(VOVWORLD) -ພິທີບູຊາທ່ານ້ຳແມ່ນຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງຊາວ ເຜົ່າ ເອເດ ຢູ່ ເຂດໄຕງວຽນ. ພິທີບູຊາທ່ານ້ຳ ໄດ້ຮັບການຈັດຕັ້ງຂຶ້ນທຸກໆປີ ດ້ວຍຈຸດປະສົງບູຊາ ສົມມະນາຄຸນຕໍ່ເທວະດານ້ຳທີ່ໄດ້ນຳມາໃຫ້ຄວາມໂຊກດີໃນປີເກົ່າ ແລະ ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີໃນປີຫນ້າ. ຜ່ານການເວລາ, ພິທີບູຊາທ່ານ້ຳປະຈຸບັນ ຍັງຄົງໄດ້ຮັບການຮັກສາໄວ້ຄືດັ່ງຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ເອເດ. ບົດຂຽນຂອງນັກຂ່າວ ໂຕຕວນ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.
ແມ່ຍິງຊາວເຜົ່າ ເອເດ ໄປຕັກນ້ຳ ຢູ່ ທ່ານ້ຳ
ພາບ:baotintuc
|
ໂດຍໄດ້ດຳລົງຊີວິດຢູ່ທ່າມກາງພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ໃນຊີວິດການເປັນຢູ່ຂອງຊາວເຜົ່າ ເອເດ, ໄຟ ແລະ ນ້ຳ ແມ່ນສິ່ງທີ່ຂາດບໍ່ໄດ້. ເມື່ອມາຢ້ຽມຢາມດິນແດນຂອງຊາວເຜົ່າ ເອເດ ຢູ່ ເຂດໄຕງວຽນ, ທ່ານຈະເຫັນຈຸດທີ່ເປັນເອກະລັກສະເພາະນັ້ນແມ່ນບັນດາທ່ານ້ຳ. ແຕ່ດົນນານມາແລ້ວ ຊາວເຜົ່າ ເອເດ ເມື່ອສ້າງຕັ້ງບ້ານຫລືຍົກຍ້າຍໄປດຳລົງຊີວິດຢູ່ແຫ່ງໃຫມ່ ຕາມທຳມະດາແລ້ວເຄີຍແຕ່ງຕັ້ງຜູ້ຄົນໄປຊອກຫາທີ່ດິນ, ນອກຈາກປັດໄຈທີ່ດິນອຸດົມສົມບູນສາມາດທຳການຜະລິດໄດ້ຫລືບໍ່ນັ້ນ, ເງື່ອນໄຂຕັດສິນທຳອິດນັ້ນແມ່ນ ຕ້ອງມີແຫລ່ງນ້ຳອຸດົມສົມບູນຕະຫລອດປີ ເພື່ອສາມາດກໍ່ສ້າງທ່ານ້ຳໃຫ້ແກ່ໝູ່ບ້ານ. ບັນດາໝູ່ບ້ານຂອງຊາວເຜົ່າ ເອເດ ແຕ່ກ່ອນມາຮອດປະຈຸບັນ ລ້ວນແຕ່ມີທ່ານ້ຳ, ນັ້ນແມ່ນແຫລ່ງນ້ຳສະອາດເພື່ອຫລໍ່ລ້ຽງຊີວິດໃຫ້ປະຊາຊົນທັງບ້ານ. ທ່ານ ຫງວຽນຮົ່ງກີ, ນັກຄົ້ນຄ້ວາວັດທະນະທຳບັນດາເຜົ່າ ເຂດໄຕງວຽນ ໃຫ້ຮູ້ວ່າ:
