(vovworld) - ຫນຶ່ງໃນບັນດາວັດທະນະທຳທີ່ເປັນເອກະລັກສະເພາະເຊິ່ງຊາວເຜົ່າຊ໋ານຈີ ຢູ່ແຂວງບັກຢາງ ຍັງຄົງຮັກສາໄວ້ໃນປະຈຸບັນ, ນັ້ນແມ່ນ ປະເພນີແຕ່ງດອງ, ນີ້ແມ່ນພິທີສະເພາະທີ່ດຳເນີນຕາມປະເພນີຂອງຊົນເຜົ່າ ເພື່ອໃຫ້ຄູ່ບ່າວສາວສ້າງເປັນຄອບຄົວໃໝ່.ໃນລາຍການ54ຂົນເຜົ່າຫວຽດນາມພາກນີ້,ເຊີນທ່ານຮັບຟັງບົດຂຽນ ຂອງນັກຂ່າວ ລານແອງ ທີ່ແນະນຳ ກ່ຽວກັບປະເພນີແຕ່ງດອງທີ່ເປັນເອກະລັກສະເພາະຂອງຊົນເຜົ່າຊ໋ານຈີ ຢູ່ເມືອງ ລູກງ້ານ, ແຂວງບັກຢາງ.
ເມື່ອຄອບຄົວເຈົ້າບ່າວມາ, ຄອບຄົວເຈົ້າສາວເຊີນກິນເຫຼົ້າ ແລະ ແອ່ວຄ່າສິນສົມລົດ
(ພາບ: ອິນເຕີແນດ)
ກ່ອນທີ່ຈະແຕ່ງດອງ, ຊາວຊ໋ານຈີ ຕ້ອງດຳເນີນພິທີຕ່າງໆ ເຊັ່ນ: ພິທີຂໍເມຍ, ເບິ່ງຊາຕາ, ສູ່ຂໍ, ແອ່ວຄ່າສິນສົມລົດ,ພິທີຕ້ອນຮັບເຈົ້າສາວ... ໃນນັ້ນ ສູ່ຂໍແມ່ນພິທີທີ່ເປັນເອລັກສະເພາະທີ່ສຸດ. ພິທີນີ້ເຄີຍຈັດຕັ້ງໃນລະດູບານໃໝ່, ຫຼືໃນໂອກາດບໍ່ຕິດຄາກັບວຽກງານກະສິກຳ ແລະຖືກຈັດຕັ້ງພາຍຫຼັງພິທີຂໍເມຍ, ເບິ່ງຊາຕາ, ແອ່ວຄ່າສິນສົມລົດ. ຊາວເຜົ່າຊ໋ານຈີ ເຄີຍເລືອກວັນທີ 1 ຫຼືວັນທີ 15 ໄລ່ຕາມຈັນທະປະຕິທິນເພື່ອຈັດພິທີສູ່ຂໍ. ພິທີູ່ສູ່ຂໍຢູ່ຄອບຄົວເຈົ້າສາວຖືກຈັດຂຶ້ນແບບທຳມະດາງ່າຍດາຍ.ດ້ວຍຈຸດປະສົງເພື່ອໃຫ້ຄອບຄົວເຈົ້າບ່າວແລະຄອບຄົວເຈົ້າສາວ ປຶກສາຫາລື,ຕົກລົງບັນຫາເຄື່ອງຂອງໃຫ້ວັນແຕ່ງດອງ.ໃນວັນສູ່ຂໍ,ຄອບຄົວເຈົ້າບ່າວແຕ່ງຕັ້ງພໍ່ສື່ ແລະ ຊາວໜຸ່ມ 4 ຄົນນຳເອົາເຄື່ອງຂອງບູຊາໄປຍັງຄອບຄົວເຈົ້າສາວເພື່ອຂໍໄດ້ຈັດພິທີສູ່ຂໍ. ຜູ້ເປັນພໍ່ສື່ນັ້ນຕ້ອງແມ່ນຄົນນອກວົງ ຕະກຸນ,ທັງເປັນເຈົ້າຂອງໃນຄອບຄົວທີ່ມີເມຍ,ລູກຢ່າງພ້ອມພຽງແລະໄດ້ຮັບຄວາມນັບຖືຈາກທຸກຄົນ.