນັ້ນແມ່ນບຸນແຂ່ງມ້າ. ໃນວັນບຸນ “ສີສັນລະດູບານໃໝ່ໃນທົ່ວປະເທດ” ເຊິ່ງຫາກໍ່ຈັດຂຶ້ນຢູ່ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ. ນັກທ່ອງທ່ຽວໄດ້ເຫັນປະຈັກຕາການແຂ່ງມ້າຂອງຊາວເຜົ່າມົ້ງຢູ່ເມືອງບັກຮ່າ, ແຂວງລາວກາຍ. ພາຍຫຼັງຄຳສັ່ງເລີ່ມຕົ້ນການແຂ່ງຂັນຂອງຜູ້ກຳມະການວາງອອກ, ບັນດານັກກິລາໄດ້ຮາບຕົວລົງ, ທັ່ງຕີນໃສ່ຫຼັງມ້າ ເພື່ອໃຫ້ມັນແລ່ນໄວກວ່າໃນສຽງຮ້ອງໂຮລະດົມກຳລັງໃຈຂອງຜູ້ຊົມນັບພັນຄົນ.
ບຸນແຂ່ງມ້າຂອງຊາວເຜົ່າມົ້ງ
(ພາບ: ອິນເຕີແນດ)
ມ້າ 8 ຄູ່ຖືກແບ່ງເປັນ 8 ຖ້ຽວ, ແຕ່ລະຖ້ຽວມີຄູ່ໜຶ່ງຈະແຂ່ງຂັນນຳກັນ. ບັນດານັກກິລາຊາວເຜົ່າມົ້ງຫົວຖືໝວກຢາງ, ຕີນໃສ່ເກີບແພ, ບໍ່ມີເຄື່ອງປ້ອງກັນ, ບໍ່ມີອານມ້າ, ມືກຳສາຍແຫມ, ຂີ່ມ້າແລ່ນໄວບົນເສັ້ນທາງທີ່ເຕັມໄປດ້ວຍຂີ້ຟຸ່ນ. ບັງເອີນກໍ່ມີມ້າພະຍົດບາງໂຕແລ່ນອອກຈາກທາງແຂ່ງຂັນ, ເຮັດໃຫ້ນັກກິລາບັນຊາຍາກທີ່ສຸດ. ບາງເທື່ອເຂົາເຈົ້າກໍ່ຖືກລົ້ມຈາກຫຼັງມ້າລົງຢູ່ທາງລ້ຽວເຮັດໃຫ້ຜູ້ຊົມຮູ້ສຶກສະທ້ານຢ້ານກົວ. ອ້າຍຫວ່າງວັນກວຽດ ແລະ ອ້າຍ ຫວ່າງວັນເກືອງ ຢູ່ບ້ານນາອ໋າງບີ, ຕາແສງນາໂຮ໋ຍ, ເມືອງບັກຮ່າ, ແຂວງລາວກາຍ, ຜູ້ທີ່ຫາກໍ່ສຳເລັດການແຂ່ງມ້າຖ້ຽວທຳອິດ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າຕິດພັນກັບມ້າແຕ່ເວລາຍັງນ້ອຍ, ດັ່ງນັ້ນຂີ່ມ້າກໍ່ບໍ່ຍາກ, ຂ້າພະເຈົ້າຕ້ອງຮັກສາຄວາມດຸນດຽງເພື່ອບໍ່ໃຫ້ລົ້ມລົງຈາກຫຼັງມ້້າ, ເວລາໃດມ້າລ້ຽວຫຼືໄປໃສຂ້າພະເຈົ້າກໍ່ເຂົ້າໃຈເພື່ອບັນຊາມັນແລ່ນໃຫ້ຖືກທາງ“.
”ຢາກນັ່ງໃຫ້ແໜ້ນເທິງຫຼັງມ້າ ແມ່ນຕ້ອງເຂົ້າໃຈນິດໄສຂອງມ້າແຕ່ລະໂຕ. ຂ້າພະເຈົ້າມັກລືບໆຄຳໆ ແລະ ຂີ່ມັນເປັນປະຈຳ, ດັ່ງນັ້ນຈຶ່ງສາມາດແກ້ໄຂຄວາມອ່ອນດ້ອຍຂອງມັນບົນທາງແລ່ນໃນທັນທີໄດ້”.
ກ່ຽວກັບວິທີກຳສາຍແຫມ ແລະ ເລືອກມ້າແຂ່ງຂັນ, ອ້າຍ ຫວ່າງວັນກວຽດ, ໃຫ້ຮູ້ຕື່ມອີກວ່າ:
”ການກຳສາຍແຫມຄືດັ່ງຂັບລົດ, ເຮົາຕ້ອງບັນຊາຄືແນວໃດເພື່ອໃຫ້ມັນແລ່ນຕາມຄວາມຕັ້ງໃຈຂອງຕົນ. ເຮົາຕ້ອງເລືອກມ້າໂຕໃດທີ່ມີຄວາມສະໜິດສະໜົມ, ສາມາດໃກ້ຊິດກັບມັນໄດ້, ມີໜ້າຕາແຈ່ມໃສ, ຕີນຊື່ຖັດ. ເລັບຕີນຕ້ອງຈຸ້ມໃສ່, ໜ້າເອີກລຳ້ສັນ, ຈຶ່ງມີກຳລັງແຮງເພື່ອແລ່ນ ”.
