ຕາມປະເພນີທີ່ເປັນມູນເຊື້ອ, ຊາວເຜົ່າ ນຸ່ງບໍ່ຈັດຕັ້ງພີທີອວຍພອນວັນເກີດໃຫ້ແກ່ເດັກນ້ອຍ, ພໍ່ແມ່ກໍ່ບໍ່ໄດ້ຈັດຕັ້ງພີທີອວຍພອນວັນເກີດໃຫ້ລູກຂອງຕົນ, ຫາກພຽງແຕ່ລູກຈຶ່ງໄດ້ຈັດພີທີອວຍພອນວັນເກີດ, ອວຍພອນອາຍຸຍືນ, ສະແດງຄວາມຮູ້ບຸນຄຸນຕໍ່ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ຂອງຕົນເທົ່ານັ້ນ. ຕາມປະເພນີຂອງຊາວເຜົ່າ ນຸ່ງ (ແຂວງ ລ້າງເຊີນ), ບັນດາຜູ້ທີ່ມີອາຍຸແຕ່ 50-60 ປີຂຶ້ນໄປຈຶ່ງໄດ້ຈັດພິທີອວຍພອນປີໃໝ່. ພິທີອວຍພອນວັນເກີດຖືກຈັດຂຶ້ນປະຈຳປີກົງກັບວັນເກີດຂອງຜູ້ທີ່ມີອາຍຸສູງສຸດໃນຄອບຄົວ. ນີ້ແມ່ນໂອກາດເພື່ອໃຫ້ລູກຫຼານເຕົ້າໂຮມກັນຢ່າງຄົບໜ້າພໍຕາ, ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖືຕໍ່ຜູ້ທີ່ໄດ້ກຳເນີດ ແລະ ລ້ຽງດູຕົນໃຫ້ເຕີບໃຫຍ່. ປອ ຫງວຽນທິເງິນ, ຜູ້ອຳນວຍການຫໍພິພິດທະພັນວັດທະນະທຳບັນດາເຜົ່າ ຫວຽດນາມ, ໃຫ້ຮູ້ວ່າ: ພິທີອວຍພອນວັນເກີດ, ອວຍພອນອາຍຸຍືນເລີ່ມມີມາຈາກທັດສະນະຂອງຊາວເຜົ່າ ນຸ່ງ ກ່ຽວກັບວີນຍານ, ກ່ຽວກັບຮອບວຽນຂອງຊີວິດຄົນ.
ເທບສຽງປະກອບ
“ຊາວເຜົ່າ ນຸ່ງມີທັດສະນະວ່າ, ອາຍຸ 60 ປີແມ່ນໝາຍຄວາມວ່າໝົດຮອບວຽນຂອງຊີວິດຄົນ ແລະ ຢາກສືບຕໍ່ຮອບວຽນທີສອງ ແມ່ນຕ້ອງຈັດພິທີອວຍພອນວັນເກີດ. ນັບແຕ່ອາຍຸ 60 ປີຂຶ້ນໄປ, ຊາວເຜົ່ານຸ່ງເຄີຍຈັດພິທີອວຍພອນວັນເກີດປະຈຳປີ ເພື່ອສະແດງຄວາມຮູ້ບຸນຄຸນ, ຄວາມເອົາໃຈໃສ່, ບໍ່ພຽງແຕ່ເບິ່ງແຍງດູແລທາງດ້ານວັດຖຸເທົ່ານັ້ນ, ຫາກຍັງເອົາໃຈໃສ່ເຖິງດ້ານຈິດໃຈອີກດ້ວຍ, ເພື່ອໃຫ້ຜູ້ເຖົ້າເບິ່ງບານມ່ວນຊື່ນ ແລະ ມີສຸຂະພາບເຂັ້ມແຂງ “.
