(VOVWORLD) -ປະເພນີເອີ້ນຂວັນແມ່ນປະເພນີໜຶ່ງທີ່ສັກສິດ ແລະ ເຕັມໄປດ້ວຍຄວາມໝາຍຂອງຊາວຊົນເຜົ່າ ຜູ້ໄທ. ພໍ່ແມ່ປະຊາຊົນເຮັດພິທີເອີ້ນຂວັນ ເພື່ອພາວະນາຂໍໃຫ້ຜູ້ທີ່ເຈັບໄຂ້ໄດ້ປ່ວຍ, ຜູ້ປະສົບອຸບັດຕິເຫດ, ຜູ້ທີ່ພັດພາກຈາກບ້ານໄປໄກເປັນເວລາດົນ ຫຼື ການເອົາໃພ້ຂຶ້ນເຮືອນ, ເດັກນ້ອຍເກີດໃໝ່... ໃຫ້ມີສຸຂະພາບແຂງແຮງ ແລະ ມີຄວາມຢູ່ເຢັນເປັນສຸກ. ການເອີ້ນຂວັນ, ຕົວຈິງແລ້ວແມ່ນການລະດົມຈິດໃຈ, ໃຫ້ກຳລັງໃຈຕໍ່ຜູ້ທີ່ຖືກເອີ້ນຂວັນ ເພື່ອໃຫ້ເຂົາເຈົ້າມີກຳລັງໃຈ, ມີຄວາມເບີກບານໃຈຜ່ານຜ່າບັນດາອຸປະສັກໃນຊີວິດ. ບົດຂຽນ “ປະເພນີເອີ້ນຂວັນຂອງຊາວເຜົ່າ ຜູ້ໄທ ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ” ຂອງນັກຂ່າວ VOV
ຕາມທັດສະນະຂອງຊາວເຜົ່າ ຜູ້ໄທ ແລ້ວ, ນັບແຕ່ເມື່ອກຳເນີດເກີດມາຈົນເຖິງເວລາສິ້ນລົມຫາຍໃຈ, ຊາວເຜົ່າ ຜູ້ໄທ ຄົນໜຶ່ງ ຢ່າງໜ້ອຍສຸດຕ້ອງໄດ້ເອີ້ນຂວັນ 2 ເທື່ອ. ການເອີ້ນຂວັນແມ່ນເພື່ອໃຫ້ຂວັນກັບມາເຮືອນຊານມາຫາພໍ່ແມ່, ລູກເມຍ, ກັບມາຢູ່ນຳຮ່າງນຳຄີງ ເພື່ອບໍ່ໃຫ້ຂວັນໄປຢູ່ບ່ອນອື່ນເຊັ່ນ ແຄມຫ້ວຍ, ນ້ຳລຳເຊ, ປາກເຫວ ຫຼື ຫຼີກລ້ຽງບັນດາສັດສາວາສິ່ງທີ່ອັນຕະລາຍໃນປ່າ...ເຂົາເຈົ້າຍັງເອີ້ນຂວັນເພື່ອອວຍພອນຄື: ກ່ອນທີ່ຍິງສາວຈະເອົາຜົວ, ອ້າຍເອື້ອຍນ້ອງຄີງໃນເຮືອນຈະໄດ້ເຮັດພິທີເອີ້ນຂວັນເພື່ອອວຍພອນ ແລະ ໄປສົ່ງຢູ່ເຮືອນຜົວ; ເດັກນ້ອຍພາຍຫຼັງເກີດມາໄດ້ 3 ວັນ ຈະໄດ້ເຮັດພິທີເອີ້ນຂວັນເພື່ອລາຍງານຕໍ່ຜີເຮືອນ; ວັນບຸນປີໃໝ່ ເມື່ອໄປເຮືອນພໍ່ເຖົ້າແມ່ເຖົ້າແມ່ນຕ້ອງກຽມໄກ່ໂຕໃຫຍ່ 2 ໂຕ ເພື່ອເອີ້ນຂວັນໃຫ້ພວກຫຼານ, ພາວະນາຂໍໃຫ້ລູກຫຼານມີສຸຂະພາບແຂງແຮງ ໄປສຸດຫ້ວຍ 5 ຫ້ວຍ, ຂ້າມພູ 7 ໜ່ວຍ ແຕ່ຕາຍັງໃສແຈ້ງ, ແຄ່ງຂາຍັງແຂງແຮງດີ... ສ່ວນເວລາຜູ້ເຖົ້າໃກ້ຈະເສຍຊີວິດນັ້ນ, ໝາຍຄວາມວ່າ ຂວັນຂອງເຂົາເຈົ້າຈະພົ້ນອອກຈາກຮ່າງກາຍຢ່າງບໍ່ມີວັນກັບມາ. ນີ້ແມ່ນເວລາທີ່ຕ້ອງໄດ້ເອີ້ນຂວັນ ເພື່ອບໍ່ໃຫ້ວິນຍານຫຼົງທາງ ແລະ ຊອກຖືກທາງເພື່ອກັບຄືນມາຫາປູ່ຍ່າຕາຍາຍ ບັນພະບູລຸດ.