ທັງເປັນຄົນ ຊ່າງເວົ້າ, ມີຄວາມຮູ້ຫລາຍກ່ຽວກັບຮີດຄອງປະເພນີຂອງຊົນເຜົ່າອີກ. ຈຸດທີ່ເປັນເອກະລັກສະເພາະໃນພິທີ ສູ່ຂໍຂອງຊາວເຜົ່າຊ໋ານຈີ ແມ່ນການຂັບກ້ຽວກັນລະຫວ່າງ ຄອບຄົວເຈົ້າບ່າວ ແລະ ຄອບຄົວເຈົ້າສາວ. ຄອບຄົວເຈົ້າບ່າວຢາກເຂົ້າໄປໃນເຮືອນ ຂອງເຈົ້າສາວ ຕ້ອງຂັບກ້ຽວກັນກັບຄອບຄົວເຈົ້າສາວເສຍກ່ອນ ຈຶ່ງຈະເຂົ້າໄປໃນເຮືອນໄດ້. ຖ້າຫາກວ່າຄອຍຄົວເຈົ້າບ່າວຂັບບໍ່ຊະນະຄອບຄົວເຈົ້າສາວໄດ້ ຈະຖືກປັບໃໝດ້ວຍການດຶ່ມເຫຼົ້າ, ຖ້າບໍ່ດຶ່ມຈະຖືກຖອກເຫຼົ້າໃສ່ຫົວ. ເມື່ອພິທີສູ່ຂໍສຳເລັດ ກ່ອນທີ່ຈະອອກຈາກເຮືອນຂອງເຈົ້າສາວ, ສະມາຊິກແຕ່ລະຄົນໃນຄະນະສູ່ຂໍ, ບໍ່ນັບພໍ່ສື່ ລ້ວນແຕ່ທາຂີ້ໝິ້ນໝໍ້ໃສ່ໜ້າເພື່ອໃຫ້ການເດີນທາງປະສົບແຕ່ສິ່ງໂຊກດີ ແລະ ບໍ່ໃຫ້ຜີສາງນາງໄມ້ລົບລວນ. ປ້າ ລີ໋ທິນໍາ ຢູ່ຕາແສງ ກຽນລາວ, ເມືອງລຸກງ້ານ ໃຫ້ຮູ້ວ່າ: ພາຍຫຼັງພິທີສູ່ຂໍ ເຊິ່ງແມ່ນເວລາທີ່ສອງຄອບຄົວໄປມາຫາກັນ ແລະ ຄູ່ບ່າວສາວຊອກຮູ້ກັນນັ້ນ ອາດຈະແກ່ຍາວແຕ່ 1 ຫາ 3 ປີ.
“ຄືຂ້າພະເຈົ້າເອງ ຫຼັງຈາກສຳເລັດພິທີສູ່ຂໍແລ້ວ 3 ປີຈຶ່ງໄດ້ຈັດງານດອງ. ໃນເວລາ 3 ປີນັ້ນ ຜົວຂອງຂ້າພະເຈົ້າຍັງໄປຮຽນ ສ່ວນຂ້າພະເຈົ້າຢູ່ເຮືອນ. ສອງຄົນພວກຂ້າພະເຈົ້າແມ່ນຢູ່ເຮືອນໃຜເຮືອນມັນ. ເມື່ອຂ້າພະເຈົ້າມີອາຍຸໄດ້ 20 ປີຈຶ່ງຈັດງານດອງ. ພິທີສູ່ຂໍນີ້ແມ່ນສະແດງໃຫ້ເຫັນວ່າ ຕົນເອງມີຄູ່ຄອງແລ້ວ ບໍ່ມີໃຜສາມາດມາລົມກັນໄດ້ອີກ”.
