ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ


(vovworld) - ຊາວ​​ເຜົ່າ​ບາ​ນາ​ເອີ້ນພິທີງານ​ບຸນ​ແທງ​ຄວາຍ​ວ່າ xtrang, ​ນີ້ແມ່ນ​ພິທີງານ​ບຸນ​ບູຊາ​ເທວະ​ດາ​ຟ້າ​ແຖນ, ຊົມ​ເຊີຍ​ໄຊຊະນະ, ຊົມ​ເຊີຍ​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ອວຍພອນ​ລະດູບານ​ໃໝ່ ຫຼື​ບັນດາ​ເຫດການ​ທີ່​ຍິ່ງ​ໃຫຍ່​ໃນ​ປີ. ​ໂດຍ​ອີງ​ໃສ່​ສະພາບ​ຕົວ​ຈິງ​ຢູ່​ແຕ່ລະ​ທ້ອງ​ຖີ່​ນ, ຊາວ​ເຜົ່າ​ບາ​ນາ​ກໍ່​ຈັດ​ຕັ້ງ​ພິທີງານ​ບຸນ​ແທງ​ຄວາຍ​ຢ່າງ​ເໝາະ​ສົມ.

ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ - ảnh 1

ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ

(ພາບ: ອິນເຕີແນດ)

​ພິທີ​ແທງ​ຄວາຍ​ເຄີຍຈັດ​ຕັ້ງ​ແຕ່​ເດືອນ 12​ ​ເຖິງ​ເດືອນ 3 ​ໄລ່​ຕາມ​ຈັນທະ​ປະຕິທິນ. ນັ້ນ​ແມ່ນ​ເວລາ​ທີ່​ລະດູ​ການ​ເກັ​ບກ່ຽວ​ໄດ້​ສຳ​ເລັດ​ແລ້ວ. ຊາວ​ເຜົ່າ​ບາ​ນາ​ຈັດ​ຕັ້ງ​ພິທີ​ແທງ​ຄວາຍ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ເທວະ​ດາ​ຟ້າ​ແຖນ, ຕ້ອນຮັບ​ປີ​ໃໝ່, ພາວະນາ​ຂໍ​ໃຫ້​ທຸກ​ຄົນ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ອ້າຍ​ດ່າວມິ​ງງອກ, ຢູ່​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

ພິທີງານ​ບຸນ​ແທງ​ຄວາຍ​ແມ່ນ​ງານ​ບຸນ​ໃຫຍ່ ​ແລະ ສັກສິດ​ສຳລັບ​ຊາວ​ເຜົ່າ​ບາ​ນາ. ​ໃນ​ພິທີງານ​ບຸນ​ນີ້, ຕ້ອງ​ຈັດ​ບັນດາພິທີ​ນ້ອຍດ້ວຍ​ຫຼາຍ​ຮູບ​ການ​ຄື: ພິທີ​ບູຊາ​ເທວະ​ດາ​ຟ້າ​ແຖນ, ພິທີ​ດື່ມ​ເຫຼົ້າ​​ໄຫ, ລັ່ນຄ້ອງ ​ແລະ ​​ໄຫ້​​ເອັນ​ດູຄວາຍ. ບຸນ​ແທງ​ຄວາຍ​ພຽງ​ແຕ່​ມີ​ໃນ​ພິທີ​ບູຊາ​ເທວະ​ດາ​ຟ້າ​ແຖນ​ເທົ່າ​ນັ້ນ“.

ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ - ảnh 2

ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ

(ພາບ: ອິນເຕີແນດ)

        ບຸນ​ແທນ​ຄວາຍ​ເຄີຍ​ດຳ​ເນີນ​ໃນ 3 ວັນ ​ແລະ​ ຄືນ. ​ເພື່ອ​ກະກຽມ​ໃຫ້​ພິທີ​ແທງ​ຄວາຍ, ຊາວ​ເຜົ່າ​ບາ​ນາ​ຕ້ອງ​ກະກຽມນັບ​ເປັນ​ເດືອນ. ຜູ້​ຊາຍ​ຊາວ​ເຜົ່າ​ບາ​ນາ​ທີ່​ມີ​ສຸຂະພາບ​ເຂັ້ມ​ແຂງ​ຈະ​ເຂົ້າ​ປ່າ​ຫາ​ຕົ້ນ​ໄມ້​ເປີ​ລາງ ທັງ​ຊື່ ​ແລະ ງາມ​ມາ​ເພື່ອ​ເຮັດ​ເສົາ ກືນ, ຫາ​ຕົ້ນ​ຫວາຍ​ເຫຼືອງ​ແກ່​ເພື່ອ​ເຮັດ​ສາຍ​ເຊືອກ​ມັດ​ຄວາຍ​ໃນ​ວັນ​ບຸນ. ຕາມ​ທຳ​ມະ​ດາ, ພິທີ​ແທງ​ຄວາມ​ເຄີຍ​ດຳ​ເນີນ​ໃນ​ຍາມ​ຮຸ່ງ​ເຊົ້າ. ຊາວບ້ານ​ເລືອກ​ຄວາຍ​ໂຕ​ແຂງ​ແຮງ​ເພື່ອ​ເປັນ​ຂອງ​ບູຊາ​ໃຫ້​ເທວະ​ດາ​ຟ້າ​ແຖນ, ຄວາຍ​ໂຕ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຜູ້​ທີ່​ນຳ​ເອົາ​ຄຳ​ພາວະນາ, ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ເຖິງເທວະ​ດາ​ຟ້າ​ແຖນ. ​ໃນ​ວັນ​ບຸນ, ຄວາຍ​ໂຕ​ນີ້​ຈະ​ໄດ້​ຮັບ​ການ​ອາບ​ນຳ້​ຢ່າງ​ສະອາດ ​ແລະ ​ໄດ້​ກິນ​ດື່ມ​ຢ່າງ​ອີ່ມ​ໜຳ​ສຳລານ ​ແລ້ວມັດ​ໃສ່​ເສົາ ກືນ, ​ເຊິ່ງຊາວ​ເຜົ່າ​ບາ​ນາ​ເຄີຍ​ເອີ້ນ​ວ່າ ກື​ງ ສາ​ກາ​ໂປ. ​ເສົາ​ໄມ້​ນີ້​ສູງ 5 ​ແມັດ, ຖືກ​ປະດັບ​ປະດາ​ດ້ວຍ​ລວດລາຍ, ດອກ​ໄມ້​​ໃນ​ປ່າ ​ແລະ ຄັນ​ທຸງ​ຢ່າງ​ສວຍ​ງາມ. ​ເທິງ​ປາຍ​​ເສົາ​ມີ​ຮູບ​ນົກ​ຫົງ​ຄຳ​ດ້ວຍ​ໄມ້. ​ພາຍຫຼັງ​ມັດ​ຄວາຍ​ໃສ່​ເສົາ​ກຶນ​ແລ້ວ, ຜູ້ຕາງໜ້າ​ຜູ້​ເຖົ້າ​ຜູ້​ແກ່, ຊາວ​ໜຸ່ມ​ຍິງ​ຊາຍ, ​ເດັກນ້ອຍ​ຈະ​ຈູງ​ຄວາຍ​ຍ່າງອ້ອມ​ເສົາ, ທັງ​ໄປ​ທັງ​ເວົ້າ​ແຕ່​ສິ່ງ​ທີ່​ດີ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ບ້ານ​ເຕົ້າ​ໂຮມ​ກັນ ​ແລະ ບັນດາ​ພິທີ​ຂອງ​ງານ​ບຸນ​ກໍ່​ເລີ່​ມດຳ​ເນີນ.

ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ - ảnh 3

ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ

(ພາບ: ອິນເຕີແນດ)

        ​ເຈົ້າຂອງ​ພິທີ​​ແມ່ນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​, ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງໃນ​ບ້ານຈະ​ ພາວະນາຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ຊາວບ້ານ​ມີ​ສຸຂະພາບ​ເຂັ້ມ​ແຂງ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ… ພາຍຫຼັງ​ບູຊາ​ດິນ​ຟ້າ​ສຳ​ເລັດ​ແລ້ວ, ຜູ້​ຍິ່ງ ​ແລະ ຜູ້​ຊາຍ​ຈະ​ເຕັ້ມລຳ​ຕາມ​ສຽງ​ຄ້ອງ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ. ມີ​ຜູ້​ເຖົ້າ​​ຄົນ​ໜຶ່ງ​​ໄດ້​ຮັບ​ໜ້າ​ທີ່​ເຊີນ​ພໍ່​ແມ່​ປະຊາຊົນ ​ແລະ ​ແຂກ​ດື່ມ​ເຫຼົ້າ​ໄຫ​ເພື່ອ​ສະ​ແດງ​ຄວາມ​ຮັກ​ແພງ​ແຂກ​ຄົນ​ໃນ​ພິທີ​ງານ​ບຸນ, ບັນດາ​ຜູ້​ບ່າວ​ໃນ​ບ້ານ​ກໍ່​ຕີມວຍ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ອ້ອມ​ເສົາ​ກືນ, ສ່ວນ​ຜູ້​ສາວ​ກໍ່​ຈັບ​ມືກັນ​ຟ້ອນ​ລຳ​ໃນ​ສຽງ​ຄ້ອງ​ຢ່າງ​ມ່ວນ​ຊື່ນ. ພາຍຫຼັງ​ຟ້ອນລຳ​ທຳ​ເພງ​ຄືນ​ໜຶ່ງ, ບ້ານ​ຈະ​ຈັດ​ຜູ້ຕາງໜ້າ 5 ຄົນ, ​ໃນ​ນັ້ນ​ມີ​ໝໍ​ຜີ 3 ຄົນ ​ແລະ ​ເຈົ້າ​ເກົກ​ເຈົ້າ​ເຫຼົ່າ 2 ຄົນ ທຳ​ພິທີ​ບູຊາ, ພາວະນາ, ​ຖະຫວາຍຄວາຍ​ໃຫ້​ເທວະ​ດາ​ຟ້າ​ແຖນ​ເພື່ອ​ຂໍ​ແຕ່​ສິ່ງ​ທີ່​ຈົບງາມ, ສ່ວນ​ຊາວບ້ານ​ນັ່ງ​ໂອ້​ລົມ, ດື່ມ​ເຫຼົ້າ​ໄຫ​ນຳ​ກັນ.

