(vovworld) - ປະເພນີແຕ່ງດອງ, ສົມລົດມີຄວາມໝາຍສຳຄັນທີ່ສຸດໃນຊີວິດຂອງວົງຄະນາຍາດຊາວເຜົ່າບານາ. ເຖິງວ່າອີງໃສ່ແຕ່ລະເຂດ, ແຕ່ລະໄລຍະປະຫວັດສາດ, ປະເພນີແຕ່ງດອງຂອງຊາວເຜົ່າບານາໄດ້ມີການປ່ຽນແປງສ່ວນໃດສ່ວນໜຶ່ງແລ້ວກໍ່ຕາມ, ແຕ່ປະເພນີແຕ່ງດອງທີ່ເປັນມູນເຊື້ອຂອງຊາວເຜົ່າບານາເວົ້າລວມຍັງຄົງຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະໄວ້ຢູ່.
ພິທີງານດອງຂອງຊາວເຜົ່າບານາ
(ພາບອິນເຕີແນດ)
ຊາວເຜົ່າບານາດຳລົງຊີວິດຕົ້ນຕໍຢູ່ບັນດາແຂວງກອນຕຸມ, ຢາລາຍ, ດັກລັກ, ບິ່ງດິ້ງ, ຟູ໋ອຽນ. ຜ່ານໄລຍະແຫ່ງການພັດທະນາ, ຊາວເຜົ່າບານາເຖິງວ່າຈະຢູ່ກະແຈກກະຈາຍຢູ່ທ້ອງຖີ່ນຕ່າງໆກໍ່ຕາມ, ແຕ່ປະເພນີແຕ່ງດອງທີ່ເປັນມູນເຊື້ອຂອງຊາວເຜົ່າບານາຍັງຄົງຮັກສາສີສັນວັດທະນະທຳທີ່ເປັນພື້ນຖານໄວ້ຢູ່. ບ່າວສາວຊາວເຜົ່າບານາເມື່ອເຕີບໃຫຍ່ລ້ວນແຕ່ມີສິດເສລີໃນການເລືອກເຟັ້ນແຟນໃຫ້ແກ່ຕົນ. ມາດຕະຖານເລືອກເຟັ້ນແຟນຂອງບ່າວສາວຊາວເຜົ່າບານາ, ນັ້ນແມ່ນຜູ້ສາວຕ້ອງຮູ້ປັກແສ່ວ, ຕຳ່ຫຸກ, ຜູ້ຊາຍຕ້ອງບໍລິສຸດ, ມີສຸຂະພາບເຂັ້ມແຂງ, ເຮັດໄຮ່ເກັ່ງ ແລະ ມີຄວາມສາມາດໃນການລ່າເນື້ອ. ໂອກາດສະດວກເພື່ອໃຫ້ບ່າວສາວສະແດງຄວາມຮັກຂອງຕົນນັ້ນແມ່ນໃນພິທີງານບຸນຕ່າງໆຂອງໝູ່ບ້ານ. ເມື່ອມີຄວາມຮັກຕໍ່ກັນ, ຄູ່ບ່າວສາວເຄີຍນັ່ງຂ້າງກັນອ້ອມໄຫເຫຼົ້າໃນເຮືອນຮົງ, ໂອ້ລົມ ແລະ ຈິກຢອກກັນ. ຜູ້ໃດຖືກຈິກຢູ່ຄໍ, ແຂນຍິ່ງຫຼາຍເທົ່າໃດແມ່ນຍິ່ງມີຄວາມຮັກເທົ່ານັ້ນ.
ກ່ອນນີ້, ຊາວເຜົ່າບານາມີປະເພນີຫາຟືນໝັ້ນໝາຍ. ເພື່ອເອົາຜົວ, ບັນດານາງສາວຊາວເຜົ່າບານາຕ້ອງຫາຟືນໃຫ້ໄດ້ 100 ມັດ, ຫຼືເອີ້ນວ່າຟືນໝັ້ນໝາຍກ່ອນທີ່ມາຢູ່ກັບຄອບຄົວຂອງຜົວ. ຍ້ອນເຫດນັ້ນຜູ້ສາວບານາຕ້ອງເລີ່ມຫາຟືນ ນັບແຕ່ເວລາມີອາຍຸພຽງ 14 – 15 ປີ. ທ່ານ ອາເຕືມ ຊາວເຜົ່າບານາຢູ່ແຂວງດັກລັກ, ໃຫ້ຮູ້ວ່າ:
“ກ່ອນນີ້ມີປະເພນີຫາຟືນເພື່ອນຳໄປຄອບຄົວຂອງຜົວ. ບໍ່ມີຟືນແມ່ນບໍ່ໄດ້, ຖ້າຫາຟືນໄດ້ຫຼາຍຈະຮັບຄວາມຍ້ອງຍໍຊົມເຊີຍຈາກພໍ່, ແມ່ຜົວ“.
