(vovworld) - ຂັບແທນ (ຍັງເອີ້ນວ່າເຫຼົາແທນ) ແມ່ນປະເພດດົນຕີແຫ່ງຄວາມເຊື່ອຖືທີ່ມີມາແຕ່ດົນນານຂອງຊາວເຜົ່າ ນຸ່ງ. ພິທີຂັບແທນບໍ່ພຽງແຕ່ສະແດງໃຫ້ເຫັນຊີວິດການເປັນຢູ່ທາງດ້ານຈິດວີນຍານອັນອຸດົມສົມບຸນເທົ່ານັ້ນ, ຫາກຍັງແມ່ນການດຳເນີນຊີວິດທາງດ້າວວັດທະນະທຳ ສິລະປະທີ່ເປັນເອກະລັກສະເພາະອີກດ້ວຍ. ບົດຂຽນ “ພິທີຂັບແທນທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ນຸ່ງ“ ຂອງໂຕຕ໋ວນ, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ.
(ພາບອິນເຕີແນັດ)
ຕາມປະເພນີທີ່ມີມາແຕ່ດົນນານແລ້ວ, ແຕ່ລະເທື່ອເມື່ອການດຳລົງຊີວິດປະສົບກັບປະກົດການທີ່ແປກໆບໍ່ສາມາດອະທິບາຍໄດ້, ຊາວເຜົ່າ ນຸ່ງເຄີຍຈັດຕັ້ງພິທີບູຊາພາວະນາໃຫ້ຄອບຄົວມີຄວາມຢູ່ເຢັນເປັນສຸກ, ມີຄວາມໂຊກດີ, ມີສຸຂະພາບແຂງແຮງ, ແລະການທຳມາຫາກິນມີຄວາມສະດວກສະບາຍ. ເພື່ອປະຕິບັດພິທີນີ້, ຊາວເຜົ່າ ນຸ່ງເຄີຍໄປຫາແມ່ເຖົ້າແທນເພື່ອຟັງແມ່ເຖົ້າຂັບຮ້ອງ. ຕາມທັດສະນະມາແຕ່ດົນນານແລ້ວ, ແມ່ເຖົ້າແທນໄດ້ຮັບຖືວ່າແມ່ນເທວະດາຢູ່ແດນຟ້າ, ດ້ວຍພິນຕິ໋ນໃນມື, ທັງດີດ, ທັງຂັບຮ້ອງ, ແລະ ສຽງເພງນີ້ໄດ້ດັງກ້ອງກັງວານໄປເຖິງຊັ້ນຟ້າ. ຜ່ານສຽງເພງຂອງຕົນ, ແມ່ເຖົ້າແທນໄດ້ສົ່ງຄຳພາວະນານັ້ນເຖິງເທວະດາຟ້າແຖນ... ເພື່ອຫັນຄຳພາວະນານັ້ນໃຫ້ປະກົດຜົນເປັນຈິງ. ຕາມການເວລາ, ພິທີຂັບແທນຄືກັນກັບການເຄື່ອນໄຫວສິລະປະຂອງວົງຄະນາຍາດເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ປະຊາຊົນ.
ເທບສຽງປະກອບ
ຕາມປົກກະຕິ, ບັນດາພິທີດັ່ງກ່າວເຄີຍດຳເນີນໃນ 2 ວັນ ແລະ ຄືນ, ດ້ວຍຫຼາຍເນື້ອໃນຄື: ພິທີບູຊາບັນພະບຸລຸດ; ພິທີເປີດຊ່ອງທາງໃຫ້ອາດຍາເຈົ້ານາຍ. ພິທີຂັບແທນເລີ່ມຕົ້ນດ້ວຍການເດີນທາງຂຶ້ນແດນສະຫວັນເພື່ອເຊີນຟ້າແລະ ບັນດາຜູ້ຂັບແທນທີ່ໄດ້ລ່ວງລັບໄປແລ້ວກັບມາທຳພິທີ “ເຫຼົາແທນ“ ດ້ວຍພິທີບູຊາຕ່າງໆຄື: ເຊື້ອເຊີນ, ຖະຫວາຍເຫຼົ້າ, ລົບລ້າງຜີສາງນາງໄມ້, ລົບລ້າງໂຊກຮ້າຍ, ບູຊາເຮືອນໃໝ່... ໃນງານບຸນເຫຼົ່ານັ້ນ, ເຂົາເຈົ້າຈະຂັບແທນບົດຍາວທີ່ມີສີສັນແຫ່ງຄວາມເຊື່ອຖື, ກ່າວເຖິງວິວັດການເດີນທາງຂຶ້ນຊັ້ນຟ້າເພື່ອຂໍໃຫ້ເທວະດາແກ້ໄຂບັນຫາໃດໜຶ່ງໃຫ້ເຂົາເຈົ້າ. ໃນງານບຸນເຫຼົ່ານັ້ນ, ດົນຕີຍາມໃດກໍ່ແມ່ນປັດໃຈທີ່ຂາດບໍ່ໄດ້, ດ້ວຍຫຼາຍບົດ ແລະ ທຳນອງທີ່ເໝາະສົມກັບແຕ່ລະງານບຸນ. ທ່ານ ຮ່ວາງວັນ ປ໋າວ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
“ເມື່ອຂັບແທນຍາມໃດກໍ່ມີພິນຕິ໋ນ ແລະ ວີ. ໃນເບື້ອງຕົ້ນມັນພຽງແຕ່ມີລັກສະນະດ້ານຈິດວີນຍານ, ບູຊາພາວະນາເພື່ອປິ່ນປົວພະຍາດ. ແຕ່ຕໍ່ມາເຖິງປີ 1956 ຂັບແທນບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ການເຄື່ອນໄຫວດ້ານຈິດວີນຍານເທົ່ານັ້ນ, ຫາກຍັງພັດທະນາກາຍເປັນຮູບການສິລະປະ ປະຊາຄົມອີກດ້ວຍ. ປະຈຸບັນ, ມີຂັບແທນບູຮານ ແລະ ຂັບແທນທັນສະໄໝ. ຂັບແທນແມ່ນອີງຕາມຫຼັກການລວມ, ແລະ ແຕ່ລະພິທີຢ່າງເໝາະສົມ“.
