(vovworld) - ໃນການສົມລົດ, ຊາວເຜົ່າ ຮ່າຍີ່ບໍ່ຖືກຜົນສະທ້ອນຈາກຮີດຄອງປະເພນີຂອງສະໄໝສັກດີນາ. ບ່າວສາວຊາວເຜົ່າ ຮ່າຍີ່ໄດ້ຮັກກັນຢ່າງເສລີ ແລະ ໄດ້ຊອກຮູ້ເຂົ້າໃຈກັນກ່ອນທີ່ຈັດພິທີງານດອງ. ໃນເມື່ອກ່ອນ, ງານແຕ່ງດອງຂອງຊາວເຜົ່າ ຮ່າຍີ່ຖືກຈັດຂຶ້ນແບບທຳມະດາ, ງ່າຍດາຍ, ບາງເທື່ອຕ້ອງການໄກ່ຜູ້ພຽງໂຕໜຶ່ງເທົ່ານັ້ນ, ເຈົ້າບ່າວກໍ່ສາມາດຕ້ອນຮັບເຈົ້າສາວເມືອບ້ານຂອງຕົນໄດ້.
(ພາບປະກອບ)
ເທບສຽງປະກອບ
ຕາມຮີດຄອງປະເພນີຂອງຊາວເຜົ່າ ຮ່າຍີ່, ໃນງານບຸນຕ່າງໆຂອງຊົນເຜົ່າຕົນ, ແຕ່ລະເທື່ອເມື່ອຂັບກ້ຽວກັນ, ບ່າວສາວຊາວເຜົ່າ ຮ່າຍີ່ເຄີຍຕູ້ມຜ້າຫົ່ມຂັບກ້ຽວກັນ, ສະແດງອາລົມຈິດເພື່ອພາໄປເຖິງການສົມລົດ, ຊາວເຜົ່າ ຮ່າຍີ່ດຳ ຢູ່ເມືອງ ບາດຊາດ, ແຂວງ ລາວກາຍ ຍັງມີປະເພນີຕູ້ມຜ້າຫົ່ມໄປຫາຄົນຮັກ. ບັນດາຜູ້ບ່າວຊາວເຜົ່າ ຮ່າຍີ່ຕ້ອງຕູ້ມຜ້າຫົ່ມໄປຫາເຮືອນຄົນຮັກແຕ່ຜູ້ດຽວ ແລ້ວເຊີນຜູ້ສາວອອກນອກເພື່ອໂອ້ລົມ, ຊອກຮູ້ຄົນທີ່ຕົນຮັກນຳກັນ. ອ້າຍ ຫຼີເມີ່ຊ໋າ, ຊົນເຜົ່າ ຮ່າຍີ່ຢູ່ເມືອງ ບາດຊາດ, ແຂວງລາວກາຍ, ໃຫ້ຮູ້ວ່າ:
“ຢ່າງໜ້ອຍສຸດກໍ່ຕ້ອງຕູ້ມຜ້າຫົ່ມໄປຫາເຮືອນຜູ້ສາວແຕ່ 3-4 ເທື່ອ. ເພື່ອຊອກຮູ້, ໃຫ້ມີຄວາມເຂົ້າໃຈກັນກວ່າ. ແຕ່ລະປີເມື່ອບຸນປີໃໝ່ວຽນມາກໍ່ຊວນກັນໄປຫຼິ້ນ, ຖ້າບໍ່ລື້ງເຄີຍກັນແມ່ນບໍ່ອາດຊວນກັນໄປໄດ້“.