        ຕະຫຼອດ​ຄຳ່​ຄືນມື້​ນັ້ນ, ຊາວບ້ານ​ບໍ່​ຫຼັບ​, ​ໄຫ້​​ເອັນ​ດູ​ໂຕ​ຄວາຍ, ສະ​ແດງ​ອາລົມ​ຈິດ​ຂອງ​ຕົນ​ທີ່​ມີ​ຕໍ່​ຄວາຍໂຕ​ນັ້ນ​ດ້ວຍ​ບົດ​ເພງ “​ໄຫ​​ເອັນ​ດູ​ຄວາຍ“.​ ບົດ​ເພງມີ​ເນື້ອ​ໃນ​ວ່າ: ຄວາຍ​ເຄີຍ​ດຳລົງ​ຊີວິດ​ພ້ອມ​ກັບ​ຄົນ, ຊ່ວຍ​ເຫຼືອ​ຄົນ​ໃນ​ວຽກ​ໄຮ່​ການ​ນາ, ​ແຕ່​ເພື່ອ​ວຽກ​ງານ​ສຳຄັນ​ຍິ່ງ​ຂອງບ້ານ, ຄວາຍ​ຕ້ອງ​ສະຫຼະ​ຊີວິດກາຍ​ເປັນ​ຂອງ​ບູຊາ​​​ເພື່ອ​ຕອບ​ບຸນ​ແທນ​ຄຸນເທວະ​ດາ​ຟ້າ​ແຖນ, ຫວັງ​ວ່າ​ຄວາຍ​ກໍ່​ດີ​ໃຈ​ເມື່ອ​ປະຕິບັດ​ພາລະ​ຂອງ​ຕົນ. ພາຍຫຼັງ​ພິທີ​, ຊີ້ນ​ຄວາຍ​ຖືກ​ແບ່ງ​ໃຫ້​ທຸກ​ຄົນ​ໃນ​ບ້ານ ​ແລະ ​ແຂກ​ເພື່ອ​ນຳ​ເມືອ​ຄອບຄົວ​ຄື​ດັ່ງ​ນຳ​ເອົາ​ຄວາມ​ໂຊກ​ດີ​ໃຫ້​ແກ່​ທຸກ​ຄົນ. ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ບຸກນີ, ຊາວ​ຊົນ​ເຜົ່າ​ບາ​ນາ​ຢູ່​ແຂວງ​ກອນ​ຕຸ​ມ, ​ໃຫ້​ຮູ້​ວ່າ:

        “ພິທີ​ງານ​ບຸນ​ເພື່ອ​ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ພິທີ​ກໍ່​ຮຽກຮ້ອງ​ໃຫ້​ຊາວບ້ານ​ເສີມ​ຂະຫຍາຍ​ນຳ້​ໃຈ​ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ຮັ່ງມີ​ດ້ວຍ​ຕົນ​ເອງ, ດຸ​ໝັ່ນ​ຂະຫຍັນ​ພຽນ ​​ເຮັດ​ໃຫ້​ຊີວິດ​ນັບ​ມື້​ນັບ​ດີ​ຂຶ້ນ“.

        ພິທີ​ແທງ​ຄວາຍ​ຂອງ​ຊາວ​ເຜົ່າ​ບາ​ນາ ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວບ້ານ​ຫວນ​ຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ, ຊ່ວຍ​ໃຫ້​ລຸ້ນໜຸ່ມ​ຮູ້​ຂັ້ນ​ຕອນ​ແຫ່ງ​ການ​ປະຕິບັດ​ພິທີ​ແທງ​ຄວາຍ ​ແນ​ໃສ່​ຮັກສາ​ມູນ​ເຊື້ອ​ເຊິ່ງລຸ້ນກ່ອນ​ໄດ້​ປະ​ໄວ້. ພິທີ​ງານ​ບຸນ​ປະກອບສ່ວນ​ຮັກ​ສາ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ບາ​ນາ, ​ເຮັດ​ໃຫ້​ສີສັນ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ ​ອຸດົມສົມ​ບຸນ​ຂຶ້ນ​ຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