ເພື່ອກາຍເປັນຜົວເມຍ, ຄູ່ບ່າວສາວຊາວເຜົ່າບານາຕ້ອງຜ່ານປະເພນີ ແລະ ພິທີຕ່າງໆ. ພິທີມອບປອກແມ່ນມີຄວາມໝາຍຄືພິທີຜູກຄູ່ຊີວິດຢູ່ເຂດທົ່ງພຽງ. ເມື່ອເລືອກເຟັ້ນແຟນໄດ້ແລ້ວ, ຄູ່ບ່າວສາວຈະແຈ້ງໃຫ້ຄອບຄົວທັງສອງຝ່າຍ. ຕາມປະເພນີຂອງຊາວເຜົ່າບານາ, ຜໍ່ຂອງຜູ້ບ່າວຈະຖາມລູກຊາຍ, ສ່ວນແມ່ຜູ້ສາວຈະຖາມລູກສາວຂອງຕົນ. ຖ້າຫາກທັງສອງຄົນເຫັນດີ, ຄອບຄົວຝ່າຍຊາຍຈະຊອກຫາຜູ້ເປັນພໍ່ສື່. ພໍ່ສື່ຈະຕາງໜ້າຄອບຄົວຝ່າຍຊາຍໄປເຊີນຄອບຄົວຝ່າຍຍິງມາຄອບຄົວຝ່າຍຊາຍເພື່ອທຳພິທີມອບປອກໃຫ້ຄູ່ບ່າວສາວ. ຕໍ່ໜ້າການເປັນສັກຂີພິຍານຂອງສອງຄອບຄົວ ແລະ ພາຍໃຕ້ການແນະນຳຂອງພໍ່ສື່, ຄູ່ບ່າວສາວຈະມອບປອກໃຫ້ກັນ. ຜູ້ຊາຍຈະມອບໃຫ້ຜູ້ຍິງປອກອາລູມີນຽມ, ສ່ວນຜູ້ສາວຈະມອບໃຫ້ຜູ້ຊາຍປອກທອງ. ເມື່ອຄູ່ບ່າວສາວທຳພິທີມອບປອກໃຫ້ກັນສຳເລັດແລ້ວ, ແມ່ນບໍ່ໄດ້ຮັກຜູ້ອື່ນອີກຢ່າງເດັດຂາດ.
ງານດອງເຄີຍຈັດຕັ້ງໃນໂອກາດທ້າຍປີ, ພາຍຫຼັງລະດູການເກັບກ່ຽວ, ເວລານັ້ນປະຊາຊົນບໍ່ຕິດຄາກັບວຽກງານຫຼາຍ, ເຂົ້າກໍ່ເຕັມສາງ, ງົວຄວາຍ ແລະ ໄກ່ເຕັມຄອກ. ງານແຕ່ງດອງແມ່ນງານບຸນຂອງໝູ່ບ້ານ ຊິ່ງຖືກດຳເນີນໃນເວລາ 1 ວັນ ແລະ ເຄີຍຈັດຕັ້ງໃນຊຸມວັນເພງຢູ່ເຮືອນຣົງ. ສິນດອງໂດຍຄອບຄົວຝ່າຍຊາຍກະກຽມລວມມີ: ໄກ້ໂຕໜຶ່ງ, ເຫຼົ້າໄຫໜຶ່ງ. ທ່ານ ດິ່ງເຊ, ຜູ້ີທີ່ໄດ້ເຂົ້າຮ່ວມງານແຕ່ງດອງຂອງຊາວເຜົ່າບານາໃຫ້ຮູ້ວ່າ:
“ໃນພິທີງານດອງ, ທຸກສິ່ງທຸກຢ່າງທີ່ເຮັດດ້ວຍເຫຼັກ, ພິເສດແມ່ນເຫຼັກບໍ່ໝ້ຽງຈະຖືກໃຊ້ເພື່ອຮອງໄຫເຫຼົ້າ. ຫຼັງຈາກນັ້ນຈຶ່ງຈັດພິທີບູຊາຟ້າ, ເທວະດາ ເພື່ອພາວະນາຂໍໃຫ້ມີລູກເຕົ້າ, ມີສຸຂະພາບເຂັ້ມແຂງ“.