ຕາມປະເພນີ, ເມື່ອລູກຫຼານບໍ່ຢູ່ນຳພໍ່ແມ່ອີກ ເຂົາເຈົ້າຈະຈັດພິທີອວຍພອນວັນເກີດໃຫ້ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ຂອງຕົນ. ລູກສາວໄປເອົາຜົວແລ້ວ, ຕ້ອງນຳເອົາໝູປິ່ນ, ເຂົ້າໜົມ, ເຫຼົ້າ, ຊາ... ມາຈັດພິທີອວຍພອນວັນເກີດຢ່າງໜ້ຍສຸດກໍ່ແມ່ນເທື່ອໜຶ່ງໃຫ້ພໍ່ແມ່ຂອງຕົນ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ທີ່ໄດ້ກຳເນີດ ແລະ ລ້ຽງດູຕົນ. ໃນມື້ອວຍພອນວັນເກີດ, ແຂກເຂົ້າຮ່ວມທຸກຄົນລ້ວນແຕ່ມີຂອງຂວັນຄື: ເຂົ້າສານ, ໄກ່, ຊີ້ນໝູ... ຕາມເງື່ອນໄຂເສດຖະກິດຂອງແຕ່ລະຄອບຄົວ. ໃນທັດສະນະຂອງຊາວເຜົ່າ ນຸ່ງ, ຜູ້ມີອາຍຸຍືນເປັນຄົນທີ່ມີຄວາມສຸກ. ຍ້ອນມີຄວາມສຸກຈຶ່ງມີອາຍຸຍືນ ແລະ ຈຶ່ງມີລູກຫຼານຫຼາຍຄົນ. ໃນວັນນີ້, ລູກຫຼານຈະເຕົ້າໂຮມກັນຢ່າງຄົບໜ້າພໍຕາ, ເຂົາເຈົ້າຈະນຳເອົາເຄື່ອງຂອງບູຊາມາ ແລະ ເຊີນໝໍຜີ, ແມ່ເຖົ້າແທນມາຂັບຮ້ອງ, ຟ້ອນລຳ, ເພາະເຂົາເຈົ້າຖືວ່າ, ມີແຕ່ຄຳສວດມົນຂອງໝໍຜີ, ພ້ອມກັບສຽງຂັບ, ສຽງພິນຕິ໋ນຂອງແມ່ເຖົ້າແທນຈຶ່ງສາມາດສົ່ງຄຳພາວະນາເຖິງບັນພະບຸລຸດ ແລະ ເທວະດາໄດ້. ເຄື່ອງຂອງບູຊາໃນພິທີອວຍພອນວັນເກີດມີເຂົ້າໜຽວ, ໄກ່ຕົ້ມ, ໝູປິ່ນ, ໄຂ່ຕົ້ມ, ເຂົ້າໜົມໄຢ່, ເຂົ້າໜົມດຸກ. ເຄື່ອງຂອງເຫຼົ່ານັ້ນລ້ວນແຕ່ມີຄວາມໝາຍປາຖະໜາຢາກໃຫ້ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ປະສົບແຕ່ສິ່ງຈົບງາມທີ່ສຸດ. ອ້າຍ ເຈືອງວັນຕ໋ຽນ, ພະນັກງານຮັບຜິດຊອບດ້ານວັດທະນະທຳຢູ່ແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
“ເຄື່ອງຂອງບູຊາແຕ່ລະຢ່າງໃນພິທີອວຍພອນວັນເກີດ, ສະແດງຄວາມຮູ້ບຸນຄຸນຂອງຊາວເຜົ່າ ນຸຸ່ງ ລ້ວນແຕ່ມີຄວາມໝາຍເປັນສັນຍາລັກ. ພິເສດ, ແມ່ນຕ້ອງມີເຂົ້າໜົມດຸກ ຫຼືເຂົ້າໜົມໄຢ່, ດ້ວຍຄວາມໝາຍແມ່ນເພີ່ມເນື້ອ, ເພີ່ມໜັງໃຫ້ແກ່ພໍ່ແມ່, ສ່ວນໝາກໄຂ່ຕົ້ມເປັນສັນຍາລັກໃຫ້ແກ່ໜໍ່ແໜງເລີ່ມຕົ້ນຮອບວຽນແຫ່ງຊີວິດໃໝ່, ທັງເປັນສັນຍາລັກແຫ່ງຄວາມກົມກຽວລະຫວ່າງບວກລົບ. ໃນພິທີກໍ່ຕ້ອງມີຮູບຄົນເປັນເຈ້ຍ, ພາຍຫຼັງທຳພິທີແລ້ວຈະນຳໄປຈູດເພື່ອແນໃສ່ຮັກສາວີນຍານ, ລົບລ້າງຄວາມໂຊກຮ້າຍ, ພະຍາດ ເພື່ອໃຫ້ຜູ້ເຖົ້າມີສຸຂະພາບເຂັ້ມແຂງ“.
