(VOVWORLD) -ໃນການດຳລົງຊີວິດປະຈຳວັນ ຍາກທີ່ຈະຫລີກລ່ຽງຄວາມເຂົ້າໃຈຜິດ, ຫລືເກີດການຂັດແຍ້ງຜິດຖຽງກັນ, ສະນັ້ນ ແຕ່ດົນນານມາແລ້ວ, ຊາວເຜົ່າ ເຊີດັງ ມີປະເພນີຂໍໂທດ ເພື່ອແກ້ໄຂການຂັດແຍ້ງກັນລະຫວ່າງບັນດາບຸກຄົນ, ຄອບຄົວ ແລະ ຊາວບ້ານ. ສິ່ງພິເສດ ເລື່ອງຂໍໂທດໄດ້ຮັບການປະຕິບັດໃນຍາມເຊົ້າຂອງມື້ຕໍ່ມາ ແລະ ເຖິງວ່າ ແມ່ນບັນຫາໃຫຍ່ຫລືນ້ອຍ, ຖ້າປະຕິບັດຄຳຂໍໂທດໃນຈຸດເວລານີ້ ທຸກຄວາມຂັດແຍ້ງກັນຈະໄດ້ຮັບການແກ້ໄຂຢ່າງເຖິງຖອງ. ບົດຂຽນ “ປະເພນີຂໍໂທດໃນຍາມເຊົ້າຂອງຊາວເຜົ່າ ເຊີດັງ” ຂອງນັກຂ່າວ Nhat Lisa.
ງານບຸນປະເພນີຂອງຊາວເຜົ່າ ເຊີດັງ
ພາບ: ອິນເຕັດແນັດ
|
ທ່ານ A Djoa ຢູ່ ບ້ານ 3 ຕາແສງ ເຕີນແກ໋ງ ເມືອງ ດັກໂຕ, ແຂວງ ກອນຕູມ ໃຫ້ຮູ້ວ່າ: ແຕ່ລະມື້ ພໍ່ແມ່ປະຊາຊົນໃນບ້ານ ເຊີດັງ ເຄີຍພົບປະ, ໂອ້ລົມນຳກັນໃນເວລາຫວ່າງງານ, ພັກຜ່ອນຢູ່ເຮືອນ, ເວລາໄປເຮັດໄຮ່ໄຖນາ, ເຂົ້າປ່າ ຫລື ເມື່ອດື່ມເຫລົ້ານຳກັນພາຍຫລັງເຮັດວຽກທີ່ອິດເມື່ອຍໃນເວລາມື້ຫນຶ່ງ.. ໃນຊີວິດປະຈຳວັນ ອາດຈະມີບາງເທື່ອເວົ້າແຮງຕໍ່ກັນ ຫລື ອົດກັ້ນບໍ່ໄດ້ ເຮັດໃຫ້ຜູ້ອື່ນເສຍໃຈໂດຍບໍ່ເຈດຕະນາ. ຮອດກາງຄືນ ເຂົາເຈົ້າຈຶ່ງຄິດໄດ້ວ່າ ວານນີ້ ຜ່ານຄຳເວົ້າຫລືການກະທຳຂອງຕົນໄດ້ສົ່ງຜົນສະທ້ອນເຖິງໝູ່ເພື່ອນ, ເພື່ອນບ້ານໃກ້ຄຽງ. ທ່ານ A Djoa ແບ່ງປັນວ່າ:
“ມື້ກ່ອນນີ້ໃນບ້ານຂອງຂ້າພະເຈົ້າມີຜູ້ຫນຶ່ງເມົາເຫລົ້າ ແລ້ວ ຮ້າຍດ່າຜູ້ອື່ນ, ເຊົ້າມື້ຕໍ່ມາ ຜູ້ນີ້ຕ້ອງມາຫາຜູ້ທີ່ຖືກຮ້າຍດ່າຢູ່ເຮືອນເພື່ອຂໍໂທດ. ຕາມປະເພນີຂອງພວກຂ້າພະເຈົ້າແລ້ວ, ເລື່ອງຂໍໂທດແມ່ນສຳຄັນທີ່ສຸດ. ຖ້າຫາກເຮົາບໍ່ຂໍໂທດ ເຂົາເຈົ້າຈະຄິດວ່າ ເຮົາແມ່ນຄົນບໍ່ດີ, ຍ້ອນໄດ້ມີຄຳທີ່ແຕະຕ້ອງຜູ້ອື່ນ.”