ຕູ້ມຜ້າຫົ່ມໄປຫາຄົນຮັກແມ່ນຮີດຄອງປະເພນີທີ່ມີມາແຕ່ດົນນານຂອງຊາວເຜົ່າ ຮ່າຍີ່ດຳ. ຜູ້ຊາຍໃນບ້ານຕ່າງໆຂອງຊາວເຜົ່າ ຮ່າຍີ່, ເມື່ອຮອດອາຍຸເຕີບໃຫຍ່ແລ້ວ, ອາດສາມາດເຊີນໝູ່ເພື່ອນຂອງຕົນຕູ້ມຜ້າຫົ່ມໄປຊອກຮູ້ຄົນຮັກໄດ້. ເມື່ອຮອດຍາມຄຳ່ຄືນ, ພາຍຫຼັງກິນເຂົ້າແລ້ວ, ກໍ່ແມ່ນເວລາທີ່ຊາວໜຸ່ມໃນບ້ານເຕົ້າໂຮມກັນ, ຊວນກັນໄປຕູ້ມຜ້າຫົ່ມ. ບໍ່ແມ່ນວ່າຜູ້ຊາຍຄົນໃດກໍ່ເອົາຜ້າຫົ່ມໄປນຳ. ບາງເທື່ອຜ່ານການແລກປ່ຽນ, ຫຼືຕາມການຕົກລົງນຳກັນ, ເຂົາເຈົ້າກໍ່ສາມາດຢືມຜ້າຫົ່ມຂອງກັນເພື່ອຊວນຜູ້ສາວໄປຫຼິ້ນ. ກ່ອນຈະໄປຕູ້ມຜ້າຫົ່ມນັ້ນ, ໃນໃຈຜູ້ບ່າວຕ້ອງມີຄວາມຮັກແກ່ຜູ້ໃດຜູ້ໜຶ່ງແລ້ວ. ເມື່ອໄປຮອດປະຕູເຮືອນຂອງຜູ້ສາວ, ຜູ້ບ່າວຕ້ອງຍອກຜ້າຫົ່ມອອກ, ປົກແຕ່ຫົວຫາຕີນ ແລ້ວກ້າວເຂົ້າເຮືອນຜູ້ສາວ. ໃນຂະນະທີ່ຜູ້ສາວກຳລັງນັ່ງນັ້ນ, ຜູ້ບ່າວຈະເຂົ້າມາຈັບມືຊ່ວຍນາງສາວລຸກຂຶ້ນ. ເມື່ອເຫັນຄືແນວນັ້ນ, ຄອບຄົວຜູ້ສາວກໍ່ເຂົ້າໃຈວ່າລູກສາວຂອງຕົນໄດ້ມີຄົນສົນໃຈຢາກຊອກຮູ້ແລ້ວ. ຖ້າເຫັນດີພໍ່ແມ່ຜູ້ສາວຈະອະນຸຍາດໃຫ້ຜູ້ບ່າວພາລູກສາວອອກນອກເພື່ອໂອ້ລົມນຳກັນ. ເອື້ອຍ ກາວສີໄໝ, ຢູ່ເມືອງ ບາດຊາດ, ໃຫ້ຮູ້ວ່າ:
“ບາງເທື່ອພໍ່ແມ່ຈະໄປຍັງບ່ອນອື່ນເພື່ອໃຫ້ລູກສາວ ແລະ ຜູ້ບ່າວໂອ້ລົມກັນຢ່າງສະບາຍ. ຖ້າສອງຄົນມັກກັນຈະສືບຕໍ່ໂອ້ລົມນຳກັນ, ຖ້າບໍ່ມັກຈະກັບເມືອເລີຍ. ເມື່ອໂອ້ລົມນຳກັນ, ທັງສອງຄົນສາມາດຕູ້ມຜ້າຫົ່ມຮ່ວມກັນໄດ້, ຍ້ອນວ່າອາກາດໃນຍາມຄຳ່ຄືນຢູ່ເຂດພູດອຍໜາວຫຼາຍ“.
ຕາມທັດສະນະຂອງຊົນເຜົ່າ ຮ່າຍີ່, ປະເພນີຕູ້ມຜ້າຫົ່ມແມ່ນສ້າງໂອກາດເພື່ອໃຫ້ບ່າວສາວໂອ້ລົມ, ສະແດງອາລົມຈິດນຳກັນ. ເຖິງຢ່າງໃດກໍ່ຕາມ, ຜູ້ສາວບໍ່ໄດ້ມີລູກກອ່ນທີ່ຈະແຕ່ງດອງຢ່າງເດັດຂາດ, ຖ້າບໍ່ດັ່ງນັ້ນ, ທັງຄູ່ບ່າວສາວຈະຕ້ອງຖືກລົງໂທດຢ່າງເຄັ່ງຄັດຈາກບ້ານ. ຜູ້ສາວຈະຕ້ອງໄດ້ອອກໄປດຳລົງຊີວິດຢູ່ນອກບ້ານຈົນກວ່າຮອດເວລາໃດມີຜູ້ຊາຍມາຮັບເປັນເມຍຈຶ່ງໄດ້ກັບຄືນບ້ານຂອງຕົນ.