“ຢູ່ເຂດໄຕງວຽນ ມີ 2 ລະດູຢ່າງຈະແຈ້ງ. ລະດູແລ້ງ ອາກາດຮ້ອນເອົ້າ ແລະ ຮ້າຍແຮງທີ່ສຸດ. ໃນເລື່ອງນິທານພື້ນເມືອງຂອງຊາວເຜົ່າ ເອເດ ເຄີຍເວົ້າວ່າ: ໃນລະດູແລ້ງ, ສັດປະເພດຕ່າງໆ ແລະ ມະນຸດຕ້ອງອາໄສນ້ຳໝອກຂອງທ້ອງຟ້າໃນຍາມຄ່ຳຄືນ, ຜ່ານນັ້ນເພື່ອສະແດງໃຫ້ເຫັນວ່າ ແຫລ່ງນ້ຳສຳລັບເຂົາເຈົ້າແມ່ນສິ່ງສຳຄັນທີ່ສຸດ”
ພິທີບູຊາທ່ານ້ຳ ແມ່ນພິທີກຳສຳຄັນຂອງຊາວເຜົ່າ ເອເດ ເພື່ອສົມມະນາຄຸນຕໍ່ບັນດາເທວະດາ, ສົມມະນາຄຸນເທວະດານ້ຳ (yang ea) ທີ່ໄດ້ຊ່ວຍໃຫ້ປະຊາຊົນໃນບ້ານມີແຫລ່ງນ້ຳເພື່ອນຳໃຊ້ໃນການດຳເນີນຊີວິດ, ເພື່ອໃຫ້ເຂົ້າ, ສາລີ ຂຽວສົດອຸ່ມທຸ່ມ, ລະດູການເກັບກ່ຽວໄດ້ຮັບຜົນດີ, ຊາວບ້ານມີຄວາມອີ່ມໜຳສຳລານສົມບູນພູນສຸກ ພ້ອມທັງພາວະນາຂໍໃຫ້ບັນດາເທວະດາດົນບັນດານໃຫ້ໝູ່ບ້ານ, ທົ່ງໄຮ່ ມີນ້ຳຕະຫລອດການ. ແຕ່ລະປີ, ຮອດທ້າຍເດືອນ 12 ໄລ່ຕາມຈັນທະປະຕິທິນ, ພາຍຫລັງລະດູການເກັບກ່ຽວສຳເລັດ, ພໍ່ແມ່ພີ່ນ້ອງຊາວເຜົ່າເອເດ ພັດກະກຽມເຄື່ອງຂອງເພື່ອບູຊາທ່ານ້ຳ. ເພື່ອກະກຽມໃຫ້ພິທີບູຊາທ່ານ້ຳ, ກ່ອນນັ້ນຫລາຍມື້ ເຈົ້າກົກເຈົ້າເຫລົ່າ, ນາຍບ້ານໄດ້ປະກາດຈະປຶກສາຫາລືກັບຊາວບ້ານກ່ຽວກັບວຽກງານການຈັດຕັ້ງ. ແລະຈະມອບວຽກງານລະອຽດໃຫ້ແຕ່ລະຄົນ: ຜູ້ບ່າວໃນບ້ານຮັບຫນ້າທີ່ແມ່ນເຮັດອະນາໄມທ່ານ້ຳ ແລະ ສ້ອມແປງເສັ້ນທາງໄປທ່ານ້ຳ, ສ່ວນແມ່ຍິງ, ຜູ້ເຖົ້າຜູ້ແກ່ເຮັດອະນາໄມເຮືອນຊານ, ເສັ້ນທາງ, ສະມາຊິກແຕ່ລະຄົນໃນບ້ານລ້ວນແຕ່ປະກອບກຳລັງເຫື່ອແຮງ, ຊັບສິນ. ຕາມຮີດຄອງປະເພນີແລ້ວ, ຜູ້ເປັນເຈົ້າພາບຈັດຕັ້ງບັນດາພິທິກຳບູຊາທ່ານ້ຳ ແມ່ນເຈົ້າຂອງທ່ານ້ຳ, ແມ່ນຜູ້ມີອິດທິພົນຊື່ສຽງໃນບ້ານ. ທ່ານ ອີດືກເອບານ, ຊາວເຜົ່າ ເອເດ ໃຫ້ຮູ້ວ່າ:
“ເຈົ້າຂອງທ່ານ້ຳແມ່ນຕົວແທນໃຫ້ວົງຕະກຸນ, ແມ່ນຫົວຫນ້າຂອງວົງຕະກຸນ. ເຄື່ອງຂອງບູຊາທັງໝົດໂດຍແມ່ນຫົວຫນ້າວົງຕະກຸນເປັນຜູ້ຕັດສິນ ແລະ ບໍລິຫານບັນດາພິທີກຳບູຊາ.”