ບຸນແຂ່ງມ້າຂອງຊາວເຜົ່າມົ້ງ
(ພາບ: ອິນເຕີແນດ)
ກ່ອນການແຂ່ງຂັນ, ບັນດານັກກິລາຊາວເຜົ່າມົ້ງຕ້ອງຝຶກແອບເປັນເວລາ 1 ປີ. ທຳອິດເຂົາເຈົ້າຂີ່ມ້າເພື່ອທຳຄວາມຊິນເຄີຍ, ຫຼັງຈາກນັ້ນແມ່ນແລ່ນຊ້າໆ, ຕໍ່ມາຈຶ່ງແລ່ນໄວ. ກ່ອນນີ້ການແຂ່ງມ້າລະຫວ່າງບ້ານຕ່າງໆແມ່ນເຄີຍຈັດຕາມທາງພູ, ແຕ່ປະຈຸບັນແມ່ນຕາມທາງເບຕົງ, ດັ່ງນັ້ນຕ້ອງຕໍ່ເລັບໃຫ້ມ້າເພື່ອຮັບປະກັນໃຫ້ມ້າບໍ່ເຈັບຕີນເວລາແລ່ນຕາມທາງເບຕົງ.
ນອກຈາກໃຫ້ມ້າຟຶກແອບເປັນປະຈຳເພື່ອສາມາດຍາດເອົາໄຊຊະນະນັ້ນ, ຍັງຕ້ອງເບິ່ງແຍງລ້ຽງດູມ້າຢ່າງລະອຽດອີກດ້ວຍ. ເມື່ອເຫັນອ້າຍຫວ່າງວັນເກືອງລືບໆຄຳໆໂຕມ້າຂອງຕົນ, ຈຶ່ງເຂົ້າໃຈໄດ້ວ່າເປັນຫຍັງອ້າຍຂີ່ມ້າໄດ້ງາຍຄືແນວນັ້ນ:
”ຂ້າພະເຈົ້າໃຫ້ມັນກິນຫຍ້າແຕ່ລະມື້ປະມານ 50 ກິໂລກຼາມ ແລະ ສາລີ 0,5 ກິໂລກຼາມ. ເວລາພັກຜ່ອນ, ຂ້າພະເຈົ້າກໍ່ລືບໆຄຳໆ, ເບິ່ງແຍງມັນເພື່ອສ້າງຄວາມສະໜິດຕິດພັນນຳກັນ ແລະ ເຮັດໃຫ້ມ້າຫຼຸດຜ່ອນຄວາມຮ້າຍກາດລົງ ”.
ບຸນແຂ່ງມ້າຂອງຊາວເຜົ່າມົ້ງ
(ພາບ: ອິນເຕີແນດ)
ການແຂ່ງມ້າຂອງຊາວເຜົ່າມົ້ງແມ່ນເລີ່ມມາຈາກຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ, ມ້າເປັນພາຫະນະຂົນສົ່ງສິນຄ້າ ແລະ ຄົນໄປມາ, ຍ້ອນທາງພູກະຕຸກກະຕາດ, ດັ່ງນັ້ນມ້າຕ້ອງໄປຊ້າໆ. ແຕ່ເມື່ອບໍ່ຂົນສົ່ງສິນຄ້າອີກ, ບັນດາຜູ້ຊາຍຊົນເຜົ່າມົ້ງເຄີຍແຂ່ງຂັນກັນໃຫ້ມ້າຜູ້ໃດແລ່ນໄວ ແລະ ແຂງແຮງກວ່າ. ຕໍ່ມາມັນໄດ້ກາຍເປັນການແຂ່ງມ້າລະຫວ່າງໝູ່ບ້ານຕ່າງໆນຳກັນ. ລາງວັນພຽງແຕ່ແມ່ນສຽງຮ້ອງໂຮລະດົມກຳລັງໃຈຂອງພໍ່ແມ່ປະຊາຊົນໃນບ້ານ ແລະ ຜູ້ໄດ້ຮັບໄຊຊະນະພຽງແຕ່ໄດ້ຮັບຍ້ອງຍໍວ່າມີມ້າໂຕດີເທົ່ານັ້ນ.
ການແຂ່ງມ້າທັງມີລັກສະນະພື້ນເມືອງ, ທັງອົງອາດນັ້ນ ໄດ້ກາຍເປັນ
ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າມົ້ງ. ໂດຍແມ່ນບັນດາຜູ້ຊາຍຊາວເຜົ່າມົ້ງທີ່ຊື່ສັດ ແລະ ບັນດາໂຕມ້າໂດຍເຂົາເຈົ້າລ້ຽງເອງ, ແຕ່ລະວັນເຄີຍຂົນສົ່ງເຂົ້າ, ສາລີຈາກໄຮ່ກັບເມືອບ້ານນັ້ນ, ແຕ່ເມື່ອເຂົ້າຮ່ວມການແຂ່ງຂັນມັນໄດ້ສ້າງຄວາມປະທັບໃຈທີ່ດີໃຫ້ແກ່ຜູ້ຊົມດ້ວຍການສະແດງທີ່ດູດດື່ມ ແລະ ງາມຕາ, ຍາກທີ່ຈະຫຼົງລືມໄດ້.