ຄອບຄົວເຈົ້າສາວເຊີນຄອບຄົວເຈົ້າບ່າວຄ້ຽວໝາກ
(ພາບ: ອິນເຕີແນດ)
ໂດຍຕ່າງກັບຫຼາຍຊົນເຜົ່າ, ຊາວເຜົ່າຊ໋ານຈີ ຢູ່ ເມືອງລຸກງ້ານ ບໍ່ແອ່ວຄ່າສິນສົບລົດດ້ວຍໂສ້ງເສື້ອໃຫ້ລູກສາວຂອງຕົນ ເພາະໂສ້ງເສື້ອນັ້ນ ໂດຍລູກສາວຂອງຕົນເປັນຜູ້ປູກ, ຕໍ່າ, ຫຍິບເອງ ໃນເວລາ 3 ປີລໍຖ້າວັນແຕ່ງງານ. ກ່ອນການແຕ່ງງານໜຶ່ງເດືອນ, ຄອບຄົວປ້າລຸງ, ອາວອາຝ່າຍເຈົ້າສາວເຄີຍຜັດປ່ຽນກັນຈັດພາເຂົ້າເຊີນເຈົ້າສາວມາກິນເພື່ອອຳລາ ກ່ອນທີ່ຈະໄປຢູ່ນຳຜົວ. ການພົບປະນີ້ກໍ່ແມ່ນໂອກາດເພື່ອໃຫ້ຜູ້ເປັນປ້າລຸງ, ອາວອາ ສັ່ງສອນຕັກເຕືອນເຈົ້າສາວທຸກສິ່ງທຸກຢ່າງ. ເວລາຢູ່ເຮືອນຜົວ ຕ້ອງຮັກລູກຮັກຜົວ, ດຸໝັ່ນອອກແຮງງານ, ນັບຖືຄອບຄົວຜົວ, ບໍ່ໃຫ້ນັ່ງຕັນປະຕູ, ບໍ່ໄດ້ນຸ່ງຖືເປີດແປນ, ນອນສວາຍກໍ່ຕ້ອງນອນຢູ່ໃນຫ້ອງ, ບໍ່ໄດ້ນອນຢູ່ນອກເຮືອນ.
ກ່ອນຈັດງານດອງ 1 ວັນ, ຄອບຄົວເຈົ້າບ່າວຈະນຳເອົາເຄື່ອງຂອງງານດອງມາເຮືອນເຈົ້າສາວ ເພື່ອໃຫ້ຄອບຄົວເຈົ້າສາວຈັດພິທີ, ເຊີນພີ່ນ້ອງ, ໝູ່ເພື່ອນ. ພາຍຫຼັງມອບເຄື່ອງຂອງງານດອງໃຫ້ຄອບຄົວເຈົ້າສາວຄົບຖ້ວນແລ້ວ ຄະນະຄອບຄົວເຈົ້າບ່າວກໍ່ກັບເມືອເຮືອນເລີຍໂດບບໍ່ໄດ້ກິນດຶ່ມ, ບໍ່ໄດ້ນອນຄ້າງຄືນ, ຖ້າວ່າເຮືອນຄອບຄົວເຈົ້າສາວຢູ່ໄກ, ຄອບຄົວເຈົ້າບ່າວຕ້ອງໄດ້ໄປແຕ່ເຊົ້າ ແລະ ກະກຽມຂອງກິນຕາມທາງໃຫ້ຄະນະ. ທ່ານ ຫຼືວັນໝາກ, ຫົວໜ້າບ້ານ ຮໍ້, ຕາແສງ ກຽນລາວ, ໃຫ້ຮູ້ວ່າ, ຕອນບ່າຍຂອງວັນດຽວກັນ, ຄອບຄົວເຈົ້າບ່າວຈະຈັດຄະນະໄປຍັງຄອບຄົວເຈົ້າສາວເພື່ອຂໍເຈົ້າສາວ.