ຊາວເຜົ່າຜູ້ໄທ ກະກຽມພິທີເອີ້ນຂວັນໃຫ້ລູກໃພ້ (ພາບ: VOV)
|
ໃນຊີວິດທາງດ້ານຈິດໃຈຂອງຊາວຊົນເຜົ່າຜູ້ໄທ ແລ້ວ, ໝໍເຢົາ ມີບົດບາດສຳຄັນທີ່ສຸດ. ນັ້ນແມ່ນຜູ້ທີ່ມີອຳນາດສາມາດສື່ສານກັບໂລກເທວະດາຟ້າແຖນ. ສະນັ້ນ, ໝໍເຢົາແມ່ນຜູ້ທີ່ບໍ່ອາດຂາດໄດ້ໃນພິທີເອີ້ນຂວັນ ເພື່ອນຳທາງ ແລະ ປະຕິບັດບັນດາຂັ້ນຕອນຕ່າງໆ. ກ່ອນຈະເຮັດພິທີເອີ້ນຂວັນ, ຕາມທຳມະດາແລ້ວ ຊາວເຜົ່າ ຜູ້ໄທ ຈະເລືອກເອົາມື້ສັນວັນດີ, ພ້ອມທັງກະກຽມຖົງແພ 1 ຖົງ ເພື່ອໃສ່ເສື້ອຂອງຜູ້ທີ່ຖືກເອີ້ນຂວັນ, ເພາະ ຊາວເຜົ່າ ຜູ້ໄທ ມີຄວາມສຳນຶກວ່າ ຂວັນຂອງຄົນເຮົາແມ່ນຢູ່ນຳເສື້ອໂຕທີ່ມັກນຸ່ງເປັນປະຈຳ, ພິເສດແມ່ນບໍ່ເອົາເສື້ອທີ່ມີສີຂາວມາເຮັດພິທີ. ໃນຖົງມີໄຂ່ຕົ້ມ 1 ໜ່ວຍ, ຫໍ່ປາປີ້ງ 1 ໂຕ ແລະ ຫວີງ 1 ອັນ, ມີຫຼົວມັດໜຶ່ງ ຍາວເກືອບເທົ່າກັບວາແຂນ. ເມື່ອກະກຽມແລ້ວໆ, ໝໍເຢົາຈະພາຍຖົງ, ມືໜຶ່ງຈັບຫວີງ, ມືໜຶ່ງຈັບທວນໄຟນັ່ງເອີ້ນຂວັນຢູ່ຕີນຂັ້ນໄດຂຶ້ນລົງຈົນຮອດເວລາໝົດບົດສູດເອີ້ນຂວັນ ແມ່ນຖືວ່າ ການເອີ້ນຂວັນໄດ້ສິ້ນສຸດ. ພໍ່ເຖົ້າ ກວ່າງວັນອວາຍ ຢູ່ບ້ານ ຟ່າງ, ຕາແສງ ຈ່ຽງດົງ, ເມືອງ ຕ່ວນຢ້າວ, ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:
“ໃນເມື່ອກ່ອນ ເຂົາເຈົ້າມີຄວາມສຳນຶກວ່າ ຄົນເຮົາຕ້ອງມີຂວັນ. ເຂົາເຈົ້າຈະເຮັດພິທີເອີ້ນຂວັນເມື່ອຂວັນຖືກຊັດເຊພະເນຈອນ, ເຮັດໃຫ້ຄົນເຮົາບໍ່ແຂງແຮງ. ໝໍເຢົາຈະບອກໃຫ້ເຈົ້າຂອງເຮືອນກະກຽມເຫຼົ້າ, ໝູ ເພື່ອເອີ້ນຂວັນກັບຄືນມາ...”.