ໂດຍຜ່ານວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ຂັບແທນໄດ້ກາຍເປັນຮູບການຂັບຮ້ອງພື້ນເມືອງ, ເລົ່າເລື່ອງເຊື່ອຖືດ້ວຍດົນຕີ, ທັງມີປັດໄຈດ້ານຈິດວີນຍານ, ທັງມີປັກໄຈສິລະປະວັດທະນະທຳ. ສິລະປະຂັບແທນແມ່ນການສັງລວມສິລະປະ ແລະ ຮີດຄອງປະເພນີຫຼາຍຢ່າງເຊັ່ນ: ຂັບຮ້ອງ, ຟ້ອນລຳ, ດົນດີ... ກ່ຽວກັບທາງດ້ານສາສະໜາ, ຊາວເຜົ່ານຸ່ງເຊື່ອວ່າ: ພິທີແທນ ແລະ ຂັບແທນມີຄວາມສາມາດປິ່ນປົວພະຍາດ, ນຳເອົາຄວາມຢູ່ເຢັນເປັນສຸກ, ຄວາມເບີກບານມ່ວນຊື່ນ ແລະ ຄວາມປະເອີບໃຈມາໃຫ້ປະຊາຊົນ. ກ່ຽວກັບທາງດ້ານສິລະປະ, ຂັບແທນຕິດພັນກັບຮູບພາບພິນຕິ໋ນ, ກາຍເປັນສີສັນວັດທະນະທຳຂອງປະຊາຄົມຊາວເຜົ່າສ່ວນໜ້ອຍ.
ຂັບແທນ (ຍັງເອີ້ນວ່າເຫຼົາແທນ) ແມ່ນປະເພດດົນຕີແຫ່ງ
ຄວາມເຊື່ອຖືທີ່ມີມາແຕ່ດົນນານຂອງຊາວເຜົ່າ ນຸ່ງ
(ພາບອິນເຕີເນັດ)
ພາຍຫຼັງດົນຕີ, ຂັບແທນອະມະຕະຂອງຊາວເຜົ່ານຸ່ງສ່ອງແສງໃຫ້ເຫັນຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈທຸກດ້ານ, ນັບທັງປະຫວັດສາດ ແລະ ປະເພນີໃນການດຳເນີນຊີວິດ. ປະຈຸບັນ, ສິລະປະຂັບແທນ ໄດ້ຂະຫຍາຍອອກຢ່າງກວ້າງຂວາງໃນທົ່ວວົງຄະນາຍາດ, ກາຍເປັນຊັບສົມບັດດົນຕີອັນລຳ້ຄ່າໃນສາງສິລະປະວັດທະນະທຳຂອງບັນດາເຜົ່າ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຂັບແທນໃນແຕ່ລະເຂດກໍ່ມີທຳນອງທີ່ແຕກຕ່າງກັນ. ແຕ່ເວົ້າລວມແລ້ວວິທີຂັບແທນເຕັມໄປດ້ວຍອາລົມຈິດ ແລະ ສ້າງຄວາມດຶງດູດໃຫ້ແກ່ຜູ້ຟັງ.
ເທບສຽງປະກອບ
ເມື່ອໄປຢ້ຽມຢາມແຕ່ລະໝູ່ບ້ານຂອງຊາວເຜົ່ານຸ່ງໃນແຂວງ ລ້າງເຊີນ, ຢູ່ບ່ອນໃດທ່ານກໍ່ສາມາດຮັບຟັງບັນດາທຳນອງເພງຂັບແທນທີ່ເປັນມູນເຊື້ອ. ທາມກາງຄວາມງາມຂອງເຂດພູຜາປ່າໄມ້ ຫວຽດບັກ, ສຽງພິນຕິ໋ນ, ສຽງຂັບແທນຂອງຊາວເຜົ່າເຈືອຈານພ້ອມກັບສຽງລົດຜັດ, ສຽງຊຸນລະມຸນຂອງໃບໄມ້ໃນປ່າ... ຍິ່ງເຮັດໃຫ້ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່ານຸ່ງມີຄວາມງາມຕື່ມອີກ.