“ຄອບຄົວເຈົ້າບ່າວໄປຮັບເຈົ້າສາວມີພໍ່ສື່ ແລະ ເດັກຍິງສອງຄົນໄປພ້ອມ, ເຄື່ອງຂອງເອົາໄປນຳລວມມີຜ້າຫົ່ມ, ມຸ້ງ, ໄກ່ ແລະ ຄວາຍ, ນອກນັ້ນຍັງມີຊີ້ນໝູ່ 140 ກິໂລກຼາມ, ເຂົ້າໜຽວ 1 ຫາບ, ເຂົ້າຈ້າວ 1 ຫາບ, ໃບພູ, ໝາກຄ້ຽວ, ເຫຼົ້າແຕ່ 60-80 ແກ້ວ. ເຄື່ອງຂອງທັງໝົດຕ້ອງຫາບ, ຫາກບໍ່ໄດ້ຂົນສົ່ງດ້ວຍລົດຈັກ“.
ຕາມປະເພນີຄອບຄົວເຈົ້າບ່າວຕ້ອງກິນເຫຼົ້າ ແລະ ຂັບກ້ຽວຊະນະຄອບຄົວເຈົ້າສາວຈຶ່ງໄດ້ເຂົ້າເຮືອນ
(ພາບ: ອິນເຕີແນດ)
ຕອນເຊົ້າມື້ຕໍ່ມາ, ຄະນະຄອບຄົວເຈົ້າບ່າວ, ໂດຍພໍ່ສື່ ແລະ ເດັກຍິງ 2 ຄົນ ຈະໄປຮັບເຈົ້າສາວ. ບົນເສັ້ນທາງໄປ, ເມື່ອຂ້າມຂົວ, ຫ້ວຍແຕ່ລະແຫ່ງ, ພໍ່ສື່ກໍ່ຕ້ອງປ່ອຍເງິນອັດລົງເພື່ອຊື້ທາງ, ຂັບໄລ່ຜີສາງເພື່ອໃຫ້ເຈົ້າສາວຜ່ານໄປເອງ. ທ່ານ ຫຼີວັນໝາກ, ໃຫ້ຮູ້, ເມື່ອມາຮອດຄອບຄົວເຈົ້າບ່າວ, ເຈົ້າສາວ ແລະ ໝູ່ເພື່ອນບໍ່ໄດ້ເຂົ້າເຮືອນເລີຍ, ຫາກຕ້ອງຢືນອ້ອມກັນຢູ່ນອກ.
“ຄອບຄົວເຈົ້າບ່າວຈະໃຫ້ຜູ້ໜຶ່ງນຳເອົາໃບພູໝາກຄ້ຽວມາເຊີນຄອບຄົວເຈົ້າສາວ, ແຕ່ດ້ວຍເງື່ອນໄຂຕ້ອງຊອກຫາເຈົ້າສາວໃຫ້ໄດ້, ໝູ່ເພືອນຂອງເຈົ້າສາວຈຶ່ງຮັບໃບພູໝາກຄ້ຽວ, ຖ້າຊອກຫາເຈົ້າສາວບໍ່ໄດ້, ພີ່ນ້ອງຄອບຄົວເຈົ້າສາວຈະບໍ່ເຂົ້າເຮືອນຢ່າງເດັດຂາດ“.
ວັນແຕ່ງດອງຂອງຄອບຄົວຊາວເຜົ່າ ຊ໋ານຈີ ກໍ່ແມ່ນວັນມ່ວນຊື່ນຂອງປະຊາຊົນທັງໝູ່ບ້ານ. ຮອດຍາມຄຳ່ຄືນ, ພວກບ່າວສາວພ້ອມກັນຈະຂັບກ້ຽວຕະຫຼອດຄືນເພື່ອອວຍພອນໃຫ້ເຈົ້າບ່າວ, ເຈົ້າສາວມີຄວາມຜາສຸກ ແລະ ຮັກແພງກັນຕະຫຼອດຊີວິດ.