(vovworld) -ເລື່ອງຈັດຕັ້ງພິທີງານດອງຂອງຊາວເວິນກ່ຽວ ຢູ່ແຂວງກວາງຈີ້ ບໍ່ພຽງແຕ່ແມ່ນວຽກງານສຳຄັນຂອງຄອບຄົວ, ວົງຕະກຸນເທົ່ານັ້ນ, ຫາກຍັງແມ່ນຂອງທັງໝູ່ບ້ານອີກດ້ວຍ. ຊາວເວິນກ່ຽວ ເຄີຍເວົ້າວ່າ “ຜູ້ຊາຍ, ຜູ້ຍິງເມື່ອມີອາຍຸພໍດີແມ່ນຕ້ອງສ້າງຄອບຄົວ“. ດັ່ງນັ້ນ, ພາຍຫຼັງຮັກກັນໄລຍະໜຶ່ງ, ເຫັນວ່າຕິດໃຈກັນ, ຄູ່ບ່າວສາວກໍ່ແຈ້ງໃຫ້ຄອບຄົວຂອງຕົນເພື່ອກະກຽມຈັດງານດອງ. ປະຈຸບັນ, ໃນງານດອງຂອງຊາວເຜົ່າເວິນກ່ຽວ ຍັງຄົງຮັກສາປະເພນີທີ່ເປັນມູນເຊື້ອຫຼາຍຢ່າງໄວ້ຢູ່.
ຄູ່ເຈົ້າບ່າວ, ເຈົ້າສາວໃນງານດອງ
ປະຈຸບັນ, ເຖິງວ່າຊີວິດຂອງຊາວເຜົ່າເວິນກ່ຽວ ຢູ່ກວາງຈີ້ ໄດ້ມີການປ່ຽນແປງຫຼາຍຢ່າງ, ນັບແຕ່ການນຸ່ງຖື, ຕະຫຼອດຮອດການດຳເນີນຊີວິດກໍ່ຕາມ, ແຕ່ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າເວິນກ່ຽວ ຍັງຄົງໄດ້ຮັບການຮັກສາໄວ້ຢູ່. ໃນງານດອງ, ຊາວເຜົ່າເວິນກ່ຽວ ຍັງຮັກສາປະເພນີມອບດາບຂອງເຈົ້າບ່າວໃຫ້ເຈົ້າສາວ. ໃນວັນຕ້ອນຮັບເຈົ້າສາວ, ຄອບຄົວຝ່າຍເຈົ້າບ່າວຕ້ອງກະກຽມເຄື່ອງຂອງໄປຂໍເຈົ້າສາວ, ແມ່ນໝໍ້ທອງໜ່ວຍໜຶ່ງ, ເງິນຫຼຽນ ແລະ ດາບດວງໜຶ່ງ. ດາບແມ່ນເຄື່ອງຂອງສຳຄັນກວ່າໝູ່ ເພື່ອມອບໃຫ້ເຈົ້າສາວ. ດັ່ງນັ້ນພາຍຫຼັງເຮັດພິທີນີ້ສຳເລັດ, ເຈົ້າສາວຈຶ່ງສາມາດອອກຈາກຄອບຄົວຂອງຕົນໄປຍັງຄອບຄົວເຈົ້າບ່າວໄດ້. ປະເພນີມອບດາບໃນງານດອງມີຄວາມໝາຍສຳຄັນທີ່ສຸດສຳລັບຊາວເຜົ່າເວິນກ່ຽວ. ດາບເປັນສັນຍາລັກໃຫ້ຄວາມສະໜິດຕິດພັນລະຫວ່າງຜົວເມຍ, ເປັນສັນຍາລັກໃຫ້ກຳລັງແຮງຂອງຜູ້ຊາຍ. ຍ້ອນເຫດນັ້ນ, ໃນຄອບຄົວຊາວເຜົ່າເວິນກ່ຽວ ຖ້າມີລູກຊາຍເທົ່າໃດຄົນ ກໍ່ຕ້ອງກະກຽມດາບໄວ້ເທົ່ານັ້ນດວງ.
ຊາວເຜົ່າເວິນກ່ຽວ ເຄີຍຮັບເຈົ້າສາວໃນຕອນແລງ, ເພາະຕາມທັດສະນະຂອງເຂົາເຈົ້າແລ້ວ, ນັ້ນແມ່ນເວລາທີ່ເທວະດາ, ແມ່ນຳ້ລຳເຊ… ມາຫາຊາວບ້ານ. ຄອບຄົວຝ່າຍເຈົ້າບ່າວມາຮັບເຈົ້າສາວຈະຢູ່ຄ້າງຄືນກັບຄອບຄົວເຈົ້າສາວ. ເມື່ອໄປຮອດຄອບຄົວຜົວ, ເຈົ້າສາວຕ້ອງເຂົ້າປະຕູຕົ້ນຕໍ. ທ່ານ ໂຮ່ວັນຕັງ, ຢູ່ບ້ານແຄຕັງ, ໃຫ້ຮູ້ວ່າ:
“ເມື່ອຈັດພິທີຕ້ອນຮັບເຈົ້າສາວ, ເຂົາເຈົ້າຕ້ອງວາງກ້ອນຫີນຢູ່ກາງຂັ້ນໄດເພື່ອໃຫ້ເຈົ້າສາວ ແລະ ເຈົ້າບ່າວຢຽບເອົາກ້ອນຫີນ ກ່ອນທີ່ຈະກ້າວ ເຂົ້າປະຕູເຮືອນ, ເພື່ອມີອາຍຸ ແລະ ມີຄວາມຮັກຍືນຍົງຄືກ້ອນຫີນ. ກ້ອນຫີນເປັນສັນຍາລັກແຫ່ງຄວາມສຸກ, ອາຍຸຍືນ, ທັງເປັນການລາຍງານໃຫ້ບັນພະບຸລຸດວ່າລູກໃພ້ໄດ້ມາແລ້ວ“.