ຕາມປະເພນີຂອງຊາວເຜົ່າ ເຊີດັງ ແລ້ວ, ເລື່ອງຂໍໂທດຕ້ອງປະຕິບັດໃນຍາມເຊົ້າ ຕາມການໄກ່ເກ່ຍຂອງເຈົ້າກົກເຈົ້າເຫລົ່າ ຈຶ່ງບັນລຸໝາກຜົນໄດ້. ທ່ານນາງ Y Ui ຢູ່ບ້ານ Tea Dje Kram ຕາແສງ Dak Ronga ເມືອງ Dak To ແຂວງ ກອນຕູມ ໃຫ້ຮູ້ວ່າ:
“ຕາມປະເພນີແລ້ວ, ເມື່ອໝູ່ບ້ານເກີດການຂັດແຍ້ງໃດຫນຶ່ງ ເຂົາເຈົ້າຕ້ອງມາຂໍໂທດແຕ່ເຊົ້າ. ຜູ້ມີຄວາມຜິດ ຕ້ອງມາຂໍໂທດຜູ້ຖືກແຕະຕ້ອງກ່ອນທີ່ນົກປ່າບິນຜ່ານທາງ. ເຂົາເຈົ້າເອົາໄກ່ມາປີ້ງເພື່ອເຮັດພິທີກຳ, ຫລັງຈາກນັ້ນ ເລີ່ມຕົ້ນການຂໍໂທດກັບຜູ້ຖືກແຕະຕ້ອງ ຊ້ຳບໍ່ໜຳ ເຂົາເຈົ້າຍັງເອົາເຫລົ້າໄຫ, ໄກ່ ເພື່ອມາຂໍໂທດ. ຜູ້ໄກ່ເກ່ຍຕ້ອງແມ່ນເຈົ້າກົກເຈົ້າເຫລົ່າ, ມີບົດບາດອະທິບາຍກ່ຽວກັບຄວາມຜິດຂອງສອງຝ່າຍ, ຝ່າຍໃດມີຄວາມຜິດ ເຈົ້າກົກເຈົ້າເຫລົ່າບອກເຂົາເຈົ້າວ່າຕ້ອງມີຄຳຂໍໂທດ ຊ້ຳບໍ່ຫນຳຍັງປັບໄຫມອີກ. ຜູ້ມີຄວາມຜິດຕ້ອງມີຄຳໝັ້ນໝາຍວ່າຈະບໍ່ມີີຄວາມຜິດອີກ”
ອະທິບາຍກ່ຽວກັບປະເພນີຂໍໂທດໃນຍາມເຊົ້າຂອງຊາວ ເຜົ່າເຊີດັງ, ທ່ານ Aluo ເຈົ້າກົກເຈົ້າເຫລົ່າ Kon Pau ບ້ານ Konwang Ea Yieng Krong Pach ແຂວງ ດັກລັກ ຖືວ່າ: ຍາມເຊົ້າ ແມ່ນຈຸດເວລາ ມີຄວາມໝາຍທີ່ສຸດສຳລັບການໄກ່ເກ່ຍ. ຊ່ວງເວລານັ້ນ ບັນຍາກາດແມ່ນປອດໂປ່ງ ສະຫງົບງຽບ, ຈິດໃຈກໍ່ສະຫວາດສະເຫວີຍກວ່າ, ຄຳຂໍໂທດຂອງເຂົາເຈົ້າແມ່ນຄຳເວົ້າຊື່ຕົງ. ທີສາມ ຜ່ານ ສິ່ງດັ່ງກ່າວ ບັນດາເຈົ້າຖິ່ນເຈົ້າຖານເທວະດາຟ້າແຖນ ຈຶ່ງເຫັນດີເປັນສັກຂິພິຍານ ແລະ ດົນບັນດານສິ່ງທີ່ດີງາມໃຫ້ທັງສອງຝ່າຍ, ຫລີກລ່ຽງຄວາມຂັດແຍ້ງ ຫລື ການປະທະກັນທີ່ອາດຈະເກີດຂຶ້ນ. ດ້ວຍຄວາມໝາຍສັກສິດນັ້ນ ເລື່ອງຂໍໂທດໃນຍາມເຊົ້າຍາມໃດກໍ່ປະສົບຜົນສຳເລັດ, ລົບລ້າງຄວາມຂັດແຍ້ງກັນລະຫວ່າງບັນດາສ່ວນບຸກຄົນ ແລະ ສ້າງຄວາມສະຫນິດຕິດພັນຕື່ມອີກໃນວົງຄະນາຍາດຊາວເຜົ່າ ເຊີດັງ. ທ່ານ Akhao Ea Mao ຕາແສງ Ea Yieng ເມືອງ Krong Pach ແຂວງ ດັກລັກ ໃຫ້ຮູ້ວ່າ:
“ຕອນຄ່ຳມື້ແລ້ວນີ້ ຂ້າພະເຈົ້າກວາດໂຮມງົວເຂົ້າຄອກ ຍ້ອນປະຕູຄອກຖືກຫັກ ມີງົວໂຕຫນຶ່ງ ແລ່ນອອກນອກ ແລະ ເຂົ້າທົ່ງໄຮ່ ຂອງ ທ່ານ Buo Ngok ທຳລາຍສາລີປະມານ 20 ຕາແມັດ. ຮອດເຊົ້າມື້ຕໍ່ມາ ຂ້າພະເຈົ້າໄດ້ໄປເຮືອນທ່ານ Buo Ngok ເພື່ອຂໍໂທດ. ແລະ ເອົາເງິນ 200.000 ດົງໄປນຳເພື່ອກະກຽມການທົດແທນຄວາມເສຍຫາຍ, ແຕ່ທ່ານ Buo Ngok ບໍ່ຮັບ. ເມື່ອຮູ້ວ່າ ຂ້າພະເຈົ້າຂໍໂທດຢ່າງຈິງໃຈ, ແລະ ບໍ່ຕັ້ງໃຈປ່ອຍງົວ, ທ່ານ Buo Ngok ໄດ້ອະໄພໃຫ້ ແລະ ບໍ່ບັງຄັບໃຫ້ຂ້າພະເຈົ້າທົດແທນຄວາມເສຍຫາຍ. ທ່ານ Buo Ngok ຕັດເຕືອນໃຫ້ຂ້າພະເຈົ້າມີຄວາມລະມັດລະວັງກວ່າ. ຂ້າພະເຈົ້າໄດ້ຖອດຖອນບົດຮຽນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ທ່ານ Buo Ngok .”