ໝໍພອນແບ່ງເຄື່ອງຂອງບູຊາໃຫ້ຊາວບ້ານທີ່ເຂົ້າຮ່ວມພິທີ
ພາບ:baotintuc
|
ກ່ອນທີ່ດຳເນີນບັນດາພິທີກຳບູຊາ, ຢູ່ທ່ານ້ຳ, ພໍ່ແມ່ປະຊາຊົນຕັ້ງປະຕູໂຂງເຮັດດ້ວຍໄມ້ໄຜ່ ເພື່ອແຈ້ງໃຫ້ຊາວບ້ານຮັບຊາບມື້ຈັດຕັ້ງພິທີບູຊາ, ບໍ່ໄດ້ໄປເອົານ້ຳຢູ່ທ່າ. ເຄື່ອງຂອງບູຊາເທວະດາທ່ານ້ຳຂອງຊາວເຜົ່າ ເອເດ ລວມມີ: ໝູມີຈຸດສີຂາວຢູ່ຫົວ ແລະ ເຫລົ້າໄຫ. ທ່ານ້ຳໃນມື້ຈັດພິທີບູຊາໄດ້ຮັບການປະດັບປະດາຢ່າງສວຍງາມ, ປະຕູໂຂງຕົບແຕ່ງດ້ວຍໃບໄມ້, ຫຍ້າ… ແຂວນເຄື່ອງປະດັບປະດາ ແລະ ຕັ້ງເສົາປະດັບປະດາຕົ້ນກັນຖິນ. ກໍ່ເຊັ່ນດຽວກັນກັບບັນດາພິທີກຳອື່ນຂອງຊາວເຜົ່າ ເອເດ, ສຽງກອງສຽງຄ້ອງແມ່ນສິ່ງທີ່ຂາດບໍ່ໄດ້ໃນພິທີບູຊາທ່ານ້ຳ. ພາຍຫລັງຖະຫວາຍເຄື່ອງຂອງບູຊາ, ໝໍພອນທຳພິທີກຳບູຊາທ່ານ້ຳ ພາວະນາຂໍໃຫ້ເທວະດານ້ຳປົກປັກຮັກສາສຸຂະພາບໃຫ້ພໍ່ແມ່ປະຊາຊົນ, ນ້ຳສະອາດ ແລະ ໄຫລຕະຫລອດການ. ຂໍໃຫ້ບັນພະບຸລຸດ, ເທວະດານ້ຳ ດົນບັນດານໃຫ້ປະຊາຊົນໃນບ້ານສາມັກຄີກັນ, ລູກຫລານກະຕັນຍູ. ຄຳພາວະນາຂອງໝໍພອນດັງກ້ອງກັງວານໄປທົ່ວບໍລິເວນ, ເຮັດໃຫ້ບັນຍາກາດ, ພິທີກຳຍິ່ງເຄັ່ງຂຶມ ແລະ ສັກສິດ.
ພາຍຫລັງທຳພິທີບູຊາຢູ່ທ່ານ້ຳສຳເລັດ, ທຸກຄົນພ້ອມກັນຕັກນ້ຳໃສ່ເຄື່ອງບັນຈຸນ້ຳ ນັ້ນແມ່ນ ໝາກນ້ຳເຕົ້າແຫ້ງ ແລ້ວໃສ່ກະພາກັບເປ້ເມືອບ້ານເພື່ອເອົາໂຊກລາບ. ໃນຂະນະນັ້ນ, ມີຄົນຄະນະຫນຶ່ງຕິດຕາມເຈົ້າພາບໄປຈັດພິທີເຖິງຂັ້ນໄດເຮືອນຂອງແຕ່ລະຄອບຄົວ, ກ່າວຄຳພາວະນາເພື່ອຂໍໃຫ້ຄວາມໂຊກດີມາສູ່ກັບແຕ່ລະຄອບຄົວ. ຫລັງຈາກນັ້ນ ປະຊາຊົນທັງໝົດໃນບ້ານພາກັນມາເຕົ້າໂຮມຢູ່ສາລາບ້ານ ເພື່ອພ້ອມກັນດື່ມເຫລົ້າໄຫ ຟ້ອນລຳທຳເພງໃນບັນຍາກາດຟົດຟື້ນມ່ວນຊື່ນຂອງງານບຸນ ດ້ວຍສຽງກອງສຽງຄ້ອງດັງກ້ອງກັງວານໄປທົ່ວເຂດ.
ພິທີບູຊາທ່ານ້ຳຂອງຊາວເຜົ່າ ເອເດ ບໍ່ພຽງແຕ່ນຳມາໃຫ້ປັດໄຈຈິດວິນຍານເທົ່ານັ້ນ ຫາກຍັງມີຄວາມໝາຍສຶກສາໃຫ້ຊາວບ້ານທຸກຄົນ, ວົງຄະນາຍາດຮູ້ຈັກຮັກສາແຫລ່ງນ້ຳ, ປົກປັກຮັກສາສິ່ງແວດລ້ອມທຳມະຊາດ, ຄວາມສະຫງົບສຸກຂອງທັງວົງຄະນາຍາດ.
ມາຮອດປະຈຸບັນ, ເມື່ອໄດ້ເຊື່ອມຕົວເຂົ້າກັບຊີວິດສິວິໄລ, ບັນດາໝູ່ບ້ານຂອງຊາວເຜົ່າ ເອເດ ໄດ້ມີນ້ຳສ້າງແລ້ວ, ແຕ່ສ່ວນຫລາຍປະຊາຊົນບໍ່ປະລະຮີດຄອງປະເພນີນຳໃຊ້ນ້ຳຈາກແຫລ່ງນ້ຳທຳມະຊາດ. ຕອນແລງຂອງທຸກມື້, ຜູ້ເຖົ້າຜູ້ແກ່ຊາວຫນຸ່ມບ່າວສາວໃນບ້ານພ້ອມກັນໄປຕັກນ້ຳ, ຮັກສາການດຳເນີນຊີວິດຢູ່ທ່ານ້ຳ ສ້າງບັນຍາກາດມ່ວນຊື່ນ ນັ້ນແມ່ນສີສັນສະເພາະຂອງຊາວເຜົ່າ ເອເດ.