ດາບຂອງເຈົ້າບ່າວມອບໃຫ້ເຈົ້າສາວ
ເມື່ອລູກໃພ້ກຽມຈະກ້າວເຂົ້າເຮືອນ, ແມ່ຜົວກໍ່ກຳກະບວຍນຳ້ຫົດໃສ່ຕີນລູກໃພ້, ດ້ວຍຄວາມຫວັງລົບລ້າງຄວາມຫຍຸ້ງຍາກ, ລຳບາກທຸກຢ່າງ ແລະ ພາວະນາຂໍໃຫ້ຄູ່ຜົວເມຍມີຄວາມຜາສຸກ, ປະສົບແຕ່ຄວາມໂຊກດີ. ຄອບຄົວຝ່າຍຜົວກະກຽມເຄື່ອງຂອງບູຊາຢ່າງຄົບຖ້ວນ, ລວມມີ: ຊີ້ນ, ເຫຼົ້າ, ໝາກໄມ້, ດອກໄມ້ ເພື່ອຖະຫວາຍ ແລະ ແຈ້ງຕໍ່ບັນພະບຸລຸດວ່າຄອບຄົວໄດ້ມີສະມາຊິກໃໝ່ຕື່ມອີກຜູ້ໜຶ່ງ. ທ່ານ ໂຮ່ວັນຕັງ, ໃຫ້ຮູ້ວ່າ:
“ເມື່ອເຂົ້າເຮືອນແລ້ວຈຶ່ງທຳພິທີບູຊາ, ເຄື່ອງຂອງບູຊາລວມມີຊີ້ນໄກ່ຫຼືຊີ້ນໝູ, ຕີນສິ້ນຂອງຜູ້ສາວ ແລະ ກະຕ່ຽວຂອງຜູ້ຊາຍ, ເພື່ອລາຍງານຕໍ່ບັນພະບຸລຸດວ່າຄອບຄົວມີສະມາຊິກຄົນໃໝ່ຕື່ມອີກ“.
ໝໍ້ທອງໂດຍຄອບຄົວຝ່າຍເຈົ້າບ່າວກະກຽມເພື່ອໄປຂໍເຈົ້າສາວ
ແຂກເຂົ້າຮ່ວມງານດອງເຄີຍນຳເອົາເຂົ້າໜົມໄຢ່, ສິ້ນມອບໃຫ້ຄູ່ຜົວເມຍແລະອວຍພອນໃຫ້ເຂົາເຈົ້າມີຄວາມຜາສຸກຕະຫຼອດໄປ. ນອກນັ້ນເຂົາເຈົ້າຍັງຂັບຮ້ອງອວຍພອນໃຫ້ຄອບຄົວທັງສອງອີກ. ທ່ານ ຕັງ ໃຫ້ຮູ້ວ່າ, ໃນວັນສຳຄັນນີ້, ແມ່ຜົວຍັງສະຫງວນເວລາສັ່ງສອນ, ຕັກເຕືອນຄູ່ຜົວເມຍກ່ຽວກັບການປະພຶດຕໍ່ໃນຊີວິດການເປັນຢູ່ອີກ.
“ພາຍຫຼັງທຳພິທີບູຊາ, ແຜ່ຜົວກໍ່ຕັກເຕືອນສອງຜົວເມຍກ່ຽວກັບວິທີທຳມາຫາກິນ, ການຕ້ອນຮັບແຂກ, ເມື່ອພົບປະກັບຜູ້ໃຫຍ່, ຜູ້ນ້ອຍແມ່ນຕ້ອງມີການປະພຶດຄືແນວໃດ. “
ຊາວເຜົ່າເວິນກ່ຽວ ເຄີຍເລືອກວັນຄູ່ຄື, ວັນທີ 6, 8, 10, 16, 18 ຂອງຊຸມເດືອນຕົ້ນປີ ແລະ ທ້າຍປີເພື່ອຈັດງານດອງ. ພາຍຫຼັງຈັດງານດອງທີ່ເປັນທາງການແລ້ວ, ຊາວເວິນກ່ຽວ ຍັງຈັດງານດອງເທື່ອທີ 2 ອີກ, ເຊິ່ງເອີ້ນວ່າພິທີສຳເລັດ, ຖ້າບໍ່ທັນຈັດງານດອງເທື່ອທີສອງນີ້, ເມື່ອມາຢາມຄອບຄົວຝ່າຍເມຍ, ຄູ່ຜົວເມຍຈະບໍ່ໄດ້ຂຶ້ນເຮືອນຢ່າງເດັດຂາດ. ຍ້ອນປະເພນີດັ່ງກ່າວ, ເຮັດໃຫ້ຄູ່ຜົວເມຍ, ເຖິງວ່າຈະຫຍຸ້ງຍາກຄືແນວໃດກໍ່ພະຍາຍາມປະຢັດເພື່ອປະຕິບັດງານດອງເທື່ອທີສອງໃຫ້ສຳເລັດ. ປະເພນີແຕ່ງດອງເທື່ອທີສອງກໍ່ຄືກັນກັບເທື່ອທຳອິດ, ແຕ່ເຄື່ອງຂອງບູຊາພັດມີມູນຄ່າສູງກວ່າ. ຊາວຫວຽດນາມຖືວ່າ, ນີ້ແມ່ນວິທີເພື່ອໃຫ້ເຂົາເຈົ້າມີຄວາມສະໜິດຕິດພັນ, ຮັກແພງກວ່າ ແລະມີຄວາມສຸກຕະຫຼອດຊີວິດ.