ປະຈຸບັນ, ເຖິງວ່າ ຊີວິດມີການປ່ຽນແປງຫລາຍຢ່າງກໍຕາມ ແຕ່ຊາວເຜົ່າ ເຊີດັງ ຍັງຄົງຮັກສາປະເພນີຂໍໂທດໃນຍາມເຊົ້າ. ທ່ານ A Thin ຢູ່ ບ້ານ Tea Roxa ຕາແສງ Dak Tram ເມືອງ Dak To ແຂວງ ກອນຕູມ ຖືວ່າ: ປະເພນີ ຂໍໂທດ ແມ່ນການຕັກເຕືອນໃຫ້ທຸກຄົນວ່າ ຖ້າຜູ້ໃດມີຄວາມຜິດ ຕ້ອງປັບເນື້ອປັບຕົວ ເພື່ອມຸ່ງໄປເຖິງສິ່ງທີ່ດີງາມກວ່າ. ສ່ວນຜູ້ຖືກແຕະຕ້ອງ ກໍ່ບໍ່ຄວນເອົາຄວາມຜິດຂອງຜູ້ອື່ນເພື່ອໃຫ້ວົງຄະນາຍາດຕຳຫນິ. ກົງກັນຂ້າມ, ເຂົາເຈົ້າຄວນມີຈິດໃຈເຜື່ອແຜ່ ພ້ອມກັນເຂົ້າຮ່ວມເພື່ອຊີ້ນຳໃຫ້ຜູ້ມີຄວາມຜິດຮູ້ຈັກການກະທຳຂອງຕົນເພື່ອຂໍໂທດ, ມຸ່ງໄປເຖິງສິ່ງທີ່ດີງາມ, ເຮັດວຽກທີ່ມີປະໂຫຍດຕໍ່ຕົນເອງ, ຕໍ່ຄອບຄົວ ແລະ ສັງຄົມ ເພື່ອພ້ອມກັນກ້າວຫນ້າ, ຮັກສາການພົວພັນສະຫນິດສະຫນົມ, ມີຄວາມສາມັກຄີ. ທ່ານ A thin ແບ່ງປັນວ່າ:
“ຖ້າຫາກມີຄວາມຜິດ ພວກເຮົາຕ້ອງມີຄຳຂໍໂທດ ເພື່ອຫລີກລ່ຽງການຂັດແຍ້ງກັນ. ນັ້ນແມ່ນຄວາມຮັບຜິດຊອບຂອງແຕ່ລະຄົນ. ມະນຸດບໍ່ອາດດຳລົງຊີວິດດ້ວຍຜູ້ດຽວໄດ້ ຫາກຄວນດຳລົງຊີວິດຮ່ວມກັບວົງຄະນາຍາດ. ພໍ່ເຖົ້າແມ່ນເຖົ້າ ພໍ່ແມ່ ຕ້ອງມີຄວາມຮັບຜິດຊອບໃນການບອກເຕືອນສິດສອນໃຫ້ລູກຫລານ ເພື່ອຮັກສາສາຍຈິດມິດໃຈໃນຄອບຄົວ, ໃນໝູ່ບ້ານ. ທຸກຄົນໃນບ້ານ ຍາມໃດກໍ່ຕ້ອງຮ່ຳຮຽນ ແລະ ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຂອງລັດ, ຮັກສາຮີດຄອງປະເພນີອັນດີງາມຊື່ງລຸ້ນພໍ່ລຸ້ນອ້າຍປະໄວ້.”
ໃນປະເພນີຂໍໂທດຂອງຊາວເຜົ່າ ເຊີດັງ ພຽງແຕ່ມີການກິນແຫນງຮູ້ປັບຕົວຢ່າງຈິງໃຈ ຈຶ່ງໄດ້ຮັບການຮັບຮູ້ຈາກວົງຄະນາຍາດ. ຮູ້ຈັກຍອມຮັບຕໍ່ຄວາມຜິດ, ກິນແຫນງໃຈ ແລະ ຈະປັບຕົວ, ຖອດຖອນບົດຮຽນເພື່ອບໍ່ປະໃຫ້ມີຄວາມຜິດອີກ ແລະ ຕ້ອງມີຄວາມອະໄພເພື່ອຊ່ວຍກັນກ້າວຫນ້າ, ນັ້ນແມ່ນຄວາມງາມດ້ານວັດທະນະທຳການປະພຶດຂອງວົງຄະນາຍາດຊາວເຜົ່າ ເຊີດັງ ຢູ່ ເຂດໄຕງວຽນ.