(vovworld) - ໂດຍແມ່ນຊົນເຜົ່າທີ່ດຳລົງຊີວິດຢູ່ເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອມາເປັນເວລານັບຮ້ອຍປີ, ຊາວ ຮ່າຍີມີສະຕິສະໜິດຕິດພັນກັບພູຜາປ່າໄມ້ ແລະ ແມ່ນຳ້ລຳເຊມາແຕ່ດົນນານແລ້ວ. ໃນຊີວິດເຂົາເຈົ້າຖືປ່າແມ່ນແຫຼ່ງດຳລົງຊີວິດຂອງຕົນ, ແມ່ນບ່ອນອີງທາງດ້ານຈິດໃຈຂອງທັງປະຊາຄົມ. ຍ້ອນເຫດນັ້ນ, ນັບແຕ່ກີ້ແຕ່ກ່ອນ, ຊາວເຜົ່າ ຮ່າຍີ່ໄດ້ມີປະເພນີຮັກສາປ່າ, ບູຊາເທວະດາເຈົ້າປ່າເຈົ້າເຂົາ ແລະ ຮັກສາແຫຼ່ງນ້ຳ. ປະເພນີ ບູຊາເທວະດາເຈົ້າປ່າເຈົ້າເຂົາ ແລະ ນຳ້ຂອງຊາວເຜົ່າ ຮ່າຍີ່ໄດ້ຮັບການສືບທອດຜ່ານຫຼາຍລຸ້ນຄົນ.
ປະເພນີບູຊາເທວະດາເຈົ້າປ່າເຈົ້າເຂົາຂອງຊາວຮ່າຍີ່
(ພາບ: baomoi.com)
ໃນຊີວິດທາງດ້ານຈິດໃຈ, ຊາວ ຮ່າຍີ່ຖືວ່າ, ທຸກສິ່ງທຸກຢ່າງລ້ວນແຕ່ມີວີນຍານຄອບງຳ. ຕາມທັດສະນະຂອງຊາວເຜົ່າ ຮ່າຍີ່, ບັນດາເທວະດາຄື: ເທວະດາເຈົ້າປ່າ, ເຈົ້າເຂົາ, ເຈົ້ານຳ້ ລ້ວນແຕ່ມີຄວາມໃກ້ຊິດ ແລະ ມີຄວາມໝາຍພິເສດສຳລັບຊີວິດຂອງເຂົາເຈົ້າ. ນັບແຕ່ດົນນານມາແລ້ວ, ຊາວ ຮ່າຍີ່ມີຊີວິດໃກ້ຊິດກັບທຳມະຊາດ ແລະ ປະຈຸບັນຍັງຄົງຮັກສາປະເພນີຮັກສາປ່າ, ແຫຼ່ງນຳ້ຢ່າງເຂັ້ມງວດ. ຊາວ ຮ່າຍີ່ຖືວ່າ: ປ່າແຫ່ງໃດກໍ່ມີເທວະດາຄຸ້ມຄອງ, ນັ້ນແມ່ນເທວະດາແຫ່ງຄວາມຜາສຸກຂອງແຕ່ລະໝູ່ບ້ານ, ດັ່ງນັ້ນຊາຕາກຳຂອງປະຊາຊົນໃນບ້ານມີການກ່ຽວພັນຢ່າງແໜ້ນແຟ້ນເຖິງການຄົງຕົວຂອງປ່າເຂົາ. ສຳລັບຊາວເຜົ່າ ຮ່າຍີ່, ປ່າແມ່ນເຮືອນຫຼັງໃຫຍ່ທີ່ປ້ອງກັນໃຫ້ແກ່ມະນຸດ, ຍ້ອນເຫດນັ້ນທຸກການກະທຳລະເມີດປ່າ ລ້ວນແຕ່ຖືກກ່າວປະນາມ ແລະ ມີການລົງໂທດຢ່າງເໝາະສົມ. ແຕ່ລະບ້ານຂອງຊາວເຜົ່າ ຮ່າຍີ່ລ້ວນແຕ່ມີເຂດປ່າສະເພາະ, ແລະ ປະຊາຄົມໃນບ້ານເປັນຜູ້ປົກຄອງ. ທ່ານ ຫງວຽນຮື້ວເຊີນ, ພະນັກງານພະແນກ ວັດທະນະທຳ ຖະແຫຼງຂ່າວ ແຂວງ ລາວກາຍ, ໃຫ້ຮູ້ວ່າ:
“ບ້ານໃດກໍ່ມີເຂດປ່າສະເພາະທີ່ມີຄວາມສັກສິດທີ່ສຸດ. ບາງເທື່ອໃນປ່າມີຟືນ, ໄມ້ຫັກຫຼາຍ, ແຕ່ບໍ່ມີໃຜກ້າເກັບເອົາ, ປີລະເທື່ອຊາວເຜົ່າ ຮ່າຍີ່ເຄີຍເຂົ້າປ່າທຳພິທີບູຊາປ່າເຂົາ“.
ໃນພິທີບູຊາເທວະດາເຈົ້າປ່າເຈົ້າເຂົາ, ປະຊາຊົນຕັ້ງໄມ້ເຮ້ຍລຳໜຶ່ງ, ພາສາທ້ອງຖີ່ນເອີ້ນວ່າ “ຕາແລວ“ ເພື່ອຫ້າມບໍ່ໃຫ້ໃຜເຂົ້າປ່າ. ພິເສດໃນໜຶ່ງປີ ມີ 3 ວັນຖືກຫ້າມຢ່າງເຂັ້ມງວດເພື່ອໃຫ້ປະຊາຊົນທຳພິທີບູຊາເທວະດາເຈົ້າປ່າເຈົ້າເຂົາ ແລະ ເຈົ້າບ້ານ. ຢູ່ເທິງປາຍໄມ້ເຮ້ຍລຳນັ້ນ, ເຂົາເຈົ້າໄດ້ແຂວນເລັບຕີນໝູໃສ່, ຖ້າຫາກວ່າໃນສາມວັນດັ່ງກ່າວນັ້ນ ຜູ້ໃດລະເມີດຈະຖືກປັບໄໝດ້ວຍໝູໂຕໜຶ່ງ. ທ່ານ ຫຼີຊໍເຈີ, ຊາວເຜົ່າ ຮ່າຍີ່ ຢູ່ຕາແສງ ອີຕີ໋, ເມືອງ ບາດຊາດ, ແຂວງ ລາວກາຍ, ໃຫ້ຮູ້ວ່າ:
“ຖ້າຜູ້ໃດເຮັດໃຫ້ເລັບຕີນໝູທີ່ແຂວນຢູ່ປາຍໄມ້ເຮ້ຍຕໍ່ໜ້າປະຕູປ່າປິ່ນໄປ, ຜູ້ນັ້ນຈະຖືກລົງໂທດ. ໃນຊຸມວັນຈັດພິທີບູຊາຄົນແປກບໍ່ໄດ້ເຂົ້າ, ຫຼັງ 3 ວັນຈັດພິທີທຸກຄົນຈຶ່ງໄດ້ເຂົ້າປ່າ“.
ປະເພນີບູຊາເທວະດາເຈົ້າປ່າເຈົ້າເຂົາຂອງຊາວຮ່າຍີ່
(ພາບ: baomoi.com)
ຕາມປະເພນີ, ໃນພິທີບູຊາເທວະດາເຈົ້າປ່າເຈົ້າເຂົາ, ປະຊາຊົນຈະຖະຫວາຍໄກ່, ໝູ ເພື່ອບູຊາໃຫ້ເທວະດາປ່າເຂົາ. ຊາວ ຮ່າຍີ່ຖືວ່າ: ໝູແມ່ນສັດມົງຄຸນເພື່ອບູຊາເທວະດາ ແລະ ສັດມົງຄຸນນີ້ຈະຮ່ວມດຳລົງຊີວິດກັບມະນຸດໃນຊາດໜ້າ. ຍ້ອນເຫດນັ້ນ, ພາຍຫຼັງທຳພິທີ, ຊາວ ຮ່າຍີ່ຮັກສາສ່ວນກະດູກໄວ້, ຄືຮັກສາວີນຍານຂອງເທວະດາ, ເພື່ອດົນບັນດານໃຫ້ຊາວບ້ານ. ອ້າຍ ຈູຢີທໍ, ຊາວເຜົ່າ ຮ່າຍີ່ ຢູ່ຕາແສງ ອີຕີ໋, ເມືອງ ບາດຊາດ, ໃຫ້ຮູ້ວ່າ:
“ແຕ່ລະປີຊາວເຜົ່າ ຮ່າຍີ່ຈັດພິທີບູຊາເທວະດາເຈົ້າປ່າເຈົ້າເຂົາ. ເຄື່ອງຂອງບູຊາມີເຂົ້າໜຽວ, ໝູ, ໄກ່“.
