(VOVWORLD) -ປະເພນີ Jue nue (ຕໍ່ສາຍ) ແມ່ນຂະໜົບທຳນຽມໃນການສົມລົດຂອງຊາວເຜົ່າ ເອເດ. ປະເພນີ ນີ້ໄດ້ກຳນົດວ່າ ເມື່ອຜູ້ເປັນຜົວຖືກລ່ວງລັບໄປ, ຜູ້ເປັນເມຍ ມີສິດຮຽກຮ້ອງຄອບຄົວທາງຜົວຕ້ອງສົ່ງນ້ອງຊາຍມາເປັນຜົວແທນ ແລະ ກົງກັນຂ້າມ ເມື່ອຜູ້ເປັນເມຍລ່ວງລັບໄປ, ຜູ້ເປັນຜົວຕ້ອງເອົາຜູ້ສາວຄົນຫນຶ່ງໃນຄອບຄົວຂອງເມຍ, ແລະ ຄົນຜູ້ນັ້ນຕ້ອງຍັງເປັນໂສດ. ປະຈຸບັນ ປະເພນີນີ້ເຖິງວ່າ ມີການປ່ຽນແປງຫລາຍແລ້ວກໍຕາມ ແຕ່ຍັງຄົງຕົວຢູ່ໃນປະຊາຄົມຊາວເຜົ່າ ເອເດ. ບົດຂຽນຂອງນັກຂ່າວ ໂຕຕວນ ທີ່ມີຊື່ວ່າ: ປະເພນີ Jue nue ໃນການສົມລົດຂອງຊາວເຜົ່າ ເອເດ.
ຊາວເຜົ່າເອເດ ພ້ອມກັນດື່ມເຫລົ້າໄຫໃນງານບຸນ |
ປະເພນີ Jue nue ແມ່ນຮີດຄອງປະເພນີໃນການສົມລົດ ແລະ ໄດ້ຮັບການປະຕິບັດດ້ວຍຄວາມສະໝັກໃຈຈາກປະຊາຄົມຊາວເຜົ່າ ເອເດ. ຂະນົບທຳນຽມນີ້ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງຜ່ານການເວລາ ແລະ ໄດ້ກຳນົດຢ່າງຈະແຈ້ງວ່າ: “ຄານເຮືອນຫັກຕ້ອງປ່ຽນແທນ, ແປ້ນເຮືອນເພຕ້ອງປ່ຽນໃຫມ່, ຜູ້ຕາຍແລ້ວຕ້ອງມີຜູ້ອື່ນສືບທອດ”. ກ່ອນນີ້ ປະຊາຄົມຊາວເຜົ່າ ເອເດ ດຳລົງຊີວິດຢູ່ບັນດາເຂດພູສູງ, ຊີວິດການເປັນຢູ່ແມ່ນອີງໃສ່ທຳມະຊາດ ແລະ ຍາມໃດກໍ່ຕ້ອງປະເຊີນຫນ້າກັບໄພທຳມະຊາດ, ໂລກພະຍາດ, ສະນັ້ນ ປະເພນີນີ້ ອະນຸຍາດໃຫ້ຮັກສາການສືບເຊື້ອສາຍ, ກຳລັງແຮງງານເພື່ອປົກປ້ອງໝູ່ບ້ານ, ຮັບປະກັນຊີວິດການເປັນຢູ່ຂອງວົງຄະນາຍາດ. ຊາວເຜົ່າ ເອເດ ຖືລະບອບມານດາສິດທິລາດ, ແມ່ຍິງມີສິດອຳນາດ ແລະ ຕັດສິນຫລາຍບັນຫາສຳຄັນ. ສະນັ້ນ ໃນກໍລະນີ ຜູ້ເປັນຜົວຖືກລ່ວງລັບໄປ, ຜູ້ເປັນເມຍມີສິດຮຽກຮ້ອງຄອບຄົວທາງຜົວຕ້ອງສົ່ງນ້ອງຊາຍມາເປັນຜົວແທນໃຫ້ຜູ້ລ່ວງລັບໄປ. ກົງກັນຂ້າມ ຖ້າຫາກຜູ້ເປັນເມຍຖືກລ່ວງລັບໄປ, ຜູ້ເປັນຜົວຕ້ອງເອົານ້ອງສາວຂອງເມຍ ນ້ອງຄີງຫລືຜູ້ອື່ນໃນວົງຕະກຸນເມຍ) ເພື່ອສືບເຊື້ອສາຍ ແລະ ບັນດາບຸກຄົນເຫລົ່ານັ້ນຖືກເອີ້ນວ່າ ແມ່ນ Nue. ທ່ານ ຫງວຽນກາວທ້ຽນ ນັກຄົ້ນຄ້ວາດ້ານວັດທະນະທຳຊົນເຜົ່າ ໃຫ້ຮູ້ວ່າ:
“ຊາວເຜົ່າ ເອເດ ຍາມໃດກໍ່ຖືຄອບຄົວແມ່ນບ່ອນເພື່ອໃຫ້ພໍ່ເຖົ້າແມ່ເຖົ້າ ພໍ່ແມ່ ແລະ ລູກເຕົ້າ ພ້ອມກັນແບ່ງທຸກແບ່ງສຸກ ໃນນັ້ນ ພໍ່ແມ່ ແມ່ນແຫລ່ງກຳລັງໃນການກຳລົງຊີວິດ ແມ່ນບ່ອນເພິ່ງພາອາໄສຂອງລູກເຕົ້າ. ເລື່ອງຊອກຫາໃຫ້ເດັກອາພັບມີຜູ້ຫນຶ່ງມາປ່ຽນແທນຜູ້ທີ່ລ່ວງລັບໄປ ເພື່ອສັ່ງສອນໃຫ້ພວກຫລານແມ່ນສິ່ງທີ່ມີຄວາມຈຳເປັນທີ່ສຸດ.”
ປະເພນີ Jue nue ບໍ່ພຽງແຕ່ເປັນການຊອກຫາແມ່ ຫລື ພໍ່ ເປັນບ່ອນເພິ່ງພາທາງດ້ານຈິດໃຈໃຫ້ແກ່ພວກເດັກນ້ອຍທີ່ພໍ່ຫລືແມ່ຖືກເສຍຊີວິດ, ຊອກຫາຜົວ ຫລື ເມຍໃຫ້ຜູ້ຍັງມີຊີວິດຢູ່ ເທົ່ານັ້ນ ຫາກຜູ້ສືບທອດຍັງມີຫນ້າທີ່ແທນໃຫ້ຜູ້ທີ່ລ່ວງລັບໄປ ເບິ່ງແຍງດູແລລູກເຕົ້າ, ຄຸ້ມຄອງຊັບສິນ, ທີ່ດິນ ແລະ ຮັກສາຄອບຄົວໄວ້ຄືເກົ່າ. ພ້ອມກັນນັ້ນ ສືບຕໍ່ຮັກສາສາຍພົວພັນສະຫນິດຕິດພັນ, ໝັ້ນຄົງ ຊື່ງສອງຄອບຄົວໄດ້ສ້າງຂຶ້ນ. ຍ້ອນເຫດນັ້ນ ປະເພນີ Jue nue ໄດ້ຮັບຖືວ່າແມ່ນປະເພນີປົກກະຕິຊື່ງວົງຄະນາຍາດປະຕິບັດດ້ວຍຄວາມສະໝັກໃຈ. ໃນກໍລະນີ ຜູ້ເປັນ “nue” ມີຄວາມຜິດດ່ຽງກ່ຽວກັບອາຍຸ, ພຽງແຕ່ຜູ້ເປັນຜົວຫລືເປັນເມຍໃນນາມກໍ່ໄດ້ຮັບການດັດປັບ ແລະ ຖືກກຳນົດຢ່າງຈະແຈ້ງໃນຂະນົບທຳນຽມ: “ຖ້າຫາກຜູ້ເປັນໝ້າຍມີອາຍຸສູງແລ້ວ ແຕ່ຜູ້ມາເປັນຜົວແທນໃຫ້ຜູ້ລ່ວງລັບໄປຍັງຫນຸ່ມຢູ່, ຍັງບໍ່ທັນຕອບສະຫນອງຄວາມຕ້ອງການຂອງຜູ້ເປັນເມຍ (ເປັນຜົວ)ໄດ້, ຜູ້ເປັນໝ້າຍຕ້ອງມີຄວາມຮັບຜິດຊອບລ້ຽງດູ, ສັ່ງສອນ Nue ຄືດັ່ງເດັກນ້ອຍທຳມະດາອື່ນ.” ຂະນົບທຳນຽມ ກໍ່ໄດ້ກຳນົດວ່າ ຜູ້ເປັນໝ້າຍ ຕ້ອງ “ຮູ້ຈັກການປົກປ້ອງ, ລໍຖ້າ Nue ຮອດມື້ໃດມື້ຫນຶ່ງ Nue ຈະປະຕິບັດຫນ້າທີ່ເປັນຜູ້ສືບເຊື້ອສາຍໄດ້.” ຂະນົບທຳນຽມກໍ່ມີບັນດາການກຳນົດກ່ຽວກັບກໍລະນີ Nue ເປັນເມຍ, ຫລືເປັນຜົວ ຍັງມີອາຍຸຕ່ຳ ຫລື ຜູ້ເປັນພໍ່ໝ້າຍ ແມ່ໝ້າຍມີອາຍຸສູງຫລາຍເກີນໄປ ຕ້ອງຊອກເອົາຜູ້ເໝາະສົມກັບ Nue ເພື່ອແທນໃຫ້ Nue ຜົວ ຫລື ເມຍຂອງຕົນ. ຖ້າຜູ້ໃດລະເມີດບັນດາຂໍ້ກຳນົດດັ່ງກ່າວ ແມ່ນລະເມີດຂະນົບທຳນຽມ.
ງານດອງຂອງຊາວເຜົ່າ ເອເດ |
ປະຈຸບັນ, ປະເພນີ Jue nue ຂອງຊາວເຜົ່າ ເອເດ ໄດ້ມີການຫັນປ່ຽນຫລາຍແລ້ວ. ປະເພນີນີ້ ບໍ່ຖືກບັງຄັບອີກ ແຕ່ບົນພື້ນຖານຄວາມສະໝັກໃຈຂອງຜູ້ເປັນພໍ່ໝ້າຍ, ແມ່ໝ້າຍ . ຖ້າຫາກໃນວົງຕະກຸນມີຄວາມເຫັນດີ ເລື່ອງ Jue nue ຈຶ່ງປະຕິບັດໄດ້. ຜູ້ທີ່ໄດ້ຮັບການຄັດເລືອກຈາກພີ່ນ້ອງໃນວົງຕະກຸນເພື່ອສົມລົດກັບເອື້ອຍ, ນອ້ງຂອງເມຍ ຫລື ອ້າຍເຂີຍ, ນ້ອງເຂີຍ ອາດຈະປະຕິເສດການສົມລົດ ຖ້າເຫັນວ່າ ບໍ່ເໝາະສົມກັບຕົນເອງ. ແທນທີ່ການແຕ່ງງານກັບອ້າຍເຂີຍ, ນາງສາວຫລື ຄອບຄົວຂອງນາງຈະລ້ຽງດູລູກຂອງເອື້ອຍຄີງເພື່ອໃຫ້ອ້າຍເຂີຍໄປແຕ່ງງານກັບຜູ້ອື່ນ. ແລະ ອ້າຍເຂີຍຕ້ອງສະຫລະຊັບສິນທັງໝົດ ແລະ ລູກເຕົ້າຊື່ງກອ່ນນີ້ສອງຜົວເມຍໄດ້ສ້າງຂຶ້ນໃຫ້ແກ່ຄອບຄົວຂອງເມຍ. ເຖິງຢ່າງໃດກໍຕາມ, ປະຈຸບັນ ຂະນົບທຳນຽມນີ້ ໄດ້ມີການປ່ຽນແປງຫລາຍແລ້ວ. ທ່ານ ຫງວຽນຈ້ອງຮຸ່ງ, ນັກຄົ້ນຄ້ວາວັດທະນະທຳຊົນເຜົ່າຢູ່ເຂດ ໄຕງວຽນ ຖືວ່າ:
“ຄວນປະໃຫ້ພໍ່ແມ່ປະຊາຊົນຕັດສິນເອງ. ເມື່ອພໍ່ແມ່ປະຊາຊົນເຫັນວ່າບໍ່ຈຳເປັນ ເຂົາເຈົ້າຈະບໍ່ຮັກສາຂະນົບທຳນຽມອີກ ແຕ່ສິ່ງໃດທີ່ເຂົາເຈົ້າເຫັນວ່າ ມີຄວາມຈຳເປັນຕໍ່ຊີວິດ, ການດຳເນີນຊີວິດຂອງເຂົາເຈົ້າ, ແນ່ນອນວ່າ ຍັງຄົງສືບຕໍ່ຮັກສາໄວ້, ພຽງແຕ່ເຮັດແນວໃດມັນສົ່ງຜົນກະທົບເພື່ອໃຫ້ເຂົາເຈົ້າຮູ້ຈັກວ່າ ສິ່ງດັ່ງກ່າວນີ້ມີຄວາມໝາຍສຳລັບວົງຄະນາຍາດ, ເຜົ່າຕົນ.”
ປະຈຸບັນໃນຕົວຈິງແລ້ວ, ເລື່ອງຮັກສາ ແລະ ປົກປ້ອງຄອບຄົວຖືລະບອບມານດາສິດທິລາດຂອງ ຊາວເຜົ່າ ເອເດ ບໍ່ພຽງແຕ່ສະແດງໃຫ້ເຫັນຜ່ານປະເພນີ Jue nue ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນໃນການພົວພັນລະຫວ່າງເອື້ອຍນ້ອງຄີງ ແລະ ລູກເຕົ້າຂອງເຂົາເຈົ້າອີກດ້ວຍ. ໃນວົງຕະກຸນແມ່, ບັນດາແມ່ຍິງ ຍາມໃດກໍ່ຖືລູກເຕົ້າຂອງເອື້ອຍນ້ອງຄິງ ຫລື ເອື້ອຍນ້ອງໃນວົງຕະກຸນຄືດັ່ງລູກຄີງ. ນອກນັ້ນ ບັນດາແມ່ຍິງ, ຜູ້ຊາຍມາເປັນຜົວເມຍ ແທນໃຫ້ຜູ້ຖືກລ່ວງລັບໄປຕາມປະເພນີ ຍັງລ້ຽງດູ, ຄວາມຮັກແພງ ແລະ ເບິ່ງແຍງພວກເດັກນ້ອຍຄືດັ່ງລູກຄີງຂອງຕົນ. ເປັນອັນວ່າ ເລື່ອງບັນດາແມ່ຍິງ, ຜູ້ຊາຍຍອມຮັບເປັນ “nue” ຜົວ “nue” ເມຍ, ເປັນບໍ່ພຽງແຕ່ເລີ່ມມາຈາກຄວາມຮັກແພງເທົ່ານັ້ນ, ຫາກຍັງມີຄວາມຮັບຜິດຊອບ ແລະ ຄວາມຮັກແພງຕໍ່ພວກເດັກນ້ອ