(ພາບປະກອບ)
ເມື່ອແຕ່ງດອງ, ຊາວເຜົ່າ ຮ່າຍີ່ຈັດຕັ້ງແບບທຳມະດາສາມັນ, ບໍ່ຕ້ອງການຫຼາຍພິທີ, ສິນສົມລົດບາງເທື່ອມີພຽງໄກ່ຜູ້ໂຕດຽວເທົ່ານັ້ນ. ເອື້ອຍ ກາວສີໄໝ, ອະທິບາຍວ່າ:
“ໃນງານດອງ, ຄອບຄົວເຈົ້າບ່າວມີແຕ່ຕ້ອງການໄກ່ຜູ້ໂຕໜຶ່ງເທົ່ານັ້ນເພື່ອລາຍງານໃຫ້ບັນພະບຸລຸດຂອງຕົນໄດ້ຮັບຊາບ, ບາງເທື່ອເອົາເມຍບໍ່ຕ້ອງຂໍອະນຸຍາດພໍ່ແມ່ເມຍ, ພຽງແຕ່ຮັກກັນຈະພາກັນມາຈັດພິທີລາຍງານໃຫ້ບັນພະບຸລຸດໄດ້ຮັບຊາບເທົ່ານັ້ນ, ຫຼັງຈາກນັ້ນ, ເຈົ້າບ່າວຈະເຊີນຍາດຕິພີ່ນ້ອງ, ເພື່ອນມິດໃນບ້ານມາຮັບປະທານອາຫານ, ພ້ອມກັນມ່ວນຊື່ນ. ຮອດມື້ຕໍ່ມາຈຶ່ງແຈ້ງໃຫ້ຄອບຄົວເຈົ້າສາວໄດ້ຮັບຊາບ“.
ນັ້ນແມ່ນງານແຕ່ງດອງໃນເມື່ອກ່ອນ, ສ່ວນປະຈຸບັນ, ເຖິງວ່າງານແຕ່ງດອງຍັງຄົງຮັກສາປະເພນີເກົ່າບາງຢ່າງໄວ້ກໍ່ຕາມ, ແຕ່ມັນໄດ້ມີການປ່ຽນແປງໃຫ້ເໝາະສົມກັບຊີວິດໃນປະຈຸບັນ. ບ່າວສາວຮັກກັນຈະກຳນົດວັນຈັດງານແຕ່ງດອງ ແລະ ດຳເນີນພິທີຕ່າງໆໃຫ້ງານແຕ່ງດອງ. ພິທີຂໍເມຍປະກອບດ້ວຍສາມຂັ້ນຕອນ: ທຳອິດພໍ່ສື່, ແມ່ສື່ຈະນຳເອົາເຄື່ອງຂອງມາຄອບຄົວຜູ້ສາວເພື່ອຕັ້ງບັນຫາກ່ຽວກັບເລື່ອງແຕ່ງດອງ. ທີ 2, ພໍ່ສື່ແມ່ສື່ຈະນຳເອົາເງິນຫຼຽນມາມອບໃຫ້ຜູ້ສາວ. ທີສາມແມ່ນພໍ່ສື່, ແມ່ສື່ຈະມາຂໍຄອບຄົວຜູ້ສາວກຳນົດວັນຈັດງານແຕ່ງດອງ.
ຕາມປະເພນີທີ່ເປັນມູນເຊື້ອແລ້ວ, ເມື່ອມີເງື່ອນໄຂເສດຖະກິດດີພໍສົມຄວນ, ຫຼາຍຄອບຄົວຊາວເຜົ່າ ຮ່າຍີ່ເຄີຍຈັດຕັ້ງງານດອງເທື່ອທີ 2, ມີຫຼາຍຄົນອາຍຸ 50, 60 ປີ, ພາຍຫຼັງມີຫຼານແລ້ວກໍ່ຈັດຕັ້ງງານແຕ່ງດອງເທື່ອທີ 2. ງານແຕ່ງດອງເທື່ອທີ 2 ເຄີຍຈັດຕັ້ງຢ່າງລອບຄອບຖີ່ຖ້ວນ, ມ່ວນຊື່ນ ແລະ ມີຄວາມສຸກກວ່າ, ຈາກນັ້ນສ້າງຄວາມສະໜິດຕິດພັນລະຫວ່າງສອງຄອບຄົວຕື່ມອີກ.