ພິທີອວຍພອນວັນເກີດຖືກຈັດຂຶ້ນໃນເວລາໜຶ່ງກວ່າວັນ, ເລີ່ມຕົ້ນແຕ່ຕອນຄຳ່ມື້ກ່ອນ ແລະ ສິ້ນສຸດໃນກາງຄືນຂອງມື້ຕໍ່ມາ. ເລີ່ມຕົ້ນງານບຸນ, ໝໍຜີສວດມົນດ້ວຍການຂັບເລື້ອນ, ເຊີນບັນພະບຸລຸດມາເພື່ອບັນດານໃຫ້ຜູ້ເປັນເຈົ້າພິທີອວຍພອນວັນເກີດ, ສ່ວນແມ່ເຖົ້າແທນກໍ່ຂັບພ້ອມກັນ. ຕາມບັນດານັກຄົ້ນຄ້ວາວັດທະນະທຳພື້ນເມືອງແລ້ວ, ຂັບເລື້ອນ ມີ 11 ທຳນອງ, ເນື້ອໃນເວົ້າເຖິງກົກເຄົ້າຂອງຄົນ, ນັບແຕ່ບໍ່ທັນເປັນຮູບເປັນຮ່າງ, ເມື່ອໄດ້ຮັບການກຳເນີດ, ເຕີບໃຫຍ່ ແລະ ເປັນຄົນເຖົ້າແກ່. ສຽງຂັບຄືດັ່ງສຽງກ່ອມ, ດ້ວຍຄວາມປາຖະໜາວ່າ, ບັນພະບຸລຸດຜູ້ທີ່ໄດ້ລ່ວງລັບໄປແລ້ວຈະບັນດານໃຫ້ເຈົ້າຂອງພິທີມີສຸຂະພາບເຂັ້ມແຂງ ແລະ ມີອາຍຸຍືນຍົງ.
ເມື່ອປິດພິທີ, ພໍ່ເຖົ້າ, ແມ່ເຖົ້າ, ພໍ່ແມ່ຈະແບ່ງເຂົ້າໜຽວ, ເຂົ້າໜົມ.... ໃຫ້ແກ່ລູກຫຼານ. ເລື່ອງແບ່ງເຄື່ອງຂອງບູຊາໃຫ້ລູກຫຼານກໍ່ສະແດງໃຫ້ເຫັນຄວາມປາຖະໜາຢາກໃຫ້ລູກຫຼານມີຄວາມໂຊກດີ, ມີຄວາມຜາສຸກຄືພໍ່ເຖົ້າ, ແມ່ເຖົ້າ, ພໍ່ແມ່ຂອງຕົນ. ພິທີອວຍພອນວັນເກີດຂອງຊາວເຜົ່າ ນຸ່ງເຖິງວ່າຈະງ່າຍດາຍຄືແນວນັ້ນ, ແຕ່ມັນໄດ້ກາຍເປັນວັດທະນະທຳອັນດີງາມໃນຊີວິດທາງດ້ານຈິດໃຈຂອງຊາວເຜົ່າ ນຸ່ງແຂວງ ລ້າງເຊີນ.