ໃນໝູ່ບ້ານຂອງຊາວເຜົ່າ ຮ່າຍີ່, ເຂົາເຈົ້າຖືວຽກງານຄຸ້ມຄອງບັນດາຊັບພະຍາກອນ, ປ້ອງກັນທີ່ດິນ, ແຫຼ່ງນ້ຳເປັນສຳຄັນ. ໂດຍດຳລົງຊີວິດໃນສະພາບແວດລ້ອມທຳມະຊາດທີ່ກວ້າງໃຫຍ່, ພົນລະເມືອງໜ້ອຍ, ຊາວ ຮ່າຍີ່ມີມາດຕະການທີ່ດີໃນການຂຸດຄົ້ນ, ນຳໃຊ້ທີ່ດິນ, ແຫຼ່ງນ້ຳ, ຮັກສາສະພາບແວດລ້ອມທຳມະຊາດ. ຊາວ ຮ່າຍີ່ມີມູນເຊື້ອປູກເຂົ້າໃນນາຂັ້ນໄດ. ນັບແຕ່ຫຼາຍສະຕະວັດມານີ້, ຊາວເຜົ່າ ຮ່າຍີ່ໄດ້ບຸກເບີກທີ່ດິນ, ສ້າງເປັນນາຂັ້ນໄດຕາມເນີນພູຢ່າງສວຍງາມ. ພິເສດແມ່ນ, ນາຂັ້ນໄດເຫຼົ່ານັ້ນລ້ວນແຕ່ມີລະບົບຄອງເໝືອງໃຫ້ນ້ຳມາເພື່ອຫົດນ້ຳຢ່າງພຽງພໍ. ຊາວ ຮ່າຍີ່ຍັງຮູ້ນຳໃຊ້ພະລັງແຮງນໍ້າເພື່ອຕຳເຂົ້າອີກ. ປະຈຸບັນ, ຢູ່ບັນດາໝູ່ບ້ານຂອງຊາວ ຮ່າຍີ່, ຍັງມີຄົກຂະໜາດໃຫຍ່ທີ່ມີມານັບສິບປີຫຼາຍຄົກຍັງເຄື່ອນໄຫວຢູ່, ອັນໄດ້ຊ່ວຍຫຼຸດຜ່ອນກຳລັງແຮງງານໃຫ້ແກ່ປະຊາຊົນ.
ປະຈຸບັນ, ບັນດາເຂດປ່າດົງດິບຂອງຊາວເຜົ່າ ຮ່າຍີ່ຍັງຄົງຮົກເຮື້ອຢູ່, ຍ່າງໄປໃນປ່າພຽງແຕ່ຍີນສຽງໃບໄມ້, ສຽງນ້ຳຫ້ວຍໄຫລເທົ່ານັ້ນ. ເມື່ອເຫັນປ່າທີ່ຂຽວອຸ່ມທູ່ມ ດ້ວຍບັນດາຕົ້ນໄມ້ໃຫຍ່ຈົນຫຼາຍຄົນເອົາແຂນໂອບກອດກໍ່ບໍ່ຈອດນັ້ນ, ອາດສາມາດເຫັນໄດ້ວ່າປະຊາຊົນຢູ່ທີ່ນີ້ມີສະຕິຮັກສາປ່າຄືແນວໃດ. ປະເພນີປົກປັກຮັກສາປ່າ, ແຫຼ່ງນ້ຳ ແລະ ທິວທັດທຳມະຊາດໄດ້ຝັງເລິກຢູ່ໃນໃຈຂອງຊາວ ຮ່າຍີ່ແຕ່ລະຄົນ, ກາຍເປັນຮີດຄອງ, ວັດທະນະທຳອັນດີງາມຂອງຊາວເຜົ່າເຂດພູສູງ.