ພາຍຫຼັງດຳເນີນງານດອງຢູ່ເຮືອນຣົງແລ້ວ, ງານດອງຍັງຖືກຈັດຂຶ້ນຢູ່ສອງຄອບຄົວ, ດ້ວຍການເຂົ້າຮ່ວມຂອງປະຊາຊົນໃນໝູ່ບ້ານ, ທຸກຄົນໄດ້ເຕົ້າໂຮມກັບອ້ອມໄຫເຫຼົ້າ, ທັງກິນດື່ມ, ທັງຟ້ອນລຳ. ພໍ່ແມ່ເຈົ້າສາວ, ເຈົ້າບ່າວຈະເຊີນປະຊາຊົນທຸກຄົນດື່ມເຫຼົ້າເພື່ອສະແດງຄວາມຂອບອົກຂອບໃຈປະຊາຊົນທີ່ໄດ້ມາຮ່ວມງານດອງພ້ອມກັບສອງຄອບຄົວ. ເມື່ອງານດອງສິ້ນສຸດລົງ, ພໍ່ສື່ຈະພາເຈົ້າສາວໄປຍັງຄອບຄົວຝ່າຍຊາຍ, ມອບໃຫ້ເຈົ້າບ່າວ ແລະ ປູສາດໃຫ້ຄູ່ຜົວເມຍ. ເຈົ້າບ່າວ, ເຈົ້າສາວຕ້ອງພ້ອມກັນກິນເຂົ້າກ່ອນຈະໄປນອນ. ຕາມປະເພນີຂອງຊາວເຜົ່າບານາ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ພໍ່ສື່, ມື້ຕໍ່ມາ, ສອງຄອບຄົວຈະຜັດປ່ຽນກັນເຊີນພໍ່ສື່ມາຄອບຄົວເພື່ອຂອບໃຈ. ທ່ານ ກວາງງອກ, ພາລະກອນຫໍພິພິດທະພັນຊົນເຜົ່າແຂວງດັກລັກໃຫ້ຮູ້ວ່າ: ປະຈຸບັນປະເພນີ້ແຕ່ງດອງຂອງຊາວເຜົ່າບານາມີການປ່ຽນແປງບາງຢ່າງເພື່ອເໝາະສົມກັບຊີວິດໃໝ່.
“ໄຫເຫຼົ້າ ແລະ ພິທີແຕ່ງດອງຍັງປະຕິບັດຕາມມູນເຊື້ອເດີມ. ສ່ວນວິທີຈັດຕັ້ງມີການປ່ຽນແປງບາງຢ່າງຄື: ມີດົນຕີຮັບໃຊ້ໃຫ້ແກ່ຊາວໜຸ່ມ, ຊຸດອາພອນກໍ່ມີການປ່ຽນແປງ, ຕົວຢ່າງຄືເຂົາເຈົ້າບໍ່ໃສ່ກະຕ່ຽວອີກ, ຫຼືວ່າເຂົາເຈົ້າໄດ້ໃສ່ເກີບໜັງເພື່ອເຂົ້າຮ່ວງມງານດອງ “ .
ແລະກໍ່ຕາມທ່ານ ງອກ ແລ້ວ, ງານແຕ່ງດອງທີ່ເປັນມູນເຊື້ອຂອງຊາວເຜົ່າບານາໃນປະຈຸບັນ, ອາຫານທີ່ເປັນເອກະລັກສະເພາະຂອງເຂົາເຈົ້າຄື: ເຫຼົ້າໄຫ, ອາຫານສົ້ມຈາກຜັກ, ໃບໄມ້ໃນປ່າ... ແມ່ນສິ່ງທີ່ຂາດບໍ່ໄດ້. ບັນດາປະເພນີ ພ້ອມກັບງານບຸນທີ່ເປັນມູນເຊື້ອຍັງຄົງໄດ້ຮັບຖືເປັນສຳຄັນ. ຍ້ອນເຫດນັ້ນຊີວິດແຫ່ງສົມລົດຂອງຊາວເຜົ່າບານາຈຶ່ງໝັ້ນຄົງທີ່ສຸດ.