ພາຍຫຼັງເຮັດພິທີກຳເອີ້ນຂວັນຢູ່ຕີນຂັ້ນໄດແລ້ວ, ເຈົ້າຂອງເຮືອນຜູ້ທີ່ຖືກເອີ້ນຂວັນຕ້ອງກະກຽມໄກ່ຕົ້ມ ຫຼື ໝູຕົ້ມໄວ້. ໃນພາເຂົ້າທີ່ໃຊ້ເຮັດພິທີຍັງມີ ເຂົ້າສານ 1 ຖ້ວຍ, ເຂົ້າໜຽວ 1 ຫໍ່, ເຫຼົ້າຂາວ 6 ຈອກ, ໂຖປັກທູບ 1 ໂຖ, ມີໝາກໄມ້, ເຂົ້າຕົ້ມ, ເຂົ້າໜົມ, ມີແກງເຄື່ອງໝູໄກ່ໃນຄົບຊຸດ 1 ຖ້ວຍ ເພື່ອເອີ້ນຂວັນມາກິນ. ຖ້າເອີ້ນຂວັນໃຫ້ຜູ້ໃຫຍ່, ຕາມປົກກະຕິແລ້ວແມ່ນຈະຂ້າໝູ ແລະ ໝໍເຢົາຈະເອີ້ນຂວັນຈາກສະຫວັນລົງມາ, ສ່ວນພິທີເອີ້ນຂວັນໃຫ້ເດັກນ້ອຍແມ່ນ ຈະເອີ້ນຂວັນຢູ່ໂລກມະນຸດ ບ່ອນທີ່ຂວັນຖືກຊັດເຊພະເນຈອນໃຫ້ກັບມາເຮືອນ. ພໍ່ແມ່ປະຊາຊົນ ຖືວ່າ ຄົນເຮົາມີຫຼາຍຂວັນທີ່ສຸດ, ສະນັ້ນ ໝໍເຢົາຈເອີ້ນຂວັນແຕ່ຫົວລົງຫາຕົນໂຕ ແລ້ວໄປຫາແຂນຂາຕີນມືແມ່ນຄົບຖ້ວນ.
ຕາມໝໍເຢົາ ແມວັນຢິງ ຢູ່ບ້ານ ນາຫ້ວຍ, ຕາແສງ ຈ່ຽງບັ່ງ, ເມືອງ ກວິ່ງຍາຍ, ແຂວງ ເຊີນລາ ແລ້ວ, ປະເພນີເອີ້ນຂວັນໄດ້ສືບທອດກັນມາແຕ່ຫຼາຍລຸ້ນຄົນ, ພໍ່ແມ່ປະຊາຊົນ ໄດ້ເຮັດພິທີເອີ້ນຂວັນໃນຫຼາຍກໍລະນີ, ຕົວຢ່າງຄື: ເມື່ອປະສົບເຄາະຮ້າຍຈາກອຸບັດຕິເຫດ, ເຈັບໄຂ້ໄດ້ປ່ວຍ, ຢູ່ໃນເຮືອນມີຄົນພັດພາກຈາກບ້ານໄປໄກກັບຄືນມາ, ພິເສດແມ່ນເອົາໃພ້ຂຶ້ນເຮືອນ ຫຼື ມີເດັກເກີດໃໝ່ ແມ່ນລ້ວນແຕ່ໄດ້ເຮັດພິທີເອີ້ນຂວັນເພື່ອລາຍງານຕໍ່ບັນພະບູລຸດວ່າ ຄອບຄົວໄດ້ສະມາຊິກໃໝ່ຕື່ມອີກ ພ້ອມກັບພາວະນາຂໍໃຫ້ຄຸ້ມຄອງຄ້ຳຄູນລູກຫຼານຍາມໃດກໍມີສຸຂະພາບແຂງແຮງ.
