(vovworld) - ໃນຊີວິດປະຈຳວັນ, ຊາວ ຮ່າຍີ່ ຖືນຳ້ ແລະ ໄຟເປັນສຳຄັນ. ຕາມທັດສະນະນັບແຕ່ດົນນານມາແລ້ວ, ຖ້າຫາກນຳ້ແມ່ນແຫຼ່ງດຳເນີນຊີວິດ, ໄຟຈະແມ່ນກຳລັງແຮງເພື່ອຮັກສາຊີວິດການເປັນຢູ່. ຍ້ອນເຫດນັ້ນ, ໃນເຮືອນຂອງຊາວ ຮ່າຍີ່. ເຕົາໄຟຈຶ່ງມີທີ່ຕັ້ງສຳຄັນ ແລະ ປະຈຸບັນຊາວ ຮ່າຍີ່ຍັງຄົງຮັກສາປະເພນີບູຊາເທວະດາເຕົາໄຟ. ຢູ່ຂ້າງເຕົາໄຟຊາວ ຮ່າຍີ່ ເຄີຍວາງກ້ອນຫີນສັກສິດ ແລະ ຖືວ່ານີ້ແມ່ນສັນຍາລັກຂອງເທວະດາເຕົາໄຟ, ເຊິ່ງແມ່ນເທວະດາທີ່ເບິ່ງແຍງ, ຮັກສາຄວາມຢູ່ເຢັນເປັນສຸກໃນຄອບຄົວ.
ພີນສັກສິດຂອງຊາວຮ່າຍີ່ຖືກວາງຢູ່ມໍ່ກັບເຕົາໄຟ
(ພາບ: ອິນເຕີແນດ)
ໂດຍແມ່ນຊົນເຜົ່າທີ່ດຳລົງຊີວິດໃນເຂດພູດອຍ, ອາກາດປຽກຊຸ່ມ ແລະ ມີນ້ຳໝອກປົກຄຸມຕະຫຼອດປີ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ດົນນານມາແລ້ວ, ຊາວ ເຜົ່າ ຮ່າຍີ່ໄດ້ຮູ້ຈັກວິທີດຳລົງຊີວິດເພື່ອໃຫ້ເໝາະສົມກັບດິນຟ້າອາກາດ ແລະ ໃກ້ຊິດຕິດແທດກັບທຳມະຊາດ, ປ່າໄມ້ຢູ່ທີ່ນີ້. ເຮືອນຢູ່ຂອງຊາວ ຮ່າຍີ່ມີຝາເຮືອນໜາ, ເຮັດດ້ວຍດິນ, ຫຼັງຄາເຮືອນມຸງດ້ວຍຫຍ້າ, ດັ່ງນັ້ນຈຶ່ງມີຄວາມເຢັນໃນລະດູຮ້ອນ ແລະ ມີຄວາມອຸ່ນໃນລະດູໜາວ. ຕາມປະເພນີ, ເມື່ອເຮືອນຝາດິນໄດ້ຮັບການປຸກສ້າງສຳເລັດແລ້ວ, ວຽກງານທຳອິດຂອງຄອບຄົວຊາວ ຮ່າຍີ່ນັ້ນແມ່ນແຫ່ເທວະດາໄຟເຂົ້າເຮືອນ. ຊາວ ຮ່າຍີ່ຖືວ່າ ໄຟເກີດມີມາຈາກຫີນ. ດັ່ງນັ້ນ, ກ່ອນທີ່ຂຶ້ນເຮືອນໃໝ່, ຊາວເຜົ່າ ຮ່າຍີ່ເຄີຍຂຶ້ນພູສູງເລືອກເອົາຫີນກ້ອນໜຶ່ງຢູ່ບ່ອນທີ່ບໍ່ມີໃຜຢຽບໃສ່ ແລະ ຍ່າງຜ່ານ, ແລ້ວນຳມາວາງຢູ່ຂ້າງເຕົາໄຟເພື່ອບູຊາເທວະດາ. ຕາມທັດສະນະຂອງເຂົາເຈົ້າແລ້ວ, ກ້ອນຫີນສັກສິດນີ້ແມ່ນທີ່ຢູ່ອາໄສຂອງເທວະດາໄຟ, ເທວະດາເຕົາໄຟ, ເທວະດາທີ່ດິນໃນເຮືອນ. ຊາວ ຮ່າຍີ່ຍາມໃດກໍ່ເຊື່ອໝັ້ນວ່າ, ເທວະດາອົງນີ້ຈະຊ່ວຍຮັກສາເຕົາໄຟບໍ່ໃຫ້ມອດ ແລະ ນຳເອົາຄວາມໂຊກດີ, ຄວາມອີ່ມໜຳສຳລານ ແລະ ຄວາມຜາສຸກມາໃຫ້ຄອບຄົວ. ທ່ານ ຫຼີເຢີ່ກໍ໋, ຊາວເຜົ່າ ຮ່າຍີ່ຢູ່ຕາແສງ ອີຕີ໋, ເມືອງ ບາດຊາດ, ແຂວງ ລາວກາຍ, ໃຫ້ຮູ້ວ່າ:
“ເຕົາໄຟຂອງຊາວ ຮ່າຍີ່ຍາມໃດກໍ່ມີຫີນກ້ອນໜຶ່ງວາງຢູ່ຂ້າງ. ຫີນກ້ອນນີ້ເປັນສັນຍາລັກໃຫ້ເທວະດາທີ່ດິນ. ເມື່ອຮອດຍາມບຸນ, ເຂົາເຈົ້າທຳພິທີບູຊາຫີນນີ້ກໍ່ເປັນການບູຊາເທວະດາເຕົາໄຟ, ເທວະດາທີ່ດິນ, ແລະບັນພະບຸລຸດ“.
ການດຳເນີນຊີວິດສ່ວນຫຼາຍຂອງຊາວຮ່າຍີ່ແມ່ນຢູ່ອ້ອມເຕົາໄຟ
(ພາບ: ອິນເຕີແນດ)
ດ້ວຍທັດສະນະຄືແນວນັ້ນ, ເມື່ອຂຶ້ນເຮືອນໃໝ່, ຍາມໃດເຈົ້າຂອງເຮືອນກໍ່ຂ້າໝູເພື່ອຖະຫວາຍບູຊາເທວະດາເຕົາໄຟ ແລະ ເຊີນຍາດຕິພີ່ນ້ອງມາຮ່ວມເບີກບານມ່ວນຊື່ນ. ໃນໂອກາດງານບຸນ, ເຈົ້າຂອງເຮືອນຖະຫວາຍບູຊາເທວະດາດ້ວຍເຂົ້າໜົມໄຢ່ ແລະ ຈອກເຫຼົ້າເພື່ອສະແດງຄວາມຮູ້ບຸນຄຸນຕໍ່ເທວະດາທີ່ໄດ້ຮັກສາໄຟບໍ່ໃຫ້ມອດຕະຫຼອດປີ. ໃນຊີວິດປະຈຳວັນ, ການດຳເນີນຊີວິດເກືອບທັງໝົດຂອງຊາວ ຮ່າຍີ່ລ້ວນແຕ່ຢູ່ອ້ອມເຕົາໄຟ. ເຕົາໄຟທັງເພື່ອແຕ່ງກິນ, ທັງແມ່ນບໍລິເວນເພື່ອຕ້ອນຮັບແຂກ ແລະ ແມ່ນແຫ່ງເພື່ອບູຊາເທວະເຕົາໄຟ, ເທວະດາທີ່ດິນ. ຍ້ອນເຫດນັ້ນ, ເຮືອນຄົວຂອງຊາວ ຮ່າຍີ່ຈຶ່ງແມ່ນເຂດທີ່ມີຄວາມສັກສິດ ແລະ ຕິດພັນກັບປະເພນີຕ່າງໆ. ບໍ່ມີໃຜໄດ້ຢຽບຕີນໃສ່ກ້ອນຫີນ, ບໍ່ໄດ້ຍ່າງຜ່ານຫຼືເອົາໄມ້ເຄາະໃສ່ເທວະດາເຕົາໄຟ. ຕາມປະເພນີຂອງລະບອບມານດາສິດທິລາດ, ວຽກງານເບິ່ງແຍງເຕົາໄຟທັງໝົດແມ່ນຂອງແມ່ຍິງ. ມີແຕ່ຜູ້ຍິງ ແລະ ສະມາຊິກໃນຄອບຄົວຈຶ່ງໄດ້ເຂົ້າເຮືອນຄົວ. ວຽກງານທຳອິດໃນວັນຂອງແມ່ຍິງແມ່ນດັງໄຟຕົ້ມນ້ຳ. ການກະທຳນີ້ສະແດງໃຫ້ເຫັນການເບິ່ງແຍງດູແລຄອບຄົວຂອງແມ່ຍິງ. ໃນຊຸມມື້ທຳອິດຂອງປີໃໝ່, ວຽກງານດັງໄຟກໍ່ສະແດງໃຫ້ເຫັນຄວາມຮູ້ບຸນຄູນຕໍ່ເທວະດາເຕົາໄຟ ແລະ ບັນພະບຸລຸດ. ເຮືອນຄົວກໍ່ແມ່ນບ່ອນເພື່ອໃຫ້ຜູ້ຍິງໃນຄອບຄົວໂອ້ລົມ, ແບ່ງປັນຄວາມເບີກບານມ່ວນຊື່ນ, ຄວາມໂສກເສົ້ານຳກັນ. ຍ້ອນເຫດນັ້ນ, ເມື່ອແຂກມາຄອບຄົວ, ຖ້າເຈົ້າຂອງເຮືອນເຫັນດີຈຶ່ງໄດ້ເຂົ້າເຮືອນຄົວ. ທ່ານ ເຈິ່ນຫື້ວເຊີນ, ພະນັກງານພະແນກວັດທະນະທຳ ຖະແຫຼງຂ່າວແຂວງ ລາວກາຍ, ໃຫ້ຮູ້ວ່າ:
“ເຮືອນຄົວຂອງຊາວ ຮ່າຍີ່ມີຄວາມສຳຄັນທີ່ສຸດ ແລະ ກ້ອນຫີນແມ່ນສັນຍາລັກຂອງເທວະດາເຕົາໄຟ, ເພາະວ່ານັບແຕ່ດົນນານມາແລ້ວ, ພຽງແຕ່ຜູ້ຍິງຈຶ່ງໄດ້ເບິ່ງແຍງກ້ອນຫີນສັກສິດນີ້. ເມື່ອຮອດຍາມຕົ້ນປີ ແລະ ທ້າຍປີ, ຍາມໃດແມ່ຍິງໃນຄອບຄົວກໍ່ຖະຫວາຍເຫຼົ້າ, ນຳ້ຊາ, ແລະ ເຂົ້າໜົມເພື່ອບູຊາເທວະດາຫີນນີ້. ໃນພິທີຖະຫວາຍບູຊານັ້ນ, ຖ້າຄອບຄົວໃດບໍ່ມີເມຍ. ລູກສາວເຖິງວ່າຈະເອົາຜົວຢູ່ໄກແລ້ວກໍ່ຕ້ອງກັບເມືອເຮືອນເພື່ອທຳພິທີ“.
ໃນຕອນຄຳ່ວັນທີ 30 ຂອງບຸນເຕັດ, ເຊິ່ງແມ່ນວັນສຸດທ້າຍຂອງປີເກົ່າ, ທັງຄອບຄົວຈະນັ່ງອ້ອມເຕົາໄຟເພື່ອຮັບຟັງຜູ້ເຖົ້າ, ຜູ້ແກ່ເລົ່າເລື່ອງກ່ຽວກັບກົກເຄົ້າຂອງມະນຸດ ແລະ ບັນພະບຸລຸດ, ກ່ຽວກັບມູນເຊື້ອຂອງວົງຕະກຸນ. ນີ້ກໍ່ແມ່ນໂອກາດເພື່ອສຶກສາໃຫ້ລູກຫຼານຮູ້ບຸນຄຸນບັນພະບຸລຸດ ແລະ ທຸກຄົນໃນວົງຕະກຸນ.
ປະຈຸບັນ, ເຖິງວ່າຊີວິດຂອງຊາວ ຮ່າຍີ່ໄດ້ມີການປ່ຽນແປງຫຼາຍຢ່າງ ແລະ ຖືກຜົນສະທ້ອນຈາກການເຊື່ອມໂຍງດ້ານວັດທະນະທຳກັບຊົນເຜົ່າອື່ນໆແລ້ວກໍ່ຕາມ. ແຕ່ບັນດາຮີດຄອງປະເພນີບູຊາເທວະດາເຕົາໄຟຂອງຊາວ ຮ່າຍີ່ຍັງຄົງໄດ້ຮັບການຮັກສາໄວ້, ອັນໄດ້ສ້າງເປັນວັດທະນະທຳທີ່ເປັນເອກະລັກສະເພາະ, ດຶງດູດນັກທ່ອງທ່ຽວເມື່ອມາຢ້ຽມຢາມໝູ່ບ້ານຂອງຊົນເຜົ່າ ຮ່າຍີ່.