“ເອີ້ນຂວັນໃຫ້ຜູ້ໃຫຍ່ແມ່ນເອີ້ນຈາກສະຫວັນລົງມາ. ຈາກສະຫວັນລົງມາແມ່ນໄປຜ່ານບັນດາເຂດບ່ອນທີ່ຄົນເຮົາໄປສົ່ງວິນຍານຜູ້ເສຍຊີວິດຂຶ້ນເມືອເມືອງຟ້າຕາມລຳດັບ, ແລ້ວມາບ່ອນຢູ່ຂອງຜູ້ທີ່ຖືກເອີ້ນຂວັນ. ເດັກນ້ອຍແມ່ນຈະເອີ້ນຂວັນຢູ່ໂລກມະນຸດ...”.
ເມື່ອໝໍເຢົາເຮັດຂັ້ນຕອນພິທີເອີ້ນຂວັນສຳເລັດແລ້ວ, ກໍຈະເອີ້ນເອົາໝົດທຸກຄົນໃນຄອບຄົວມາກິນອາຫານໃນພາເຂົ້າບູຊາຜູ້ລະໜ້ອຍ ແລະ ດື່ມເຫຼົ້າ 2 ຈອກ ພ້ອມກັບອວຍພອນໃຫ້ຜູ້ທີ່ຖືກເອີ້ນຂວັນໃຫ້ມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນພ້ອມກັບຄອບຄົວ. ພາຍຫຼັງເຮັດພິທີບູຊາການເອີ້ນຂວັນສຳເລັດແລ້ວ, ຄອບຄົວ ແລະ ຕາງໜ້າຍາດຕິພີ່ນ້ອງແຕ່ລະຝ່າຍ ກໍຈະອວຍພອນໃຫ້ຜູ້ທີ່ຖືກເອີ້ນຂວັນ ແລະ ພາວະນາຂໍໃຫ້ມາຢູ່ກັບຄອບຄົວຍາມໃດກໍມີສຸຂະພາບແຂງແຮງ, ມີໂຊກລາບ ແລະ ມີຄວາມຜາສຸກ.
ປະເພນີເອີ້ນຂວັນຂອງຊາວເຜົ່າ ຜູ້ໄທ ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ, ຕາມປົກກະຕິແລ້ວແມ່ນຈະຈັດໃນຂອບເຂດພາຍໃນຄອບຄົວ. ພິທີເອີ້ນຂວັນກໍສະແດງໃຫ້ເຫັນເຖິງທັດສະນະຂອງບັນດາສະມາຊິກໃນຄອບຄົວນຳກັນ, ພາວະນາຂໍໃຫ້ໝົດທຸກຄົນໃນຄອບຄົວຍາມໃດກໍລ້ວນແຕ່ມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກ. ສ່ວນອັນດີງາມອີກດ້ານໜຶ່ງຂອງປະເພນີເອີ້ນຂວັນນີ້ ກໍແມ່ນການເຮັດໃຫ້ຄວາມຜູກພັນຂອງພໍ່ແມ່ປະຊາຊົນຊາວເຜົ່າມີຄວາມຜູກພັນກັນເປັນປຶກແຜ່ນແໜ້ນໜາ ຂຶ້ນກວ່າເກົ່າ.